ຄົ້ນຫາບັນດາໝູ່ບ້ານທ່ອງທ່ຽວຊຸມຊົນຢູ່ເຂດທາງທິດຕາເວັນຕົກສຽງເໜືອ

(VOVWORLD) -ເຂດທາງທິດຕາເວັນຕົກສຽງເໜືອ ແມ່ນແຫ່ງທີ່ມີບັນດາທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ ພິເສດແມ່ນການທ່ອງທ່ຽວຊຸມຊົນ. ສະພາບພູມມີສັນຖານ ແລະ ອາກາດທີ່ເປັນເອກະລັກ ທິວທັດທຳມະຊາດຮົກເຮື້ອ, ພູຜາປ່າໄມ້ສະຫຼັບສັບຊ້ອນໃຫຍ່ໂຕມະໂຫຖານ ໄດ້ສ້າງເປັນທັດຊະນີຍະພາບທີ່ສວຍສົດງົດງາມ ແລະ ລະບົບຊີວະພາບທີ່ອຸດົມສົມບູນ. ພ້ອມກັນນັ້ນຄວາມຫຼາກຫຼາຍສີສັນຂອງການດຳເນີນຊີວິດ, ຮີດຄອງປະເພນີ ການປູກຝັງ, ງານບຸນ, ອາຫານການກິນ, ດົນຕີຂອງບັນດາເຜົ່າສ່ວນໜ້ອຍ ກໍ່ແມ່ນຄວາມດູດດື່ມສຳລັບແຂກທ່ອງທ່ຽວ. ນີ້ກໍ່ແມ່ນປັດໄຈສ້າງເປັນຈຸດພິເສດສະເພາະຂອງຜະລິດຕະພັນທ່ອງທ່ຽວຊຸມຊົນ ຢູ່ເຂດທາງທິດຕາເວັນຕົກສຽງເໜືອ ຫວຽດນາມ.       
ຄົ້ນຫາບັນດາໝູ່ບ້ານທ່ອງທ່ຽວຊຸມຊົນຢູ່ເຂດທາງທິດຕາເວັນຕົກສຽງເໜືອ - ảnh 1ແຂກທ່ອງທ່ຽວຕ່າງປະເທດມາຊອກຮູ້ວັດທະນະທຳຂອງເຜົ່າຜູ້ໄທ

ເຂດທາງທິດຕາເວັນຕົກສຽງເໜືອປະກອບດ້ວຍ 6 ແຂວງຄືຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ອຽນບ໊າຍ ມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວຢ່າງຫຼວງ ດ້ວຍທິດທັດທຳມະຊາດຢ່າງໃຫຍ່ໂຕມະໂຫຖານ ວັດທະນະທຳທີ່ເປັນເອກະລັກ ແລະ ປະຫວັດສາດທີ່ສະຫງ່າອົງອາດ. ໂດຍທຳມະຊາດໄດ້ດົນບັນດານຄວາມເປັນເອກະລັກສະເພາະ ທາງດ້ານພູມມີສັນຖານ, ດິນຟ້າອດາກາດ, ທໍລະນີ, ທັດຊະນີຍະພາບ ແລະ ລະບົບຊີວະພາບ, ເຂດທາງທິດຕາເວັນຕົກສຽງເໜືອມີຄວາມດູດດື່ມ ທາງດ້ານການທ່ອງທ່ຽວເປັນພິເສດ ດ້ວຍຈອມພູ ຟານຊີບັງ ໄດ້ຖືກຂະໜານນາມວ່າ ແມ່ນຫຼັງຄາເຮືອນອິນດູຈີນ, ຊາປາ ແມ່ນເທດສະບານເມືອງໃນທ່າມກາງເມກເຝື້ອດ້ວຍອາກາດເຢັນຕະຫຼອດປີ, ກິ່ວໂອກຸຍໂຮ່, ເຂດພູພຽງ ຊິນໂຮ່, ນາຂັ້ນໄດ ໝູ່ກັງຈ໋າຍ ທີ່ລືຊື່; ໜອງ ປ໊າຄວາງ ທີ່ກວ້າງໃຫຍ່ນອນໃນທ່າມກາງທຳມະຊາດເຂດທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ; ປ່າ ເມື່ອງຟັງ ແມ່ນໜຶ່ງໃນບັນດາເຂດອະນຸລັກທຳມະຊາດດ້ວຍສັດພຶກສາຊາດນາໆຊະນິດ ຂອງແຂວງ ດ້ຽນບຽນ... ນາງ ເຈິ່ນທູຮ່າ ແຂກທ່ອງທ່ຽວ ມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

  “ບົນເສັ້ນທາງໄປທ່ອງທ່ຽວ, ເຮົາຮູ້ສຶກວ່າ ການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງຢູ່ທີ່ນີ້ ກໍ່ມີຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ເຂົາເຈົ້າຍັງຄົງສ້າງຊີວິດການເປັນຢູ່ຢ່າງໝັ້ນຄົງ ເພື່ອພັດທະນາ. ເມື່ອໄດ້ມາຮອດບ້ານທ່ອງທ່ຽວຊີວະພາບນີ້ ເຮົາກໍ່ຮູ້ສຶກວ່າ ພໍ່ແມ່ພີ່ນ້ອງຢູ່ທີ່ນີ້ມີຄວາມຕັດສິນໃຈຢ່າງສູງ. ມາຮອດນີ້ອາກາດປອດໂປ່ງ ທິວທັດທຳມະຊາດສວຍງາມ ແລະ ເຮົາກໍ່ຢາກກັບມານີ້ຢ້ຽມຢາມອີກຫຼາຍຄັ້ງ”.

ດ້ວຍທັດຊະນີຍະພາບ ທິດທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ວັດທະນະທຳພື້ນເມືອງຂອງບັນດາເຜົ່າ ກໍ່ແມ່ນຈຸດທີ່ພົ້ນເດັ່ນ ໃນຊັບພະຍາກອນທ່ອງທ່ຽວຢູ່ແຫ່ງນີ້. ເຂດທາງທິດຕາເວັນຕົກສຽງເໜືອ ແມ່ນແຫ່ງດຳລົງຊີວິດຂອງຫຼາຍຊົນເຜົ່າຄື ເຜົ່າ ໄຕ່, ນຸ່ງ, ຜູ້ໄທ່, ເມື່ອ, ມົ້ງ, ຢ້າວ, ກິ່ງ,... ດ້ວຍວັດທະນະທຳທີ່ອຸດົມສົມບູນ, ມີຫຼາຍຊົນເຜົ່າຍັງສາມາດເກັບຮັກສາສີສັນວັດທະນະທຳພື້ນເມືອງຂອງຕົນ ດ້ວຍຮີດຄອງປະເພນີ, ງານບຸນ, ຊຸດອາພອນປະຈຳເຜົ່າ, ເຄື່ອງດົນຕີ, ວາດຟ້ອນ, ງານບຸນຕ່າງໆ... ນີ້ກໍ່ແມ່ນຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວມັກຄົ້ນຫາ ແລະ ລົງຕົວຈິງ. ອ້າຍ ດຽວວັນວິງ ສະມາຊິກສະຫະກອນທ່ອງທ່ຽວຊຸມຊົນບ້ານ ບອນ ຕາແສງ ເມື່ອງຈຽນ ເມືອງ ກວິ່ງຍາຍ ແຂວງ ເຊີນລາ ແບ່ງປັນວ່າ:

“ຄອບຄົວຂອງຂ້າພະເຈົ້າເຮັດການທ່ອງທ່ຽວຊຸມຊົນເປັນເວລາ 3 ປີແລ້ວ. ແຂກທ່ອງທ່ຽວເມື່ອມາຢ້ຽມຢາມ, ທັດສະນະສຶກສາ  ຢາກກິນອາຫານເຍື່ອງໃດ ພວກຂ້າພະເຈົ້າກໍ່ແຕ່ງກິນຮັບໃຊ້ແຂກໃນທັນທີ. ແຕ່ແຂກທ່ອງທ່ຽວສ່ວນຫຼາຍ ກໍ່ມັກກິນເຍື່ອງອາຫານຂອງຊາວເຜົ່າ ຜູ້ໄທ ຄື ປີ້ງປາ, ຕົ້ມໄກ່, ບັນດາເຍື່ອງອາຫານຜັກປ່າ, ໜໍ່ໄມ້ປ່າ, ແກງບອນ...”.

ໃນຫຼາຍປີທີ່ຜ່ານມາ ບັນດາທ້ອງຖິ່ນຢູ່ເຂດທາງທິດຕາເວັນຕົກສຽງເໜືອ ໄດ້ພັດທະນາບັນດາຮູບແບບການທ່ອງທ່ຽວ ບົນພື້ນຖານຂຸດຄົ້ນ ເສີມຂະຫຍາຍຄຸນຄ່າຂອງທິວທັດທຳມະຊາດ, ບັນດາມໍລະດົກທາງວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸໃນບໍລິເວນ. ໃນນັ້ນ ທ່ອງທ່ຽວຊຸມຊົນໄດ້ກາຍເປັນເຄື່ອງໝາຍທ່ອງທ່ຽວ ເຂດທາງທິດຕາເວັນຕົກສຽງເໜືອ. ບັນດາຜະລິດຕະພັນທ່ອງທ່ຽວຊຸມຊົນ ທີ່ພົ້ນເດັ່ນຢູ່ແຫ່ງນີ້ ລວມມີການໄປທັດສະນະສຶກສາ, ຊອກຮູ້ຢູ່ບັນດາໝູ່ບ້ານ ບັນດາເຜົ່າສ່ວນໜ້ອຍ; ຮັບປະທານອາຫານທ້ອງຖິ່ນ; ຢ້ຽມຊົມທິວທັດທຳມະຊາດ ຕາມລະດູການຜະລິດກະສິກຳ. ດິນຟ້າອາກາດຢູ່ເຂດພູສູງ ກໍ່ຊ່ວຍໃຫ້ເຂດພູດອຍທາງທິດເໜືອ ມີບັນດາຄຸນຄ່າທາງດ້ານວັດຖຸສິ່ງຂອງ ແລະ ທັດຊະນີຍະພາບທາງດ້ານກະສິກຳຄື ຍາມດອກຄາຍ, ດອກໝັ້ນ, ດອກຄາມີເລຍ, ສວນໝາກກ້ຽງ, ນາຂັ້ນໄດທີ່ສວຍສົດງົດງາມດັ່ງໃນຝັນ ອັນໄດ້ສ້າງຄວາມດູດດື່ມໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ