ຄົ້ນຫາວັດ ຟໂນດົນທີ່ເປັນເອກະລັກໃນແຂວງຈ໋າວິງ

(VOVWORLD) -ວັດ ຟໂນດົນແມ່ນໜຶ່ງບັນດາວັດທີ່ໃຫຍ່ໂຕທີ່ສຸດໃນລະບົບ 143 ວັດຢູ່ແຂວງຈ໋າວິງ. ວັດນີ້ຖືກປຸກສ້າງໃນບໍລິເວນກວ້າງໃຫຍ່, ການອອກແບບສະຖາປັດຕະຍະກຳໃຫຍ່ໂຕເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຜົ່າຂະແມແມ່ນສະຖານທີ່ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວເມື່ອມີໂອກາດແວ່ຍາມແຂວງຈ໋າວິງ.
ຄົ້ນຫາວັດ ຟໂນດົນທີ່ເປັນເອກະລັກໃນແຂວງຈ໋າວິງ - ảnh 1ຫໍບູຊາໃຫຍ່ໃນວັດ ຟໂນດົນ

     ວັດ ຟໂນດົນຕັ້ງຢູ່ຕາແສງດ້າຍອານເມືອງ ຈາກູ໊ ຫ່າງຈາກນະຄອນຈາວິງປະມານ 40 ກິໂລແມັດໄປທາງທິດໃຕ້. ວັດນີ້ຖືກປຸກສ້າງເມື່ອປີ 1977 ບໍລິເວນວັດຖືກອ້ອມຮອບໄປດ້ວຍກົກໄມ້ໄຜ່ຂຽວອຸ່ມທຸ່ມພ້ອມກັບຕົ້ນໄມ້ຕ່າງໆຫຼາຍຊະນິດເຊິ່ງໄດ້ປົກຄຸມຄວາມເຢັນໃຫ້ວັດຕະຫຼອດປີ.  ຢູ່ບໍລິເວນອ້ອມວັດແມ່ນທົ່ງນາຍາວຍຽດຈົນສຸດສາຍຕາ.ເພາະສະນັ້ນມີນົກ, ນົກຍາງແລະນົກປະເພດອື່ນໆ ໄດ້ພາກັນມານີ້ເຮັດຮັງ. ອ້າຍ ຈິ້ງວັນມິງ ຢູ່ຕາແສງດ້າຍອານເລົ່າສູ່ຟັງວ່າ:

“ວັດນີ້ມີນົກຍາງມາເຮັດຮັງ ດັ່ງນັ້ນວັດກໍ່ຍັງເອີ້ນວ່າວັດກໍ່ ໝາຍເຖິງນົກຍາງ.ຕາມທຳມະດາແລ້ວນົກຍາງໄດ້ມານີ້ໃນຍາມເດືອນເກີດຝົນຕົກເພື່ອເຮັດຮັງແລະວາງໄຂ່.ນີ້ແມ່ນວັດທີ່ລືຊື່ທີ່ສຸດ ມີຄວາມງາມໃຫຍ່ໂຕທີ່ສຸດໃນແຂວງຈ໋າວິງ. ວັດຍັງດຶງດູດແຂກສາລະທິດມາຢ້ຽມຊົມທັດສະນະສຶກສາແລະໄຫວ້ບູຊາ. ໂອກາດວັນບຸນຫຼືບຸນປີໃໝ່ປະຈຳຊາດຍາມທ້າຍປີກໍ່ມີແຂກມາຢ້ຽມຊົມທັດສະນະສຶກສາຢ່າງຫຼວງຫຼາຍໃນນັ້ນມີທັງແຂກທ່ອງທ່ຽວຕ່າງປະເທດອີກດ້ວຍ”.

      ວັດ ຟໂນດົນ ມີສະຖາປັດຕະຍາກຳ ອັນເປັນປະເພນີຂອງຊາວເຜົ່າຂະແມການອອກແບບສະຖາປັດຕະຍາກຳທີ່ເປັນເອກະລັກນີ້ ຖືກສະແດງອອກຜ່ານບັນດາກິດຈະກຳໃຫຍ່ນ້ອຍຕ່າງໆຈາກປະຕູໂຂງຂອງວັດ, ຫໍບູຊາ ຕະຫຼອດເຮືອນຂອງພະສົງສຳມະເນນ, ທາດບັນຈຸກະດູກ... ແຕ່ລະກິດຈະກຳກໍ່ລ້ວນແຕ່ມີການປະສົມປະສານຢ່າງກົມກຽວລະຫວ່າງບັນດາລວດລາຍການທາສີແດງແລະຟອກຄຳປິວພ້ອມກັບສີຕ່າງໆທີ່ງາມຕາ. ເມື່ອມາຮອດປະຕູໂຂງຂອງວັດແຂກທ່ອງທ່ຽວຈະຖືກຫຼົງໄຫຼດ້ວຍປະຕູໂຂງທີ່ໜ້າປະທັບໃຈຂອງວັດ.ປະຕູໂຂງຖືກແກະຄວັດສະຫຼັກດ້ວຍຮູບຕ່າງໆ ໃນນັ້ນກໍ່ຕ້ອງເວົ້າເຖິງຮູບປັ້ນເທວະດາ 4 ພະນາງພວມຍໍມືຄ້ຳຫຼັງຄາ ເຊິ່ງຖືກເຮັດຢ່າງລະອຽດອ່ອນ. ຢູ່ປະຕູໂຂງຍັງຖືກປະດັບປະດາດ້ວຍພາບແຕ້ມຮູບດອກບົວຢູ່ສອງເສົາທັງສອງຟາກໃນປະຕູໂຂງກໍ່ແມ່ນຮູບຝາຜະໜັງເທວະດາຟ້າແຖນ. ທ່ານເຈິ່ນແກ້ວ ຫົວໜ້າຄະນະຄຸ້ມຄອງວັດ ຟໂນດົນໃຫ້ຮູວ່າ:

 “ວັດນີ້ຖືກສ້າງກ່ອນນີ້ກວ່າ340 ປີແລ້ວ. ຫໍບູຊາໃຫຍ່ໃນວັດແມ່ນສຳຄັນທີ່ສຸດ. ຫໍບູຊານີ້ມີຄວາມສູງປະມານ 50 ກວ້າງ 60 ແມັດຍາວກວ່າ 100 ແມັດ. ບັນດາຮູບປັ້ນຢູ່ນອກຫໍບູຊາໃຫຍ່ ກໍ່ແມ່ນຮູບປັ້ນພົນທະຫານຈັບອາວຸດເພື່ອປ້ອງກັນຫໍບູຊາໃຫຍ່. ວັດນີ້ກໍ່ຍັງມີຮູບປັ້ນນາງສາວພວມຢືນທັກທາຍສະບາຍດີ. ໃນວັດກໍ່ມີ້ເສົາທຸງ ດ້ວຍຮູບນົກສອງໂຕຢູ່ສອງຟາກເຊິ່ງແຂວນທຸງພຸດທະສາສະໜາແລະທຸງຊາດ. ວັດນີ້ແມ່ນບູຊິນີຍະສະຖານລະດັບແຂວງແມ່ນສະຖານທີ່ຢ້ຽມຊົມທັດສະນະສຶກສາດຶງດູດແຂກທ່ອງທ່ຽວຕ່າງປະເທດມາຢ່າງຫຼວງຫຼາຍ”. 

ເຂດຫໍບູຊາໃຫຍ່ໃນວັດຖືກປະດັບປະດາດ້ວຍບັນດາຮູບແຕ້ມຈິດຕະກຳແລະຮູບປັ້ນພະພຸດທະເຈົ້າຖືກເຮັດຢ່າງລະອຽດອ່ອນ.  ຫຼັງຄາຫໍບູຊາໃຫຍ່ຖືກອອກແບບດ້ວຍຮູບໂຄ້ງທີ່ງາມຕາຕາມຮູບຫາງມັງກອນ. ທາງເທິງກໍ່ມີຍອດທາດມີຮູບພູແລະບັນດາຮູບພາບທີ່ລື້ງເຄີຍຂອງຊາວເຜົ່າຂະແມ. ຢູ່ເຂດຫໍບູຊາພະພຸດທະເຈົ້າຢູ່ໃນວັດກໍ່ຖືກຕັ້ງຮູບປັ້ນພະພຸດທະເຈົ້າໃຫຍ່ ແລະຢູ່ທາງລຸ່ມກໍ່ມີພະພຸດທະຮູບນ້ອຍ 6 ຮູບພວມຢູ່ໃນທ່າຕັດສະຣຸ. ພະພິກຂຸ ເຈືອງວັນບ່ຽນ ເຈົ້າອະທິການວັດ ຟໂນດົນໃຫ້ຮູ້ວ່າ:

“ວັດຊາວເຜົ່າຂະແມເຄີຍປະດັບປະດາດ້ວຍລວດລາຍຮູບມັງກອນ, ຮູບງູ, ຮູບທ້າວຈັນກັນຜີ... ແຕ່ລະເດືອນວັນທີ 1, ວັນທີ 8, ວັນທີ 15 ແລະວັນທີ 30 ໄລ່ຕາມຈັນທະປະຕິທິນຊາວພຸດກໍ່ລ້ວນແຕ່ໄປວັດເພື່ອໄຫວ້ບູຊາເຂົາເຈົ້ານຳເອົາເຂົ້າແລະອາຫານໃຫ້ແກ່ບັນດາຄູບາ”.

ວັດຂະແມແຕ່ລະວັດກໍ່ລ້ວນແຕ່ແມ່ນກິດຈະກຳສິລະປະກຳໃນນັ້ນກໍ່ຕ້ອງເວົ້າເຖິງວັດ ຟໂນດົນໃນແຂວງຈ໋າວິງ ເຊິ່ງແມ່ນວັດພຽງແຫ່ງດຽວຢູ່ແຂວງຈ໋າວິງມີນົກຍາງມາເຮັດຮັງຢ່າງຫຼວງຫຼາຍ ດັ່ງນັ້ນວັດນີ້ກໍ່ຖືກອຸປະມາເໝືອນດັ່ງເຂດນົກໃນແຂວງຈ໋າວິງ

ຕອບກັບ

ຂ່າວ/ບົດ​ອື່ນ