ຄົ້ນຫາຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງ

(VOVWORLD) -ຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງ ຖືກຕັ້ງຢູ່ຖະໜົນຫງວຽນຈີ໊ແທັງນະຄອນຊັອກຈັງ. ນີ້ແມ່ນສະຖານທີ່ເກັບຮັກສາບັນດາບັນດາວັດຖຸພັນກ່ຽວກັບຊີວິດວັດທະນະທຳແລະຈິດໃຈຂອງຊົນເຜົ່າຂະແມ. ຫໍວາງສະແດງແມ່ນຕົ້ນກຳເນີດຂອງຫ້ອງວາງສະແດງວັດທະນະທຳເຜົ່າຂະແມຊັອກຈັງ. 
ຄົ້ນຫາຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງ - ảnh 1ຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງ

     ດ້ວຍເນື້ອທີ່ຫຼາຍກວ່າ 2.300 ຕາແມັດ, ຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງປະກອບດ້ວຍສອງເຂດຄືເຂດວາງສະແດງວັດຖຸພັນ, ສ່ວນທີ່ຍັງເຫຼືອແມ່ນເດີ່ນແລະຫ້ອງການ. ນາງແທັກທິລວານຜູ້ນຳທ່ຽວຊົມຢູ່ ຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງໃຫ້ຮູ້ວ່າ:     

     “ເຮືອນຫຼັງນີ້ຖືກປຸກສ້າງເມື່ອປີ 1936 ແລະເປີດສະຫຼອງເມື່ອປີ 1941. ເມື່ອກ່ອນນີ້ເອີ້ນວ່າສະມາຄົມສະມາກຸ່ມ ແມ່ນສະຖານທີ່ໂຮມປະຊຸມຂອງຄູບາພະສົງສຳມະເນນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ປີ 2002 ຢູ່ແຫ່ງນີ້ໄດ້ໂຮມເຂົ້າກັບຫໍພິພິທະພັນແຂວງ ແລະ ໃສ່ຊື່ວ່າຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມ. ບັນດາວັດຖຸພັນໃນຫໍວາງສະແດງຖືກຈັດແບ່ງເປັນສາມຫົວເລືອງຄືການຮ່ວມຊີວິດປະຈຳວັນ, ວັດທະນະທຳຈິດວິນຍານ ແລະ ວັດທະນະທຳງານບຸນ. ຫໍວາງສະແດງໃນປັດຈຸບັນມີວັດຖຸພັນ 400 ຢ່າງ. ຍາມລະດູຮ້ອນ ນັກຮຽນນັກສຶກສາໄດ້ມາທ່ຽວຊົມທັດສະນະສຶກສາຢ່າງຫຼວງຫຼາຍ.  ແຂກທ່ອງທ່ຽວຕ່າງປະເທດສ່ວນຫຼາຍແມ່ນໂຮນລັງ ອີຕາລີ ຍີ່ປຸ່ນກໍ່ມັກມານີ້ ຊອກຮູ້ວັດທະນະທຳທີ່ສຸດ”.

     ໃນຈຳນວນວັດຖຸພັນທີ່ນຳມາວາງສະແດງຢູ່ທີ່ນີ້ກໍ່ມີຫຼາຍກວ່າເຄິ່ງໜຶ່ງແມ່ນວັດຖຸພັນໂດຍພໍ່ແມ່ພີ່ນ້ອງເຜົ່າຂະແມບໍລິຈາກ ດັ່ງນັ້ນຜະລິດຕະພັນກໍ່ມີຫຼາຍຮູບຫຼາຍແບບອຸດົມສົມບູນຈາກເຄື່ອງມືຮັບໃຊ້ການຜະລິດກະສິກຳ ຕະຫຼອດຮອດຮູບຈຳລອງເຮືອນຮ້ານຂອງຊາວເຜົ່າຂະແມ ແລະ ນັບທັງຊຸດອາພອນປະຈຳເຜົ່າ ຂະແມ… ນອກຈາກນັ້ນໃນເຂດວາງສະແດງກໍ່ຍັງວາດພາບເຖິງຮູບຈຳລອງເວທີສະແດງໂຣບຳ, ຢູ່ເກ ເຊິ່ງແມ່ນສອງປະເພດສິລະປະທີ່ດີເດັ່ນຂອງຊາວເຜົ່າ ຂະແມ ເຊິ່ງໄດ້ຮັບການຢັ້ງຢືນຈາກກະຊວງວັດທະນະທຳກິລາແລະທ່ອງທ່ຽວແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ທ່ານເຊີນແທັງລຽມ ຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງຊັອກຈັງ ໃຫ້ຮູ້ວ່າ:

      “ໃນວັນເພັງເດືອນ 10 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີກໍ່ຈັດບຸນຊ່ວງເຮືອ.ງານບຸນນີ້ຖືກອົງການ ຢີແນັສ ມອບຂໍ້ຕົກລົງແລະໃບຢັ້ງຢືນແມ່ນງານບຸນທີ່ມີຈຳນວນເຮືອແລະນັກກິລາເຂົ້າຮ່ວມຫຼາຍກວ່າໝູ່ຢູ່ຫວຽດນາມ ນັບແຕ່ປີ 2005. ໃນ ຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະ ກໍ່ຍັງມີບັນດາວັດຖຸພັນກ່ຽວກັບຊີວິດຂອງຊາວເຜົ່າຂະແມກໍ່ຄືເຄື່ອງມືຮັບໃຊ້ການຜະລິດກະສິກຳ, ບັນດາອາຊີບຫັດຖະກຳສິລະປະກຳ, ສະຖາປັດຕະຍະກຳທີ່ເປັນເອກະລັກຂອງວັດຂະແມແລະສິລະປະຖືກຮັດແຄບຢູ່ສອງຫ້ອງເວທີສະແດງຢູ່ເກແລະ ເວທີສະແດງໂຣບຳ”.

       ຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງຖືກອອກແບບຢ່າງເປັນເອກະລັກ ປຽບເໝືອນວັດຂອງຊາວເຜົ່າຂະແມ  ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນທັງຫຼາຍ. ນາງ ແກັວກທິເຫງຍ ແຂກທ່ອງທ່ຽວມາຈາກຮ່າໂນ້ຍ ເປີດເຜີຍວ່າ:

      “ມາຢ້ຽມຊົມຫໍວາງສະແດງຂ້າພະເຈົ້າເຫັນວ່າບັນດາວັດຖຸພັນມີຄວາມອຸດົມສົມບູນແລະເປັນເອກະລັກ. ພິເສດແມ່ນເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຫັນຄຳພີໃບລານ ເຊິ່ງສະແດງໃຫ້ເຫັນສິລະປະປະຕິມາກຳທີ່ເປັນເອກະລັກຂອງຊາວເຜົ່າຂະແມ”.

     ຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງກໍ່ແມ່ນໜຶ່ງໃນບັນດາສະຖານທີ່ວາງສະແດງທີ່ຍັງເກັບຮັກສາບັນດາວັດຖຸພັນທີ່ສະແດງໃຫ້ເຫັນແຈ້ງສີສັນວັດທະນະທຳຊີວິດຂອງຊາວເຜົ່າຂະແມ.  ຢູ່ແຫ່ງນີ້ກໍ່ແມ່ນສະຖານທີ່ທັດສະນະສຶກສາທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ແລະໄກເມື່ອມີໂອກາດມາທ່ຽວແຂວງຊັອກຈັງ.

ຕອບກັບ

ຂ່າວ/ບົດ​ອື່ນ