ຄົ້ນຫາເຂດທ່ອງທ່ຽວຊີວະພາບໜອງຕວຽນເລີມ - ພູຫີນຕຽນຢູ່ດາຫຼາດ

ນອກ​ຈາກບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່ເຊັ່ນ: ຮ່ອມ​ພູແຫ່ງ​ຄວາມ​ຮັກ, ນ້ຳ​ຕົກ​ຕາດ ປ​ເຣັນ, ນ້ຳ​ຕົກ​ຕາດ​ກາມ​ລີ…ດາຫຼາດ​ຍັງ​ມີ​ກຸ່ມ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ໜອງ​ຕວຽນ​ເລີມ - ພູ​ຫີນ​ຕຽນ​ຊຶ່ງ​​ແມ່ນທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ສົດ​ງົດ​ງາມ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ດາຫຼາດ.

ຄົ້ນຫາເຂດທ່ອງທ່ຽວຊີວະພາບໜອງຕວຽນເລີມ - ພູຫີນຕຽນຢູ່ດາຫຼາດ - ảnh 1
ໜອງຕວຽນເລີມ

      ຫ່າງ​ຈາກ​ນະ​ຄອນດາຫຼາດປະ​ມານ 15 ກິ​ໂລ​ແມັດ, ຈາກ​ກີ່ວ ປ​ເຣັນ​ໄປ​ວັດ ຈຸກ​ເລີມ, ລ້ຽວ​ຊ້າຍ​ປະ​ມານ 2-3 ກິ​ໂລ​ແມັດ ກໍ​ຈະ​ຮອດ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ໜອງ​ຕວຽນ​ເລີມ - ພູ​ຫີນ​ຕຽນ​. ຕາມ​ທິດ​ໄປ​ໜອງ​ຕວຽນ​ເລີມ, ​ເຂົ້າໄປ​ເລິກໃນປ່າ​ອີກ 2-3 ກິ​ໂລ​ແມັດ ກໍ​ຈະ​ພາ​ແຂກ​ທ່ອງ​ທ່ຽວ​ໄປ​ຮອດ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ພູ​ຫີນ​ຕຽນ​. ໄລ​ຍະ​ທາງ​ຈາກ​ໃຈ​ກາງ​ນະ​ຄອນດາຫຼາດໄປ​ຮອດ​ກຸ່ມ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບນີ້​ເຖິງວ່າ​ຕ້ອງ​ເສຍ​ເວ​ລາ​ປະ​ມານ​ເຄິ່ງ​ຊົ່ວ​ໂມງ​ກໍ​ຕາມ, ແຕ່​ກໍ​ພໍ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແຂກ​ທ່ອງ​ທ່ຽວ​ຍ້ອນ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍງ​າມ. ຢູ່​ລຽບຕາມ 2 ຟາກ​ທາງ ແມ່ນ​ບັນ​ດາ​ເນື້ອ​ທີ່​ປາ​ແປກ​ຂຽວ​ອຸ່ມ​ທຸ່ມ ແລະ ຢູ່​ບາງ​ບ່ອນ​ກໍສະຫຼັບ​ກັບ​ຕົ້ນ​ດອກ​ໄມ້​ປ່າ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ, ອັນ​ໄດ້​ພາ​ໃຫ້​ແຂກ​ທ່ອງ​ທ່ຽວຈົນ​ຕົກ​ສະ​ເງີ້. ໃນ​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ນັ້ນ, ກໍ​ປະ​ກົດ​ມີ​ເຮືອນ​ຮ້ານ​ບາງຫຼັງ​ຖືກ​ປຸກ​ສ້າງ​ຄຽງ​ຂ້າງ​ສວນດອກ​ໄມ້​ດ້ວຍ​ສີ​ສັນຫຼາກຫຼາຍ. ແຂກ​ທ່ອງ​ທ່ຽວຫຼາຍ​ຄົນເມື່ອ​ມາ​ທ່ອງ​ທ່ຽວ​ດາຫຼາດ, ບໍ່​ພຽງ​ແຕ່​ເພື່ອ​ຢ້ຽມ​ຊົມທັດ​ສະ​ນະ​ສຶກ​ສາ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ມີ​ຊີ​ວິດ​ໃນ​ບັນ​ຍາ​ກາດ​ທີ່​ປອດ​ໂປ່ງ​ອີກ​ດ້ວຍ. ນັ້ນ​ກໍ​ແມ່ນ​ເຫດ​ຜົນ​ທີ່​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ມັກ​ເລືອກ​ເອົາ​ກຸ່ມ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ໜອງ​ຕວຽນ​ເລີມ - ພູ​ຫີນ​ຕຽນ. ອ້າຍ ຫງວຽນ​ກ໋ວກ​ຮຸ່ງ ແຂກ​ທ່ອງ​ທ່ຽວ​ຄົນ​ໜຶ່ງ​ແບ່ງ​ປັນ​ວ່າ : 

    “ ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ບໍ່​ຄວນ​ສຳ​ນຶກວ່າ ໄປ​ທ່ອງ​ທ່ຽວ​ແມ່ນ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ, ຕ້ອງ​ເຂົ້າ​ພັກ​ຜ່ອນ​ຢູ່​ໂຮງ​ແຮມ 5 ດາວ. ແລ້ວ, ຂະ​ແໜງ​ທ່ອງ​ທ່ຽວ​ກໍ​ຕ້ອງ​ລົງ​ທຶນກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ຂະ​ໜາດ​ໃຫຍ່ ຈຶ່ງ​ສາ​ມາດ​ເຮັດ​ທ່ອງ​ທ່ຽວ​ໄດ້. ທີ່​ຈິງ​ແລ້ວ, ຢູ່​ດາຫຼາດ​ຍັງ​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ອັນ​ປະ​ເສີດ​ຢູ່​ຄຽງ​ຂ້າງ​ພວກ​ເຮົາ, ນັ້ນ​ແມ່ນ​ບັນ​ດາ​ເນື້ອ​ທີ່​ປ່າ​ຢູ່ນີ້​ເປັນ​ຕົ້ນ. ນັ້ນ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ດູ​ດ​ດື່ມ​ຢ່າງ​ແທ້​ຈິງ ”

     ມາ​ຢ້ຽມ​ຊົມ​ກຸ່ມ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ໜອງ​ຕວຽນ​ເລີມ - ພູ​ຫີນ​ຕຽນ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ມີ​ໂອ​ກາດໄດ້​ຂີ່​ເຮືອ​ຈັກຫຼື​ພາຍ​ເຮືອ​ຫຼີ້ນ​ຢູ່ໜອງ​ຕວຽນ​ເລີມ​ເພື່ອ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ ໃຫຍ່​ໂຕ​ມະ​ໂຫ​ຖານ, ຫຼື​ຕຶກ​ປາ​ຢູ່​ໜອງ​ແຫ່ງນີ້​ອີກ​. ມາ​ຢ້ຽມ​ຊົມ​ກຸ່ມ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ໜອງ​ຕວຽນ​ເລີມ - ພູ​ຫີນ​ຕຽນ, ແຂກ​ທ່ອງ​ທ່ຽວ​ຍັງ​ຈະ​ມີ​ໂອ​ກາດ​ຄົ້ນ​ຫາ​ຈອມ​ພູ​ຊ້າງ​ທີ່​ສູງ​ຊັນ​ດ້ວຍ​ລະ​ບົບ​ຊີ​ວະ​ນາໆ​ພັນຫຼື​ໄດ້​ຂີ່​ຊ້າງ​ໂຕໃຫຍ່​ເດີນ​ຕາມ​ທາງ​ດິນ​ແດງ ບາ​ຊານ ຫຼື​ເຂົ້າ​ຢ້ຽມ​ຊົມ​ທັດ​ສະ​ນະ​ສຶກ​ສາ​ຢູ່​ໝູ່​ບ້ານ​ບັນ​ດາ​ເຜົ່າ ດາ​ຣາ​ຮ​ວາ, ຊອກ​ຮູ້​ຮີດ​ຄອງ​ປະ​ເພ​ນີ, ພົບ​ປະ​ແລກ​ປ່ຽນ​ກັບ​ພໍ່​ແມ່​ພີ​ນ້ອງ​ເຜົ່າ ກ​ຮໍ. ແຂກ​ທ່ອງ​ທ່ຽ​ວຫຼາຍ​ຄົນເມື່ອ​ມີ​ໂອ​ກາດ​ແວ​່​ຢາມ​ແຫ່ງນີ້​ໄດ້​ເອີ້ນ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ແຫ່ງນີ້​ວ່າ ແມ່ນ​ແດນ​ສະ​ຫວັນ. ອ້າຍ ຫງວຽນ​ຕ້ວນ​ແອງ ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຮ່າ​ໂນ້ຍ ໃຫ້​ຂໍ້​ສັງ​ເກດ​ວ່າ : 

    “ ນ້ອງ​ພ້ອມ​ກັບ​ໝູ່​ເພື່ອນ​ຊອກ​ຮູ້​ກ່ຽວ​ກັບ​ເຂດ​ທ່ອງ​ທ່ຽວ​ແຫ່ງນີ້​ຜ່ານ​ສື່​ສັງ​ຄົມ Facebook, ແຕ່​ເມື່ອ​ມາ​ແຫ່ງນີ້, ນ້ອງ​ໄດ້​ຕົກ​ສະ​ເງີ້​ຕໍ່​ໜ້າ​ຄວາມ​ງາມທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງ​ພູ​ຜາ​ປ່າ​ໄມ້. ທັດ​ສະ​ນີ​ຍະ​ພາບ​ຢູ່​ແຫ່ງນີ້​ແມ່ນ​ສວຍ​ງາມ ແລະ ສະ​ຫງົບ​ງຽບ. ພວກ​ນ້ອງໄດ້​ຍ່າງ, ຂີ່​ເຮືອ, ຂີ່​ຊ້າງ​ຮັບ​ຊົມ​ທິດ​ທັດ​ທຳ​ມະ​ຊາດ ແລະ ໄດ້​ຖ່າຍ​ຮູບ​ຢ່າງຫຼວງ​ຫຼາຍ. ເຖິງວ່າ​ຕ້ອງ​ຍ່າງ ແລະ ປີນ​ພູ, ບາງ​ຄັ້ງ​ຄາວ ມີ​ຄວາມ​ອິດ​ເມື່ອຍ​ກໍ​ຕາມ, ແຕ່​ພວກ​ນ້ອງ​ຮູ້​ສຶກ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ເພາະ​ໄດ້​ຄົ້ນ​ຫາ ແລະ ເຫັນ​ໄດ້ຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ຈັບ​ໃຈ  ”

     ​ເຂົ້າ​ໄປ​ເລິກໃນ​ປ່າ​ແປກ, ແຂກ​ທ່ອງ​ທ່ຽວ​ຈະ​ເຫັນ​ເຮືອນຫຼັງ​ຕ່າງໆ​ຂອງ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ກ​ຮໍ​ໄດ້​ປຸກ​ສ້າງ​ດ້ວຍ​ໄມ້, ຕັ້ງ​ຢູ່​ກະ​ແຈກ​ກະ​ຈາຍ​ຕ​າມ​ເນີນ​ພູ. ແຂກ​ທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດ​ຊອກ​ຮູ້​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ ແລະ ເຫັນ​ປະ​ຈັກ​ຕາ​ການ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ​ຂອງ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ກ​ຮໍ.

    ໃນ​ລະ​ດູ​ແລ້ງ, ແຂກ​ທ່ອງ​ທ່ຽວ​ຈະ​​ໄດ້​ເຂົ້າ​ຮ່ວມ​ງານ​ຕັ້ງ​ຄ້າຍ, ຮັບ​ຊົມ​ການ​ສະ​ແດງຕີ​ຄ້ອງ​ອ້ອມກອງ​ໄຟ​ໃນ​ທ່າມ​ກາງ​ດິນ​ຟ້າ​ອາ​ກາດ​ທີ່​ໜາວ​ຈັດ. ສຳ​ລັບ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ແລ້ວ, ສິ່ງ​ທີ່​ປະຫຼາດ​ໃຈ​ທີ່​ສຸດ ແມ່ນ​ເມື່ອ​ມາ​ຢ້ຽມ​ຊົມ​ກຸ່ມ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ໜອງ​ຕວຽນ​ເລີມ - ພູ​ຫີນ​ຕຽນ ແມ່ນ​ໄດ້​ພັກ​ຜ່ອນ ແລະ ນອນຄ້າງ​ຄືນ​ຢູ່​ໃນ​ເຮືອນ​ຕູບ​ມຸງ​ຫຍ້າ. ເມື່ອນອນ​ໃນ​ເຮືອນ​ຕູບ​ມຸງຫຍ້າ, ​ແຂກຈະ​ໄດ້​ຍິນ​ສຽງ​ລົມ​ພັດຜ່ານ​ປ່າ​ແປກດັງ​ວີ່ໆຢ່າງບໍ່​ຂາດ​ສາຍ ແລະ ຈະ​ໄດ້​ຕື່ນນອນ​ໃນ​ທ່າມ​ກາງ​ສຽງ​ນົກ​ຮ້ອງທີ່​ເປັນ​ໜ້າ​ມ່ວນ​ຫູ.

         ສຳ​ລັບ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ເມື່ອ​ມາ​ຢ້ຽມ​ຢາມ​ດາຫຼາດນັ້ນ, ຄວາມ​ປະ​ທັບ​ໃຈ​ກໍ​ບໍ່​ແມ່ນໄດ​້​ໄປ​ຢ້ຽມ​ຊົມ​ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວຫຼາຍ​ແຫ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ປະ​ທັບ​ໃຈຍ້ອນ​ໄດ້​ມີ​ຊີ​ວິດ​ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ມິດ​ງຽບ ແລະ ປອດ​ໂປ່ງ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ