ຄົ້ນຫາເຂດທ່ອງທ່ຽວລະດັບຊາດ ພູຊາມ

(VOVWORLD) -ເຂດທ່ອງທ່ຽວລະດັບຊາດ ພູຊາມ ຂຶ້ນກັບບໍລິເວນຕາແສງ ວິງເຕ໊ ປັດຈຸບັນຂຶ້ນກັບຕາແສງ ໜຸຍຊາມ, ນະຄອນເຈົາດົກ, ແຂວງ ອານຢາງ. ບໍ່ພຽງແຕ່ແມ່ນສະຖານທີ່ທີ່ມີຄວາມຮົກເຮື້ອເທົ່ານັ້ນ ຢູ່ແຫ່ງນີ້ຍັງແມ່ນສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານ ເຊິ່ງໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາຢ່າງຫຼວງຫຼາຍ.
ຄົ້ນຫາເຂດທ່ອງທ່ຽວລະດັບຊາດ ພູຊາມ - ảnh 1ທາງຂຶ້ນພູຊາມ 

ເຂດທ່ອງທ່ຽວລະດັບຊາດ ພູຊາມ ຫ່າງຈາກໃຈກາງ ນະຄອນເຈົາດົກ ປະມານສອງສາມກິໂລແມັດ ໄປທາງທິດຕາເວັນຕົກ ແລະ ຫ່າງຈາກໃຈກາງ ນະຄອນລອງຊວຽນ ປະມານ 62 ກິໂລແມັດ ໄປທາງທິດຕາເວັນຕົກສຽງເໜືອ. ດ້ວຍຄວາມສູງ 284 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ພູຊາມ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ໃນແຂວງ ອານຢາງ. ບໍ່ພຽງແຕ່ມີທັດຊະນີຍະພາບ ພູຜາປ່າໄມ້ ແມ່ນ້ຳລຳເຊທີ່ເປັນໜ້າຈັບໃຈເທົ່ານັ້ນ, ຢູ່ທີ່ນີ້ກໍ່ຍັງມີວັດວາອາຮາມ ຫໍບູຊາເຖິງ 200 ແຫ່ງ ຈາກຕີນພູຮອດເນີນພູ ຕະຫຼອດຮອດຈອມພູ. ໃນນັ້ນມີຊື່ສຽງ ແລະ ມີຄວາມສັກສິດກວ່າໝູ່ກໍ່ແມ່ນ ວັດພະຍາແມ່, ໃນຍາມລະດູການຈັດງານບຸນ ກໍ່ມີແຂກທ່ອງທ່ຽວຈາກທຸກແຖບຖິ່ນໃນທົ່ວປະເທດ ໄດ້ມານະມັດສະການ, ໄຫວ້ບູຊາພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ. ແຕ່ລະປີມີແຂກທ່ອງທ່ຽວນັບລ້ານເທື່ອຄົນ ໄດ້ມາຢ້ຽມຊົມ ແລະ ທັດສະນະສຶກສາຢູ່ແຫ່ງນີ້. ສະເພາະປີ 2018 ແຂວງ ອານຢາງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 8,5 ລ້ານເທື່ອຄົນ. ອ້າຍ ບະຣີອານສະມິດ ມາຈາກອາເມລິກາ ໃຫເຮູ້ວ່າ:

     “ຂ້າພະເຈົ້າຊົມຊອບດິນແດນ ອານຢາງ ທີ່ສຸດ  ເພາະວ່າໄປທ່ອງທ່ຽວຢູ່ ອານ ຢາງ ຂ້າພະເຈົ້າມີອະນຸສອນພິເສດຄື ໄດ້ພົບປະກັບຊາວທ້ອງຖິ່ນທີ່ມີຈິດໃຈຮັກແພງແຂກ, ສະຖານທີ່ທ່ອງທ່ຽວຢູ່ແຫ່ງນີ້ ແມ່ນທຳມະຊາດ ແລະ ສະອາດງາມຕາ, ມີປູຊະນີຍະສະຖານວັດທະນະທຳປະຫວັດສາດ ແລະ ມໍລະດົກຫຼາຍແຫ່ງ.”

      ເມື່ອກ່ອນນີ້ຢູ່ ພູຊາມ ກໍ່ມີຕົ້ນຝາງ ແລະ ຕົ້ນດອກເໝີຍຫຼາຍຕົ້ນປົ່ງຕາມເນີນພູ. ຮອດຍາມລະດູດອກໄມ້ບານສະພັ່ງ, ທັດຊະນີຍະພາບຢູ່ເຂດພູຜານີ້ພັດປ່ຽນແປງຢ່າງເຫັນໄດ້ຊັດ. ເສັ້ນທາງຂຶ້ນ ພູຊາມ ແມ່ນຍາວສົມຄວນ ແລະ ມີຄວາມລຳບາກທີ່ສຸດ ແຕ່ເມື່ອຂຶ້ນຮອດຈອມພູ, ຄວາມອິດເມື່ອຍຂອງແຂກທ່ອງທ່ຽວຈະຫາຍໄປໄວ ຍ້ອນຄວາມງາມຂອງພູຜາປ່າໄມ້ປະກົດຕົວໃນສາຍຕາຂອງແຂກຄົນທັງຫຼາຍ. ພູຊາມ ສວຍງາມອຸປະມາດັ່ງຮູບພາບທີ່ງົດງາມ ທີ່ລຽບງ່າຍໂດຍທຳມະຊາດດົນບັນດານໃຫ້. ຢືນຢູ່ຈອມພູ, ແຂກທ່ອງທ່ຽວອາດຈະເຫັນຄວາມງາມຂອງທັງດິນແດນແຂວງ ອານຢາງ ທີ່ອຸດົມຮັ່ງມີດ້ວຍທົ່ງໄຮ່ທົ່ງນາ ເຮືອນຊານບ້ານຊ່ອງ ວັດວາອາຮາມ ສາລາຂອງໝູ່ບ້ານ… ທ່ານປະລິນຍາເອກ ໂງກວາງຫຼາງ ຮອງປະທານສະມາຄົມວິທະຍາສາດປະຫວັດສາດ ໃຫ້ຮູ້ວ່າ:

       “ເຂດທັດຊະນີຍະພາບ ພູຊາມ ມີສາມຄຸນຄ່າພື້ນຖານ. ທີໜຶ່ງ ແມ່ນທິວທັດທຳມະຊາດ, ທີສອງ ແມ່ນຄຸນຄ່າວັດທະນະທຳປະຫວັດສາດ ແລະ ທີສາມ ແມ່ນຄຸນຄ່າທາງດ້ານການເຫຼື້ອມໃສ; ພະຍາແມ່ ໄດ້ສ້າງບ່ອນອີງທາງດ້ານຈິດໃຈ, ແລະກໍ່ຍ້ອນເຫດນີ້ເອງ ກໍ່ໄດ້ກາຍເປັນສີສັນວັດທະນະທຳຂອງຊາດ. ຖືວ່ານີ້ແມ່ນແຫ່ງເພື່ອໃຫ້ທຸກໆຄົນໄປນະມັດສະການ. ບັນຫາທີ່ຕັ້ງຂຶ້ນໃນປັດຈຸບັນ ແມ່ນຕ້ອງສັງເກດເບິ່ງຢູ່ໃນບໍລິເວນອ້ອມພູນີ້ ເພື່ອເຮັດບັນດາກິດຈະກຳຊ່ວຍໜູນເຊັ່ນ ສະຖານທີ່ພັກເຊົາ, ອາຫານການກິນ, ສະຖານທີ່ສະແດງວັດທະນະທຳສິລະປະວັນນະຄະດີ ເພື່ອເຮັດແນວໃດຈະດຶງດູດແຂກທ່ອງທ່ຽວ”.

      ໃນກຸ່ມທັດຊະນີຍະພາບ ພູຊາມ ກໍ່ມີວິຫານ, ຫໍບູຊາວັດວາອາຮາມ ຕັ້ງຢູ່ຕາມເນີນພູ ແລະ ຈອມພູ, ໃນນັ້ນມີຊື່ສຽງ ແລະ ເປັນທີ່ຮູ້ຈັກກັນດີຍັງຄົງແມ່ນຫໍບູຊາ ພະຍາແມ່, ວັດເຕິຍອານ, ສຸສານຖ້ວາຍງອກເຫົ່າ,  ວັດເຟືອກດ່ຽນ. ສະຖານທີ່ເຫຼົ່ານີ້ໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານລະດັບຊາດ ຄວນໄດ້ຮັບການອະນຸລັກ ແລະ ພັດທະນາ. ພິເສດເມື່ອມຸ່ງສາຍຕາຈາກໄກກໍ່ເຫັນ ພູຊາມ ມີຮູບຊົງປຽບເໝືອນໝາໂຕໜຶ່ງ ທີ່ນອນຢູ່ທົ່ງນາທີ່ກວ້າງໃຫຍ່ໄພສານ. ຕາມທ່ານ ປະລິນຍາເອກ ຮວິ່ງວັນທົງ ສັງກັດມະຫາວິທະຍາໄລມະນຸດສາດ ແລະ ສັງຄົມນະຄອນ ໂຮ່ຈີມິນ ແລ້ວ, ເນື່ອງຈາກເງື່ອນໄຂທຳມະຊາດ, ປັດໄຈປະຫວັດສາດວັດທະນະທຳ, ດັ່ງນັ້ນ ອານຢາງ ມີແງ່ຫວັງ ເພື່ອພັດທະນາການທ່ອງທ່ຽວແຫ່ງຈິດວິນຍານ. ທ່ານ ປະລິນຍາເອກ ຮວິ່ງວັນທົງ ກ່າວວ່າ:

      “ທີໜຶ່ງ ແມ່ນລັກສະນະການເຫຼື້ອມໃສ, ທີສອງ ແມ່ນລັກສະນະເປັນເອກະລັກ, ທີສາມ ແມ່ນປັດໄຈທີ່ມີຊື່ສຽງຄື ການບູຊາພະແມ່, ເບິ່ງຄືວ່າແຕ່ດົນນານມາແລ້ວມັນຍັງຄົງຕົວ ໃນອັນທີ່ໄດ້ຮັບຜົນສະທ້ອນຈາກສາສະໜາ ທີ່ມີລັກສະນະຂົງເຂດ, ແຕ່ໃນປັດຈຸບັນພວມສະແດງໃຫ້ເຫັນການແຜ່ຂະຫາຍ ໃນການພົວພັນແລກປ່ຽນວັດທະນະທຳໃນທົ່ວໂລກ, ຍ້ອນຈຸດພິເສດຂອງວົງວຽນການເຫຼື້ອມໃສນີ້, ດັ່ງນັ້ນໃນແຕ່ລະປີ ແຂກທ່ອງທ່ຽວທັງຫຼາຍ ກໍ່ໄດ້ກັບຄືນມາຢ້ຽມຊົມນະມັດສະການ ນີ້ກໍ່ແມ່ນທ່າໄດ້ປຽບອັນໃຫຍ່ຫຼວງ”.

     ປັດຈຸບັນເຂດທ່ອງທ່ຽວລະດັບຊາດ ພູຊາມ ມີເນື້ອທີ່ທັງໝົດເກືອບ 1.500 ເຮັກຕາ ໄດ້ຮັບການລົງທຶນພັດທະນາດ້ວຍເປົ້າໝາຍເຖິງປີ 2030 ໃຫ້ແກ່ເປັນສູນທ່ອງທ່ຽວ ກ່ຽວກັບວັດທະນະທຳການເຫຼື້ອມໃສ, ພ້ອມກັບ ນະຄອນເຈົາດົກ ແລະ ບັນດາສະຖານທີ່ທ່ອງທ່ຽວຢູ່ໃກ້ຄຽງ, ກາຍເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງທົ່ວປະເທດ. ຮອດປີ 2025 ຄາດວ່າເຂດທ່ອງທ່ຽວ ພູຊາມ ຈະຕ້ອນຮັບແຂກທ່ອງທ່ຽວປະມານ 6 ລ້ານເທື່ອຄົນ ໃນນັ້ນມີແຂກທ່ອງທ່ຽວປະມານ 8 ແສນເທື່ອຄົນມາພັກເຊົາ. ຮອດປີ 2030 ຈະຕ້ອນຮັບແຂກທ່ອງທ່ຽວປະມານ 7 ລ້ານຄົນ ໃນນັ້ນປະມານ 1 ລ້ານກວ່າເທື່ອຄົນຈະມາພັກເຊົາ, ຍອດລາຍຮັບຈາກການທ່ອງທ່ຽວບັນລຸ 2.600 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ