ຄົ້ນຫາເຂດພູຜາປ່າໄມ້ ແມ່ນ້ຳລຳເຊ ທາງທິດຕາເວັນອອກຂອງແຂວງ ກາວບັງ

(VOVWORLD) -ໃນບໍລິເວນສວນສະທາລະນະທໍລະນີທົ່ວໂລກ ພູຜາປ່າໄມ້ ແມ່ນ້ຳລຳເຊ ກາວບັງ ເຊິ່ງໄດ້ຮັບການຮັບຮອງຈາກອົງການ Unesco ນັ້ນ, ພົ້ນເດັ່ນຂຶ້ນແມ່ນລາຍການທ່ອງທ່ຽວ ບັນດາເມືອງທາງທິດຕາເວັນອອກຂອງແຂວງ ກາວບັງ ລວມມີເມືອງ ຈຸ່ງແຄັ໊ງ, ເມືອງ ກວ໋າງອວຽນ, ທີ່ມີຊື່ວ່າ ຄົ້ນຫາວັດທະນະທຳທ້ອງຖິ່ນ ຢູ່ເຂດແດນສະຫວັນ.
ຄົ້ນຫາເຂດພູຜາປ່າໄມ້ ແມ່ນ້ຳລຳເຊ ທາງທິດຕາເວັນອອກຂອງແຂວງ ກາວບັງ  - ảnh 1ເຂດພູຜາປ່າໄມ້ ແມ່ນ້ຳລຳເຊ ກາວບັງ ໄດ້ຮັບການຮັບຮອງຈາກອົງການ Unesco ວ່າ ແມ່ນສວນສະທາລະນະທໍລະນີທົ່ວໂລກ

ໃນເສັ້ນທາງພຽງເສັ້ນດຽວ ຈາກເທດສະບານເມືອງ ຈຸ່ງແຄັ໊ງ ໄປຍັງເຂດທ່ອງທ່ຽວນ້ຳຕົກຕາດ ບ໋ານຢົກ  ທີ່ບ້ານ ແກ້ວນ່າ ຕາແສງ ດ໊າມຖຸຍ ເມືອງ ຈຸ່ງແຄັ໊ງ ແຂວງ ກາວບັງ ຂອງຫວຽດນາມ, ແຂກທ່ອງທ່ຽວຈະພົບເຫັນສະຖານທີ່ແຫ່ງໜຶ່ງ ທີີ່ມີທິວທັດທຳມະຊາດ ເປັນໜ້າຈັບໃຈ. ນັ້ນແມ່ນເຮືອນຮ້ານຊຶ່ງຕັ້ງຢູ່ເຂດດິນທີ່ກວ້າງໃຫຍ່ໄພສານ, ຢູ່ທາງໜ້າແມ່ນແມ່ນ້ຳ ກວຍເຊີນ ດ້ວຍນ້ຳຂຽວ ໃສເຢັນ, ບົນລຳແມ່ນ້ຳກໍ່ພົບເຫັນເຮືອ ໄກຢັກ ດ້ວຍສີສັນຫຼາກຫຼາຍ ເຊິ່ງປຽບເໝືອນຮູບພາບເຂດບ້ານນາທີ່ປະທັບໃຈ, ເມື່ອ ມາຢ້ຽມຢາມທີ່ນີ້    ແຂກທ່ອງທ່ຽວຈະໄດ້ຊອກຮູ້ ແລະ ຄົ້ນຫາການດຳລົງຊີວິດຂອງຊາວທ້ອງຖິ່ນ ຢູ່ແຫ່ງນີ້ ດ້ວຍຄວາມສະຫງົບສຸກ ທີ່ເຂດບ້ານນາ. ເມືຶ່ອຢືນຢູ່ເທິງເຮືອນຮ້ານ, ທັດຊະນີຍະພາບຢູ່ເຂດແດນສະຫວັນ ໄດ້ປະກົດຕົວໃນສາຍຕາຂອງແຂກທັງຫຼາຍ ດ້ວຍສີຂຽວອຸ່ມທຸ່ມຂອງຕົ້ນໄມ້, ແມ່ນ້ຳລຳເຊ ວັດຖຸສິ່ງຂອງທີ່ເປັນໜ້າຈັບໃຈ, ອັນໄດ້ເຮັດໃຫ້ຄວາມອິດເມື່ອຍ ໃນການດຳລົງຊີວິດຂອງຄົນເຮົາຖືກຫາຍໄປ. ອ້າຍ ຮວ່າງວັນຈຸງ ເຈົ້າຂອງເຮືອນ Homestay ກວຍເຊີນ ເຊິ່ງແມ່ນຜູ້ນຳໜ້າ ໃນຂະບວນການພັດທະນາການທ່ອງທ່ຽວເຂດຊຸມຊົນ ຢູ່ບ້ານ ແກ້ວນ່າ ໄດ້ແນະນຳໃຫ້ແຂກທ່ອງທ່ຽວຮູ້ກ່ຽວກັບເຄື່ອງມືກະສິກຳ, ຜະລິດຕະພັນເຄື່ອງຫັດຖະກຳ, ຊຸດອາພອນປະຈຳເຜົ່າຂອງປະຊາຊົນຢູ່ແຫ່ງນີ້,  ອ້າຍ ຈຸງ ເວົ້າວ່າ:

     “Homestay ກວຍເຊີນ ຫາກໍ່ໄດ້ຮັບປຸກສ້າງ ແຕ່ພວກຂ້າພະເຈົ້າໄດ້ຕ້ອນຮັບບັນດາຄະນະຜູ້ແທນ, ແຂກທ່ອງທ່ຽວຊາວຕ່າງປະເທດ ແລະ ນັບທັງແຂກຢູ່ໃນປະເທດມາພັກເຊົາ. ເຂົາເຈົ້າກໍ່ລ້ວນແຕ່ຕີລາຄາ ກ່ຽວກັບທິວທັດທຳມະຊາດ, ພິເສດ ແມ່ນຮູບແບບເຮືອນຮານ ກໍ່ຍັງຄົງແທດເໝາະກັບຮີດຄອງປະເພນີຂອງຊາວທ້ອງຖິ່ນ ແລະ ເຂົາເຈົ້າກໍ່ລ້ວນແຕ່ຊົມຊອບແຫ່ງນີ້ ເມື່ອມີໂອກາດມາຄົ້ນຫາທີ່ນີ້”.

     ອ້າຍ ຮວ່າງວັນຈຸງ ໃຫ້ຮູ້ວ່າ Homestay ກວຍເຊີນ ແມ່ນຫາກໍ່ຖືກນຳເຂົ້າເຄື່ອນໄຫວເປັນເວລາ 2 ປີມານີ້, ແຕ່ຈຳນວນແຂກທ່ອງທ່ຽວມາຄົ້ນຫາ ແລະ ມາທັດສະນະສຶກສາກໍ່ຫຼາຍພໍສົມຄວນ. ມາຢ້ຽມຢາມແຫ່ງນີ້ ແຂກທ່ອງທ່ຽວຈະໄດ້ຮັບການຮັບໃຊ້ການກິນ ດື່ມ, ເຂົ້າຮ່ວມງານຕັ້ງຄ້າຍ ແລະ ມີບັນດາການບໍລິການອື່ນໆຄື ຂີ່ລົດຖີບ, ພາຍເຮືອ ໄກຢັກ, ຂີ່ລົດຖີບຮັບຊົມທິວທັດໃນໜູ່ບ້ານ, ເຂົ້າຮ່ວມການປູກຜັກ, ເຮັດສວນກັບຊາວທ້ອງຖິ່ນ ແລະ ເກັບຜັກເພື່ອປຸງແຕ່ງອາຫານ. ພິເສດ ການບໍລິການພາຍເຮືອ ໄກຢັກ ໄດ້ຮັບຄວາມຊົມຊອບຈາກແຂກທ່ອງທ່ຽວທີ່ສຸດ.

        ໂດຍແມ່ນຄັ້ງທຳອິດທີ່ໄດ້ມາ ຢ້ຽມຢາມແຂວງ ກາວບັງ ໄດ້ຮ່ວມຊີວິດພ້ອມກັບພໍ່ແມ່ພີ່ນ້ອງຢູ່ທີ່ນີ້. ນາງ ລິວທິງາ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

        “ເຮົາຮູ້ສຶກວ່າເປັນໜ້າຈັບໃຈທີ່ສຸດ. ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ພາຍເຮືອ ໄກຢັກ. ນີ້ກໍ່ແມ່ນເທື່ອທຳອິດຢູ່ແຂວງ ກາວບັງ ມີການບໍລິການນີ້ ແຕ່ເມື່ອໄດ້ພາຍເຮືອ ແລະ ໄດ້ທ່ຽວຊົມບົນລຳແມ່ນນ້ຳ ເຮົາຮູ້ສຶກວ່າເປັນໜ້າຈັບໃຈອີ່ຫຼີ”.

      ແຂກທ່ອງທ່ຽວເມື່ອມາຢ້ຽມຢາມເມືອງ ຈຸ໊ງແຄັ໊ງ ຈະໄດ້ຄົ້ນຫາໜອງ ບ໋ານວຽດ, ເຂດອະນຸລັກສວນ ກາວວິດ, ນ້ຳຕົກຕາດ ທອງກ໊ອດ, ທອງຕັກ, ພິເສດແມ່ນກຸ່ມທັດຊະນີຍະພາບນ້ຳຕົກຕາດ ບ໋ານຢົກ - ຖຳ້ເງືອມງາວ, ວັດເຟິດຕິກຈຸກເລິມ ບ໋ານຢົກ. ບັນດາສະຖານທີ່ທ່ອງທ່ຽວ ຢູ່ທາງກ້ຳຕາເວັນອອກແຂວງ ກາວບັງ ແມ່ນຍັງຄົງສາມາດຮັກສາ ຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າໄຕ, ເຜົ່ານຸ່ງຄື ເຮືອນຮ້ານ, ອາຫານການກິນ, ວັດທະນະທຳພື້ນເມືອງ… ທ່ານ ດ່າມວັນຫວູ ຮອງປະທານຄະນະກຳມະການປະຊາຊົນເມືອງ ຈຸ່ງແຄັ໊ງ ແຂວງ ກາວບັງ ໃຫ້ຮູ້ວ່າ:

     “ໃນຊຸມປີມໍ່ໆມານີ້, ພວກຂ້າພະເຈົ້າກໍ່ໄດ້ເລັ່ງໃສ່ກໍ່ສ້າງ ແລະ ຜັນຂະຫຍາຍແຜນພັດທະນາເມືອງ ຈຸ່ງແຄັ໊ງ. ໃນເບື້ອງຕົ້ນແມ່ນເລັ່ງໃສ່ພັດທະນາເປີດກວ້າງ ບັນດາການເຄື່ອນໄຫວທ່ອງທ່ຽວເຂດຊຸມຊົນ. ປັດຈຸບັນ ພວກຂ້າພະເຈົ້າໄດ້ເລັ່ງໃສ່ບັນດາແຫຼ່ງກຳລັງ ເພື່ອຊ່ວຍຝຶກອົບຮົມ ໃຫ້ແກ່ພໍ່ແມ່ພີ່ນ້ອງ ກ່ຽວກັບບັນດາບັນຫາ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຄື ການປຸງແຕ່ງອາຫານ, ການບໍລິການທ່ອງທ່ຽວ…”.

      ດ້ວຍເງື່ອນໄຂທຳມະຊາດທີ່ເອື້ອອຳນວຍຄວາມສະດວກ, ເມືອງ ຈຸ່ງແຄັ໊ງ ມີໂອກາດທີ່ດີ ເພື່ອພັດທະນາການທ່ອງທ່ຽວທຳມະຊາດ, ທ່ອງທ່ຽວຄົ້ນຫາ, ທ່ອງທ່ຽວຜະຈົນໄພ… ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ ທັດສະນະສຶກສາ ຊອກຮູ້ຮີດຄອງປະເພນີ ແລະ ການດຳລົງຊີວິດ ຂອງຊາວທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ