ຄົ້ນຫາເຂດພູພຽງລາງບຽງແຫ່ງເທບນິຍາຍ

ເຂດ​ພູ​ພຽງ​ລາງ​ບຽ​ງຫຼື​ເຂດ​ພູ​ພຽງ​ເລີມ​ວຽນ, ນອນ​ຢູ່​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ດາຫຼາດ 12 ກິ​ໂລ​ແມັດໄປ​ທາງ​ທິດ​ເໜືອ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ເມື່ອ​ມາ​ຢ້ຽມ​ຢາມ​ນະ​ຄອນ​ດາຫຼາດ. ມາ​ຢ້ຽມ​ຢາມເຂດ​ພູ​ພຽງ​ລາງ​ບຽ​ງ, ພວກເພື່ອ​ນຈະ​ໄດ້​ຍ່າງ​ບົນ​ທາງ​ຄ້ອຍ, ເດີນ​ຜ່ານ​ປ່າ​ແປກ​ຂຽວ​ອຸ່ມ​ທຸ່ມ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ, ທັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທິວທັດ​ທ​ຳ​ມະ​ຊາດທີ່​ສວຍ​ສົດ​ງົດ​ງາມດັ່ງ​ໃນ​ຝັນ. ຫຼຽວ​ເບິ່ງຈາກ​ຈອມ​ພູລາງ​ບຽງ​, ​ນະ​ຄອນ​ດາຫຼາດກໍ​ປຽບ​ເໝືອນ​ພວມ​ເລື່ອນ​ລອຍ​ໃນ​ທ່າມ​ກາງ​ນ້ຳ​ໝອກກິ້ວ.

 

ຄົ້ນຫາເຂດພູພຽງລາງບຽງແຫ່ງເທບນິຍາຍ - ảnh 1
ຢືນ​ຢູ່​ຈອມ​ພູ ແຂກ​ທ່ອງ​ທ່ຽວ​ສາ​ມາດ​ເຫັນ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທົ່ວນະ​ຄອນ​ດາຫຼາດ​ທີ່​ສວຍ​ສົດ​ງົດ​ງາມ​ດັ່ງ​ໃນ​ຝັນ

    ເຂດ​ພູ​ພຽງ​ລາງ​ບຽ​ງບໍ່​ພຽງ​ແຕ່​ແມ່ນ​ທິດ​ທັດ​ທຳ​ມະ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຂດ​ນິ​ເວ​ດ​ວິ​ທະ​ຍາ​ຂອງ​ໂລກ​ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ​ອຸຍ​ແນັ​ສ​ໂກ​ເມື່ອປີ 2015. ເຂດ​ພູ​ພຽງ​ລາງ​ບຽ​ງກໍ​ແມ່ນ​ຍັງ​ແມ່ນ ເຂດ​ນິ​ເວ​ດ​ວິ​ທະ​ຍາໂລກ​ແຫ່ງ​ທຳ​ອິດ​ຢູ່​ດິນ​ແດນ​ໄຕ​ງວຽນ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ. ເຂດ​ພູ​ພຽງ​ລາງ​ບຽ​ງມີ​ເນື້ອ​ທີ່ 275.439 ແຮັດ​ຕາ, ຊຶ່ງນອນ​ຢູ່​ທາງ​ກ້ຳ​ເໜືອ​ແຂວງ​ເລີມ​ດົງ. ນີ້​ແມ່ນ​ແຫ່ງ​ເກັບ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າອັນ​ໂດດ​ເດັ່ນ​ທາງ​ດ້ານ​ຊີ​ວະ​ນາໆ​ພັນ, ທິວ​ທັດ​ທຳ​ມະ​ຊ​າດ​ທີ່​ປະ​ສົມ​ປະ​ສານ​ເຂົ້າ​ກັບ​ບັນ​ດາ​ຄວາມ​ເປັນ​ເອ​ກະ​ລັກ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຄ້ອງ​ຢູ່​ເຂດ​ໄຕ​ງວຽນ. ເຂດ​ນິ​ເວ​ດ​ວິ​ທະ​ຍາລາງ​ບຽງ ລວມ​ມີ​ເຂດ​ປ່າ​ດົງ​ດິບ​ທີ່​ກ້​ວາງ​ໃຫຍ່​ໄພ​ສານຊຶ່ງ​ຢູ່​ເຄິ່ງ​ກາງແມ່ນ​ເຂດ​ປ່າ​ສະ​ຫງວຽນ​ແຫ່ງ​ຊ​າດ Bidoup-ນຸ້ຍ​ບາ ແລະ ແຫ່ງນີ້​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ສູນ​ຊີ​ວະ​ນາໆ​ພັນ 4 ແຫ່ງ​ຂອງ​ຫວຽດ​ນາມ. ທ່ານ​ວູ້​ວັນ​ຕື ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ ແລະ ການ​ທ່ອງ​ທ່ຽວ​ແຂວງ​ເລີມ​ດົງ ຢືນ​ຢັນ​ວ່າ :

   “ ແຂກ​ທ່ອງ​ທ່ຽວ​ເມື່ອ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ ​ນະ​ຄອນ​ດາຫຼາດນັ້ນ, ນອກ​ຈາກ​ມີ​ຊີ​ວິດ​ຢູ່​ໃນ​ເຂດ​ທີ່​ມີອາ​ກາດ​​ດີ, ປອດ​ໂປ່ງ​ເທົ່າ​ນັ້ນ, ຫາກຍ​ັງ​ໄດ້​ໄປ​ຢ້ຽມ​ຢາມ ທັດ​ສະ​ນະ​ສຶກ​ສາ​ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ບາງ​ແຫ່ງ​ທີ່​ຈັບ​ອົກ​ຈັບ​ໃຈ​ອີຫຼີ. ເປັນ​ຕົ້ນແມ່ນ​ຢູ່ຈອມ​ພູ​ລາງ​ບຽງ ດ້ວຍ​ຄວາມ​ສູງ​ເກືອບ 2000 ແມັດເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ. ເມື່ອ​ຢືນ​ຢູ່​ຈອມ​ພູນີ້, ແຂກ​ທ່ອງ​ທ່ຽວ​ສາ​ມາດ​ເຫັນ​ໄດ້ທິວ​ທັດ​ທຳ​ມະ​ຊາດ​ທຸກ​ແຫ່ງ​ໃນນະ​ຄອນ​ດາຫຼາດ​ເວົ້າ​ລວມ ແລະ ທົ່ວເທດ​ສະ​ບານເມືອງ​ເວົ້າ​ສະ​ເພາະ. ພ້ອມ​ກັນ​ນັ້ນ ພວກ​ເຮົາ​ກໍ​ສາ​ມາດ​ເຂົ້າ​ເຖິງຄວາມ​ເປັນ​ເອ​ກະ​ລັກ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ, ພິ​ເສດ​ແມ່ນຊົນ​ເຜົ່າ​ຕ່າງໆ​ທີ່​ພວມ​ດຳລົງ​ຊີ​ວິດຢູ່​ຕີນ​ພູ​ລາງ​ບຽງ​ໃນ​ທຸກວັນ​ນີ້ ”

    ຈາກຕີນ​ພູ​ລາງ​ບຽງ, ຊຶ່ງ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ທ່ອງ​ທ່ຽວ, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ພິຊິດ 2 ຈອມ​ພູ​ໃນ​ບໍ​ລິ​ເວນເຂດ​ນິ​ເວ​ດ​ວິ​ທະ​ຍາໂລກລາງ​ບຽງ​ດ້ວຍ​ໄລ​ຍະ​ທາງ​ປະ​ມານ 14 ກິ​ໂລ​ແມັດ. ລາງບຽງ​ມີ 2 ຈອມ​ພູ​ດ້ວຍ​ຄວາມ​ສູງ 1.950 ແມັດ. ແຂກ​ທ່ອງ​ທ່ຽວ​ສ່​ວນຫຼາຍ​ກໍ​ມັກ​ຍ່າງ​ຕາມ​ທາງ​ຊອຍ​ໃນ​ປ່າ​ແປກເພື່ອ​ຮັບ​ຊົມ​ຄວາມ​ງາມ​ດັ່ງ​ໃນ​ຝັນ​ຂອງ​ໜອງດານ​ເກຍດ້ວຍ​ນ້ຳ​ໃສ ແລະ ຂຽວ​ເຢັນ. ແຕ່​ເພື່ອ​ຂຶ້ນຈອມ​ພູດ້ວຍ​ຄວາມ​ສູງ 2.169 ແມັດ​ນັ້ນ, ຄ​ວາມ​ປະ​ທັບໃຈ​ທີ່​ສຸດ ແມ່ນໄດ້​ຍ່າງ​ໃນ​ເຂດ​ປ່າ​ດົງ​ດິບ, ຍິ່ງ​ຂຶ້ນ​ສູງ ຄວາມ​ໜາວ​ກໍ​ຍິ່ງເພີ່ມ​ຂຶ້ນ​ຕ​າມບາດ​ຍ່າງ​ແຕ່​ລະ​ກ້າວ. ຍິ່ງ​ຂຶ້ນ​ສູງ, ທາງ​ໄປ​ກໍ​ຍິ່ງ​ແຄບ​ເຂົ້າ, ມີ​ຕອນຄ້ອຍ ແລະ ​ຄົດໆ​ລ້ຽວໆ. ອ້າຍ​ຮົ່ງ​ກວນ ຢູ່​ນະ​ຄອນ​ດາຫຼາດ ໃຫ້​ຮູ້​ວ່າ :

    “ ເມື່ອ​ເວົ້າ​ເຖິງ ນະ​ຄອນ​ດາຫຼາດ ແມ່ນ​ຕ້ອງ​ເວົ້າ​ເຖິງເຂດ​ພູ​ພຽງ​ລາງ​ບຽ​ງ. ລາງ​ບຽ​ງແມ່ນ​ພູ​ສູງ, ຢູ່​ແຫ່ງນີ້​ໄດ້​ຕິດ​ພັນ​ກັບບັນ​ດາ​ເລື່ອງ​ລາວ​ແຫ່ງ​ຄວາມ​ຮັກຂອງ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດຢູ່ຕີນ​ພູລາງ​ບຽ​ງ. ເມື່ອ​ເພື່ອນ​ເຂົ້າ​ຢ້ຽມ​ຢາມ​ໝູ່​ບ້ານ​ລາງ​ບຽ​ງ, ໄປ​ຮອດ​ຕີນ​ພູ, ແລ້ວ​ກໍ​ຂຶ້ນ​ຈອມ​ພູ. ຄວາມ​ຮູ້​ສຶກ​ເມື່ອ​ຂຶ້ນ​ຮອດຈອມ​ພູ ແມ່ນ​ຄວາມ​ຮູ້​ສຶກ​ທີ່​ສະ​ຫງວນ​ໃຫ້​ແກ່​ຄົນ​ໜຸ່ມ ”

           ສຳ​ລັບ​ບັນ​ດາ​ຜູ້​ຄົນ​ມັກ​ຄົ້ນ​ຫາ​ທຳ​ມະ​ຊາດນັ້ນ, ກໍເຄີຍ​ເລືອກ​ເອົາ​ວິ​ທີ​ຍ່າງ, ນອກ​ຈາກນັ້ນ ກໍ​ຍັງ​ມີ​ຍານ​ພາ​ຫະ​ນະ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ເຊັ່ນ : ກວຽນ​ມ້າ ແລະ ລົດ​ຈິບ, ນາງ ບິກ​ຈີ ຜູ້​ນຳ​ທ່ຽວ​ສັງ​ກັດ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ໄຊ​ງ່ອນ ໃຫ້​ຮູ້​ວ່າ :  

    “ ຖ້າ​ຂີ່​ລົດ​ຈິບ, ກໍ​ຈະ​ມີ​ຄວາມ​ປອດ​ໄພ​ ແລະ ໄວກວ່າ. ພຽງ​ເສຍ​ເວ​ລາ​ປະ​ມານ 10 ນາ​ທີ່ເທົ່າ​ນັ້ນ, ແຂກ​ທ່ອງ​ທ່ຽວ​ກໍ​ສາ​ມາດ​ຂຶ້ນ​ເຖິງ​ຈອມ​ພູ. ບົນ​ເສັ້ນ​ທາງ​ເດີນ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​ໄປ​ຜ່ານ​ເຂດ​ປ່າ​ແປກ, ພ້ອມ​ກັນ​ນັ້ນ, ແຂກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ຕົກ​ສະ​ເງີ້​ເມື່ອ​ລົດ​ພາ​ເຂົາ​ເຈົ້າ​ແລ່ນ​ຜ່ານ​ເສັ້ນ​ທາງ​ຄົດ​ລ້ຽວ ແລະ ໄດ້​ພົບຫຼາຍ​ສິ່ງ​ທ​ີ່​ປະຫຼາດ​ໃຈ ”

       ເມື່ອ​ຂຶ້ນ​ຮອດ​ຈອມ​ພູລາງ​ບຽ​ງ ດ້ວຍ​ຄວາມ​ສູງ 1950 ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ເບິ່ງ​ຄື​ວ່າ ແຂກ​ທ່ອງ​ທ່ຽວພວມ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ກຸ່ມ​ເມັກ​ເລື່ອນ​ລອຍ​ເທິງ​ເວ​ຫາ. ຖ້າ​ຢືນ​ຢູ່​ຈອມ​ພູ, ມຸ່ງ​ສາຍ​ຕາ​ໄປ​ທາງ​ໄກ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​ເຫັນ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທົ່ວນະ​ຄອນ​ດາຫຼາດ​ທີ່​ສວຍ​ສົດ​ງົດ​ງາມ​ດັ່ງ​ໃນ​ຝັນ. ນາງ​ມາຍ​ລານ ແຂກ​ທ່ອງ​ທ່ຽວ​ຢູ່​ແຂວງ​ດົງ​ນາຍ ແບ່ງ​ປັນ​ວ່າ :

    “ ມື້ນີ້​ພວກ​ນ້ອງ​ໄປ​ຮາ​ນີ​ມຸນ​ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງນີ້. ເມື່ອ​ຂຶ້ນ​ຮອດ​ຈອມ​ພູ​ລາງບຽງ​ນີ້, ຄວາມ​ອິດ​ເມື່ອຍ​ກໍ​ສູນ​ຫາຍ​ໄປ. ນ້ອງ​ຮູ້​ສຶກ​ສະ​ບາຍ​ໃຈ​ ”

      ເມື່ອ​ມາ​ຮອດນະ​ຄອນ​ດາຫຼາດ, ຢາ​ລືມ​ໄປ​ເຂດ​ພູ​ພຽງ​ລາງ​ບຽ​ງ. ນອກ​ຈາກ​ໄດ້​ໄປ​ຢ້ຽມ​ຊົມ, ທັດ​ສະ​ນະ​ສຶກ​ສາ​ຢູ່​ຕາມ​ສະ​ຖາ​ທີ່​ທ່ອງ​ທ່ຽວ, ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຟັງ​ບັນ​ດາ​ເລື່ອງ​ລາວ​ແຫ່ງ​ຄວາມ​ຮັກ​ຊຶ່ງ​ຕິດ​ພັນ​ກັບເຂດ​ພູ​ພຽງ​ລາງ​ບຽ​ງ​ແຫ່ງ​ເທບ​ນິ​ຍາຍນີ້

ຕອບກັບ

ຂ່າວ/ບົດ​ອື່ນ