ຄົ້ນຫາເສັ້ນທາງແຜນທີ່ຢູ່ແຂວງ ບິ່ງເຢືອງ

(VOVWORLD) -           ເສັ້ນທາງແຜນທີ່ແມ່ນເສັ້ນທາງຕົ້ນຕໍເຂົ້າໄປ ເກາະຣົ່ວ ຢູ່ຕາແສງ ແທັ້ງໂຮ້ຍ ເທດສະບານ ເຕິນອວຽນ ແຂວງ ບິ່ງເຢືອງ. ເສັ້ນທາງແຜນທີ່ໂດຍແມ່ນຊາວທ້ອງຖິ່ນຢູ່ແຫ່ງນີ້ ໄດ້ຕັ້ງຊື່ໃຫ້ເສັ້ນທາງນັບຕັ້ງແຕ່ລຸງ ມາຍຊົງແບ໊ ອະດີດປະທານສະມາຄົມນັກຂ່າວແຂວງ ດົ່ງນາຍ ໄດ້ນຳພາບແຕ້ມ 40 ແຜ່ນເຮັດດ້ວຍເຄື່ອງປັ້ນດິນເຜົາ ພິມແຜນທີ່ກ່ຽວກັບເຂດທະເລໝູ່ເກາະ ມານີ້ວາງສະແດງ ໃນເດືອນ ເມສາ ປີ 2019
ຄົ້ນຫາເສັ້ນທາງແຜນທີ່ຢູ່ແຂວງ ບິ່ງເຢືອງ  - ảnh 1 ລຸງ ມາຍຊົງແບ໊ ອະທິບາຍກ່ຽວກັບແຜນທີ່ໃຫ້ແກ່ແຂກທ່ອງທ່ຽວ

ເສັ້ນທາງແຜນທີ່ມີລວງຍາວປະມານ 500 ແມັດ ດ້ວຍແຜນທີ່ 40 ແຜ່ນຖືກເຮັດດ້ວຍເຄື່ອງປັ້ນດິນເຜົາເຄືອບ, ມີຂອບເຮັດດ້ວຍເຫຼັກ ຖືກຕັ້ງຫ່າງຈາກໜ້າດິນປະມານ 1 ແມັດ. ລຽບຕາມເບື້ອງຂວາຂອງເສັ້ນທາງ ບັນດາຮູບພາບຖືກຈັດສັນຢ່າງເໝາະສົມ. ຮູບແຕ້ມແຕ່ລະແຜ່ນ ຖືກຕັ້ງຫ່າງຈາກກັນປະມານ 20 ແມັດ ເຊິ່ງຖືກຕັ້ງຄົດງໍຕາມເສັ້ນທາງ ປຽບເໝືອນຮູບຕົວໜັງສືແອັດປະເທດ ຫວຽດນາມ. ແຜນທີ່ທັງໝົດເຫຼົ່ານັ້ນ ທີ່ເຮັດດ້ວຍເຄື່ອງປັ້ນດິນເຜົາກໍ່ລ້ວນແຕ່ເຮັດຕາມແບບບັນດາແຜນທີ່ໃນປຶ້ມ “ຮວ່າງຊາ - ເຈື່ອງຊາ, ຂໍ້ໂຕ້ແຍ້ງ ແລະ ເຫດການ” ຂອງນັກຄົ້ນຄວ້າ ດິງກີມຟຸກ. ຍ້ອນວ່າຢາກໃຫ້ມັນຄົງຕົວຍາວນານກັບການເວລາ, ດັ່ງນັ້ນ ລຸງ ມາຍຊົງແບ໊, ເຈົ້າຂອງບັນດາຮູບແຕ້ມນີ້ ກໍ່ໄດ້ເລືອກເອົາວັດຖຸດິບ ຄືເຄື່ອງປັ້ນດິນເຜົາເຄືອບ ເພື່ອສະແດງຮູບແຕ້ມ. ລຸງ ມາຍຊົງແບ໊ ແບ່ງປັນວ່າ ການເຮັດເສັ້ນທາງແຜນທີ່ດ້ວຍເຄື່ອງປັ້ນດິນເຜົາເຄືອບນີ້ ເພື່ອແນໃສ່ສຶກສາອົບຮົບໃຫ້ແກ່ຊາວທ້ອງຖິ່ນເວົ້າລວມ ແລະ ໄວໜຸ່ມເວົ້າສະເພາະ ເພື່ອສາມາດເຂົ້າໃຈຕື່ມອີກກ່ຽວກັບອະທິປະໄຕຂອງ 2 ໝູ່ເກາະຮວ່າງຊາ ແລະ ເຈືອງຊາ ຊຶ່ງແມ່ນສ່ວນໜຶ່ງຂອງເລືອດເນື້ອທີ່ສັກກາລະບູຊາ ແລະ ມີມາແຕ່ດົນນານຂອງປະເທດຊາດຫວຽດນາມ.        ລຸງ ມາຍຊົງແບ໊ ເວົ້າວ່າ:

       “ແຜນທີ່ເຮັດດ້ວຍເຈ້ຍ ບໍ່ອາດນຳມາສະແດງຢູ່ກາງແຈ້ງ ມີລົົມແດດຝົນໄດ້ຢ່າງຍາວນານ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງເຮັດດ້ວຍເຄື່ອງປັ້ນດິນເຜົາ. ຂ້າພະເຈົ້າມີຄວາມຫວັງຢາກສຶກສາອົບຮົມມູນເຊື້ອ ຮັກທະເລໝູ່ເກາະ, ຮັກປະເທດຊາດໃຫ້ແກ່ໄວໜຸ່ມ”.

          ໃນຕະຫຼອດກວ່າໜຶ່ງປີທີ່ຜ່ານມາ, ເສັ້ນທາງແຜນທີ່ຢູ່ຕາແສງ ແທັ້ງໂຮ້ຍ ບໍ່ພຽງແຕ່ເປັນການໂຄສະນາລະດັບຄວາມຮູ້ກ່ຽວກັບໝູ່ເກາະທະເລ ໃຫ້ແກ່ຊາວແຂວງ ບິ່ງເຢືອງ ເທົ່ານັ້ນ ຫາກຍັງແມ່ນສະຖານທີ່ ເປັນໜ້າຈັບໃຈສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມ ເກາະຣົ່ວ ຕາແສງ ແທັ້ງໂຮ້ຍ. ອ້າຍ ເຈິ່ນກົງແຢັງ ແຂກທ່ອງທ່ຽວ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ຊຶມເລິກຄຳເວົ້າຂອງອາວ ມາຍຊົງແບ໊ ວ່າ ພວກເຮົາຕ້ອງສົ່ງແຫຼ່ງບັນດານໃຈໃຫ້ແກ່ລຸ້ນລູກລຸ້ນຫຼານຂອງພວກເຮົາ ເພື່ອໃຫ້ຄົນລຸ້ນນີ້ສາມາດເຂົ້າໃຈຄຸນຄ່າ ຄວາມຮັກບ້ານເກີດເມືອງນອນ ແລະ ປະເທດຊາດ. ເພື່ອໃຫ້ໄວໜຸ່ມສາມາດເຂົ້າໃຈໄດ້ ນັບຕັ້ງເວລານີ້ຕ້ອງຮ່ວມແຮງຮ່ວມໃຈ ພ້ອມກັບພວກອາວເຮັດສິ່ງທີ່ມີຄວາມໝາຍນີ້”.

         ສຳລັບປະຊາຊົນຕາແສງ ແທັ້ງໂຮ້ຍ, ໃນແຕ່ລະວັນ ເມື່ອໄປຜ່ານເສັ້ນທາງແຜນທີ່ ຢັ້ງຢືນອະທິປະໄຕ ເຂດທະເລໝູ່ເກາະ, ຄວາມງາມຂອງແຜນທີ່ແຕ່ລະແຜ່ນ ຖືກຕັ້ງລຽບຕາມເສັ້ນທາງຄົດງໍ ປຽບເໝືອນການຕັກເຕືອນເຂົາເຈົ້າ ຍາມໃດກໍ່ຕ້ອງມຸ່ງໄປສູ່ເຂດທະເລໝູ່ເກາະ ຂອງບ້ານເກີດເມືອງ ນອນ ດ້ວຍບັນດາວຽກງານທີ່ຕິດແທດຕົວຈິງ ແລະ ມີຄວາມໝາຍກວ່າ. ໃນຂະນະນັ້ນທ່ານ ຫວຽນແທັງຮ້ຽນ ຜູ້ອຳນວຍການສູນ ວັດທະນະທຳທະແຫຼງຂ່າວ - ກິລາ ເທດສະບານ ເຕິນອວຽນ ແຂວງ ບິ່ງເຢືອງ ຖືວ່າ ການຈັດສັນຊຸດແຜນທີ່ເຮັດດ້ວຍເຄື່ອງປັ້ນດິນເຜົາເຄືອບຢູ່ຕາແສງ ແທັ້ງໂຮ້ຍ ບໍ່ພຽງແຕ່ປະກອບສ່ວນໂຄສະນາກ່ຽວກັບອະທິປະໄຕ ເຂດທະເລໝູ່ເກາະຢູ່ ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງຈຸດທີ່ພົ້ນເດັ່ນໃນການທ່ອງທ່ຽວທຳມະຊາດຢູ່ທ້ອງຖິ່ນ. ເມື່ອມາຢ້ຽມຢາມແຫ່ງນີ້ ຮັບຊົມຄວາມງາມຂອງເສັ້ນທາງແຜນທີ່, ແຂກທ່ອງທ່ຽວຍັງເຫັນໄດ້ເຖິງສ່ວນໜຶ່ງ ເລືອດເນື້ອຂອງປະເທດ ຫວຽດນາມ. ຈາກນັ້ນໃນຫົວໃຈຂອງແຕ່ລະຄົນ ກໍ່ລ້ວນແຕ່ມີຄວາມຫວັງຢາກໄດ້ຖ່າຍທອດ, ສຶກສາອົບຮົມນ້ຳໃຈຮັກຊາດ, ສະຕິປົກປັກຮັກສາອະທິປະໄຕ ເຂດທະເລໝູ່ເກາະ ໃຫ້ແກ່ລຸ້ນລູກລຸ້ນຫຼານໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ