ຄົ້ນຫາແມ່ນ້ຳແດງ


(vovworld)-ຮ່າ​ໂນ້ຍ​ແມ່ນນະ​ຄອນ​ຕິດ​ພັນ​ກັບ​ແມ່​ນ້ຳຫຼາຍ​ສາຍ, ໃນ​ນັ້ນ​ແມ່​ນ້ຳ​ແດງ (ແມ່​ນ້ຳຮົ່ງ) ແມ່ນ​ແມ່​ນ້ຳ​ໃຫຍ່​ກ່​ວາ​ໝູ່. ໃນ​ຄວາມ​ນຶກ​ຄິດ​ຂອງ​ຊາວ​ຮ່າ​ໂນ້ຍ, ແມ່​ນ້ຳ​ແດງ​ບໍ່​ພຽງ​ແຕ່​ແມ່ນ​​ລຳແມ່​ນ້ຳ​ ເພື່ອ​​ລ້ຽງ​ດູ​ມະ​ນຸດ​ເທົ່າ​ນັ້ນ, ຫາກ​ຕາມ​ການ​ເວ​ລາ, ແມ່​ນ້ຳ​ແດງ​ຍັງ​ໄດ້​ສ້າງ​ພື້ນ​ຖານ​ວັດ​ທະ​ນາ​ທຳ, ປະ​ຫວັດ​ສາດ​ມາ​ແຕ່​ດົນ​ນານ​ຂອງ​ປະ​ເທດ​ຊາດ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພະ​ລາ​ຊະ​ວັງ ແທງ​ລອງ ໃນ​ເມື່ອ​ກ່ອນ ແລະ ຮ່າ​ໂນ້ຍ​ປະ​ຈຸ​ບັນ​ອີກ​ດ້ວຍ.

ຄົ້ນຫາແມ່ນ້ຳແດງ - ảnh 1
​ກຳ​ປັ່ນ​ທ່ອງ​ທ່ຽວ​ບົນ​ແມ່ນ້ຳ​ແດງ
ພາບ:internet

ແມ່​ນ້ຳ​ແດງແມ່ນ​ເລີ່ມໄຫຼຈາກ​ພູ​ຫວຍ​ຊານ (ຈີນ), ມີ​ຄວາມ​ສູງ 1776ແມັດ, ໄຫຼ​ເຂົ້າ​ສູ່​ຫວຽດ​ນາມ​ຈາກແຂວງ​ ລ່າວ​ກາຍ, ໄຫຼ​ຜ່ານ​ແຂວງ ອຽນ​ບ໋າຍ, ຟູ໋​ທໍ້, ວິ້ງ​ຟຸກ ເຖິງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ຫຼັງ​ຈາກນັ້ນ​ໄຫຼ​ຜ່ານ​ບັນ​ດາ​ແຂວງ​ຄື: ຮືງ​ອຽນ, ຮ່າ​ນາມ, ນາມດິ້ງ, ທ໋າຍ​ບີ່ງ ແລ້ວ​ອອກ​ສູ່​ທະ​ເລ​ຕາ​ເວັນ​ອອກ. ແມ່​ນ້ຳ​ແດງ​ມີ​ຄວາມ​ຍາວ 1.150 ກິ​ໂລ​ແມັດ, ໃນ​ນັ້ນ 800 ກິ​ໂລ​ແມັດ ແມ່ນ​ໄຫຼ​ຜ່ານ​ເຂດ​ພູ​ພຽງ ແລະ ພູ​ສູງ, ສະ​ນັ້ນ​ຮອດ​ລະ​ດູ​ຝົນ, ແມ່​ນ້ຳ​ສາຍນີ້​ນ້ຳຫຼາຍ​ແຮງ​ທີ່​ສຸດ ແຕ່​ເມື​່ອ​ໄຫຼ​ເຂົ້າ​ເຂດ​ທົ່ງ​ພຽງ​ແມ່​ນ້ຳແດງ​ຄວາມ​ສູງ​ຍັງ​ເຫຼືອ​ພຽງ​ປະ​ມານ 3 ແມັດ​ເມື່ອ​ທຽບ​ໃສ່​ລະ​ດັບ​ໜ້າ​ນ້ຳ​ທະ​ເລ. ນັບ​ແຕ່​ພັນ​ປ​ີ​ມານີ້, ແມ່​ນ້ຳ​ແດງ​ໄດ້​​ປ້ານ​ດິນ​ສັນ​ດອນ​ສ້າງ​ເປັນ​ເຂດ​ທົ່ງ​ພຽງ​ອັນ​ກ້​ວາງ​ໃຫຍ່, ດິນ​ແດນ​ອຸ​ດົມ​ສົມ​ບູນ, ຕົ້ນ​ໄມ້​ໃບ​ຫຍ້າ​ຂຽວ​ສົດ​ງົດ​ງາມ, ໃນ​ນັ້ນ​ມີ​ເຂດ​ດິນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​. ແມ່​ນ້ຳ​ແດງ​ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍາ​ລັກ​ຂອງ​ພື້​ນ​ຖານ​ອະ​ລິ​ຍະ​ທຳ​ແຫ່ງ​ການ​ປູກ​ເຂົ້າ​ນາ​ຕາມເທົ່າ​ນັ້ນ, ຫາກ​ຍັງ​ມີ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ​ອີກ​ດ້ວຍ. ສາດ​ສະ​ດາ​ຈານ, ດ​ຣ ເຈິ່ນ​ຈີ໋​ຢ້ອຍ ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ ແມ່​ນ້ຳ​ແດງ, ທຳ​ອິດ​ມີ​ຊື່​ວ່າ: ແມ່​ນ້ຳ​ກ໋າຍ (ໝາຍ​ເຖິງ​ລຳ​ແມ່​ນ້ຳ​ສາຍ​ແມ່), ຫຼັງ​ຈາກນັ້ນ​ຍັງ​ມີ​ຊື່​ວ່າ: ແມ່​ນ້ຳ​ໂລ ຫຼື​ເອີ້ນ​ວ່າ: ໂລ​ຢາງ ໄຫຼ​ຜ່ານ​ເມືອງ ຄ໋​ວາຍ​ເຈົາ ໄຫຼ​ສູ່​ລົງ​ອີກ​ຕອນ​ໜຶ່ງ​ເອີ້ນ​ວ່າແມ່​ນ້ຳ​ດ້າຍ​ຮ່​ວາງ ຫຼື ຮ່​ວາງ​ຢາງ. ໄລ​ຍະ​ຕໍ່​ມາ​ເມື່ອ​ຊາວ​ຝ​ຮັ່ງ​ມານີ້​ໄດ້​ເຫັນ​ວ່າ ແມ່​ນ້ຳ​ສາຍນີ້​ມີ​ສີ​ແດງ​ຂອງ​ດິນ​ສັນ​ດອນ ຈຶ່ງ​ເອີ້ນ​ແມ່​ນ້ຳ​ສາຍນີ້​ວ່າ: ແມ່ນ​ແມ່​ນ້ຳ​ແດງ.”

ແມ່​ນ້ຳ​ແດງ​ໄຫຼ​ຜ່ານ​ຮ່າ​ໂນ້ຍ​ພຽງ​ໃນ​ຕອນ​ສັ້ນ​ເມື່ອ​ທຽບ​ໃສ່​ຄວາມ​ຍາວ​ຂອງ​ມັນ ແຕ່​ກໍປະ​ໄວ້ຮ່​ອງ​ຮອຍ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລຳ​ເຊ, ນັ້ນ​ແມ່ນບັນ​ດາ​ໝູ່​ບ້ານ​ຊາວ​ປະ​ມົງ, ໝູ່ບ້ານ​ອາ​ຊີບ​ຫັດ​ຖະ​ກຳ, ​ໝູ່​ບ້ານ​ບູ​ຮານ​ແຄມ​ແມ່​ນ້ຳ, ໃນ​ນັ້ນ​ມີ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ ຫວຽດ​ນາມ.

ຄົ້ນຫາແມ່ນ້ຳແດງ - ảnh 2
ຕະ​ຫລາດ​ຂາຍ​ເຄື່ອງ​ປັ້ນ​ດິນ​ເຜົາ​​ແຄມແມ່​ນ້ຳ​ແດງ
ພາບ:dulichgo

ກ່ອນນີ້ 1000 ປີ, ​ເຈົ້າ​ຊີ​ວິດ ລີ​ກົງ​ອວນ ຍ້າຍ​ເມືອງ​ຫລວງ ຈາກ​ແຂວງ​ນີງ​ບີງ ມາ​ຕັ້ງ​ຢູ່ ດ​້າຍ​ລາ ແລະ ໃຫ້ກໍ່ສ້າງ​ພະ​ລາ​ຊະ​ວັງ ທັງ​ລອງ. ດ້ວຍ​ທີ່​ຕັ້ງແມ່ນ​ໃຈ​ກາງເຂດ​ທົ່ງ​ພຽງ​ພາກ​ເຫ​ນືອ ແລະ ຢູ່​ແຄມແມ່​ນ້ຳ​ລຳ​ໃຫ​ຍ່ ເຮັດ​ໃຫ້​ເສັ້ນ​ທາງ​ຄົມ​ມະ​ນາ​ຄົ​ຂອງ ທັງ​ລອງ - ຮ່າ​ໂນ້ຍ ເຊື່ອມ​ຕໍ່​ກັບ​ບັນ​ດາ​ທ້ອງ​ຖິ່ນ​ອື່ນ​ແມ່ນ​ສະ​ດວກ​ທີ່​ສຸດ. ດ້ວຍ​​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງເຂດ​ດິນຢູ່​ແຄມ​ແມ່​ນ້ຳ​ແດງພ້ອມ​ກັບ​ຄວາມ​ສຸ​ພາບ​ຮຽບ​ຮ້ອຍ ແລະ ຮັ​ກ​ແພງ​ແຂກ​ຂອງ ຊາວ​ຮ່າ​ໂນ້ຍ​ ນັ້ນ​ກໍ​ແມ່ນ​ຫົວ​ເລື່ອງ​ຂອງ​ບັນ​ດາ​ບົດ​ກາບກອນ, ບົດ​ເພງ…. ຊື່ງ​ນັກ​ດົນ​ຕີ, ນັກ​ກະ​ວີ​ໄດ້​ແຕ່ງ​ຂຶ້ນ​ໃນ​ຫລາຍ​ປີ​ຜ່ານ​ມາ ແລະ ກໍ​ເປັນ​ສິ່ງສ້າງ​ຄວາມ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ. ຮ່າ​ໂນ້ຍ ປະ​ຈຸ​ບັນ ມີ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ແມ່​ນ້ຳ​ແດງ ບໍ່​ພຽງ​ແຕ່​ສຳ​ລັບ​ຊາວ ຮ່າ​ໂນ້ຍ​ເທົ່າ​ນັ້ນ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ ເມື່ອ​ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວ​​ບົນ​ລຳ​ແມ່​ນ້ຳ​ແດງ ດ້ວ​ຍ​ກຳ​ປັ່ນ ນັກ​ທ່ອງ​ທ່ຽວຈະ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ແມ່​ນ້ຳ​ແດງ​ຕິດ​ພັນ​ກັບ​ປະ​ຫວັດ​ສາດ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ ປະ​ເທດ​ຫວຽດ​ນາມ. ອ້າຍ ຫງວຽນ​ແມ້ງ​ຮຸ່ງ, ຜູ້​ນຳ​ທ່ຽວ​ລາຍ​ການ​ທ່ອງ​ທ່ຽວ​ແມ່​ນ້ຳ​ແດງ​ໃຫ້​ຮູ້​ວ່າ:

        ພື້ນຖານ​ອະລິຍະ​ທຳ​ແມ່​ນ້ຳ​ແດງແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ 36 ພື້ນຖານ​ອະລິຍະ​ທຳ​ຂອງ​ໂລກ. ຈາກອູ່​ວັດ​ທະ​ນະ​ທຳ​ຂອງ​ເຂດ​ທົ່​ງ​ພຽງ​ແມ່​ນ້ຳ​ແດງ, ອະ​ລິ​ຍະ​ທຳ​ແຫ່ງ​ການ​ປູກ​ເຂົ້າ​ນາ​ທາມ, ແລະ ວັດ​ທະ​ນະ​ທຳ​ຂອງ​ເຂດ​ບ້ານ​ນາ​ ​ໄດ້​ສ້າງ​ເປັນ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມທີ່​ເປັນ​ຫລາຍ​ຮູບ​ຫລາຍແບບ. ເມື່ອ​ເສັ້ນ​ທາງ​ບົກ​ບໍ່​ທັນ​ພັດ​ທະ​ນາ, ການໄປ​ມາ​ຂອງປະ​ຊາ​ຊົນ​ສ່ວນ​ຫລາຍ​ຜ່ານ​ທາງ​ນ້ຳ, ສະ​ນັ້ນ ໄດ້​ສ້າງ​ເປັນ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ, ຕະ​ຫລາດ​ແຄມ​ແມ່​​ນ້ຳ ແລະ ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ວັດ​ທະ​ນະ​ທຳ​ຕິດ​ພັນ​ກັບ​ແມ່​ນ້ຳ​ລຳ​ເຊ.”

        ເມື່ອ​ໄປ​ທ່ອງ​ທ່ຽວ​ເທິງ​ແມ່​ນ້ຳ​ແດງ, ນັກ​ທ່ອງ​ທ່ຽວໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ແມ່​ນ້ຳ​ລຳ​ເຊ, ໄດ້​ຮັບ​ຊົມຄວາມ​ງາມ​ແບບ​ເກົ່າ​ແກ່​ຂອງ​ບັນ​ດາ​ໝູ່​ບ້ານ​ບູ​ຮານ, ຢ້ຽມ​ຊົມ​ວັດ​ວາ​ອາ​ຮາມ​ຢູ່​ແຄມ​ແມ່​ນ້ຳ, ເຂົ້າ​ຮ່ວມ​ບັນ​ດາ​ງານ​ບຸນ​ປະ​ເພ​ນີ, ເຂົ້າ​ໃຈ​ກ່ຽວ​ກັບ​​ປະ​ເພ​ນີ​ບູ​ຊາ​ພະ​ແມ່ ຊື່ງ​ແມ່ນ​ການ​ເຫລື້ອມ​ໃສ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ ຫວຽດ​ນາມ. ພິ​ເສດ ໃນ​ລາຍ​ການ​ທ່ອງ​ທ່ຽວ​​ບົນແມ່​ນ້ຳ​ແດງ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ແວ່​ຢາມ​ໝູ່​ບ້ານ​ຜະ​ລິດ​ເຄື່ອງ​​ປັ້ນດິນ​ເຜົາ​ ບາດ​ຈ່າງ ທີ່​ລ​ື​ຊື່, ມີ​​ກວ່າ 700 ປີ ເພື່ອ​ເລືອກ​ຊື້​ໃຫ້​ແກ່​ຕົນ​ເອງ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ຈຳ​ນວນ​ຫ​ນຶ່ງ. ລາຍ​ການ​ທ່ອງ​ທ່ຽວ ບົນ​ແມ່​ນ້ຳ​ແດງ ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​ສ່ວນ​ໃດ​ຫ​ນຶ່ງ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ