ຄົ້ນຫາໂບດໂປແຕັດສະຕັງ ປະໄລເມີນູ

(VOVWORLD) -ໂບດໂປແຕັດສະຕັງ ປະໄລເມີນູ ຕັ້ງຢູ່ບ້ານ ປະໄລເມີນູ ຕາແສງຈືອາ ນະຄອນປໄລກູ. ນີ້ແມ່ນບັນດາໂບດໂປແຕັດສະຕັງທີ່ສວຍງາມມີຊື່ສຽງຢູ່ນະຄອນ ປໄລກູແຂວງຢາລາຍ
ຄົ້ນຫາໂບດໂປແຕັດສະຕັງ ປະໄລເມີນູ - ảnh 1ປະຕູໂຂງເຂົ້າໂບດໂປແຕັດສະຕັງ ປະໄລເມີນູ 

    ສາສະໜາໂປແຕັດສະຕັງຖືກນຳມາສອນຢູ່ໝູ່ບ້ານ ປະໄລເມີນູເປັນ ຄັ້ງທຳອິດເມື່ອປີ 1959 ໂດຍບາດຫຼວງ ເກີຊໍກຣາວເປັນຜູ້ສອນ. ມາເຖິງປີ 1964 ກໍ່ມີບາດຫຼວງ ເກີຊໍປຣາວແລະບາດຫຼວງເຈືອງວັນຊາງ ສືບຕໍ່ວຽກງານສອນສາສະໜາໃຫ້ແກ່ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້.ນັບແຕ່ນັ້ນເປັນຕົ້ນມາ ສາສະໜາໂປແຕັດສະຕັງໄດ້ເລີ່ມແຜ່ຂະຫຍາຍອອກສູ່ຫຼາຍຄົນແລະຈຳນວນຜູ້ເຊື່ອຖືສາສະໜານີ້ ກໍ່ນັບມື້ນັບເພີ່ມຂຶ້ນ. ເມື່ອກ່ອນນີ້ ຍ້ອນຍັງບໍ່ທັນມີໂບດຊາວບ້ານປະໄລມະນູເຄື່ອນໄຫວສາສະໜາແບບຊົ່ວຄາວໃນເຮືອນຫຼັງໜຶ່ງຂອງຊາວບ້ານ. ດ້ວຍຈຳນວນສາສະນິກກະຊົນນັບມື້ນັບເພີ່ມຂຶ້ນແລະຊາວບ້ານພ້ອມກັນແຜ່ບໍລິຈາກທີ່ດິນ, ສະມາຄົມໂປແຕັດສະຕັງປະໄລເມີນູໄດ້ຕົກລົງກໍ່ສ້າງໂບດປະໄລເມີນູ. ວັນທີ 20 ພະຈິກປີ 2015 ພິທີວາງສີລາລຶກກໍ່ສ້າງໂບດໂປແຕັດສະຕັງປະໄລເມີນູໄດ້ຖືກຈັດຂຶ້ນ. ພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 7 ເດືອນ ໂບດແຫ່ງນີ້ໄດ້ສຳເລັດການກໍ່ສ້າງ ແລະ ມາຮອດວັນທີ 17 ມັງກອນ 2017 ໂບດໄດ້ຖືກນຳເຂົ້າເຄື່ອນໄຫວຢ່າງເປັນທາງການ.ບາດຫຼວງໂບດ ປະໄລເມີນູ ໃຫ້ຮູ້ວ່າ:

      “ເມື່ອກ່ອນນີ້ ໂບດຖືກຕັ້ງໃນໝູ່ບ້ານ, ຖືກເຮັດດ້ວຍສັງກະສີ ດັ່ງນັ້ນກໍ່ຮ້ອນທີ່ສຸດມີຄວາມຫຍຸ້ງຍາກໃນການດຳເນີນຊີວິດທາງສາສະໜາ.  ປັດຈຸບັນມີໂບດທີ່ໃຫຍ່ໂຕໂອ້ໂຖງແລ້ວຊາວບ້ານມີຄວາມພາກພູມໃຈທີ່ສຸດ. ຢູ່ໂບດແຫ່ງນີ້ ເຄີຍດຳເນີນຊີວິດທາງສາສະໜາໃນວັນທິດແຕ່ເວລາໂມງ 6:30 ຫາໂມງ 8:30 ສ່ວນວັນພຸດກໍ່ສວດມົນພາວະນາໃນຕອນເຊົ້າຂ້າພະເຈົ້າມານີ້ ເມື່ອປີ 2014. ຂ້າພະເຈົ້າສອນຕາມຄຳສັ່ງສອນຂອງພະເຈົ້າໃຫ້ແກ່ພໍ່ແມ່ຳພີ່ນ້ອງຊາວບ້ານ. ເຄົາລົບນັບຖືກພະເຈົ້າຮັກແພງມະນຸດບໍ່ທຳສິ່ງທີ່ຊົ່ວຮ້າຍໂປແຕັດສະຕັງຮັກແພງມະນຸດດ້ວຍກັນ”.

     ໂບດໂປແຕັດສະຕັງປະໄລເມີນູມີເນື້ອທີ່ 610 ຕາແມັດຖືກຕັ້ງຢູ່ເນື້ອທີ່ດິນກວ້າງຂວາງຢູ່ຄຽງຂ້າງໂນນແປກຂຽວອຸ່ມທຸ່ມມີລົມພັດມາເຢັນສະບາຍຕະຫຼອດປີ ໜ້າຂອງໂບດແລະສອງຂ້າງຂອງໂບດກໍ່ມີຫຼາຍປ່ອງຢ້ຽມແລະປະຕູເຂົ້າອອກ. ຢູ່ໃນໂບດກໍ່ປະດັບປະດາຢ່າງກົມກຽວ ບໍລິເວນໂບດປຽບເໝືອນສວນສາທາລະນະຮັດແຄບດ້ວຍຕົ້ນໄມ້ໃບຫຍ້າດອກໄມ້ຂຽວອຸ່ມທຸ່ມສວຍງາມ.  ທ່ານຊິວເມີສັງກັດສະມາຄົມໂປແຕັດສະຕັງ ປະໄລເມີນູ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າໄດ້ມີໂບດທີ່ໃຫຍ່ໂຕໂອ້ໂຖງ. ບໍລິເວນຢູ່ອ້ອມຂ້າງກໍ່ມີຕົ້ນໄມ້ປະດັບດ້ວຍເນື້ອທີ່ 2.000 ຕາແມັດ. ບໍລິເວນໂບດມີເນື້ອທີ່ທັງໝົດ 5.000 ຕາແມັດ. ສາມາດບັນຈຸແຕ່ 900 ຫາ 1.000 ຄົນ. ສຳລັບວຽກງານສາສະໜາລັດຫວຽດນາມໄດ້ສ້າງເງື່ອນໄຂຊ່ວຍເຫຼືອພວກຂ້າພະເຈົ້າ. ພວກຂ້າພະເຈົ້າກໍ່ພວມຂໍໜັງສືຢັ້ງຢືນສິດນຳໃຊ້ທີ່ດິນ ເປີດກວ້າງບໍລິເວນໂບດຕື່ມ”.

     ແຕ່ລະວັນພຸດແລະວັນທິດປະຈຳອາທິດຊາວບ້ານປະໄລເມີນູ ພັດພາກັນໄປໂບດດຳເນີນຊີວິດທາງສາສະໜາເຊິ່ງຫຼາຍກວ່າໝູ່ແມ່ນໃນຕອນເຊົ້າວັນທິດ                           

        ປັດຈຸບັນຢູ່ບ້ານປະໄລເມີນູມີຜູ້ເຊື່ອຖືສາສະໜາໂປແຕັດສະຕັງແມ່ນຫຼາຍກວ່າ 1.000 ຄົນເຊິ່ງລ້ວນແຕ່ແມ່ນຊາວເຜົ່າຢາລາຍ.  ມີປະເພນີທີ່ດີຂອງຊາວບ້ານປະໄລເມີນູ ແມ່ນສະໝັກໃຈແຜ່ບໍລິຈາກເງິນ, ເຂົ້າສານ ເມື່ອໄປໂບດເພື່ອໃຫ້ບັນດາຜູ້ເຮັດວຽກໃນໂບດແບ່ງປັນໃຫ້ແກ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໃນບ້ານພ້ອມທັງມີຄ່າໃຊ້ຈ່າຍບູລະນະປະຕິສັງຂອນໂບດ. ນາງຣີນາ ຊາວບ້ານປະໄລເມີນູເລົ່າສູ່ຟັງວ່າ:

     “ປະຊາຊົນໃນບ້ານເກືອບທັງໝົດແມ່ນເຊື່ອຖືສາສະໜາໂປແຕັດສະຕັງ. ໃນວັນຈັນແລະວັນເສົາກໍ່ມາແອບຂັບຮ້ອງ, ວັນທິດກໍ່ໄປໂບດຫຼາຍທີ່ສຸດຍ້ອນພໍ່ແມ່ພີ່ນ້ອງໄດ້ພັກການ. ສ່ວນວັນອາທິດແມ່ນວັນພະເຈົ້າ, ວັນພະຫັດແມ່ນວັນເຄົາລົບນັບຖືພໍ່ແມ່. ເມື່ອໄດ້ໄປໂບດເຮົາຮູ້ສຶກຈິດໃຈສະຫວາດສະເຫວີຍແລະຮູ້ສຶກກການດຳລົງຊີວິດມີຄວາມດີງາມ, ຈົດຈຳຄຳສັ່ງສອນຂອງພະເຈົ້າ ຕັກເຕືອນໃຫ້ເຮົາເຮັດວຽກທີ່ດີ”.

      ໂບດປະໄລເມີນູ ມີສະຖາປັດຕະຍະກຳ ແບບໂຣມັນຝ່າຍຕາເວັນຕົກແຕ່ມີຄວາມກົມກຽວຝ່າຍຕາເວັນອອກຍ້ອນຖືກປະດັບປະດາ ແກະຄວັດສະຫຼັກທີ່ມີສີສັນວັດທະນະທຳຂອງທ້ອງຖິ່ນ. ໂບດປະໄລມະນູບໍ່ພຽງແຕ່ແມ່ນກິດຈະກຳທາງສາສະໜາເທົ່ານັ້ນ ຫາກຍັງແມ່ນສະຖານທີ່ ເພື່ອໃຫ້ແຂກທ່ອງທ່ຽວມາທັດສະນະສຶກເມື່ອມີໂອກາດມາຢາມບ້ານປະໄລເມີນູ.

ຕອບກັບ

ຂ່າວ/ບົດ​ອື່ນ