ຄົ້ນຫາໜອງ ບາເບ໋ - ເພັດຂຽວຂອງເຂດພູຜາປ່າໄມ້ ທາງທິດຕາເວັນອອກສຽງເໜືອ

(VOVWORLD) -ໜອງ ບາເບ໋ ຂຶ້ນກັບຕາແສງ ນາມເໝົ້າ ເມືອງ ບາເບ໋ ແຂວງ ບັກກ້ານ ນອນໃນກຸ່ມເຂດປ່າສະຫງວນແຫ່ງຊາດ ບາເບ໋ ຫາງຈາກ ຮ່າໂນ້ຍ ປະມານ 230 ກິໂລແມັດ ໄປທາງທິດເໜືອ ເຊິ່ງໄດ້ເປັນຮູບເປັນຮ່າງ ນັບແຕ່ກ່ອນນີ້ກວ່າ 200 ລ້ານປີ. ດ້ວຍທັດຊະນີຍະພາບທຳມະຊາດທີ່ເປັນເອກະລັກ ພ້ອມກັບດິນຟ້າອາກາດທີ່ດີ, ໜອງ ບາເບ໋ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ຄົ້ນຫາໜອງ ບາເບ໋ - ເພັດຂຽວຂອງເຂດພູຜາປ່າໄມ້ ທາງທິດຕາເວັນອອກສຽງເໜືອ - ảnh 1 ໜອງ ບາເບ໋ທີ່ສວຍສົດງົດງາມ

ໜອງ ບາເບ໋ ແມ່ນໜຶ່ງໃນບັນດາໜອງນ້ຳຈືດທຳມະຊາດໃຫຍ່ກວ່າໝູ່ຢູ່ ຫວຽດນາມ ດ້ວຍລວງຍາວກວ່າ 8 ກິໂລແມັດ, ເນື້ອທີ່ໜ້ານ້ຳແມ່ນ 500 ເຮັກຕາ, ໃນໜອງກໍ່ມີດອນນ້ອຍຫຼາຍໜ່ວຍ. ໂດຍຖືກນອນຢູ່ຈຸດ ທີ່ມີຄວາມສູງ 150 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ນ້ຳຂອງໜອງແມ່ນໃສ ແລະ ຂຽວເຢັນປຽບເໝືອນເພັດຂຽວ ໃນທ່າມກາງເຂດພູຜາປ່າໄມ້ທີ່ຮົກເຮື້ອ. ໜອງ ບາເບ໋ ແມ່ນການປະສົມປະສານຂອງພູຜາປ່າໄມ້ ແມ່ນ້ຳລຳເຊ, ຢູ່ແຫ່ງນີ້ ດິນຟ້າອາກາດເຢັນສະບາຍ ປອດໂປ່ງ, ດັ່ງນັ້ນແຂກທ່ອງທ່ຽວກໍ່ສາມາດມາທ່ຽວຊົມ ໃນທຸກໆເວລາໃນປີ. ຕາມບົດຮຽນຂອງຫຼາຍຄົນແລ້ວ, ຊ່ວງເວລາທີ່ດີທີ່ສຸດ ແມ່ນໃນຍາມລະດູຮ້ອນ, ຊຸມວັນຕົ້ນລະດູໃບໄມ້ຫຼົ່ນ ຫຼື ລະດູບານໃໝ່. ມາທ່ຽວຊົມໜອງ ບາເບ໋, ແຂກທ່ອງທ່ຽວບໍ່ພຽງແຕ່ຈະເຫັນປະຈັກຕາ ທິວທັດພູຜາປ່າໄມ້ ແມ່ນ້ຳລຳເຊທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນ ຫາກຍັງໄດ້ຄົ້ນຫາການເຄື່ອນໄຫວທີ່ເປັນໜ້າຈັບໃຈ ໃນໜອງຄື ລອຍນ້ຳ, ພາຍເຮືອ, ຕຶກປາ… ທ່ານ ດົ່ງມິງເກື່ອງ ຜູ້ອຳນວຍການບໍລິສັດ ແຊນອ໊າເຈົາ ແບ່ງປັນວ່າ:

      “ຂ້າພະເຈົ້າໄດ້ໄປທ່ຽວຊົມຢູ່ໜອງ ບາບ໋າ ຫຼາຍເທື່ອແລ້ວ ແລະ ຂ້າພະເຈົ້າຊົມຊອບບໍລິເວນນີ້ທີ່ສຸດ. ນີ້ກໍ່ແມ່ນເຂດທ່ອງທ່ຽວ ທີ່ມີຄຸນຄ່າທາງດ້ານທຳມະຊາດ ແລະ ພິເສດແມ່ນມີໜອງນ້ຳຈືດເທິງພູໃຫຍ່ທີ່ສຸດ. ຢູ່ທີ່ນີ້ມີປ່າສະຫງວນແຫ່ງຊາດ ທີ່ກວ້າງໃຫຍ່ ແລະ ມີຕົ້ນໄມ້ໃຫຍ່ຫຼາຍຕົ້ນ. ນີ້ກໍ່ແມ່ນຄວາມສາມາດບົ່ມຊ້ອນ ເພື່ອພັດທະນາການທ່ອງທ່ຽວ”.

      ເມື່ອຂີ່ເຮືອໄປທ່ຽວຊົມໜອງ, ແຂກທ່ອງທ່ຽວອາດຈະໄປຮອດບັນດາສະຖານທີ່ ນອນໃນບໍລິເວນໜອງຄື ເກາະບ່າກວ໊າ, ອາວຕຽນ, ວິຫານອານມະ… ສະຖານທີ່ທຳອິດ ແມ່ນຖ້ຳປ່ວງ ມີລວງຍາວກວ່າ 300 ແມັດ, ເພດານຂອງຖ້ຳສູງກວ່າ 30  ແມັດ, ຢູ່ໃນຖ້ຳມີນົມຫີນດ້ວຍຮູບແປກປະຫຼາດຫຼາຍຢ່າງ. ຢູ່ທີ່ນີ້ບັນດານັກຄົ້ນຄວ້າບູຮານ  ກໍ່ໄດ້ຄົ້ນພົບຮ່ອງຮອຍ ວັດຖຸບູຮານ 73 ຢ່າງ ເຊິ່ງເປັນຂອງມະນຸດ ທີ່ໄດ້ດຳລົງຊີວິດໃນສະໄໝປະຖົມບູຮານ ກ່ອນນີ້ປະມານ 20.000 ປີ. ນອກຈາກນັ້ນ ກໍ່ຍັງມີຮ່ອງຮອຍບູຮານຄະດີ ໃນສະໄໝລາດຊະວົງມາກ ໃນທ້າຍສະຕະວັດທີ XVI. ເພື່ອນ ເຈິ່ນແທັງຕຸ່ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເວົ້າວ່າ:

      “ຄວາມປະທັບໃຈທຳອິດ ແມ່ນຕ້ອງເວົ້າວ່າທິວທັດທຳມະຊາດຢູ່ແຫ່ງນີ້ ຮົກເຮື້ອ ໃຫຍ່ໂຕມະໂຫຖານ ມີອັນໃດອັນໜຶ່ງທີ່ເປັນໜ້າລຶກລັບ ເຊິ່ງເປັນສິ່ງທີ່ດຶງດູດທຸກໆຄົນມາຄົ້ນຫາ. ໃນຖ້ຳກໍ່ມີນົມຫີນທີ່ເປັນເອກະລັກຢ່າງຫຼວງຫຼາຍ”.

     ຢູ່ນອກຖ້ຳປ່ວງ, ແຂກທ່ອງທ່ຽວ ອາດຈະແວ່ຢາມຖ້ຳ ຮົວມະ, ຖ້ຳ ໄຝ່, ແລ້ວກໍ່ລົງໄປຢາມໜູ້ບ້ານຂອງຊາວເຜົ່າມົ້ງ, ເຜົ່າຢ້າວຢູ່ຈອມພູ… ຢູ່ແຕ່ລະຈຸດໃນການເດີນທາງຄົ້ນຫາໜອງ ບາບ໋າ, ແຂກທ່ອງທ່ຽວຈະມີໂອກາດແວ່ຢາມ, ຊີມອາຫານພິເສດ ຂອງເຂດພູຜາປ່າໄມ້ຄື ປີ້ງປາ, ປີ້ງກຸ້ງ, ປີ້ງກວ້ຍ, ເຂົ້າຫຼາມ… ມາທ່ອງທ່ຽວຢູ່ໜອງ ບາເບ໋ ແຂກທ່ອງທ່ຽວຈະໄດ້ຄົ້ນຫາບັນດາຈຸດວັດທະນະທຳຂອງເຜົ່າ ໄຕ, ເຜົ່າ ນຸ່ງ ທີ່ດຳລົງຊີວິດຢູ່ໝູ່ບ້ານຕ່າງໆແຄມໜອງຄື ບ້ານ ປາກງ່ອຍ, ບ້ານ ກົກຕົກ, ບ້ານ ບໍ່ລູ່… ແລະ ໄດ້ຊີມບັນດາເຍື່ອງອາຫານພິເສດ ຂອງຊາວທ້ອງຖິ່ນ. ພິເສດໃນໂອກາດງານບຸນຂອງໝູ່ບ້ານ, ແຂກທ່ອງທ່ຽວຈະໄດ້ຮັບຟັງສຽງຂັບແທນ, ພິມຕິ໊ງ ໂດຍບັນດານາງສາວເຜົ່າ ໄຕ ສະແດງທີ່ເປັນໜ້າປະທັບໃຈ. ທ່ານ ຫງວຽນເຕິ໊ນລິງ ຜູ້ອຳນວຍການບໍລິສັດ ເມີລິງ ສະໜອງການບໍລິການ Homstay  ໃຫ້ຮູ້ວ່າ:

     “ບັນດາຜະລິດຕະພັນຕົ້ນຕໍ ຂອງພວກຂ້າພະເຈົ້າເກືອບທັງໝົດ ແມ່ນມີການປະສານສົມທົບກັບພໍ່ແມ່ນພີ່ນ້ອງຊາວທ້ອງຖິ່ນ, ເຂົາເຈົ້າໄດ້ມີການຊ່ວຍໜູນແຂກທ່ອງທ່ຽວ, ທັງນີ້ກໍ່ປະກອບສ່ວນ ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ ພາກສ່ວນໜຶ່ງ. ພວກຂ້າພະເຈົ້າກໍ່ໄດ້ນຳໃຊ້ ແຫຼ່ງອາຫານຂອງທ້ອງຖິ່ນ ເພື່ອຮັບໃຊ້ໃຫ້ແຂກທ່ອງທ່ຽວ ເຊິ່ງຈະເປັນການສ້າງຄວາມປະທັບໃຈ ໃຫ້ແກ່ແຂກທ່ອງທ່ຽວ”.

      ໜອງ ບາເບ໋ ໄດ້ຮັບການຮັບຮອງໃນກອງປະຊຸມໜອງນ້ຳຈືດໂລກ ທີ່ຈັດຂຶ້ນຢູ່ອາເມລິກາ ເມື່ອບໍ່ດົນມານີ້ວ່າ ແມ່ນໜຶ່ງໃນຈຳນວນ 20 ໜອງນ້ຳຈືດພິເສດຂອງໂລກ ຄວນໄດ້ຮັບການປົກປັກຮັກສາ. ທ້າຍປີ 2004, ປ່າສະຫງວນແຫ່ງຊາດ ບາເບ໋ ກໍ່ໄດ້ຮັບການຮັບຮອງແມ່ນ ສວນມໍລະດົກ ອາຊຽນ ແລະ ແມ່ນປູຊະນີຍະສາຖານລະດັບຊາດພິເສດ. ປັດຈຸບັນໜອງ ບາເບ໋ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມທັດສະນະສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ