ຄວາມປະທັບໃຈກ່ຽວກັບຊາຫວີ, ບ່ອນຕັ້ງຟອຍແຕ້ມທຳອິດຂອງແຜນທີ່ຫວຽດນາມ

(vovworld) ຖ້າ​ຫາກ​ແຕ້ມ​ແຜນ​ທີ່​ຫວຽດນາມ, ບ່ອນ​ຕັ້ງຟອຍ​ແຕ້ມທຳ​ອິດນັ້ນ​ແມ່ນ​ແຫຼມ​ຊາ​ຫວີ ທີ່​ຂຶ້ນ​ກັບ​ຕາ​ແສງ​ຈ່າ​ໂກ, ນະຄອນ​ມ໋ອງກ໋າຍ, ​ແຂວງ​ກວາງ​ນິງ.       “ຊາ“ ໝາຍ​ຄວາມ​ວ່າ​ຊາຍ​ທະ​ເລ, “ຫວີ“ ໝາຍ​ຄວາມ​ວ່າ​ຫາງ. ​ເຂົາ​ເຈົ້າ​ເອີ້ນ​ວ່າ​ຊາ​ຫວີ ​ເພາະວ່າ​ແຕ່ລະ​ເທື່ອ​ເມື່ອ​ນ້ຳ​ທະ​ເລ​ລົດລົງ, ຈະ​​ເຫັນ​ຫາດ​ຊາຍ​ທະ​ເລທີ່​ຍາວ​ຢຽດປຽບ​ເໝືອນ​ຫາງ​ມັງກອນພົ້ນ​ເດັ່ນ​ຂຶ້ນ. ​ໃນ​ລາຍການ​ຄົ້ນ​ຫາ​ຫວຽດນາມ​ພາກ​ນີ້, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຂໍ​ແນະນຳ​ບົດ​ສາລະ​ຄະດີ​ທີ່​ມີ​ຫົວ​ຂໍ້​ວ່າ: “ຄວາມ​ປະ​ທັບ​ໃຈກ່ຽວ​ກັບຊາ​ຫວີ, ​​ບ່ອນ​ຕັ້ງ​ຟອຍ​ແຕ້ມ​ທຳ​ອິດ​ຂອງແຜນ​ທີ່​ຫວຽດນາມ“ ​ເຊີນ​ທ່ານ​ຮັບ​ຟັງ.

ຄວາມປະທັບໃຈກ່ຽວກັບຊາຫວີ, ບ່ອນຕັ້ງຟອຍແຕ້ມທຳອິດຂອງແຜນທີ່ຫວຽດນາມ - ảnh 1

ປ້າຍຂອບ​ອ້ອມ​ຊາຍ​ແດນຈາລຶກ​ຄຳ​ກອນຂອງ​ນັກ​ກະວີ ​ໂຕ໋ຫື​ວ ທີ່​ວ່າ:

“ຈາກ​ຈ່າ​ໂກ​ປ່າ ຕົ້ນສົນ. ​ເຖິງ​ກ່າ​ເມົາປ່າ ​ໂກງ​ກາງ“

(ພາບ: ອິນເຕີແນດ)

        ພວກ​ຂ້າພະ​ເຈົ້າ​ເດີນທາງ​ອອກ​ຈາກ​ນະຄອນ​ມ໋ອງກ໋າຍ ​ໃນ​ຍາມ​ຮຸ່ງ​ເຊົ້າ​ດ້ວຍລົດ​​ໃຫຍ່, ບົນ​ເສັ້ນທາງ​ປູຢາງ​ຊື່​ຖັດແຄມ​ທະ​ເລ​ກໍ່​ຮູ້ສຶກ​ວ່າ​ທ້ອງຟ້າ​ຄືກ​ວ້າງກວ່າ ​ແລະ ໜ້າດິນ​ຮາບ​ພຽງ​ກວ່າ. ​ຜ່ານ​ໝູ່​ບ້ານ​ຈ່າ​ໂກ, ສາລາ​ຈ່າ​ໂກ, ​ໂບດ​ຈ່າ​ໂກ​ ​.... ກໍ່​ໄປ​ຮອດ​ແຫຼມ​ຊາ​ຫວີ. ປ້າຍຂອບ​ອ້ອມ​ຊາຍ​ແດນຕັ້ງ​ຢູ່​ປາຍທາງ, ບ່ອນ​ໂປ​ໂລ​ອອກ​ສູ່​ທະ​ເລ​ປຽບ​ເໝືອນ​ນີ້ວມື​ຊີ້​ອອກ​ມະຫາ​ສະໝຸດ​ທີ່​ກວ້າງ​ໃຫຍ່​ສຸດ​ສາຍຕາ, ​ເທິງ​ປ້າຍ​ນີ້​ໄດ້​ຈາລຶກ​ຄຳ​ກະວີ​ຂອງ​ນັກ​ກະວີ ​ໂຕ໋ຫື​ວ ທີ່​ວ່າ: “ຈາກ​ຈ່າ​ໂກ​ປ່າ ຕົ້ນສົນ. ​ເຖິງ​ກ່າ​ເມົາປ່າ ​ໂກງ​ກາງ“. ບົນ​ທະ​ເລ​ບ່ອນ​ໄກໆນັ້ນ, ​ແມ່ນຫຼັກ​ໝາຍຊາຍ​ແດນ​ທີ່​ຢັ້ງ​ຢືນ​ອະທິປະ​ໄຕ​ລະຫວ່າງຫວຽດນາມ - ຈີນ. ຜູ້​ທຳ​ອິດ​ທີ່ພວກ​ຂ້າພະ​ເຈົ້າ​ພົບ​ປະ​ຢູ່​ແຫຼມ​ຊາ​ຫວີ ນັ້ນ​ແມ່ນ​ບັນດາ​ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​​ກອງ​ທີ 3, ປ້ອມ​ປ້ອງ​ງກັນຊາ​ຍ​ແດນ​ຈ່າ​ໂກ. ພວກ​ອ້າຍ​ພວມ​ເລີ່​ມຕົ້ນ​ວຽກ​ງານ​ປະຈຳ​ວັນ​ຂອງ​ຕົນ​ຢູ່​ຊາ​ຫວີ. ຮ້ອຍ​ໂທ ​ໂຮ່ວັນ​ຕົງ, ຜູ້​ທີ່​ຫາ​ກໍ່​ຮັບ​ໜ້າ​ທີ່ຢູ່​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ນີ້​ມາ​ເປັນ​ເວລາ​ພຽງ 8 ​ເດືອນ​ເທົ່າ​ນັ້ນໄດ້​​ແນະນຳ​ໃຫ້​ພວກ​ຂ້າພະ​ເຈົ້າ​ກ່ຽວ​ກັບ​ຈຸດ​ພິ​ເສດສະ​ເພາະ​ຂອງດິນ​ແດນ​ແຫ່ງ​ນີ້​ວ່າ:

        “ບ່ອນ​ທີ່​ພວກ​ເຮົາ​ພວມ​ຢືນ​ແມ່ນ​ປາກ​ແມ່​ນ້ຳ ບັກ​ລວນ. ຢູ່​ເບື້ອງ​ໜ້າ​ແມ່ນ 2 ຫຼັກ​ໝາຍ​ສຸດ​ທ້າຍ​ລະຫວ່າງ​ຫວຽດນາມ - ຈີນ, ​ແລະ ກໍ່​ຢູ່​ຕໍ່ໜ້າ​ແມ່ນ​ເທດສະບານຈຽງ​ຜິ​ງ , ນະຄອນ​ຕຸ​ງຊິງ ຂອງຈີນ. ຢູ່​ເບື້ອງ​ຂວາ ​ແມ່ນ​ແຫຼມປາຍ​ຫຼົງ ຂອງ​ທ່າ​ເພິ​ງ​ເສິງ , ກວາງ​ສີ, ຈີນ. ພວກ​ເຈົ້າ​ເຫັນ​ບໍ່​, ຊາວ​ປະມົງ​ຫວຽດນາມ​ກຳລັງ​ຫາ​ປາ ​ແລະ ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ບັນດາ​ສັນຍາ, ສົນທິສັນຍາລະຫວ່າງ​ຫວຽດນາມ - ຈີນ​ຢ່າງ​ເຂັ້ມ​ງວດ“.

ຄວາມປະທັບໃຈກ່ຽວກັບຊາຫວີ, ບ່ອນຕັ້ງຟອຍແຕ້ມທຳອິດຂອງແຜນທີ່ຫວຽດນາມ - ảnh 2

ຮູບພາບຢູ່ຫາດຊາຍທະເລຈ່າໂກ

(ພາບ: ອິນເຕີແນດ)

        ຮ້ອຍ​ໂທ ​ໂຮ່ວັນ​ຕົງ, ​ເວົ້າ​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ທີ່​ນີ້​ລ້ວນ​ແຕ່​ມີຈິດ​ວີນຍານ - ຈິດ​ວີນຍານ​ຂອງ “ນັກຮົບ“

        “ຄື້ນທະ​ເລກະ​ທົບ​ໃສ່​ບ່ອນ​ນີ້, ບາງ​ເທື່ອ​ທົບ​ໃສ່​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ອີກ. ​ໃນ​ຍາມ​ຮ້ອນ, ລົມ​ພັດ​ແຮງ​ທີ່​ສຸດ, ​ແຮງ​ກວ່າ​ຢູ່​​ເຂດ​ດິນ​ຕໍ່​ແຜ່ນ. ຮອດ​ລະດູ​ໜາວອາກາດໜາວຈັດ. ຫ່າຝົນມາ​ໄວ​ທີ່​ສຸດ. ​ໃນ​ເວລາ​ພຽງ 15 ນາທີ​ເທົ່າ​ນັ້ນ, ​ແຕ່​ດິນ​ຟ້າ​ອາກາດ​ໄດ້​ຫັນປ່ຽນ​​ຈາກ​ແຈ້ງ​ສະຫວ່າງ​ເປັນ​ມືດ​ມົວໂດຍ​ທັນທີ“

        ຮ້ອຍ​ໂທ ​ໂຮ່ວັນ​ຕົງ ບໍ່​ທັນ​ເວົ້າ​ໝົດ​ຄວາມ ຝົນ​ກໍ່​ຕົກລົງ​ແຫຼມ​ຊາ​ຫວີ​ຢ່າງ​ແຮງ. ຟ້າຮ້ອງ, ຟ້າ​ແມບ, ຝົນ ​ແລະ ລົມ​ພັດ ​ໄດ້​ເຮັດ​ໃຫ້​ຕົ້ນ​ຕະຊົນ​, ​ເຊິ່ງ​ແມ່ນ​ຕົ້ນ​ໄມ້​ທີ່​ເປັນ​ສັນຍາ​ລັກ​ຂອງ ຊາ​ຫວີ ​ແລະ ຫາດ​ຊາຍ​ທະ​ເລ​ຈ່າ​ໂກ​ໂອນ​ອຽງໄປ​ຕາມ​ສາຍ​ລົມ.

        ​ໃນ​​ຂະນະທີ່​ຝົນຍັງຕົກ​ນັ້ນ, ຮ້ອຍ​ໂທ ​ໂຮ່ວັນ​ຕົງ ​ໄດ້​​ເຕື້ອງ​ເຖິງ​ດວງ​ຕາ​ເວັນ​ຢູ່​ເຂດ​ດິນ​ແຫ່ງ​ສັກກະ​ລະ​ບູຊາ ຊາ​ຫວີ ນີ້​ວ່າ:

ດວງ​ຕາ​ເວັນ​ພົ້ນ​ຂອບ​ຟ້າ​ຂື້ນ​ມາ​ສຸດ​ແສນ​ສວຍ​ງາມ, ພິ​ເສດ​, ສຳລັບ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຢູ່​ທີ່​ນີ້​ ​​ໄດ້ມອງ​ເຫັນ​ດວງ​ຕາ​ເວັນ​ຂື້ນ​ງາມ​ກ່ວາຢູ່​ບ່ອນ​ອ່ືນ. ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ເຮັດ​ໜ້າ​ທີ່ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ດິນ​ແດນແຫ່ງ​ນີ້. ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຢູ່​ຈ່າ​ໂກ ໄດ້​ສ້າງ​ຄວາມສະອອນ​ໃຈ​​ເພື່ອໃຫ້ພວກ​ຂ້າພະ​ເຈົ້າ​ປະຕິບັດສຳ​ເລັດ​ໜາ​້ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ.

ຄວາມປະທັບໃຈກ່ຽວກັບຊາຫວີ, ບ່ອນຕັ້ງຟອຍແຕ້ມທຳອິດຂອງແຜນທີ່ຫວຽດນາມ - ảnh 3
ດວງ​ຕາ​ເວັນ​ພົ້ນ​ຂອບ​ຟ້າ​ຂື້ນ​ມາ​ສຸດ​ແສນ​ສວຍ​ງາມ
(ພາບ: ອິນເຕີແນດ)

        ສິ່ງ​ທີ່​ແປກ​ປະຫຼາດ​ນັ້ນ​ແມ່ນ, ​ພາຍຫຼັງ​ຫ່າ​ຝົນ, ດິນ​ຟ້າ​ອາກາດ​ຢູ່​ຊາ​ຫວີ ກໍ່​ແຈ້ງ​ສະຫວ່າງ​ ​ແລະ ຄື້ນທະ​ເລ​ກໍ່ອ່ອນ​ລົງ​ໃນ​ທັນທີ, ຫາດ​ຊາຍ​ຊາ​ຫວີ​ ຢູ່ກາງ​ທະ​ເລ​ທີ່​ຢືນຢັນ​ອະທິປະ​ໄຕຂອງ​ຫວຽດນາມສືບ​ຕໍ່​ຕ້ອນຮັບ​ເຮືອ​ຫາ​ປາ​ຂອງ​ຊາວ​ປະມົງ​ເຂົ້າ​ທຽບ​ທ່າ. ບັນດາ​ກຳມະກອນ​ທີ່​ພວມ​ເຮັດ​ວຽກ​ຢູ່​ກຸ່ມກິດຈະກຳ​ສື່ສານ​ປຸກລະດົມຊາ​ຫວີ, ​ໃນ​ເນື້ອ​ທີ່​ກວ່າ 15.000 ຕາລາງ​ແມດ ​ເຊິ່ງຕັ້ງ​ຢູ່ມໍ່ໆນີ້​ສືບ​ຕໍ່​ຕີ​ເຫຼັກ, ປະສົມ​ເບ​ຕົງ. ນາຍ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ໂຮ່ວັນ​ຕົງ​ຂໍ​ລາ​ພວກ​ຂ້າພະ​ເຈົ້າ​ເພື່ອ​ເລີ່​ມຕົ້ນ​ວຽກ​ງານ​ເວນຍາມ​ຂອງ​ຕົນ ດ້ວຍ​ຄວາ​ມ​ເອກອ້າງ​ທະ​ນົງ​ໃຈ​ທີ່​​ເປັນ​ທະຫານ​ປ້ອງ​ກັນ​ຕອນ​ດິນ​ເໜືອ​ສຸດ​ຂອງ​ປະ​ເທດ. ສ່ວນ​ພວກ​ຂ້າພະ​ເຈົ້າ​ກ່ອນ​ຈະ​​ເດີນທາງອອກ​ຈາກຊາ​ຫວີ ​ໄດ້​ພົບ​ປະ​ກັບ​ຊາວ​ປະມົງ​ບ້ານ​ຈ່າ​ໂກ ​ແລະ ​ໄປ​ຜ່ານ​ສວນ​ໄມ້​ໂດຍ​ບັນດາ​ປະມຸກ​ລັດ​ປູກ​ເມື່ອ​ມາ​ຢ້ຽມຢາມ​ຊາ​ຫວີ, ​ແລ້ວ​ລົງ​ຫາດ​ຊາຍ​ທະ​ເລ​ເພື່ອ​ສຳ​ພັດ​ກັບ​ທະ​ເລ ​ແລະ ຮັບ​ຟັງສຽງ​ຄື້ນທະ​ເລ​ກະທົບ​ໃສ່​ຝັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ