ຄວາມປະທັບໃຈເມື່ອມາຢ້ຽມຢາມໝູ່ບ້ານກູເລີ່ນໃນແຂວງເລີມດົງ

ໝູ່​ບ້ານ​ກູ​ເລີ່ນ​ທີ່​ຮົກ​ເຮື້ອ ດ້ວຍ​ເຮືອນ​ຮ​້ານ​ຕັ້ງ​ແບບ​ກະ​ແຈກ​ກະ​ຈາຍ​ຂອງ​ຂອງ​ຊາວເຜົ່າ​ກະ​ຮໍ ໃນ​ທ່າມ​ກາງ​ດິນ​ຟ້າ​ອາ​ກາດ​ເຢັນ​ສະ​ບາຍ​ຢູ່​ເຂດ​ພູ​ພຽງ​ລາງ​ບຽງ ໃນ​ແຂວງ​ເລີມ​ດົງ. ນີ້​ກໍ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ຂອງ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ. ເມື່ອ​ມາ​ຢ້​ຽມ​ຢາມ ໝູ່​ບ້ານ​ກູ​ເລີ່ນ, ແຂກ​ທ່ອງ​ທ່ຽວ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ​ເມື່ອ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ. 

ຄວາມປະທັບໃຈເມື່ອມາຢ້ຽມຢາມໝູ່ບ້ານກູເລີ່ນໃນແຂວງເລີມດົງ - ảnh 1
ຄວາມ​ງາມ​ດັ່ງ​ໃນ​ຝັນ​ຢູ່ໝູ່​ບ້ານ​ກູ​ເລີ່ນໃນ​ແຂວງ​ເລີມ​ດົງ

     ໝູ່​ບ້ານ​ກູ​ເລີ່ນຖືກ​ຕັ້ງ​ຢູ່​ກາງ​ປ່າດົງ​ດິບ​ທີ່​ຮົກ​ເຮື້ອ ໃຕ້​ຕີນ​ພູ​ລາງ​ບຽງ ຂຶ້ນ​ກັບ​ເມືອງຫຼາກ​ເຢືອງ, ແຂວງ​ເລີມ​ດົງ. ໝູ່​ບ້ານ​ກູ​ເລີ່ນມີ​ເນື້ອ​ທີ່​ປະ​ມານ 30 ແຮັກ​ຕາ ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ດາຫຼາດ​ປະ​ມານ 20 km. ໝູ່​ບ້ານ​ກູ​ເລີ່ນແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະ​ຊາ​ຄົມ​ຊາວ​ເຜົ່າ​ກະ​ຮໍ. ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ໃນ​ທ່າມ​ກາງ​ຄວາມ​ສະ​ຫງົບ​ສຸກ​ໃນ​ເຮືອນ​ຮ້ານຫຼັງ​ຕ່າງໆ. ຍ້ອນຫຼົງ​ໄຫຼກັບ​ຄວາມ​ງາມ​ແບບ​ຮົກ​ເຮື້ອດັ່ງ​ໃນ​ຝັນຂອງ​ໝູ່​ບ້ານ, ນັກ​ດົນ​ຕີ ວັນ​ຕ້ວນ​ແອງ ໄດ້​ສ້າງ​ໝູ່​ບ້ານ​ໃຫ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ເປັ​ນ​ເອ​ກະ​ລັກ​ສະ​ເພາະ ແລະ ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ. ອ້າຍດ​ວານ​ເຈື່ອງ​ເຊີນ ຜູ້​ນຳ​ທ່ຽວ​ຂອງ​ບໍ​ລິ​ສັດ Vietravel ໃຫ້​ຮູ້​ວ່າ : 

    “ ສຳ​ລັບໝູ່​ບ້ານ​ກູ​ເລີ່ນ, ຊື່​ຂອງ​ໝູ່​ບ້ານ​ມີ​ລັກ​ສະ​ນະ​ພື້ນ​ເມືອງ, ຟັງ​ລຽບງ່າຍ​ປຽບ​ເໝືອນ​ທັດສະ​ນີຍະ​ພາບ​ຢູ່​ແຫ່ງນີ້. ແຕ່​ເມື່ອ​ເຫັນ​ດ້ວຍ​ຕາ, ພວກ​ເຮົາ​ຈະ​ພົບ​ເຫັນຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ຈັບ​ໃຈ. ຢູ່​ແຫ່ງນີ້ ໄດ້​ເຊື່ອມ​ຈອດ​ມະ​ນຸດ​ດ້ວຍ​ກັນ​ແບບ​ທຳ​ມະ​ຊາດ. ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ບັນ​ດາ​ຕົວ​ເມືອງ​ໃຫຍ່ທີ່​ມີ​ການ​ດຳ​ລົງ​ຊີ​ວິດ​ແບບ​ອຸດ​ສາ​ຫະ​ກຳ​ນັ້ນ, ເມື່ອ​ມາ​ຮອດ​ແຫ່ງນີ້ ກໍ​ລ້ວນ​ແຕ່​ຮູ້​ສຶກ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ  ”

    ໂດຍ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທັດ​ສະ​ນີ​ຍະ​ພາບ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ​ຄືໝູ່​ບ້ານ​ກູ​ເລີ່ນ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ມີ​ໂອ​ກາດ​ໄດ້​ຄົ້ນ​ຫາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ຕາມ​ໃຈ. ອາດ​ຈະ​ໄດ້​ຍ່າງ​ເລາະຫຼິ້ນ, ຂຶ້ນ​ຄ້ອຍຫຼື​ຍ່າງ​ຕາມ​ທາງ​ຊອຍ​ໄປ​ຮອດ​ເຮືອນຫຼັງ​ຕ່າງໆ​ຖືກ​ມຸງ​ຫຍ້າ​ຂອງ​ຊາວ​ເຜົ່າ​ກະ​ຮໍ.

     ຖ້າ​ຫາກ​ໄດ້​ຂີ່​ລົດຈິບ​ຕາມ​ເສັ້ນ​ທາງ​ນ້ອຍ​ທີ່​ຄົດ​ງໍ, ເມ​ື່ອ​ຮອດ​ປາຍ​ທາງ, ບັງ​ເອີນ​ມີ​ບັນ​ດາ​ເຂດ​ໂນນ​ພູຫຼື​ຫ້ວຍ​ນ້ຳ​ລຳ​ຕ່າງໆ​​ປະ​ກົດ​ຂຶ້ນ​ໃນ​ສາຍ​ຕາ​ຂອງ​ແຂກ​ທ່ອງ​ທ່ຽວ, ອັນ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ. ນາງ​ຈິ້ງ​ທິ​ຫງອດ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ເປີ​ດ​ເຜີຍ​ວ່າ : 

   “ ​ເມື່ອ​ໄປ​ຮອດໝູ່​ບ້ານ​ກູ​ເລີ່ນ, ກ່ອນ​ອື່ນ​ໝົດ​ແມ່ນ​ໄດ້​ຂີ່​ລົດ​ຈິບ ຈະ​ຮູ້​ສຶກ​ໄດ້​ເຖິງ​ການ​ທ່ອງ​ທ່ຽວ​ແບບ​ຜະ​ຈົນ​ໄພ. ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ເຮົາ​ຍັງ​ບໍ່​ທັນ​ຂຶ້ນ​ຄ້ອຍ​ທີ່​ຕັ້ງ​ຊືແບບນີ້. ນີ້​ແມ່ນ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ທີ່​ອຸ​ດົມ​ສົ​ມ​ບູນ, ເຮັດ​ໃຫ້​ເຮົາ​ມີ​ຄວາມ​ປະ​ທັບ​ໃຈ ”

      ມາ​ຮອດໝູ່​ບ້ານ​ກູ​ເລີ່ນ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ກາງ​ແຈ້ງ​ເຊັ່ນ: ປີນ​ພູ, ປ່ອຍ​ວາວ, ພາຍ​ເຮືອ​ໃນ​ໜອງ, ຂ້າມ​ປ່າ, ຕຶກ​ປາ. ຍິ່ງ​ໄປ​ກວ່ານັ້ນ, ຈະ​ໄດ້​ຕັ້ງ​ຄ້າຍ, ຈູດ​ໄຟ, ເຂົ້າ​ຮ່ວມ​ການ​ລະຫຼິ້ນ​ພື້ນ​ເມືອງ, ຟັງ​ຕີ​ຄ້ອງ. ທ້າວ​ມິນ​ເລີນ, ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ​ແຂວງ​ເລີມ​ດົງ ໃຫ້​ຮູ້​ວ່າ : 

   “ ພາຍຫຼັງ​ເດີນ​ຕາມ​ທາງ​ອ້ອມ​ພູ​ໄປ​ຮອດໝູ່​ບ້ານ​ກູ​ເລີ່ນ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ດັ່ງ​ໃນ​ຝັນ​ຂອງ​ຕະຫຼາດ ຈົມ​ຫົມ, ບ້ານດວກ, ຫ້ວຍ​ລຳ​ຕ່າ​ງໆ, ແຂກ​ທ່ອງ​ທ່ຽວ​ກໍ​ຢາ​ພາດ​ໂອ​ກາດ​ໄປ​ຢ້ຽມ​ຊົມ​ຫ້​ອງວາງ​ສະ​ແດງ​ພາບ​ແຕ້ມ. ຢູ່​ບ​ອ່ນນີ້, ເຄີຍ​ຈັດ​ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ຂອງ​ຈິດ​ຕະ​ກອນ​ທີ່​ມີ​ຊື່​ສຽງຫຼາຍ​ຄົ​ນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດ ”

    ໃນໝູ່​ບ້ານ​ກູ​ເລີ່ນ, ຈາກ​ຂົວ​ໄມ້​ໄຜ່, ສາ​ລາ​ບ້ານ ຕະຫຼອດ​ຮອດດອກ​ໄມ້​ປົງ​ຂຶ້ນ​ແບບ​ທຳ​ມະ​ຊາດ, ຕົ້ນ​ໄມ້​ໄຜ່​, ຄອກ​ສັດ…ທັງ​ໝົດ​ເຫຼົ່າ​ນັ້ນ ກໍ​ສໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ລຽບ​ງ່າຍ​ແບບດັ້ງ​ເດີມ. ນັກ​ດົນ​ຕີ ວັນ​ຕ້ວນ​ແອງ ເວົ້າ​ວ່າ :

    “ ໃນ​ທຸກວັນ​ນີ້, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ ຢາກ​ເຊື່ອມ​ຕົວ​ເຂົ້າ​ກັບ​ການ​ດຳ​ລົງ​ຊີ​ວິດ​ແບບ​ທຳ​ມະ​ຊາດ, ດັ່ງ​ນັ້ນ, ວັດ​ທະ​ນະ​ທຳທ້ອງ​ຖິ່ນ ແມ່ນ​ບັນ​ຫາ​ເປັນ​ຕາຍ​ຂອງ ໝູ່​ບ້ານ​ກູ​ເລີ່ນ. ໃນ​ໄລ​ຍະ​ຕໍ່​ໄປ, ໝູ່​ບ້ານ​ກູ​ເລີ່ນຍັງ​ຈະ​ຂະ​ຫຍາຍ​ຕົວ​ຕາມ​ແນວ​ໂນ້ມ​ກາຍ​ເປັນ​ໝູ່​ບ້ານ​ທີ່​ມີ​ຊີ​ວິດ​ແບບດັ້ງ​ເດີມ, ມີ​ຊາວ​ທ້ອງ​ຖິ່ນ​ດຳ​ເນີນ​ຊີວ​ິດ, ມີ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຄ້ອງ, ມີ​ໄກ່, ມີ​ໝ​ູ​ຖືກ​ລ້ຽງ​ໃນ​ປ່າ ມີ​ຜັກ​ຖືກ​ປູກ​ໃນ​ປ່າ... ”

    ບໍ່​ວ່າ​ຜູ້​ໃດ​ທີ່​ໄດ້​ມາ​ຢ້ຽມ​ຢາມໝູ່​ບ້ານ​ກູ​ເລີ່ນແລ້ວ, ຮອດ​ເວ​ລາກັບ​ເມືອ, ກໍ​ລ້ວນ​ແຕ່​ຄິດ​ຮອດ​ຄິດ​ເຖິງ​ແຫ່ງນີ້​ດ້ວຍ​ອະ​ນຸ​ສອນ​ທີ່​ດີ​ງາມ. ແລະ​ ໃນ​ແຜນ​ທີ່ທ່ອງ​ທ່ຽວ​ດາຫຼາດ, ໝູ່​ບ້ານ​ກູ​ເລີ່ນໃນ​ສາຍ​ຕາ​ຂອງ ນັກ​ດົນ​ຕີ ວັນ​ຕ້ວນ​ແອງ ໄດ້​ກາຍ​ເປັນ​ຈຸດ​ແວ່​ຢ້ຽມ​ຢາມ​ທີ່​ຂາດບໍ່​ໄດ້​ຂອງ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ເມື່ອ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ແຂວງເລີມ​ດົງ.

ຕອບກັບ

ຂ່າວ/ບົດ​ອື່ນ