ງານບຸນ ມິງເທ່ ຢູ່ບ້ານ ຮວ່າຫຼຽວ ເມືອງກ໊ຽນທຸຍ ນະຄອນຫ໋າຍຟ່ອງ

(VOVWORLD) -ວັນທີ 14 ເດືອນຈຽງ ຢູ່ວັດຮວ່າຫຼຽວທີ່ບ້ານ ຮວ່າຫຼຽວຕາແສງຖ້ວນທຽນເມືອງກ໊ຽນທຸຍ ນະຄອນຫ໋າຍຟ່ອງໄດ້ຈັດງານບຸນທີ່ເປັນເອກະລັກ, ນັ້ນແມ່ນງານບຸນມິງເທ່. ນີ້ແມ່ນວິທີເພື່ອໂຄສະນາກົດລະບຽບບ້ານ ຮວ່າຫຼຽວດ້ວຍຄວາມຫວັງຢາກໃຫ້ທຸກໆຄົນປະພຶດທີ່ດີຕໍ່ກັນບໍ່ເອົາຊັບສິນສ່ວນລວມມາເປັນຂອງສ່ວນຕົວ. ງານບຸນມິງເທ່ ປີນີ້ໄດ້ດຶງດູດປະຊາຊົນມາຮ່ວມຢ່າງຫຼວງຫຼາຍພາຍຫຼັງຖືກໂຈະໄວ້ເປັນເວລາສາມປີຍ້ອນໂຄວິດ - 19
ງານບຸນ ມິງເທ່ ຢູ່ບ້ານ ຮວ່າຫຼຽວ ເມືອງກ໊ຽນທຸຍ ນະຄອນຫ໋າຍຟ່ອງ - ảnh 1ຢູ່ກ້ອງເວທີກໍ່ແຕ້ມຮູບວົງມົນສີຂາວດ້ວຍເສັ້ນຜ່າກາງປະມານ 2 ມ

     ຕາມເອກະສານປະຫວັດສາດແລ້ວ, ງານບຸນມິງເທ່ໂດຍພະຊົນທະນີ ຫວູທິງອກຕວ່ານ (1845 - 1590) ສະໄໝລາດຊະວົງໝາກສະຕະວັດທີ XVI ປີ 1561 ໄດ້ເປັນຜູ້ລິເລີ່ມ ແລະ ແນະນຳໃຫ້ຊາວບ້ານ ຮວ່າຫຼຽວເຊິ່ງໄດ້ຖືກບັນທຶກໄວ້ໃນແຜ່ນສີລາສ້າງວັດ ຮວ່າຫຼຽວ          

        ໃນມື້ຈັດງານບຸນຢູ່ຫນ້າປະຕູວິຫານບູຊາພະຊົນທະນີ ຫວູທິງອກຕວ່ານ, ຄະນະຈັດຕັ້ງໄດ້ໃຫ້ຕັ້ງເວທີເພື່ອວາງເຄື່ອງຂອງຖວາຍບູຊາ, ເຫຼົ້າແລະເຄື່ອງປະດັບປະດາຕ່າງໆ.  ຢູ່ກ້ອງເວທີກໍ່ແຕ້ມຮູບວົງມົນສີຂາວດ້ວຍເສັ້ນຜ່າສູນກາງປະມານ 2 ແມັດ.ກ່ອນທີ່ຈະອ່ານຄຳຮຽດຮ້ອງມິງເທ່ ໝໍພອນຈະຈັບມີດຟ້ອນລຳວົງໜຶ່ງແລ້ວກໍ່ປັກໃສ່ຈຸດໃຈກາງຂອງວົງມົນ ເຊິ່ງສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດຕາມຄຳຮຽກຮ້ອງ. ຜູ້ມີຍົດສັກຕຳແໜ່ງໃນບ້ານຈະຟັງຄຳຮຽກຮ້ອງແລ້ວກໍ່ດື່ມເຫຼົ້າເລືອດໄກ່ ແລະປະຕິຍານຕົວໂດຍຊ່ອງໜ້າຊາວບ້ານຫຼາຍຄົນ. ທ່ານຟ້າມດັງຄວາ ອະດີດຮອງຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານປະຫວັດສາດວັດ ຮວ່າຫຼຽວໃຫ້ຮູ້ວ່າ:

    “ຄຳຮຽກຮ້ອງດັ່ງກ່າວກໍ່ມີລັກສະນະປຽບເໝືອນກົດລະບຽບຂອງບ້ານ. ບັນດາຜູ້ມີຍົດສັກຕຳແໜ່ງໃນບ້ານແມ່ນໄດ້ຮັບການເລືອກຕັ້ງຈາກຊາວບ້ານ. ຊາວບ້ານທຸກໆຄົນຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດໄວໜຸ່ມຈາກ 18 ປີຂຶ້ນໄປກໍ່ລ້ວນແຕ່ປະຕິບັດຕາມກົດລະບຽບຂອງບ້ານ ຕ້ອງທຳສິ່ງທີ່ດີບອກສອນລູກຫຼານຕ້ອງເຮັດສິ່ງທີ່ດີທີ່ງາມ ເພື່ອສ້າງປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ເຮັດຈັ່ງຊັ້ນເທວະດາຟ້າແຖນກໍ່ສະໜັບສະໜູນ ຖ້າຫາກກົງກັນຂ້າມເທວະດາຟ້າແຖນຈະລົງໂທດ”.

   ສ່ວນທ່ານ ຫງວຽນຈ້ອງຂາຍ ອະດີດພະນັກງານຕາແສງຖ້ວນທຽນເມືອງກຽນທິໃຫ້ຮູ້ວ່າ:

   “ກ່ອນອື່ນໝົດພວກຂ້າພະເຈົ້າໄດ້ຮຽນສິ່ງທີ່ດີທີ່ສຸດກ່ຽວກັບການປະພຶດຕໍ່ກັນ. ທຳອິດແມ່ນໃນຄອບຄົວແລະ ໃນສັງຄົມທຸກໆຄົນກໍ່ຕ້ອງປະພຶດທີ່ດີຕໍ່ກັນ, ຢູ່ນຳກັນດ້ວຍຄວາມຮັກແພງຖານເພື່ອນບ້ານໃກ້ຄຽງ ດ້ວຍມູນເຊື້ອອັນດີງາມ ແລະ ຄຸນສົມບັດທີ່ດີ”.

     ຜ່ານໄລຍະເວລາ 500 ປີ,ຄຳຮຽກຮ້ອງມິງເທ່ ແມ່ນມີຄວາມໝາຍສຶກສາອົບຮົມມູນເຊື້ອຮັກຊາດຄຸນສົມບັດວິຖີຊີວິດທີ່ສົດໃສ ແລະ ເປັນຕົ້ນແມ່ນສຶກສາອົບຮົມຄວາມຮັກແພງຖານເພື່ອນບ້ານໃກ້ຄຽງ. ພ້ອມກັບການຢັ້ງຢືນວິຫານ - ວັດຮວ່າຫຼຽວແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດ, ກະຊວງວັດທະນະທຳກິລາແລະທ່ອງທ່ຽວໄດ້ມອບໃບຢັ້ງຢືນງານບຸນມິງເທ່ ຂອງບ້ານ ຮວ່າຫຼຽວແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ງານບຸນບໍ່ພຽງແຕ່ເປັນເອກະລັກທາງດ້ານປະຫວັດສາດວັດທະນະທຳເທົ່ານັ້ນ ຫາກຍັງມີລັກສະນະສະຖານະການກ່ຽວກັບການສ້າງຄວາມເປັນລະບຽບຮຽບຮ້ອຍຈິດໃຈເຄົາລົບກົດໝາຍ.ອ້າຍຟ້າມວັນເຢີນ ຊາວບ້ານ ຮວ່າຫຼຽວຖຶວ່າ:

   “ຂ້າພະເຈົ້າແມ່ນຊາວບ້ານ ຮວ່າຫຼຽວກໍ່ມຸ່ງໄປເຖິງຄຳປະຕິຍານໂຕ. ຄຳປະຕິຍານໂຕເຫຼົ່ານີ້ ໄດ້ຊ່ວຍໃຫ້ໄວໜຸ່ມຄືຂ້າພະເຈົ້າແລະລຸ້ນຄົນຕໍ່ໄປມຸ່ງໄປສູ່ຄວາມສຸດຈະລິດທີ່ດີກວ່າ. ພວກຂ້າພະເຈົ້າຍາມໃດກໍ່ຕ້ອງປະຕິບັດຄຳປະຕິຍານໂຕ”.

   ມິງເທ່ ແມ່ນງານບຸນທີ່ເປັນເອກະລັກມີການປະສານສົມທົບລະຫວ່າງການເຫຼື້ອມໃສກັບການສຶກສາອົບຮົມຫຼັກສິນທຳ ບຸກຄະລິກກະພາບຂອງມະນຸດ. ນັ້ນແມ່ນການໂຄສະນາກົດລະບຽບຂອງໝູ່ບ້ານຕາແສງຢ່າງກວ້າງເລິກ ເຊິ່ງຈຸດສຸມແມ່ນການບອກສອນໃຫ້ຊາວບ້ານບໍ່ໂລບມາກໂລພາບໍ່ສະແຫວງຫາຜົນປະໂຫຍດສ່ວນລວມມາເປັນຂອງສ່ວນຕົວ. ດ້ວຍຄວາມໝາຍອັນດີງາມນັ້ນ ຄຳຮຽກຮ້ອງ ມິງແທ່ ແລະບັນດາພິທີກຳຂອງງານບຸນໄດ້ຮັບການສະໜັບສະໜູນຈາກຊາວບ້ານເພື່ອສືບຕໍ່ຮັກສາເສີມຂະຫຍາຍສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ ປະກອບສ່ວນຮັກສາສີສັນວັດທະນະທຳຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ