ງານບຸນສາລາບ້ານແຄມທະເລເປັນເອກະລັກໃນແຂວງກວ໋າງນິງ

(VOVWORLD) -ງານບຸນສາລາໝູ່ບ້ານຈ໋າໂກ໋ ໃນແຕ່ລະປີໄດ້ຮັບການຕີລາຄາວ່າແມ່ນງານບຸນທີ່ມີຂອບຂະໜາດໃຫຍ່ ແລະມີຄຸນຄ່າທີ່ພົ້ນເດັ່ນໃນບັນດາງານບຸນປະເພນີຢູ່ເຂດທະເລໝອງກ໊າຍ ແຂວງກວ໋າງນິງ. ດ້ວຍບັນດາພິທີກຳປະເພນີເປັນເອກະລັກ ງານບຸນເພື່ອແນໃສ່ອາໄລຫາແລະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາພະອໍລະຫັນຜູ້ໄດ້ມີຄຸນງາມຄວາມດີໃນການກໍ່ສ້າງໝູ່ບ້ານຈ໋າໂກ໋ ເມື່ອກ່ອນນີ້
ງານບຸນສາລາບ້ານແຄມທະເລເປັນເອກະລັກໃນແຂວງກວ໋າງນິງ - ảnh 1ພິທີເປີດງານບຸນສາລາຈ໋າໂກ໋ປີ 2022

    ສາລາໝູ່ບ້ານຈ໋າໂກ໋ ພວມບູຊາ 6 ຄອບຄົວທີ່ມີຄຸນງາມຄວາມດີໃນການບຸກເບີກພື້ນທີ່ດິນແດນແຫຼມຈ໋າບິ່ງເຂົາເຈົ້າໄດ້ຮັບຖືວ່າປຽບເໝືອນບັນດາພະອໍລະຫັນກໍ່ສ້າງໝູ່ບ້ານ,ທັງປ້ອງກັນຊາວປະມົງເດີນເຮືອໃນທະເລຕໍ່ໜ້າພະຍຸລົມແຮງ.ງານບຸນສາລາຈ໋າໂກ໋ ຖືກຈັດຂຶ້ນໃນແຕ່ລະປີນັບແຕ່ວັນທີ 30 ເດືອນ 5 ຫາວັນທີ 3 ເດືອນ 6 ໄລ່ຕາມຈັນທະປະຕິທິນນີ້ແມ່ນໂອກາດເພື່ອອາໄລຫາບັນດາວິລະບູລຸດທີ່ໄດ້ມີຄຸນງາມຄວາມດີໃນການສ້າງບ້ານແປງເມືອງຕີຂັບໄລ່ສັດຕູພາຍນອກ ເຂົ້າມາຮຸກຮານທັງເປັນການສຶກສາອົບຮົມມູນເຊື້ອຍົກສູງຄວາມເອກອ້າງທະນົງໃຈຂອງຊາດໃຫ້ແກ່ໄວໜຸ່ມລຸ້ນຕ່າງໆ. ທ່ານເຈິ່ນງອກຫາຍເລຂາຄະນະພັກຕຄາແສງຈ໋າໂກ໋ ຮອງຫົວໜ້າຄະນະຈັດຕັ້ງງານບຸນສາລາຈ໋າໂກ໋ ປີ 2022 ໃຫ້ຮູ້ວ່າ:

     “ງານບຸນສາລາຈ໋າໂກ໋ ຖືກຈັດຂຶ້ນໃນແຕ່ລະປີເພື່ອພາວະນາໃຫ້ດິນຟ້າອາກາດອຳນວຍຄວາມສະດວກລະດູການຜະລິດໄດ້ຮັບຜົນດີ ເປັນຕົ້ນແມ່ນການເດີນເຮືອຫາປາມີຄວາມສະດວກສະບາຍ. ເຫດການນີ້ຈະເປັນການສຶກສາອົບຮົມມູນເຊື້ອໃຫ້ແກ່ລູກຫຼານ, ໄວໜຸ່ມໃນບໍລິເວນຕາແສງເພື່ອເຊື່ອມຊຶມວັດທະນະທຳຂອງບ້ານເກີດເມືອງນອນເທື່ອລະກ້າວ”. 

      ພາຍຫຼັງສຽງກອງເປີດງານບຸນກໍ່ແມ່ນພິທີແຫ່ວໍ ເຊິ່ງແມ່ນຄວາມເປັນເອກະລັກສະເພາະຂອງງານບຸນສາລາຈ໋າໂກ໋. ວໍຈະຖືກພວກຊາຍໜຸ່ມໃນບ້ານແບກແຫ່ຜ່ານທ້ອງຖະໜົນສາຍຕ່າງໆ ລຽບຕາມຫາດຊາຍທະເລຈ໋າໂກ໊ ແລະກັບຄືນສູ່ສາລາຈ໋າໂກ໋ ທີ່ຕາແສງຈ໋າໂກ໋  ນະຄອນໝອງກ໊າຍ    

        ລຽບຕາມສອງຟາກທາງທີ່ຂະບວນແຫ່ວໍເດີນຜ່ານນັ້ນ ບັນດາຄອບຄົວໄດ້ວາງພາໝາກໄມ້ ສິນທະເລຈູດທູບໄຕ້ທຽນສະແດງຄວາມເຄົາລົບນັບຖື ຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນບັນພະບູລຸດ ທີ່ໄດ້ຊ່ວຍໃຫ້ລູກຫຼານມີສຸຂະພາບແຂງແຮງການດຳລົງຊີວິດມີຄວາມອີ່ມໜຳສຳລານການເດີນເຮືອໄປຫາປາກໍ່ຈະໄດ້ຮັບຜົນດີ. ນາງລ້າຍທິກຸ໊ຍແຂກທ່ອງທ່ຽວມາຢ້ຽມຊົມງານຸນສາລາຈ໋າໂກ໋ ໃຫ້ຮູ້ວ່າ:

     “ເປັນໜ້າສັກສິດທີ່ສຸດ.ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມານີ້  ແຕ່ຂ້າພະເຈົ້າຊົມຊອບທີ່ສຸດ.ຂ້າພະເຈົ້າຢາກກັບມານີ້ອີກຫຼາຍເທື່ອ ແລະຫວັງວ່ານີ້ຈະກາຍເປັນບູຊະນີຍະສະຖານວັດທະນະທຳຖືກຖ່າຍທອດໃຫ້ແກ່ລູກຫຼານໃນອະນາຄົດເພື່ອໃຫ້ໄວໜຸ່ມຮັກສາຕະຫຼອດການ”.

      ຄວາມເປັນເອກະລັກສະເພາະຂອງງານບຸນສາລາ ຈ໋າໂກ໋ ແມ່ນງານແຂ່ງຂັນໝູ. ໃນການແຂ່ງຂັນໝູ່ໂຕຕ່າງໆ ຈະຖືກອາບນ້ຳສະອາດນອນເທິງວໍ ຖືກກາງມຸ້ງ. ຄະນະຈັດຕັ້ງຈະມອບລາງວັນທີໜຶ່ງທີສອງ ທີສາມໃຫ້ແກ່ໝູທີ່ໄດ້ມາດຕະຖານກ່ຽວກັບນ້ຳໜັກຂະໜາດຮູບຊົງ. ທ່ານຫງວຽນແມັ້ງກວນຜູ້ລ້ຽງໝູໄດ້ຮັບລາງວັນທີໜຶ່ງໃນການແຂ່ງຂັນໝູເປີດເຜີຍວ່າ:

      “ພາຍຫຼັງທີ່ຂ້າພະເຈົ້າໄດ້ຮັບໝູມາລ້ຽງເປັນເວລາໜຶ່ງປີກໍ່ມີຄວາມລຳບາກຫຼາຍຢ່າງ. ແຕ່ເຖິງຢ່າງໃດກໍ່ຕາມການເຂົ້າຮ່ວມນີ້ກໍ່ໄດ້ນຳຄວາມເປັນກຽດແລະຄວາມມວນຊື່ນມາສູ່ທັງຄອບຄົວ. ເຮົາກໍ່ດີໃຈແລະມີຄວາມເປັນກຽດໄດ້ລາງວັນທີໜຶ່ງແລະກາຍເປັນຫົວໜ້າກຸ່ມລ້ຽງໝູສົກປີ 2021 – 2022. ຂ້າພະເຈົ້າຫວັງວ່າປະເພນີນີ້ ຈະຖືກຮັກສາໄວ້ ແລະຖ່າຍທອດໃຫ້ລູກຫຼານເພື່ອສຶບທອດຄົນລຸ້ນກ່ອນ”.

      ພາຍຫຼັງຂັ້ນຕອນໃຫ້ຄະແນນໃນການແຂ່ງຂັນນັ້ນໝູໂຕຕ່າງໆຈະກັບຄືນສູ່ຄອກຄືດັ່ງໝູທຳມະດາ.ແຕ່ສະເພາະໝູໄດ້ຮັບລາງວັນທີໜຶ່ງກໍ່ຖືກຂ້າເປັນຂອງຖວາຍບູຊາເທວະດາຟ້າແຖນ. ງານບຸນສາລາຈ໋າໂກ໋ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳກິລາແລະທ່ອງທ່ຽວແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດປີ 2019. ການຈັດຕັ້ງງານບຸນໃນແຕ່ລະປີກໍ່ເປັນການຮັບຮູ້ເຊີດຊູຮັກສາບັນດາຄຸນຄ່າປະຫວັດສາດວັດທະນະທຳການເຫຼື້ອມໃສຂອງງານບຸນສາລາຈ໋າ
ໂກ໋ ທັງນີ້ກໍ່ເປັນການປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳຂອງຊາດຫວຽດນາມເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ

ຕອບກັບ

ຂ່າວ/ບົດ​ອື່ນ