ງານບຸນໝູ່ບ້ານຫງອກເຕີນ - ແຫ່ງທີ່ເກັບຮັກສາບັນດາການລະຫຼິ້ນພື້ນເມືອງທີ່ເປັນເອກະລັກ

(VOVWORLD) -ແຕ່ລະປີ ຮອດວັນທີ 1 ແລະ ທີ 2 ເດືອນ 2 ໂດຍໄລ່ຕາມຈັນທະປະຕິທິນ, ຕາແສງຫງອກກວານ, ເມືອງດວານຮຸ່ງ, ແຂວງຟູ້ເຖາະ, ພັດຈັດຕັ້ງງານບຸນສາລາບ້ານຫງອກເຕີນ.

ໃນທ່າມກາງອາກາດໜາວເຢັນຍາມຕົ້ນລະດູບານໃໝ່, ແຂກທ່ອງທ່ຽວ ແລະ ປະຊາຊົນຢູ່ແຫ່ງນີ້ ໄດ້ພ້ອມກັນອາໄລຫາຄຸນງາມຄວາມດີຈາກບັນພະບຸລຸດ ແລະ ພາວະນາເມື່ອກ້າວສູ່ປີໃໝ່ ຈະມີຄວາມໂຊກດີ, ດິນຟ້າອາກາດຈະເອື້ອອຳນວຍຄວາມສະດວກ. ໜຶ່ງໃນບັນດາຈຸດທີ່ພົ້ນເດັ່ນທີ່ສ້າງຄວາມດູດດື່ມໃຫ້ແກ່ງານບຸນໝູ່ບ້ານຫງອກເຕີນນັ້ນ, ກໍແມ່ນການຈັດຕັ້ງບັນດາການລະຫຼິ້ນພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງພໍ່ແມ່ປະຊາຊົນບັນດາເຜົ່າ.

ງານບຸນໝູ່ບ້ານຫງອກເຕີນ -  ແຫ່ງທີ່ເກັບຮັກສາບັນດາການລະຫຼິ້ນພື້ນເມືອງທີ່ເປັນເອກະລັກ  - ảnh 1ງານບຸນໝູ່ບ້ານຫງອກເຕີນ 

     ໝູ່ບ້ານຫງອກເຕີນຕັ້ງຢູ່ຕີນພູ ເດົາ, ຊຶ່ງແມ່ນໜ່ວຍພູສູງກວ່າໝູ່ຂອງເມືອງເຂດພູດອຍ ດວານຮຸ່ງ ດ້ວຍຈຳນວນພົນລະເມືອງ 100% ແມ່ນຊາວເຜົ່າກາວລານ. ສາລາໝູ່ບ້ານຫງອກເຕີນໄດ້ຮັບການກໍ່ສ້າງມາແຕ່ປີ 1803 ໃນສະໄໝເຈົ້າຊີວິດ ຢາລອງປີທີ 2, ແລະ ຖືກຈັດອັນດັບເປັນປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບແຂວງເມື່ອປີ 1994. ສາລາໝູ່ບ້ານແຫ່ງນີ້ ບູຊານາຍພົນ 3 ທ່ານໃນສະໄໝລາດຊະວົງຮຸ່ງອົງທີ 18, ນັ້ນແມ່ນກາວເຊີນ, ກາວດ້າຍ, ກາວດາຍ ຊຶ່ງແມ່ນບັນດານາຍພົນທີ່ມີຄຸນງາມຄວາມດີຊ່ວຍເຈົ້າຊີວິດຮຸ່ງຕີສັດຕູ ປົກປັກຮັກສາປະເທດຊາດ. ບໍ່ພຽງແຕ່ໄດ້ເກັບຮັກສາບັນດາວັດຖຸພັນອັນປະເສີດເທົ່ານັ້ນ, ສາລາຂອງຫມູ່ບ້ານຍັງຮັກສາງານບຸນອັນເປັນປະເພນີ ທີ່ຖືກຈັດຂຶ້ນໃນຕົ້ນເດືອນ 2 ໄລ່ຕາມຈັນທະປະຕິທິນແຕ່ລະປີ. ພ້ອມກັບຂັ້ນຕອນຈັດພິທີໄຫວ້ບູຊາຕາມປະເພນີແລ້ວ ກໍແມ່ນບັນດາການເຄືອ່ນໄຫວວັດທະນະທຳ, ກິລາທີ່ຟົດຟື້ນ, ໃນນັ້ນການຈັດຕັ້ງບັນດາການລະຫຼິ້ນພື້ນເມືອງນັ້ນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳທີ່ຖືກຮັກສາ ແລະ ເສີມຂະຫຍາຍນັບແຕ່ຫຼາຍປີມານີ້ທີ່ງານບຸນຫງອກເຕີນ. ທ່ານ ເຈີນຫງອກຮ່ວານ, ຮອງປະທານ ຄະນະກຳມະການປະຊາຊົນຕາແສງ ຫງອກກວານ, ເມືອງດວານຮຸ່ງ ໃຫ້ຮູ້ວ່າ : 

     “ ພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວ ບໍ່ພຽງແຕ່ຢູ່ເມືອງດວານຮຸ່ງເທົ່ານັ້ນ, ຫາກຍັງຢູ່ຫຼາຍທ້ອງຖິ່ນອື່ນໆ, ເມື່ອຮອດໂອກາດນີ້ ກໍໄດ້ເຕົ້າໂຮມກັນມານີ້ ເຂົ້າຮ່ວມການລະຫຼິ້ນພື້ນເມືອງ ຄື: ຂີ່ໄມ້ໂຢກເຢກ, ການຍິງໜ້າ, ດຶງເຊືອກ…ງານບຸນປະກອບສ່ວນເຂົ້າໃນການສ້າງຄວາມສາມັກຄີລະຫວ່າງປະຊາຊົນຕາແສງຕ່າງໆກັບບັນດາທ້ອງຖິ່ນໃກ້ຄຽງ ”

     ມາຮ່ວມງານບຸນໝູ່ບ້ານຫງອກເຕີນ, ການລະຫຼິ້ນທຳອິດທີ່ຢາພາດໂອກາດຮັບຊົມ, ນັ້ນແມ່ນການຂີ່ໄມ້ໂຢກເຢກ. ເມື່ອກ່ອນນີ້, ໄມ້ໂຢກເຢກແມ່ນຖືກນຳໃຊ້ເພື່ອຂ້າມຫ້ວຍນ້ຳລຳເຊ, ປ່າດົງ, ແຕ່ມາຮອດປະຈຸບັນ, ການ ຂີ່ໄມ້ໂຢກເຢກ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ຊຶ່ງໄດ້ຮັບການຮັກສາໄວ້ຈາກຊາວເຜົ່າກາວລານ, ຊຶ່ງສະແດງໃຫ້ເຫັນຄວາມໄຟຝັນກ່ຽວກັບການດຳລົງຊີວິດທີ່ອີ່ມໜຳສຳລານ ແລະ ສົມບູນພູນສຸກ.  ຢູ່ຕາແສງຫງອກກວານ, ມີຫຼາຍຄົນ, ຊ້ຳບໍໜຳ ແມ່ນພວກນ້ອງນ້ອຍ ສາມາດ ຂີ່ໄມ້ໂຢກເຢກໄດ້ຢ່າງຄອງແຄ້ວໃນທຸກສະພາບພູມີສັນຖານ. ນ້ອງ ຫງວຽນທິຮົ່ງຍຸງ ຢູ່ໝູ່ບ້ານຫງອກເຕີນ, ຕາແສງຫງອກກວານ ໃຫ້ຮູ້ວ່າ : 

    “ ນ້ອງ ຂີ່ໄມ້ໂຢກເຢກໄດ້ 6 ປີແລ້ວ. ຍ້ອນແຕ່ຄາວຍັງນ້ອຍ, ນ້ອງໄດ້ຝຶກແອບ ແລະ ເມື່ອເຂົ້າຮຽນຢູ່ໂຮງຮຽນກິນນອນຊົນເຜົ່ານັ້ນ, ທາງໂຮງຮຽນກໍໄດ້ຈັດຕັ້ງການລະຫຼິ້ນໃຫ້ແກ່ພວກນ້ອງ. ເຂັດລັບທີ່ສຳຄັນໃນການ ຂີ່ໄມ້ໂຢກເຢກ ແມ່ນຕ້ອງຮັກສາຄວາມດຸ່ນດຽງ, ມືຕ້ອງແໜ້ນຢູ່ທາງເທິ່ງ, ສ່ວນຕີນຢູ່ທາງລຸ່ມແມ່ນຕ້ອງກ້າວຕາມສະບາຍ ”

     ມີການລະຫຼິ້ນພື້ນເມືອງອີກຢ່າງໜຶ່ງຂອງຊາວເຜົ່າກາວລານໃນງານບຸນໝູ່ບ້ານຫງອກເຕີນ, ນັ້ນແມ່ນການຍິງໜ້າ. ປະຈຸບັນ, ການນຳໃຊ້ມັນເພື່ອລ່າເນື້ອ ແມ່ນບໍ່ແທດເໝາະອີກແລ້ວ. ແຕ່ສະເພາະໃນໂອກາດຈັດງານບຸນ, ບັນດາການແຂ່ງຍິງໜ້າກໍຖືກຈັດຂຶ້ນ. ອ້າຍ ຫງວຽນວັນຫງອກຢູ່ຕາແສງຫງອກກວານ, ເມືອງດວານຮຸ່ງ ໃຫ້ຮູ້ວ່າ : 

   “ ທີ່ຈິງແລ້ວ, ການຍິງໜ້າແມ່ນບໍ່ຍາກ, ສຳຄັນແມ່ນການມຸ່ງສາຍຕາສູ່ເປົ້າໝາຍຍິງ, ມືບໍ່ໄດ້ສັ່ນ. ຕາມທຳມະດາແລ້ວ, ເມື່ອຍິງປືນນັ້ນ, ລູກປືນຕ້ອງບິນຂຶ້ນເທິ່ງ, ສ່ວນລູກໜ້າ ແມ່ນບິນລົງລຸ່ມ. ເວລາຍິງ, ການຕ້ອງຮັກສາທາງຕົງ ”

    ສ່ວນການລະຫຼິ້ນສຸດທ້າຍໃນ ງານບຸນໝູ່ບ້ານຫງອກເຕີນ ນັ້ນແມ່ນການຍົນໝາກຄອນ ທີ່ດຶງດູດຄວາມສົນໃຈຈາກຜູ້ຊົມຢ່າງຫຼວງຫຼາຍ. ການຫຼິ້ນຍົນໝາກຄອນ ກໍມີຄວາມໝາຍແມ່ນການຂະຫຍາຍພິທີໄຫວ້ບູຊາ ດວງຕະເວັນ ແລະໄຫວ້ບູຊາດວງພະຈັນຂອງປະຊາຊົນຜູ້ຜະລິດກະສີກຳຢູ່ແຫ່ງນີ້. ທຸກໆຄົນຕ່າງກໍມັກຫຼິ້ນຍົນໝາກຄອນ ບໍ່ເພື່ອໄຊຊະນະຫຼືປະລາໄຊ, ແຕ່ສຳຄັນແມ່ນເພື່ອຄວາມມຸ່ງຫວັງໃນປີໃໝ່ຈະມີແດ່ຄວາມໂຊກດີ ແລະ ສະຫງົບສຸກ. ລຸງ ເຊີ່ມຊວນຊິງ ຢູ່ບ້ານຫງອກເຕີນ, ຕາແສງ ຫງອກກວານ ໃຫ້ຮູ້ວ່າ : 

    “ ການຫຼິ້ນຍົນໝາກຄອນ ກໍແມ່ນເພື່ອສ້າງຄວາມມ່ວນຊື່ນໃນໝູ່ບ້ານຍາມລະດູບານໃໝ່, ໃນງານບຸນ, ງານດອງຫຼືພິທີສູ່ຂໍ. ນີ້ກໍແມ່ນໂອກາດເພື່ອໃຫ້ເດັກເຂົ້າຮ່ວມ ແລະ ສາມາດເຂົ້າໃຈກ່ວາກ່ຽວກັບບັນດາການລະຫຼິ້ນຂອງຊາດເວົ້າລວມ ແລະ ຂອງຊາວເຜົ່າກາວລານເວົ້າສະເພາະ ”

    ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍນ້ຳໃຈສາມັກຄີ, ນັ້ນແມ່ນສິ່ງທີ່ທຸກຄົນເມື່ອເຂົ້າຮ່ວມງານບຸນໝູ່ບ້ານຫງອກເຕີນ ກໍລ້ວນແຕ່ຮູ້ສຶກໄດ້ເຖິງ. ພາຍຫຼັງການຈັດງານບຸນຕ່າງໆຢ່າງຄຶກຄື້ນມ່ວນຊື່ນນັ້ນ, ປະຊາຊົນຈະມີຄວາມພາກພູມໃຈ ກ້າວເຂົ້າສູ່ປີໃໝ່ດ້ວຍບັນຍາກາດອອກແຮງງານ, ທຳການຜະລິດໃໝ່. ຖ້າຫາກມີໂອກາດມາຢາມບ້ານຫງອກກວານໃນໂອກາດຈັດງານບຸນ, ແຂກທ່ອງທ່ຽວທັງຫລາຍຈະໄດ້ເຊື່ອມຕົວເຂົ້າກັບບັນດາການລະຫຼິ້ນພື້ນເມືອງທີ່ດູດດື່ມເພື່ອເຂົ້າໃຈກ່ຽວກັບຄວາມງາມວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າກາວລານ.

ຕອບກັບ

ຂ່າວ/ບົດ​ອື່ນ