ຈິ້ງຊວນລືກ - ຜູ້ສືບທອດອາຊີບຫັດຖະກຳຂອງຄຸ້ມເມືອງເກົ່າ

(vovworld) ​ເມື່ອ​ໄປ​ຢ້ຽມຢາມ​ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ, ​ເຂົາ​ເຈົ້າ​ຍັງ​ເຫັນ​ຮູບພາບ​ຂອງ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ, ດ້ວຍ​ຖະໜົນ​ອາຊີບ​ຫັດຖະກຳສາຍ​ຕ່າງໆ​ທີ່​ຕັ້ງ​ຊື່ດ້ວຍ​ຄຳສັບ​ທຳ​ອິດວ່າ ”ຮ່າງ”, ນີ້​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ຂອງຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ. ຢູ່​ຖະໜົນ ຮ່າງ​ບາກ. ຫຼາຍ​ຄົນ​ເຄີຍ​ພົບ​ເຫັນ​ຊາວ​ໜຸ່ມ​ຜູ້​ໜຶ່ງ​ໃຊ້​ມີດ, ​ສິ່ວ ​ເພື່ອ​ຄວັດ​​ກາໄມ້ຢ່າງລະອຽດ​ລະ​ອໍ. ຊາວ​ໜຸ່ມ​ຜູ້​ນັ້ນ​ຊື່ວ່າ ຈິ້ງ​ຊວນ​ລຶກ (Trinh Xuan Luc), ຜູ້​ສືບ​ທອດ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຮັກສາ​ວັດທະນະທຳ​ອັນດີງາມ​ຂອງ​ທັງ​ລອງ - ຮ່າ​ໂນ້ຍ ​ໄວ້.​

ຈິ້ງຊວນລືກ - ຜູ້ສືບທອດອາຊີບຫັດຖະກຳຂອງຄຸ້ມເມືອງເກົ່າ - ảnh 1

ຈິ້ງ​ຊວນ​ລຶກ ພວມຄວັດກາໄມ້

(ພາບ: saga.vn)

​ກາ​ໄມ້ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜະລິດ​ຕະພັນສິລະ​ປະ​ຫັດຖະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ. ບໍ່​ມີ​ໃຜ​ຮູ້​ໄດ້​ວ່າ ​ອາຊີບ​ນີ້ໄດ້​ມີ​ມາ​ແຕ່​ເວລາ​ໃດ, ​ມີ​ບາງ​ໄລຍະ, ອາຊີບ​ນີ້​ໄດ້​ມີ​ຊື່​ສຽງ​ຢູ່​ຖະໜົນ​ ໂຕ​ຕິກ, ​ເຊິ່ງ​ແມ່ນ​ຖະໜົນ​ຕັ້ງ​ຢູ່​ໃຈກາງ​ຄຸ້ມ​ເມືອງ​ເກົ່າ. ​ແຕ່​ດ້ວຍ​ການ​ຫັນ​ເປັນ​ຕົວ​ເມືອງ​ຢ່າງ​ວ່ອງ​ໄວ, ຫຼາຍ​ຄອບຄົວ​ຢູ່​ຖະໜົນ ​ໂຕ​ຕິກ ​ໄດ້​ປ່ຽນ​ອາຊີບ, ພຽງ​ແຕ່​ມີ​ບາງ​ຄອບ​ຄົວ​ເຮັດ​ອາຊີບ​ດັ່ງກ່າວ​ເທົ່າ​ນັ້ນ.  ອາຊີບ​ຄວັດ​ກາ​ໄມ້ພຽງ​ແຕ່​ໄດ້​ຮັບ​ການ​ຮູ້ຈັກ​ຜ່ານ​ບາງ​ຮ້ານ​ຢູ່​ຖະໜົນ ຮ່າງ​ກວາດ, ຮ່າງ​ບົງ, ຮ່າງ​ບາກ, ຕ້າ​ຮ່ຽນ ​ແລະ ຮ່າງ​ກາຍ (Hang Gai)  ​ເທົ່າ​ນັ້ນ. ຈິ້ງ​ຊວນ​ລຶກ​ ແບ່ງປັນ​ວ່າ: ຂ້າພະ​ເຈົ້າ​ເກີດ​ຢູ່​ແຂວງ​ແທງ​ຮ໋ວາ, ​ແຕ່​ພໍ່​ເຖົ້າ, ​ແມ່​ເຖົ້າ​ພັດເຮັດ​ອາຊີບ​ຄວັດກາ​​ໄມ້​ຢູ່​ຄຸ້ມ​ເມືອງ​ເກົ່າ​ມາ​ເປັນ​ເວລາ​ຫຼາຍ​ສິບ​ປີ, ດັ່ງ​ນັ້ນຂ້າພະ​ເຈົ້າ​ຈຶ່ງມາ​ຮ່າ​ໂນ້ຍ​​ເພື່ອ​​ເຮັດ​ອາຊີບ​ນີ້.

“​ໃນ​ເບື້ອງ​ຕົ້ນ​ຂ້າພະ​ເຈົ້າ​ກໍ່​ບໍ່​ຮູ້​ໄດ້​ວ່າ ຕົນ​ເອງ​ເຮັດ​ອາຊີບ​ນີ້​ຈະ​ໄດ້​ຫຼື​ບໍ, ​ແຕ່​ມີ​ເທື່ອ​ໜຶ່ງ, ​ເມື່ອ​ມາ​ຢ້ຽມຢາມ​ນ້າ​ບ່າວ​ທີ່​ເຮັດ​ອາຊີບ​ນີ້ຢູ່​ເຮື​ອນ​ເລກ 62 ຖະໜົນ​ຮ່າງ​ກວາດ, ຂ້າພະ​ເຈົ້າ​ນິຍົມ​ຫຼາຍ, ຈຶ່ງ​ຂໍ​ນ້າ​ບ່າວ​ໃຫ້​ຮຽນອາຊີບ​ນີ້, ​ເມື່ອ​ເຫັນ​ຊື່ໆ ຄິດ​ວ່າ​ງ່າຍ, ​ແຕ່​ເມື່ອ​ເຮັດ​ລະອຽດແລ້ວ​ຈຶ່ງ​ເຫັນ​ວ່າ​ຍາກ​ຫຼາຍ. ຂ້າພະ​ເຈົ້າ​ທັງ​ເຮັດ​ທັງ​ຖອດ​ຖອນ​ບົດຮຽນ, ສຸດ​ທ້າຍ​ຈຶ່ງ​​ຄວັດກາ​ໄມ້ບັນລຸ​ມາດຖານ​ໄດ້“.

ຜ່ານ 10 ປີ ທັງ​ຮຳ່ຮຽນ ທັງ​ເຮັດ​ອາຊີບ​ດັ່ງກ່າວ, ມາ​ຮອດ​ປະຈຸ​ບັນ, ລຶກ ​ໄດ້​ມີ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ ​ແລະ​ ຄວາມ​ຮັກທີ່​ມີ​ຕໍ່​ກາ​​ໄມ້​ນັ້ນ ​ໄດ້​ຊືມ​ເລິກ​​ເຂົ້າໃນ​ເລືອດ​ເນື້ອ​ຂອງ​ອ້າຍ. ຜ່ານ​ສີ​ໄມ້​ລາຍ​ມື​ຂອງ​ຊ່າງ​ຄວັດ, ບັນດາ​ກາ​​ໄມ້​ໄດ້​ສ້າງ​ເປັນ​ຮູບ​ພາບ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ຕົວຢ່າງ​ຄື, ຮູບ​ນາງ​ສາວ​ຖື​ກຸບ, ນຸ່ງ​ເສື້ອ​ຍາວ​ຢືນ​ຂ້າງ​ຝຸ່ມ​ໄມ້​ໄຜ່, ຮູບ​ເດັກນ້ອຍ​ຂີ່​ຄວາຍ, ຄົນ​ຖີບ​ລົດ​ສາມ​ລໍ້, ຮູບ​ສັດ​ທີ່​​ເປັນຕາ​ຮັກຄື: ​ແມວ, ກະ​ຕາຍ, ໝີ, ໝາ, ນົກ...ປະຈຸ​ບັນ, ມີ​ນັກ​ທອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ຄົນ​ໄດ້​ມາ​ຢາມ​ຮ້ານ​​ຂອງ ຈິ້ງ​ຊວນ​ລືກ​ ບາງ​ເທື່ອ​ມີ​ແຂກ​ແມ່ນ​ເຈົ້າຟ້າ​ຍິງ, ​ເຈົ້າຟ້າ​ຊາຍ, ບັນດາ​ນັກ​ການ​ທູດ, ນັກທຸລະກິດ, ​ເຂົາ​ເຈົ້າ​ໄດ້​ຊື້​ກາ​​ໄມ້​ຫັດຖະກຳ​ນີ້​ເພື່ອ​ເປັນ​ຂອງ​ທີ່​ລະນຶກ. ຮູບ​ພາບ​ຊ່າງ​ຫັດຖະກຳ​ຮ່າງ​ນ້ອຍ​ຄົນ​ໜຶ່ງ​ພວມ​ເມົາ​ມົວ, ສຸມ​ຈິດ​ສຸມ​ໃສ່​ຄວັດລວດລາຍ​ທີ່​ຫຼັກ​ແຫຼມ​ແຍບຍົນ ທ່າມກາງ​ຄຸ້ມ​ຖະໜົນ​ເກົ່າ​ທີ່​ຄັບຄາ​ໜາ​ແໜ້ນ​ນັ້ນ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ກ່ຽວ​ກັບ​ຊາວ​ຮ່າ​ໂນ້ຍ. ມີ​ແຂກ​ຫຼາຍ​ຄົນ​ຢາກ​ຖ່າຍຮູບ​ພ້ອມ​ກັບ​ອ້າຍ​ລືກ, ມີ​​ແຂກ​ຍີ່ປຸ່ນ​ຜູ້​ໜຶ່ງ, ພາຍຫຼັງ​ກັບ​ເມື່ອ​ປະ​ເທດ ​​ເມື່ອກັບ​ມາ ຮ່າ​ໂນ້ຍ ​ໄດ້​ມອບ​ມີດ​ຄວັດ​ອັນ​ລ້ຳ​ຄ່າຊຸດ​ໜຶ່ງ​ໃຫ້​ແກ່​ອ້າຍ​ລືກ.  ຮູບ​ພາບ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​​ແບບ​ງ່າຍດາຍ​ຄື​ແນວ​ນັ້ນ.

ສຳ​ຫຼັບ​ລູກ​ຄ້າ​ພາຍ​ໃນ​ປະ​ເທດ​ຫຼາຍ​ຄົນ, ພິ​ເສດ​ແມ່ນ​ພວກ​ເພື່ອນ​ໜຸ່ມ, ນີ້ບໍ່​ພຽງ​ແຕ່​ແມ່ນ​​ເຄື່ອງ​ທີ່​ລະນຶກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວັດຖຸ​ສ້າງ​ເປັນ​ສີສັນ​ສ່ວນ​ຕົວ, ຕ້ອງຮັກສາ​ໄວ້​ອີກ​ດ້ວຍ. ​ທ້າວ ເຈິ່ນຮ່ວາງ, ຜູ້​ມາ​ແຫ່ງ​ນີ້​ເພື່ອ​ຊອກ​ຊື້​ກາ​ໄມ້​ຮູບ​ນົກ​ອິນ​ຊີ, ​ໃຫ້​ຮູ້​ວ່າ:

”ນ້ອງ​ແມ່ນ​ສະມາຊິກ​ໃນ​ສະມາຄົມ​ລ້ຽງ​ນົກ​ລ່າ​ເນື້ອ​ຮ່າ​ໂນ້ຍ. ​ເມື່ອ​ໄປ​ຜ່ານ​ຮ້ານ​ນີ້, ​ເຫັນ​​ເຂົາ​ເຈົ້າ​ຄວັດ​ກາ​ໄມ້​ຮູບ​ສັດ​ຫຼາຍ​ປະ​ເພດ, ນ້ອງ​ມັກ​ທີ່​ສຸດ ​ແລະ ຊື້​ກາ​ໄມ້​ບາງ​ອັນມາ ​ເພື່ອ​ເປັນ​ຂອງ​ທີ່​ລະນຶກ ​ແລະ ມອບ​ໃຫ້​ເພື່ອນ​ມິດ, ອ້າຍ​ນ້ອງ​ໃນ​ສະມາຄົມ. ​ແຕ່ລະຄົນ​ກໍ່​ມີ​ຄວາມ​ມັກ​ສະ​ເພາະ, ນ້ອງ​ຊື້​ກາ​ໄມ້​ນີ້​​ເພື່ອພິມ​ຮູບ​​ໃສ່​ເສື້ອ, ​ເຈ້ຍ ​ແລະ ​ເຄື່ອງ​ຂອງ​ຕ່າງໆ ​ເພື່ອ​ສ້າງ​ສີສັນ​ສະ​ເພາະ​ໃຫ້​ແກ່​ຕົນ”

ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່ ຮ່ວາງ​ ມາ​ແຫ່ງ​ນີ້​ເພື່ອ​ຊື້​ກາ​ໄມ້. ​ໂດຍ​ແມ່ນ​ຊາວ​ໜຸ່ມຜູ້​ໜຶ່ງ​ທີ່​ດຳລົງ​ຊີວິດ​ໃນ​ຄຸ້ມ​ຖະໜົນ​ເກົ່າ, ຮ່ວາງ​ ຍັງ​ແນະນຳ​ໃຫ້​ເພື່ອ​ມິດ​ຫຼາຍ​ຄົນ​ມາ​ຊື້​ອີກ​ດ້ວຍ. ​ເພາະວ່າ​ຕາມ​ຮ່ວາງ​ແລ້ວ, ​ເຖິງ​ວ່າ​ຈະ​ແມ່ນ​ຊ່າງ​ຄວັດ​ໜຸ່ມ​ກໍ່ຕາມ, ​ແຕ່​ສີມື​ການ​ຊ່າງ​ຂອງ ຈິ້ງ​ຊວນ​ລຶກ ພັດ​ຊຳນານ​ພໍ​ສົມຄວນ. ​ໃນ​ຊີວິດ​ປະຈຸ​ບັນ, ຊາວ​ໜຸ່ມ​ສ່ວນ​ຫຼາຍ​ບໍ່​ຕິດ​ພັນ​ກັບ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ, ​ແຕ່ ຈິ້ງ​ຊວນ​ລຶກ ພັດ​ແມ່ນ​ຜູ້​ເມົາ​ມົວ​ກັບ​ກັບ​ອາຊີບ​ຄວັດ​ກາ​ໄມ້​ຢູ່. ລຶກ​ ໄດ້​ຄັດເລືອກ ​ແລະ ​ສືບ​ທອດ​ອາຊີບ​ນີ້, ​ເພາະວ່າ​ອາຊີບ​ຄວັດ​ຢູ່​ຄຸ້ມ​ເມືອງ​ເກົ່າ​ຍັງ​ມີ​ທີ່​ຕັ້ງ​ສະ​ເພາະຂອງ​ມັນ​ໃນ​ຍຸກ​ປະຈຸ​ບັນຢູ່. ອ້າຍ​ກໍ່​ຮູ້ສຶກ​ພາກພູມ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ ທີ່​ໄດ້​ປະກອບສ່ວນ ​ໂຄສະນາ​ຮູບ​ພາບ​ຫວຽດນາມ ​ເຖິງ​ເພື່ອ​ມິດ​ຢູ່​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ