ຈິດຕະກອນ ເຈິ່ນຮ່ວາບິ່ງ, ຜູ້ແຕ້ມຮູບປະທານ ໂຮ່ຈີມິນ ໄດ້ເກືອບ 600 ແຜ່ນ

(vovworld) – ເຖິງວ່າ​ບໍ່​ທັນ​ໄດ້​ພົບ​ປະ​ກັບ ປະ​ທານ ໂຮ່​ຈີ​ມິນ ຈັກເທື່ອ​ກໍ່​ຕາມ, ແຕ່​ໃນ​ຈິດ​ໃຈ​ຂອງ ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ, ຮູບ​ພາບຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ​ຫວຽດ​ນາມ, ຍາມ​ໃດ​ກໍ່​ແມ່ນ​ແຫຼ່ງ​ສະ​ອອນ​ໃຈ​ໃນ​ການ​ປະ​ດິດ​ແຕ່ງ​ຂອງ​ທ່ານ. ກວ່າ 40 ປີ ທີ່​ຕິດ​ພັນ​ກັບ​ສິ​ລະ​ປະ​ແຕ້ມ​ຮູບ, ​ຍາມ​ໃດຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ​ກໍ່​ເມົາ​ມົວ​ກັບ​ການ​ແຕ້ມ​ຮູບປະ​ທານ ໂຮ່​ຈີ​ມິນ. ​ໃນ​ລາຍ​ການ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ພາກນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ບົດ​ຂອງ​ເຮືອງ​ລານ, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ ​ທີ່​ມີຫົວ​ຂໍ້​ວ່າ:” ​ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ, ຜູ້​ແຕ້ມ​ຮູບ​ປະ​ທານ ໂຮ່​ຈີ​ມິນ​ ໄດ້​ເກືອບ 600 ແຜ່ນ”

ຈິດຕະກອນ ເຈິ່ນຮ່ວາບິ່ງ, ຜູ້ແຕ້ມຮູບປະທານ ໂຮ່ຈີມິນ ໄດ້ເກືອບ 600 ແຜ່ນ - ảnh 1

ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ພ້ອມກັບບັນດາພາບແຕ້ມກ່ຽວກັບລຸງໂຮ່

(ພາບອິນເຕີແນດ)

        ປະ​ຈຸ​ບັນ, ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ພວມ​ດຳ​ລົງ​ຊີ​ວິດ​ຢູ່​ເທດ​ສະ​ບານ ຟາດ​ຢ້ຽມ​ ເມືອງ ກິມ​ເຊີນ, ແຂວງ ນິງ​ບິ່ງ (ຮ່າງ​ຈາກ​ຮ່າ​ໂນ້ຍ​ໄປ​ທາງ​ທາງ​ທິດ​ໃຕ້​ປະ​ມານ 100 ກ.ມ). ໃນ​ຫ້ອງວາງ​ສະ​ແດງ​ຮູບ​ແຕ້ມ​ຂອງ​ຕົນ, ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ໄດ້​ເລົ່າ​ສູ້​ຟັງ​ວ່າ: ທ່ານ​ໄດ້ຮຽນ​ແຕ້ມຈາກ​ພໍ່ (​ແມ່ນ​ນັກ​ຈິດ​ຕະ​ກອນ ນາມ​ຟອງ) ນັບ​ແຕ່​​ເວ​ລາມີ​ອາ​ຍຸ 10 ປີ. ເມື່ອ​ມີ​ອາ​ຍຸ 16 ປີ, ທ່ານ​ໄດ້ແຕ້ມ​ສຳ​ເລັດ​ຮູບ​ປະ​ທານ ໂຮ່​ຈີ​ມິນ ທີ່ພວມ​ເຮັດ​ວຽກ​ ແລະມອບ​ໃຫ້​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ກິມ​ເຊີນ. ໂດຍ​ໄດ້​ຮັບ​ການ​ສົ່ງ​ເສີມຈາກ​ທຸກ​ຄົນ​, ທ່ານ​ສືບ​ຕໍ່​ແຕ້ມ​​ຮູບ​ ​ປະ​ທານ ໂຮ່​ຈີ​ມິນ​ ໃນຫຼາຍ​ແງ່​ມູມ​ທີ່​ແຕກ​ຕ່າງ​ກັນ​ຄື: ປະ​ທານ ໂຮ່​ຈີ​ມິນ ພວມນັ່ງ​ເຮັດ​ວຽກ​ຢູ່​ລັດ​ເຊຍ, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ; ປະ​ທານ ໂຮ່​ຈີ​ມິນ ພວມ​ລະຫຼິ້ນ​ກັບ​ພວກຫຼານ​ເຍົາ​ວະ​ຊົນ… ເມື່ອ​ແຕ້ມ​​ຮູບປະ​ທານ ໂຮ່​ຈີ​ມິນ ໃນ​ບໍ່​ວ່າ​ແງ່​ມູມ​ໃດ, ທ່ານ​ກໍ່​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ ຈິດ​ນະ​ສິນ, ວາດ​ຊົງຂອງ​ເພິ່ນ. ທ່ານ ບິ່ງ ຍັງ​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ ເພື່ອ​ອ່ານ​ບັນ​ດາ​ເລື່ອງ​ລາວ ແລະ ຊອກ​ຫາ​ຮູບ​ຖ່າຍ ກ່ຽວ​ກັບ​ຊີ​ວິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ເພື່ອ​ແຕ້ມ​ຮູບ​​ຂອງ​ເພີ່ນໃຫ້​ງາມກວ່າ.

        “ສຳຫຼັບ​ຂ້າ​ພະ​ເຈົ້າ​ແລ້ວ, ​ປະ​ທານ ໂຮ່​ຈີ​ມິນ ແມ່ນແບບ​ຢ່າງ​ກ່ຽວ​ກັບ​ການ​ເສຍ​ສະຫຼະ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອມວນ​ມະ​ນຸດ. ຂ້າ​ພະ​ເຈົ້າ​ໄດ້​ຄົ້ນ​ຄ້​ວາ​ຫຼາຍ​ທີ່​ສຸດ​ກ່ຽວ​ກັບ​​ຮູບ​ພາບລຸງ​ໂຮ່, ໃບ​ໜ້າ​ຂອງ​ລຸງ​ງາມ, ມີ​ບຸນວາດ​ສະໜາ, ນັບ​ແຕ່​ແວວ​ຕາ, ສົບປາກລ້ວນ​ແຕ່​ມີ​ຄວາມ​ກົມ​ກຽວ​ທີ່​ສຸດ, ຕ່າງ​ກັບ​ການ​ນຳ​ຜູ້​ອື່ນໆ. ເມື່ອ​ແຕ້ມ​ຮູບ​ລູງ ໂຮ່, ຄວາມ​ງາມ​ຂອງ​ເພີ່ນ​ໄດ້​ຝັງ​ເລິກ​ໃນ​ຫົວ​ໃຈ​ຂອງ​ຕົນ​, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ແຕ້ມ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ແລະ ງາມຫຼາຍ”.

ຈິດຕະກອນ ເຈິ່ນຮ່ວາບິ່ງ, ຜູ້ແຕ້ມຮູບປະທານ ໂຮ່ຈີມິນ ໄດ້ເກືອບ 600 ແຜ່ນ - ảnh 2

ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງກຳລັງແຕ້ມຮູບປະທານ ໂຮ່ຈີມິນ

(ພາບອິນເຕີແນດ)

        ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ, ແຕ້ມ​ຮູບ​ປະ​ທານ ໂຮ່​ຈີ​ມິນ ຍາກຫຼາຍ. ນອກ​ຈາກ​ແຕ້ມ​​ແວວຕາ​ຄື​ແນວ​ໃດ​ເພື່ອ​ສ້າງ​ເປັນ ຈິດ​ນະ​ສິນ ຂອງ​ເພິ່ນ​ແລ້ວ, ຕ້ອງ​ແຕ້ມ​ໃຫ້ໄດ້​​ຄວາມ​ງາມ​ສົດ​ໃສຂອງ ຮອຍ​ຍິ້ມ ແລະ ຄວາມ​ອ່ອນນວນຂອງ​ໜວດ. ປ້າ ເຈິ່ນ​ທິ​ເກື່ອງ, ເມຍ​ຂອງ ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ, ຖື​ວ່າຜົວ​ຂອງ​ລາວ,ມີ​​ສະ​ເໜ​ກັບ​ປະ​ທານ​ໂຮ່​ຈີ​ມິນ, ດັ່ງ​ນັ້ນ​ຈຶ່ງ​ສາ​ມາດ​ແຕ້ມ​ຮູບ​ຂອງ​ເພີ່ນ​ໄດ້ຫຼາຍ​ຄື​ແນວ​ນັ້ນ.

        “ເມື່ອ​ແຕ້ມ​ຮູບ​ປະ​ທານ ໂຮ່​ຈີ​ມິນ, ຜົວ​​ຂອງ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ເມົາ​ມົວ, ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ, ຍິ່ງ​ແຕ້ມ​ກໍ່​ຍິ່ງ​ງາມ, ​​ຮູບ​ແຕ້ມ​ໃດ​ກໍ່ງ​າມ​, ບາງເທື່ອ​ 10 ແຜ່ນ, 20 ແຜ່ນກໍ່​ງາມ​ຄື​ກັນບໍ່​ສາ​ມາດ​ຊອກ​ເຫັນ​ຈຸດ​ທີ່​ແຕກ​ຕ່າງ​ກັນ​ໄດ້”

        ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ໃຫ້ຮູ້​ວ່າ, ເມື່ອ​ແຕ້ມ​ຮູບປະ​ທານ ໂຮ່​ຈີ​ມິນ, ທ່ານ​ຕ້ອງນຶກ​ຄິດ​ເຖິງ​ການ​ກະ​ທຳ​ຂອງ​ເພິ່ນ​ຜ່ານ​ເລື່ອງ​ລາວ​ຕ່າງໆ, ຕົວ​ຢ່າງ​ຄື, ເມື່ອ​ແຕ້ມໜວດ , ທ່ານ​​ຄິດ​ເຖິງ​ຮູບ​ປະ​ທານພວມ​ລະຫຼິ້ນ​ກັບ​ພວກຫຼານ​ເຍົາ​ວະ​ຊົນ; ເມື່ອ​ແຕ້ມ​ຕາ​, ທ່ານ​​ຄິດ​ເຖິງ​ຮູບ​ພາບ​ຂອງ​ເພິ່​ນເວ​ລາ​ພວມ​ຄົ້ນ​ຄິດ​ເຖິງວຽກ​ງານ​ຂອງ​ລັດ... ໃນ 40 ປີ​ຜ່ານ​ມາ, ທ່ານ​ສາ​ມາດ​ແຕ້ມ​ຮູບ​ປະ​ທານ ໂຮ່​ຈີ​ມິນ​ໄດ້​ເກືອບ 600 ແຜ່ນ, ທ່ານ​ບິ່ງ​ ມີ​ຄວາມ​ສະ​ອອນ​ໃຈ​ທີ່​ສຸດ​ຕໍ່​ຮູບ​ພາບ​ປະ​ທານ ໂຮ່​ຈີ​ມິນ ພວມ​ນັ່ງ​ເຮັດ​ວຽກຢູ່​ລັດ​ເຊຍ:

        “ແຕ້ມຮູບ​ປະ​ທານ​ໂຮ່​ຈີ​ມິນ ທັງ​ງ່າຍ, ທັງ​ຍາກ​ທີ່​ສຸດ, ເພາະ​ວ່າ​ທຸກ​ຄົນ​ຜູ້​ໃດ​ກໍ່​ຮູ້​ດີ​ກ່ຽວ​ກັບ​ຮູບ​ພາບ​ຂອງ​ເພິ່ນ, ​ບັນ​ດາ​ຮູບ​ແຕ້ມ​ປະ​ທານ​ ໂຮ່​ຈີ​ມິນ, ຂ້າ​ພະ​ເຈົ້າ​ຈະຮັກ​ສາ​​ໄວ້ໃຫ້​ຄົນລຸ້ນ​ຫຼັງ. ດັ່ງ​ນັ້ນ​​ຕ້ອງ​ແຕ້ມ​ຄື​ແນວ​ໃດ​ໃຫ້​ມີ​ຊີ​ວິດ​ຊີ​ວາ. ໃນ​ຊຸມ​ປີ​ມໍ່ໆ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ຊອກ​ເຫັນ​ຮູບ​ຂອງ​ລຸງ​ທີ່ໜຸ່ມກວ່າ, ທ່າ​ນັ່ງ​ກໍ່​ງາມກວ່າ ແລະ ​ມີ​ຊີ​ວິດ​ຊີ​ວາກວ່າ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຮູບແຜ່ນນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ພາບ​​ສວຍ​ງາມທີ່​ສຸດ ແລະ​ ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກຫຼາຍ​ຄົນ. ຂ້າ​ພະ​ເຈົ້າ​ແຕ້ມ​ຮູບ​ຂອງ​ເພິ່ນ​ດ້ວຍ​ອາ​ລົມ​ຈິດ​, ຄວາມ​ຮັກ​ທີ່ລົ້ນ​ເຫຼືອຂອງ​ຕົນ, ດັ່ງ​ນັ້ນ​ຍິ່ງ​ຊົມ​ຍິ່ງ​ເຫັນ​ໄດ້ຄວາມ​ງາມ​ຂອງ​ລຸງ”.

ຈິດຕະກອນ ເຈິ່ນຮ່ວາບິ່ງ, ຜູ້ແຕ້ມຮູບປະທານ ໂຮ່ຈີມິນ ໄດ້ເກືອບ 600 ແຜ່ນ - ảnh 3

ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ

ແລະພາບແຕ້ມປະທານໃນໂອກາດເພິ່ນໄປເຮັດວຽກຢູ່ລັດເຊຍ

(ພາບອິນເຕີແນດ)

        ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: ຮູບ​ແຕ້ມ​ປະ​ທານ ໂຮ່​ຈີ​ມິນ ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກຫຼາຍ​ຄົນ, ພິ​ເສດ​, ບັນ​ດາ​ຫ້ອງ​ການ, ສຳ​ນັກ​ງານ​ຂອງ​ລັດ ໄດ້​ຊື້​ມາ​ເພື່ອ​ແຂວນ. ມີຫຼາຍ​ຄົນ​ນິ​ຍົມ​​ຮູບ​ແຕ້ມ​ປະ​ທານ ໂຮ່​ຈີ​ມິນ ຈາກ ກ່າ​ເມົາ, ໄຊ​ງ່ອນ, ແທນ​ຮ໋​ວາ, ຮ່າ​ໂນ້ຍ, ຫາຍ​ຝ່ອງ, ນິງ​ບິ່ງ… ໄດ້​ມາ​ຄອບ​ຄົວ​ຂອງ​ທ່ານ​ເພື່ອ​ຊື້​ຮູບ​ແຕ້ມ​ປະ​ທານ​ ໂຮ່​ຈີ​ມິນ ມາ​ແຂວນ. ທ່ານ ຫງວຽນ​ເທ໋​ແອງ, ຢູ່​ຖະ​ໜົນ​ຮ່າງ​ຈົ໋ງ, ເມືອງ ຮ່​ວານ​ກ໋ຽມ, ຮ່າ​ໂນ້ຍ, ຜູ້​ຊີື້​ຮູບ​ແຕ້ມ​ຂອງ​ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ, ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ນິ​ຍົມ​ປະ​ທານ​ໂຮ່​ຈີ​ມິນ​ໃນ​ພາບ​ແຕ້ມ​ຂອງ​ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ຫຼາຍ. ເມື່ອ​​ຊົມ​ພາບ​ແຕ້ມ​ຂອງ​ເພິ່ນ, ຂ້າ​ພະ​ເຈົ້າ​ເຫັນ​ໄດ້ຄວາມເຄັ່ງ​ຂຶມ, ຜຶງ​ຜາຍ ແລະ ແວວ​ຕາໃສ​ແຈ້ງ​ຂອງ​ຜູ້​ນຳ​ທີ່​ຍິ່ງ​ໃຫ​ຍ່. ຈິດ​ຕະ​ກອນ ເຈິ່ນ​ຮ່​ວາ​ບິ່ງ ແມ່ນ​ຜູ້​ທີ່​ມີ​ຄວາມ​ຮູ້​ທີ່​ສຸດ​ກ່ຽວ​ກັບ​ປະ​ທານ ໂຮ່​ຈີ​ມິນ, ດັ່ງ​ນັ້ນ​ທ່ານ​ໄດ້​ຝາກ​ຝັງ​ອາ​ລົ​ມ​ຈິດ, ຄວາມ​ຮັກ​ແພງ ແລະ ຄວາມ​ເຄົາ​ລົບ​ຂອງ​ຕົນ​ເຂົ້າ​ໃນ​ພາບ​ແຕ້ມ”.

        ​ໂດຍ​ແມ່ນ​ຜູ້​ທີ່​ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ ເພື່ອ​ແຕ້ມ​ຮູບ​ປະ​ທານ ໂຮ່​ຈີ​ມິນ​ໄດ້ຫຼາຍ​ແຜ່ນ​ນັ້ນ. ຈິດ​ຕະ​ອນ ເຈິ່ນ​ຮ່​ວາ​ບິ່ງ ໃຫ້​ຮູ້​ວ່າ, ທ່ານ​​ຍັງ​ຄົງ​ສືບ​ຕໍ່​ແຕ້ມ​ຮູບ​ປະ​ທານ ໂຮ່​ຈີ​ມິນ. ພິ​ເສດ, ທ່ານ​ຢາກ​ຖ່າຍ​ທອດອາ​ຊີບ​ໃຫ້​ລຸ້ນຫຼັງ ເພື່ອ​ໃຫ້​ເຂົາ​ເຈົ້າ​ຮັກ​ສາ ແລະ ຈື່​ຈຳ​​ປະ​ທານ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ