ຈຸດທີ່ເປັນເອກະລັກສະເພາະຂອງຕະຫລາດນັດບັກຮ່າຢູ່ແຂວງລ່າວກາຍ

(vovworld)- 5 ປີ​ກ່ອນນີ້, ຕະ​ຫ​ລາດ​ນັດ ບັກ​ຮ່າ ແຂວງ ລ່າວ​ກາຍ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ວ່າ ແມ່ນ​ຫ​ນື່ງ​ໃນ​ຈຳ​ນວນຕະ​ຫລາດ​ນັດ 10 ແຫ່ງ​ທີ່​ລ​ື​ຊ​ື່​ຢູ່ ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຜ່ານ​ວາ​ລະ​ສານ Serendib ຂອງ​ສິ​ລັງ​ກາ. ປະ​ຈຸ​ບັນ, ໃນ​ທ່າ​ອ່ຽງ​ຫັນ​ບັນ​ດາ​ຕະ​ຫລາດ​ເຂດ​ພູ​ສູງ​ເປັນ​​ສະ​ຖານ​ທີ່​ແລກ​ປ່ຽນ​ຄ້າ​ຂາຍ​ສິນຄ້າ​, ຕະ​ຫລາດ​ບັກ​ຮ່າ ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ​ຕະຫຼາດຍັງ​ຄົງ​ຮັກ​ສາ​ສີ​ສັນຊົນ​ເຜົ່າ, ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະ​ຫລາດ​ເດີມໄວ້​ໄດ້. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ ພາກນີ້ ເຊີນ​ທ່ານ​ພ້ອມ​ກັບ​ນັກ​ຂ່າວ ຫວີງ​ຟອງ ຄົ້ນ​ຫາ​ຕະ​ຫລາດ​ນັດ​ບັກ​ຮ່າ.

ຈຸດທີ່ເປັນເອກະລັກສະເພາະຂອງຕະຫລາດນັດບັກຮ່າຢູ່ແຂວງລ່າວກາຍ - ảnh 1
ຕະ​ຫລາດ​ບັກ​ຮ່າ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ
ພາບ:internet

        ຈາກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄປ​​ຕະ​ຫລາດ​ນັດ ບັກ​ຮ່າ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ໄປ​ດ້ວຍ​ລົດ​ໂອ​ໂຕ ​ຫລື​ລົດ​ໄຟໄດ້. ແຂວງ ລ່າວ​ກາຍ ຫ່າງ​ຈາກ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ປະ​ມານ 350 ກິ​ໂລ​ແມັດ. ຖ້າ​ໄປ​ດ້ວຍ​ລົດ​ໄຟ, ທ່ານ​ອາດ​ຈະ​ຂຶ້ນລົດ​ໄຟໃນ​ຕອນ​ຄ່ຳ​ວັນ​ເສົາ ແລະ ຮອດ 5 ໂມງ​ເຊົ້າວັນ​ທິດ​​ກໍ່​ໄປຮອດ​. ຈາກນີ້ ທ່ານ​ຈະ​ໄປ​​ຕະ​ຫລາດ​ບັກ​ຮ່າ ດ້ວຍ​ລົດ​ໂອ​ໂຕ. ຕະ​ຫລາດ​ບັກ​ຮ່າ ຖືກ​ດຳ​ເນີນ​​ໃນ​ຕອນ​ເຊົ້​າ​​ທຸກ​ວັນ​ອາ​ທິດ.

ບົນ​​ເສັ້ນ​ທາງ​ໄປ ບັກ​ຮ່າ, ທ່ານ​ຈະ​​ຊົມເຫັນ​ພູ​ຜາ​ປ່າ​ໄມ້​​ທີ່ໃຫ​ຍ່​ໂຕ​ມະ​ໂຫ​ຖານ, ນາ​ຂັ້ນ​ໄດ​ທີ່​ສວຍ​ງາມ​, ພ້ອມ​ດ້ວຍ​ເຮືອນ​ຮ້ານ​ຫລາຍ​ຫລັງ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ບັກ​ຮ່າ. ຖ້າ​ເປັນ​ຜູ້​ນິ​ຍົມ​ພະ​ຈົນ​ໄພ, ມັກ​ຄົ້ນ​ຫາ, ທ່ານ​ຈະ​ຮູ້​ສຶກປະ​ທັບ​ໃຈ​ຍ້ອນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຢູ່​ທີ່ນີ້​, ພ້ອມ​ກັບ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ. ນັບົ​ແຕ່​ຮຸ່ງ​ເຊົ້າ, ຢູ່​ລຽບ​ຕາມ​ເສັ້ນ​ທາງ​ໄປ​ເຖິງ​ຕະ​ຫລາດ​ບັກ​ຮ່າ, ຊາວ​ຊົນ​ເຜົ່າ​ນຸ່ງ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ, ​ເປ້​ສິນ​ຄ້າ​ທາງ​ຫລັງ, ຈູງ​ງົວ, ແບ້, ມ້າ… ​ຟ້າວ​ຟັ່ງ​ໄປ​ຕະ​ຫລາດ. ບາງ​ເທື່ອກໍ່​ເຫັນລົດ​ຈັກ​​ຂົນ​ສົ່ງ​ຄົນ​ຫລື​ສິນ​ຄ້າ​​ໄ​​ປຕະ​ຫລາດໃຫ້​ທັນ​ເວ​ລາ.

        ເມືອງ​ບັກ​ຮ່າ ແຂວງ ລ່າວ​ກາຍ ມີ 14 ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ, ໃນ​ນັ້ນຊົນ​ເຜົ່າ​ທີ່ມີ​ພົນ​ລະ​ເມືອງ​ຫລາຍກວ່າ​ໝູ່​ແມ່ນ​ຊົນ​ເຜົ່​າມົ້ງ, ຢາວ, ໄຕ, ນຸ່ງ. ເພາ​ະ​ສະ​ນັ້ນ ຕະ​ຫລາດ​ນັດ​ຢູ່​ທີ່ນີ້ ບໍ່​ພຽງ​ແຕ່​ແມ່​ນ​ສະ​ຖານ​ທີ່​ແລກ​ປ່ຽນ​ຄ້າ​ຂາຍ​ສິນ​ຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ພົບ​ປະ, ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ໃນ​ທ້ອ​ງ​ຖິ່ນ​ອີກ​ດ້ວຍ.

        ອ້າຍ ຫລູ່​ວັນ​ຢ່າງ ຊົນ​ເຜົ່າ​ນຸ່ງ, ຜູ້​ທີ່​ໄດ້​ກຳ​ເນີດ​ແລະ ເຕີບ​ໃຫ​ຍ່​ຢູ່​ເທດ​ສະ​ບານ ບັກ​ຮ່າ ໃຫ້​ຮູ້​ວ່າ: ກ່ອນນີ້ ຕະ​ຫລາດ​ຖືກ​ຈັດ​ຂຶ້ນ​ຢູ່​ເນີນ​ພູ, ໃຈ​ກາງ​ເທດ​ສະ​ບານ. ສອງ​ສາມ​ປີ​ມາ​ນີ້ ຍ້ອນ​ຄວາມ​ຕ້ອງ​ການ​ຊື້​ຂາຍ​ສິນ​ຄ້າ ແລະ ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ, ຕະ​ຫລາດ​ໄດ້​ຮັບ​ການກໍ່​ສ້າງ​ໃຫມ່ຢ່າງກວ້າງຂວາງ​ບັນ​​ພື້ນ​ທີ່​​ຕະ​ຫລາດ​ເກົ່າ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ ຕະ​ຫລາດ​ແຫ່ງນີ້​ຍັງ​ຄົງ​ຮັກ​ສາ​​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ຕະ​ຫລາດ​ນັດ​ເຂດ​ພູ​ສູງ​ໄ​ວ້ຢູ່. ອ້າຍ ຫລູ່​ວັນ​ຢາວ ໃຫ້​ຮູ້​ວ່າ:

        “ຕະ​ຫລາດ​ນັດ​ບັກ​ຮ່າ ພຽງ​ຈັດ​ຂຶ້ນໃນ​ຕອນ​ເຊົ້າ​ຂອງ​ທຸກ​​ວັນອາ​ທິດ, ເພາະ​ວ່າ ທຸກມື້​ໃນ​ອາ​ທິດ ປະ​ຊາ​ຊົນ​ຍັງ​ຕິດ​ຄາ​ກັບ​ການອອກ​ແຮງ​ງານ, ທຳ​ມາ​ຫາ​ກິນ. ຄອບ​ຄົວ​ຂ້າ​ພະ​ເຈົ້າ ຂາຍ​ຊີ້ນ​ງົວ, ຊີ້​ນຄວາຍ, ຊີ້ນ​ໝູ ແລະ ອາ​ຫານ​ຢູ່​ຕະ​ຫລາດ, ລາຍ​ຮັບ​ເກັບ​ມາ​ໄດ້​​ຈາກ​ການ​ຄ້າ​ຂາຍ​ແມ່ນຫລາຍກວ່າ​ເມື່ອ​ທຽບ​ໃສ່​​ລາຍ​ຮັບ​ຈາກ​ການ​ເຮັດ​ໄຮ່​ເຮັດ​ນາ. ປະ​ຈຸ​ບັນ ພວກ​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ງານຄ້າ​ຂາຍ​ຢູ່​ຕະ​ຫລາດ​ເປັນ​​ຕົ້ນ.”

        ຕະ​ຫລາດ​ຖືກ​ແບ່ງ​ເປັນ​ຫລາຍ​ເຂດ​ແຕກ​ຕ່າງ​ກັນ​ຄື: ເຂ​ດ​ກິນ​ດື່ມ, ເຂດ​ຂາຍ​ສັດ​ລ້ຽງ, ສັດ​ປີກ… ​ໃນ​ນັ້ນເຂດ​ທີ່​ຄຶກ​ໂຄມໜາ​ແໜ້ນ​ກວ່າ​ໝ່​ູ​ແມ່ນ​ເຂດ​ກິນ​ດື່ມ. ສຳ​ລັບ​ນັກ​ທ່ອງ​ທ່ຽວໄປ​ຢ້ຽມ​ຢາມ ບັກ​ຮ່າ ​ຖ້າຜູ້​ໃດບໍ່​ທັນ​ຮັບ​ປະ​ທານ​” ທັງ​ໂກ”, ເຊິ່ງ​ແມ່ນອາ​ຫານ​ພິ​ເສດ​ຢູ່​ທີ່ນີ້ ກໍ່​ຖືກ​ຖື​ວ່າ ບໍ່​ທັນ​ມາ​ຢ້ຽມ​ຢາມ ບັກ​ຮ່າ​ເທື່ອ.  ທັງ​ໂກ ແມ່ນ ອາ​ຫານ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ມົ້ງ. ອາ​ຫານ​ເຍື່ອງນີ້​ແມ່ນ​ຕິດ​ພັນ​ກັບ​ຊີ​ວິດ​ຂອງ​ຊາວບັກ​ຮ່າ​​ມາ​ແຕ່​ດົນ​ແລ້ວ. ທັງ​ໂກ ໄດ້​ຮັບ​ການ​ປຸງ​ແຕ່ງ​ດ້ວຍ​ເຄື່ອງ​ໃນ​ຂອງ​​ໂຕມ້າພ້ອມ​ກັບ​ໃບ​ໄມ້​ບາງ​ຊະ​ນີດ​​ມີ​ກີ່ນ​ຫອມ​​ພິ​ເສດ​ສະ​ເພາະ​ຂອງ​ເຂດ​ພູ​ສູງ. ທ່າມ​ກາງ​ອາ​ກາດ​ຫ​ນາວ​ຈັດ​​ໃນ​ຍາມ​ເຊົ້າ​ລະ​ດູ​ຫ​ນາວ, ​ເມື່ອ​ໄດ້​ກິນ​ທັງ​ໂກ​, ​ດື່ມ​​ເຫລົ້າ​ສາ​ລີ​ທີ່​ແຊບ​ນົວ, ນັກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ. ນອກຈາກ ” ທັງ​ໂກ” ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ປະ​ທານ​ອາ​ຫານ​ຫຼາຍ​ເຍື່ອງ​ຂອງ​ເຂດ​ພູ​ສູງ​ອີກ​ຄື: ແປ້ງ​ສາ​ລີອ່ອນ​ອົບ, ຊີ້ນ​ໝູ​ນ້ອຍ​ໂດຍ​ຊາວ​ຊົນ​ເຜົ່າ​ລ້ຽງ​ເອງ, ເຝີ​ສົ້ມ, ຊີ້ນ​ໄກ່​ດຳ.. ອ້າຍ​ຫລູ່​ວັນ​ຕີງ, ເຈົ້າ​ຂອງ​ຮ້ານ​ອາ​ຫານ​ທັງ​ໂກ ຢູ່ ຕະ​ຫລາດ ບັກ​ຮ່າ ໃຫ້​ຮູ້​ວ່າ:

ຈຸດທີ່ເປັນເອກະລັກສະເພາະຂອງຕະຫລາດນັດບັກຮ່າຢູ່ແຂວງລ່າວກາຍ - ảnh 2
ເຂ​ດ​ກິນ​ດື່ມ ຢູ່​ຕະ​ຫລາດ​ບັກ​ຮ່າ
ພາບ:internet

        “ທັງ​ໂກນີ້ ໂດຍ​ຂ້າ​ພະ​ເຈົ້າ​ແຕ່ງ​ເອງ ຈາກ​ເຄື່ອງ​ໃນ​ຂອງ​ໂຕ​ມ້​າ​ຄື: ຫົວ​ໃຈ, ກະ​ເພາະ… ທັງ​ໂກ​ແຕ່​ລະ​ຖ້ວຍ​ມີ​ລາ​ຄາ 40-50.000 ດົ່ງ.”

        ຕະ​ຫລ​າດ​ບັກ​ຮ່າ ຍັງ​ແມ່ນ​ສະ​ຖານ​ທີ່​ແລກ​ປ່ຽນ, ຊື້​ຂາຍ​ຄວາຍ, ມ້າ​ຂອງ​ຊາວ​ຊ​ົນ​ເຜົ່າ ແລະ ລູກ​ຄ້າ​ມາ​ຈາກ​ທຸກ​ສາ​ລະ​ທິດ. ຕາມ​ປະ​ເພ​ນີ​ແລ້ວ, ຊາວ​ທ້ອງ​ຖິ່ນ ເຄີຍ​ໄປ​ຕະ​ຫລາດ​ເພື່ອ​ຊື້​ມ້າ​ໂຕ​ແຂງ​ແຮງ ​ເພື່ອ​ຮັບ​ໃຊ້ການ​ຂົນ​ສົ່ງ​ສິນ​ຄ້າ, ເຮັດ​ກະ​ສິ​ກຳ ກໍ​ຄື​ເລືອກ​ເຟັ້ນ​ມ້າ​ໂຕ​ແລ່ນ​ໄວ​ເພື່ອ​ເຂົ້າ​ຮ່ວມ​ການແຂ່ງ​​ມ້​າຂອງ​ເມືອງ. ທ່ານ ທ່າວ​ແຊວ​ເກົາ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເມືອງ ບັກ​ຮ່າ ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ມົ້ງ ຖື​ໂຕ​ມ້າ​ຄື​ດັ່ງ​ສະ​ມາ​ຊິກ​ໃນ​ຄອ​ບ​ຄົວ, ເພາະມັນ​​ໄດ້ຊ່ວຍ​ໃຫ້​ປະ​ຊາ​ຊົນ​ເຮັດ​ວຍກ​ງານ​ໄດ້​ຫລາຍ​. ຕົ້ນ​ລະ​ດູ​ບານ​ໃຫມ່ ບັນ​ດາ​ຊາຍ​ຫ​ນຸ່ມ​ຊາວ​ເຜົ່າ​ມົ້ງ, ໄຕ, ຢາວ ເຄີຍສະ​ແດງ​ຄວາມ​ອົງ​ອາດ​ກ້າ​ຫານ​ຂອງ​ຕົນ​ຜ່ານ​ກາ​ນ​ແຂ່ງ​​ມ້າ ທັງ​ລະ​ຫລິ້ນ ແລະອວຍ​ພອນ​ປີ​ໃຫມ່​​ໃຫ້ມີ​ໂຊກ​ມີ​ໄຊ.”

        ຢູ່ຕະ​ຫລາດ​ບັກ​ຮ່າ ຍັງ​ຂາຍ​ບັນ​ດາ​ອຸ​ປະ​ກອນ​ທີ່​ຈຳ​ເປັນ​ຄື: ອຸ​ປະ​ກອນ​ຮັບ​ໃຊ້​ການ​ຜະ​ລິດ, ເຄື່ອງ​ໃຊ້​ສອຍ​ໃນ​ຄອບ​ຄົວ. ສ່ວນ​ເຂດ​ຂາຍ​ເຄື່ອງ​ສຳ​ອາງ, ສີ້ນ, ເສື້ອ, ແຜ່ນແພ​ຫັດ​ຖະ​ກຳ ກວມ​ເນື້ອ​ທີ່​ສ່ວນ​ໃຫ​ຍ່​ຂອງ​ຕະ​ຫລາດ. ຢູ່​ທີ່ນີ້ ນັກ​ທ່ອງ​ທ່ຽວ​ສາ​ມາດ​ເລືອກ​ເຟັ້ນ​ໃຫ້​ຕົນ​​ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື: ເຄື່ອງ​ຫັດ​ຖະ​ກຳ​ຫລື ຊ​ຸດ​ສີ້ນ​ເສື້ອ​ຂອງ​ຊາວ​ເຜົ່າ​ມົ້ງ, ຢາວ​ແດງ, ນ​ຸ່ງ. ເອື້ອຍ ຢ່າງ​ທິ​ຊາວ, ຢູ່ ຕາ​ແສງ ນາ​ໂຮ້ຍ, ເມືອງ ບັກ​ຮ່າ ໃຫ້​ຮູ້​ວ່າ: ເອື້ອຍ ພວມເລືອກ​ຊື້​ ​ຊຸດ​ສີ້ນ ໃຫ້​ລູກ​ສາວເພື່ອ​ນຸ່ງ​ໃນ​ໂອ​ກາດ​ແຕ່​ງ​ງານ.

        “ຂ້າ​ພະ​ເຈົ້າ​ຢາກ​ຊື້​ສີ້ນ​ຜືນນີ້ ເພາະ​ເຫັນ​ວ່າມັນງາ​ມ​ຫລາຍ. ປະ​ຈຸ​ບັນຍ້ອນຕິດ​ຄາ​ກັບວຽກ​ໄຮ່​ການ​ນາຫຼາຍ, ບໍ່​ມີ​ເວ​ລາ​ຕ່ຳ​ຜ້າ​ແພ​ອີກ. ສີ້ນ​ຂາຍ​ຢູ່ຕະ​ຫລາດນີ້ ຜືນ​ໃດ​ກໍ​ງາມ, ຫວັງ​ວ່າ ລູກ​ສາວ​ຈະ​ມັກ​.”

        ປະ​ຈຸ​ບັນ, ຕະ​ຫລາດ ບັກ​ຮ່າ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຍັງ​ຄົງ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ, ຈຸດທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະ​ຫລາດ​ນັດ​ເຂດ​ພູ​ສູງ. ມາ​ຢ້ຽມ​ຢາມ​ຕະ​ຫລາດ ບັກ​ຮ່າ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຄົ້ນ​ຫາ​ຄວາມ​ງາມ​ແບບດັ້ງ​ເດີມ, ເຕັມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຢູ່​ເຂດ ໄຕ​ບັກ ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ