(VOVWORLD) -ໃນປະຊາຄົມຊາວຫວຽດນາມທີ່ອາໄສຢູ່ແຂວງກວາງສີ ປະເທດຈີນນັ້ນ, ມີຫຼາຍຄົນໄດ້ຢູ່ຫ່າງຈາກບ້ານເກີດເມືອງນອນເປັນເວລາດົນນານເຖິງກວ່າ 20 ປີແລ້ວ. ປີນີ້ສູ່ປີຕໍ່ໄປ, ຄວາມຄິດຮອດຄິດເຖິງ ບ້ານເກີດເມືອງນອນ ແມ່ນບໍ່ມີວັນຈະຢຸດເຊົາເມື່ອບຸນເຕັດ, ລະດູບານໃໝ່ວຽນມາໃນແຕ່ລະປີ
ບຸນເຕັດ ປີຈໍປີນີ້ ມີຫຼາຍຄົນມາຮ່ວມພິທີຕ້ອນຮັບບຸນເຕັດໂດຍສະຖານກົງສູນຫວຽດນາມຈຳແຂວງໜານໜິງຈັດຕັ້ງຂຶ້ນ. ຄວາມຄິດຮອດຄິດເຖິງ ບ້ານເກີດເມືອງນອນຂອງເຂົາເຈົ້າຖືກສະແດງອອກຜ່ານຢາດນ້ຳຕາຫຼືຮ່ອຍຍິ້ມ.
ລາຍການສິລະປະຕ້ອນຮັບປີໃໝ່ |
ຢູ່ໃນຫ້ອງໜຶ່ງມີເນື້ອທີ່ກ້ວາງປະມານ 200-300 ຕາແມັດ, ນາງບຸຍທູຮ່ຽນ ພວມນັ່ງພ້ອມກັບແມ່ຍິງອີກ 3 ຄົນ. ມານຳນາງຮ່ຽນແມ່ນລູກສາວທີ່ສາມາດເວົ້າພາສາຈີນໄດ້ດີ, ສ່ວນພາສາຫວຽດ ແມ່ນຖືກຈຳກັດຢູ່. 2 ແມ່ລູກນາງຮ່ຽນ ພ້ອມກັບບັນດາຜູ້ມາຮ່ວມນຳນັ້ນ ນຸ່ງຊຸດອາພອນທີ່ສວຍງາມ, ແຕ່ຄວາມເບີກບານໃຈຍັງບໍ່ປະກົດໃນໃບໜ້າສີຕາຂອງພວກເຂົາ.
ນາງບຸຍທູຮ່ຽນໄດ້ສ້າງຄອບຄົວ ແລະ ດຳລົງຊີວິດຢູ່ແຂວງກວາງສີມາເປັນເວລາເກືອບ 30 ປີແລ້ວ. ຢູ່ບ້ານເກີດທີ່ຫວຽດນາມ, ພໍ່ແມ່ຂອງນາງຮ່ຽນໄດ້ເສຍຊີວິດໄປແລ້ວ, ຍັງເຫຼືອພຽງແຕ່ເອື້ອຍໃພ້ ພ້ອມກັບພວກຫຼານເທົ່ານັ້ນ. 2-3 ປີໃດ, ນາງຮ່ຽນກໍກັບຄືນຢ້ຽມຢາມບ້ານເທື່ອໜຶ່ງ. ໃນຫ້ອງໜຶ່ງທີ່ມີຊາວຫວຽດນາມຫຼາຍຄົນພວມເຕົ້າໂຮມກັນນັ້ນ, ໄດ້ເຮັດໃຫ້ນາງຮ່ຽນຍິ່ງຄິດຮອດຄິດເຖິງ ບ້ານເກີດເມືອງນອນທີ່ສຸດ. ນາງບຸຍທູຮ່ຽນ ເວົ້າວ່າ :
“ ຈັກຊິວ່າແນວໃດ, ປະຈຸບັນໄດ້ຕິດຄ້າງກັບວຽກງານຢູ່ນີ້ແລ້ວ, ບໍ່ຮູ້ຊິກັບຄືນບ້ານເກີດຄືແນວໃດ, ເຖິງແມ່ນວ່າກໍຫວັງຢາກກັບຄືນບ້ານແທ້ໆ. ອາຍຸຍິ່ງສູງ ກໍຍິ່ງຄິດຮອດຄິດເຖິງ ບ້ານເກີດເມືອງນອນ. ປະຈຸບັນ, ຢູ່ບ້ານເກີດທີ່ຫວຽດນາມ, ພໍ່ແມ່ກໍເສຍຊີວິດໝົດແລ້ວ, ກັບຄືນ ກໍບໍ່ຮູ້ຢູ່ນຳໃຜ. ດັ່ງນັ້ນ ຄິດໄປຄິດມາ ກໍຢູ່ນີ້ເລີຍສ໋າ. ຢູ່ນີ້ການດຳລົງຊີວິດກໍປົກກະຕິ, ພຽງແຕ່ເຮົາຄິດຮອດຄິດເຖິງ ບ້ານເກີດເມືອງນອນເທົ່ານັ້ນ ”
ສ່ວນນາງ ໂດ້ທິແບ້ ອາຍຸ 56 ປີ ແລະ ນາງ ຫງວຽນທິຮ່າອາຍຸ 52 ປີ, ພວກເຂົາຕ້ອງຜ່ານໄລຍະທາງເກືອບ 200 ກິໂລແມັດ ຈາກນະຄອນຕຸ່ງຊິງ ມາຮ່ວມພິທີຕ້ອນຮັບບຸນເຕັດນີ້. ນີ້ແມ່ນຄັ້ງທຳອິດ ທີ່ພວກເອື້ອຍ ເຂົ້າຮ່ວມພິທີຕ້ອນຮັບບຸນເຕັດໂດຍສະຖານກົງສູນຫວຽດນາມຈຳແຂວງໜານໜິງຈັດຕັ້ງຂຶ້ນ. ບັນດາບົດເພງກ່ຽວກັບບ້ານເກີດເມືອງນອນ ໄດ້ເຮັດໃຫ້ເອື້ອຍນ້ອງແມ່ຍິງຫວຽດນາມຢູ່ແດນໄກ ຕ່າງກໍຕື້ນຕັນໃຈ ຄິດຮອດຄິດເຖິງ ບ້ານເກີດເມືອງນອນ. ນາງ ໂດ້ທິແບ້ ເວົ້າວ່າ :
“ ຂ້າພະເຈົ້າຄິດຮອດບ້ານຫຼາຍ, ຍ້ອນຢູ່ຫ່າງໄກຈາກບ້ານເກີດເມືອງນອນມາຫຼາຍປີແລ້ວ, ຢູ່ນີ້ ຕ້ອງປະຕິບັດຕາມປະເພນີ ແມ່ນຕ້ອງຕ້ອນຮັບບຸນເຕັດພ້ອມກັບຄອບຄົວທາງຜົວ, ອອກກຸດ ກໍຢາກໄປໃສກໍໄປ, ແລ້ວຈຶ່ງກັບໄປຢາມບ້ານເກີດ. ຄິດຮອດບ້ານຫຼາຍ, ແຕ່ບໍ່ເຮັດຫຍັງໄດ້ , ຕ້ອງອົດເອົາ ”
ສຳລັບບັນດາຜູ້ຄົນຢູ່ຫ່າງໄກຈາກ ບ້ານເກີດເມືອງນອນຄື ເອື້ອຍຮ່ຽນ, ເອື້ອຍແບ້, ເອື້ອຍຮ່າ, ຮອດວັນບຸນເຕັດແມ່ນຈຸດເວລານ້ຳຕາຫຼັ່ງອອກ ຍ້ອນຄິດຮອດຄິດເຖິງ ບ້ານເກີດເມືອງນອນ. ແຕ່ສຳລັບໄວໜຸ່ມຫວຽດນາມຢູ່ແຂວງກວາງສີ, ຄວາມຄິດຮອດຄິດເຖິງ ບ້ານເກີດເມືອງນອນ ໄດ້ປະກົດອອກຜ່ານວຽກງານຕົວຈິງ. ຮ່ວາງຊວນຕ້ວຽນ ນັກທຸລະກິດຊາວຫວຽດນາມ ທີ່ເຄື່ອນໄຫວໄດ້ຮັບຜົນດີຢູ່ແຂວງກວາງເຈົາ ໃຫ້ຮູ້ວ່າ :
“ ຢູ່ທີ່ນີ້, ນ້ອງຍັງປະຕິບັດຕາມປະເພນີຂອງບ້ານຕົນ. ຮອດວັນທີ 1 ແລະ ວັນເພັງ ໄລ່ຕາມຈັນທະປະຕິທິນ, ເຮົາກໍຍັງຄົງຈູດທູບທຽນບູຊາ. ພ້ອມທັງໄດ້ປຸງແຕ່ງບັນດາເຍື່ອງອາຫານຫວຽດນາມໃນຊຸມວັນບຸນເຕັດ ”
ນາງບຸຍທຸຍເວີນ ອາຍຸ 28 ປີ, ໄດ້ແຕ່ງງານກັບຊາຍຄົນໜຶ່ງຢູ່ແຂວງກວາງສີມາເປັນເວລາກວ່າສິບປີແລ້ວ. ກໍເຊັ່ນດຽວກັນກັບ ຮ່ວາງຊວນຕ້ວຽນ, ນາງໄດ້ຕ້ອນຮັບບຸນເຕັດຢູ່ທີ່ນີ້ ຕາມແບບຂອງໄວໜຸ່ມ, ມີລັກສະນະທັນສະໄໝ ແຕ່ເບີກບານມ່ວນຊື່ນທີ່ສຸດ. ນາງບຸຍທຸຍເວີນ ເວົ້າວ່າ :
“ ຮອດບຸນເຕັດ, ຄອບຄົວຂອງເຮົາໄດ້ພາກັນໄປຫວຽດນາມຕ້ອນຮັບບຸນເຕັດ, ທັງນີ້ກໍເພື່ອໃຫ້ຜົວໄດ້ພັກຜ່ອນ, ຢ່ອນອາລົມ, ກັບເມືອຫວຽດນາມໃນແຕ່ລະເທື່ອ, ຂ້າພະເຈົ້າພ້ອມກັບລູກເຕົ້າໄດ້ເຊື່ອມຕົວເຂົ້າກັບບັນຍາກາດບຸນເຕັດຢູ່ຫວຽດນາມ, ໄດ້ຫໍ່ເຂົ້າຕົ້ມໝູ, ໄດ້ໄປອວຍພອນບຸນເຕັດຢູ່ແຕ່ລະຄອບຄົວ ”
ເຖິງວ່າການດຳລົງຊີວິດຢູ່ຕ່າງແດນເປັນປົກກະຕິກໍຕາມ, ແຕ່ຄວາມຄິດຮອດຄິດເຖິງ ບ້ານເກີດເມືອງນອນແມ່ນບໍ່ສາມາດພັນລະນາໄດ້ໝົດ. ຢູ່ຕ່າງແດນ, ບັນດາຜູ້ຄົນຊາວຫວຽດນາມຍັງຄົງ ຄິດຮອດຄິດເຖິງ ບ້ານເກີດເມືອງນອນດ້ວຍຢາດນ້ຳຕາ ແລະ ຮ່ອຍຍິ້ມ, ເປັນຕົ້ນແມ່ນໃນຍາມຮອດບຸນເຕັດ, ລະດູບານໃໝ່ວຽນມາ.