ຊາວແຂວງ ຫຼ້າງເຊີນ ກ້າວເຂົ້າສູ່ລະດູເກັບກູ້ ໂປ່ຍກັກ

(VOVWORLD) -ແຂວງ ຫຼ້າງເຊີນ ດິນແດນຕອນເໜືອສຸດຂອງປະເທດຊາດ ແລະ ມີຊື່ສຽງດ້ວຍບັນດາສິນພິເສດສະເພາະ ຈາກພູຜາປ່າໄມ້ ໃນນັ້ນຕ້ອງເວົ້າເຖິງຜະລິດຕະພັນຈາກຕົ້ນ ໂປ່ຍກັກ. ໃນຍາມລະດູໃບໄມ້ຫຼົ່ນ ຊາວແຂວງ ຫຼ້າງເຊີນ ເລີ່ມຕົ້ນກ້າວເຂົ້າສູ່ລະດູການເກັບກູ້ ໂປ່ຍກັກ.
ຊາວແຂວງ ຫຼ້າງເຊີນ ກ້າວເຂົ້າສູ່ລະດູເກັບກູ້ ໂປ່ຍກັກ - ảnh 1ຊາວກະສີກອນເມືອງວັນກວານເກັບກູ້ ໂປ່ຍກັກ

     ເມື່ອກ້າວເຂົ້າສູ່ລະດູໃບໄມ້ຫຼົ່ນ ບັນດາເນື້ອທີ່ປ່າ ໂປ່ຍກັກ ທີ່ກວ້າງໃຫຍ່ໄພສານ ໂອບອ້ອມບັນດາໜູ່ບ້ານໃນເມືອງ ວັນກວານ ແຂວງ ຫຼ້າງເຊີນ ພັດສົ່ງກິ່ນຫອມຫວນໄປທົ່ວເຂດ. ນີ້ກໍ່ແມ່ນຊ່ວງເວລາທີ່ພໍ່ແມ່ພີ່ນ້ອງໄດ້ກະກຽມເຂົ້າໄປປ່າ ເພື່ອເກັບກູ້ໂປ່ຍກັກ. ລຸງ ໂຕວັນດົ່ງ ຢູ່ຕາແສງ ອຽນຟຸກ ເມືອງ ວັນກວານ ພ້ອມກັບບັນດາສະມາຊິກໃນຄອບຄົວ ໝົກໝົ້ນເກັບບັນດາ ໂປ່ຍກັກ ເຊິ່ງຫາກໍ່ເກັບກູ້ມາໄດ້. ຈາກບົດຮຽນຂອງຜູ້ທຳການປູກຝັງມາແຕ່ດົນນານໃຫ້ຮູ້ວ່າ ງ່າໂປ່ຍກັກໃຫຍ່ແຕ່ພັດຫັກງ່າຍ ດັ່ງນັ້ນຄວນເກັບກູ້ໃນຊຸມວັນແດດແຫ້ງ. ລຸງ ໂຕວັນດົ່ງ ໃຫ້ຮູ້ວ່າ:

       “ຂ້າພະເຈົ້າໄດ້ປູກ ໂປ່ຍກັກ ມາເປັນເວລາກວ່າ 20 ປີແລ້ວ. ຕົ້ນ ໂປ່ຍກັກ  ກໍ່ມີອັນດີບໍ່ຕ້ອງການບົວລະບັດຫຼາຍ, ແຕ່ລະປີ ໃຫ້ສອງລະດູການເກັບກູ້ຄື ໃນເດືອນ 7 ແລະ 12 ໄລ່ຕາມຈັນທະປະຕິທິນ, ເມື່ອທຽບໃສ່ການປູກສາລີ ປູກມັນ ເມື່ອກ່ອນນີ້, ການປູກ ໂປ່ຍກັກ ບັນລຸປະສິດທິຜົນສູງກວ່າຫຼາຍ. ນັບແຕ່ເວລາປູກ ໂປ່ຍກັກ ເສດຖະກິດຄອບຄົວ ກໍ່ເປັນປົກກະຕິກວ່າເກົ່າ”.

       ໂປ່ຍກັກ ພາຍຫຼັງທີ່ໄດ້ເກັບກູ້ມາແລ້ວ ຈະມີພວກພໍ່ຄ້າຊາວຂາຍມາເກັບຊື້ ຫຼື ສະໜອງໃຫ້ແກ່ຮາກຖານຜະລິດບັນດາຜະລິດຕະພັນຈາກ ໂປ່ຍກັກ ໃນບໍລິເວນ.  ລຸງ ນົງວັນຕູ໊ ຢູ່ບ້ານ ນ່າໄຫຕາແສງ ບິ່ງຟຸກ ເມືອງ ວັນກວານ ໄດ້ມີຄວາມຜູກພັນກັບອາຊີບຜະລິດເຊື້ອນ້ຳມັນ ໂປ່ຍກັກ ມາເປັນເວລາກວ່າ 40 ປີ. ຜະລິດຕະພັນເຊື້ອນ້ຳມັນ ໂປ່ຍກັກ ຂອງລຸງໃນປັດຈຸບັນ ໄດ້ຮັບໃບຢັ້ງຢືນຂອງລາຍການ “ແຕ່ລະຕາແສງ ໜຶ່ງຜະລິດຕະພັນ” (OCOP) 4 ດາວ ແລະ ພວມສ້າງເຄື່ອງໝາຍຮູບແບບສິນຄ້າ ເພື່ອວາງຂາຍຢູ່ຕາມລະບົບຮ້ານຊັບພະສິນຄ້າ, ຮ້ານຄ້າຢູ່ພາຍໃນປະເທດ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດອີກດ້ວຍ.  ລຸງ ນົງວັນຕູ໊ ໃຫ້ຮູ້ວ່າ:

        “ແຕ່ລະປີຮາກຖານຂອງຂ້າພະເຈົ້າສາມາດຜະລິດເຊື້ອນ້ຳມັນ ໂປ່ຍກັກ ໄດ້ແຕ່ 10 ຫາ 15 ໂຕນ ຈາກນັ້ນສາມາດສົ່ງໄປຂາຍໃຫ້ບັນດາປະເທດ ເອີລົບຕາເວັນຕົກ. ໂດຍແມ່ນຊາວທ້ອງຖິ່ນ ແລະ ກໍ່ເດີນຕາມອາຊີບ ເຊິ່ງປູ່ຍ່າໄດ້ປະໄວ້ໃຫ້, ປັດຈຸບັນເຮົາໄດ້ຜະລິດອອກຜະລິດຕະພັນ ກໍ່ດີຫຼາຍແລ້ວ ແລະ ຫວັງວ່າເຮັດແນວໃດທາງອຳນາດການປົກຄອງໃຫ້ການຊ່ວຍໜູນແກ່ສົ້ນອອກ ເພື່ອຕ່ອງໂສຜະລິດ ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ສາມາດຍົກສູງປະລິມານການຜະລິດກໍ່ຄືຄຸນນະພາບ”.

        ສຳລັບມູນຄ່າຜະລິດຕະພັນ ໂປ່ຍກັກ ຜ່ານການປຸງແຕ່ງແມ່ນສູງກວ່າຫຼາຍ ເມື່ອທຽບໃສ່ເປັນວັດຖຸດິບ ແລະ ໄດ້ຮັບການຕີລາຄາສູງຈາກຕະຫຼາດສາກົນ. ນາງ ຟ້າມທິຢາງ ຜູ້ອຳນວຍການບໍລິສັດ ປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນກະເສດ ເຄື່ອງປ່າຂອງດົງ ຫຼ້າງເຊີນ ຈຳກັດ ໃຫ້ຮູ້ວ່າ:

      “ນອກຈາກການສົ່ງອອກ ໂປ່ຍກັກແລ້ວ ພວກຂ້າພະເຈົ້າພວມຄົ້ນຄວ້າ ເພື່ອນຳຜະລິດຕະພັນ ໂປ່ຍກັກ ເຂົ້າຮັບໃຊ້ຊີວິດປະຈຳວັນໃຫ້ປະຊາຊົນ ຍົກຕົວຢ່າງຄື ຜະລິດຕະພັນນ້ຳລ້າງຖ້ວຍ, ຢາສະຜົມ... ລູກຄ້າເຂົາເຈົ້າກໍ່ມີຄວາມຊົມຊອບທີ່ສຸດ ເມື່ອໄດ້ນຳໃຊ້ບັນດາຜະລິດຕະພັນທຳມະຊາດໂດຍຊາວທ້ອງຖິ່ນຜະລິດເອງ ແລະ ພວກຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈ ຍ້ອນສິ່ງດັ່ງກ່າວ”.

      ເມືອງ ວັນກວານ ແມ່ນແຫ່ງມີເນື້ອທີ່ປູກ ໂປ່ຍກັກ ທີ່ກວ້າງໃຫຍ່ກວ່າໝູ່ໃນແຂວງ ຫຼ້າງເຊີນ ດ້ວຍເນື້ອທີ່ກວ່າ 14.000 ເຮັກຕາ. ດ້ວຍປະລິມານການຜະລິດແຕ່ 27.000 ຫາ 30.000 ໂຕນ, ລາຍຮັບຈາກ ໂປ່ຍກັກ ໃນປີ 2020ໃນບໍລິເວນຄາດວ່າຈະບັນລຸປະມານ 600 ຫາ 700 ຕື້ດົ່ງ. ເພື່ອສ້າງບາດກ້າວບຸກທະລຸ ໃຫ້ແກ່ຕົ້ນໄມ້ຫຼາຍປະເພດທີ່ເປັນສິນພິເສດ, ແຂວງ ຫຼ້າງເຊີນ ໄດ້ສ້າງ “ແຜນຜັງພັດທະນາເຂດຕົ້ນໄມ້ວັດຖຸດິບ ຕິດພັນກັບການປຸງແຕ່ງ ແລະ ສົ່ງອອກໃນບໍລິເວນແຂວງ ຫຼ້າງເຊີນ ເຖິງປີ 2020 ແລະ ວິໄສທັດເຖິງ 2030” ໃນນັ້ນມີຕົ້ນ ໂປ່ຍກັກ. ທ່ານ ນົງວັນຕຸ່ງ ຫົວໜ້າຂະແໜງກະສິກຳເມືອງ ວັນກວານ ໃຫ້ຮູ້ວ່າ:

       “ການກຳນົດທິດໃນການປຸງແຕ່ງ ໂປ່ຍກັກ, ພວກຂ້າພະເຈົ້າ ກໍ່ໄດ້ ແລະ ພວມຮຽກຮ້ອງບັນດານັກລົງທຶນ. ໃນໄລຍະທີ່ຈະມາເຖິງ ໃນບໍລິເວນເມືອງຈະສ້າງໂຮງປຸງແຕ່ງໂປ່ຍກັກ ດ້ວຍເຕັກໂນໂລຊີພາຫະນະເຄື່ອງຈັກທີ່ທັນສະໄໝ ສຸມໃສ່ປຸງແຕ່ງຜະລິດຕະພັນຈາກ ໂປ່ຍກັກ, ຂະນະທີ່ນຳເຂົ້າເຄື່ອນໄຫວຈະຮັບຈຳໜ່າຍປະລິມານການຜະລິດ ໂປ່ຍກັກ ທັງໝົດ ຜ່ານນັ້ນກໍ່ຈະຊ່ວຍຊາວກະສິກອນ ໄດ້ຮັບຜົນປະໂຫຍດ ມີສົ້ນອອກເປັນປົກກະຕິໝັ້ນຄົງ ສ້າງບັນດາຜະລິດຕະພັນຫຼາຍຢ່າງ ເພື່ອຕອບສະໜອງຄວາມຕ້ອງການສົ່ງອອກໄປຍັງຕ່າງປະເທດ ພິເສດແມ່ນ ເອີລົບ”.

        ດ້ວຍບັນດາວິທີການແກ້ໄຂໂດຍພື້ນຖານ ແລະ ມີລັກສະນະຍາວນານ ແຂວງ ຫຼ້າງເຊີນ ພວມພັດທະນາເທື່ອລະກ້າວ, ຍົກສູງມູນຄ່າຜະລິດຕະພັນຈາກ ໂປ່ຍກັກ ມຸ່ງໄປສູ່ເປົ້າໝາຍຂະຫຍາຍຕົ້ນໄມ້ທີ່ເປັນສິນພິເສດນີ້ແບບຍືນຍົງ ປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າຂອງ ໂປ່ຍກັກ ຫຼ້າງເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ