ດ້ຽນບຽນ, ດິນແດນແຫ່ງປູຊະນີຍະສະຖານປະຫວັດສາດ


(vovwold) - ດ້ຽນບຽນ, ​ແມ່ນ​ແຂວງ​ໜຶ່ງ​ຢູ່​ເຂດ​ຊາຍ​ແດນທີ່​ຫ່າງ​ຈາກ​ຮ່າ​ໂນ້ຍ ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​​ເກືອບ 500 ກ​​.ມ, ​ທັງແມ່ນ​ແຫ່ງ​ທີ່​ມີປູຊະນີຍະສະຖານຫຼາຍ​ແຫ່ງ​​ເຊິ່ງຕິດ​ພັນ​ກັບ​ໄຊຊະນະ​ປະຫວັດສາດດ້ຽນບຽນ​ຝູ ວັນ​ທີ 7/5/1954 ”ທີ່​ມີ​ຊື່​ສຽງງ​ດັງໄປ​ທົ່ວ​ໂລກ” . ບັນດາປູຊະນີຍະສະຖານ​ທີ່​ມີ​ຊື່​ສຽງ​ຄື: ​ໂນນພູ​ຮີມ​ລາມ, ​ໂນນພູ A1, D1, ກອງ​ບັນຊາ​ການ​ກຸ່ມທີ່​ໝັ້ນດ້ຽນບຽນ​ຝູ, ກອງ​ບັນຊາ​ການ​ບັ້ນ​ຮົບ​ເມື່ອ​ງຟັງ… ມາ​ຮອດ​ປະຈຸ​ບັນ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ປຽບ​ເໝືອນ​ໜ້າ​ປະຫວັດສາດ​ແຫ່ງ​ການ​ຕ້ານ​ເສິກ​ຕ່າງ​ດ້າວຢ່າງ​ພິລະ​ອົງອາດ​ຂອງ​ຊາດ​ຫວຽດນາມ.

ດ້ຽນບຽນ, ດິນແດນແຫ່ງປູຊະນີຍະສະຖານປະຫວັດສາດ - ảnh 1

ດ້ຽນບຽນພາຍຫຼັງ 58 ປີ ແຫ່ງວັນປົດປ່ອຍ

(ພາບ: google.com.vn)

        ກຸ່ມປູຊະນີຍະສະຖານ​​ປະຫວັດສາດ​ດ້ຽນບຽນ​ຝູ​​ ​ແມ່ນ​ເຕົ້າ​ໂຮມຢູ່​ດ້ຽນບຽນ, ປະຈຸ​ບັນ​ແມ່ນ​ນະຄອນ​ດ້ຽນບຽນ​ຝູ. ບັນດາປູຊະນີຍະສະຖານທີ່​ເດັ່ນ​ກວ່າ​ໝູ່​ນັ້ນ​ແມ່ນໂນນ​ພູຮີມ​ລາມ, ​ເຊິ່ງ​ແມ່ນ​ແຫ່ງ​ດຳ​ເນີນ​ບັ້ນ​ຮົບ​ເປີດ​ສາກ​ໃຫ້​ແກ່​ບັ້ນ​ຮົບຂະໜາດ​ໃຫຍ່ດ້ຽນບຽນ​ຝູ ​ເມື່ອ​ວັນ​ທີ 13/3/1954; ​ໂນນ​ພູເອກະລາດ, ​ແມ່ນ​ແຫ່ງ​ດຳ​ເນີນ​ການ​ສູ້​ຮົບ​ຢ່າງ​ດຸ​ເດືອດ ​ເອົາ​ເປັນ​ເອົາ​ຕາຍ ​ເພື່ອ​ຢືດ​​ເອົາ​ທີ່​ໝັ້ນ​ເມື່ອ​ວັນ​ທີ 15/3/1954. ບັນດາ​ໂນນ​ພູ C, D, E ກໍ່​ແມ່ນ​ແຫ່ງ​ທີ່​ກອງທັບ​ຫວຽດນາມ ​ແລະ ກອງທະຫານ​ເລວ​ໄກ​ຝລັ່ງ ຍາດ​ຊິງ​ດິນ​ແຕ່​ລະ​ນີ້ວ​ໃນ​ບັ້ນ​ຮົບດ້ຽນບຽນ​ຝູ. ​ໃນກຸ່ມປູຊະນີຍະສະຖານ​​ປະຫວັດສາດ​ດ້ຽນບຽນ​ຝູ​​​ ຍັງ​ມີ​ອະນຸສາວະລີ​ໄຊຊະນະ​ດ້ຽນບຽນ​ຝູ ຢູ່​ໂນນ​ພູ D1, ນີ້​ແມ່ນ​ສັນຍາ​ລັກ​ແຫ່ງ​ນ້ຳ​ໃຈ​ຕັດສິນ​ຍາດ​ເອົາ​ໄຊຊະນະ​ຂອງ​ກອງທັບ ​ແລະ​ ປະຊາຊົນ                 ຫວຽດນາມ. ທ່ານ ຫງວຽນ​ວັນນາ​ມ (Nguyen Van Nam), ຫົວໜ້າ​ຫ້ອງວິຊາ​ການທ່ອງທ່ຽວ, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ດ້ຽນບຽນ, ​ໃຫ້​ຮູ້​ວ່າ:

        ”​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽບຝູ, ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ (Vo Nguyen Giap) ​ໄດ້​​ມີ​ບົດ​ກ່ຽວ​ກັບ​ດ້ຽນບຽນ, ​ໃນ​ນັ້ນ​ມີ​ຕອນ​ຂຽນ​ວ່າ: ດ້ຽນບຽນ​ຝູ​ ແມ່ນ​ໜຶ່ງ​ໃນ​ບັນດາ​ປູຊະນີຍະສະຖານ​ລະດັບ​ຊາດ​ທີ່​ສຳຄັນ​ກວ່າ​ໝູ່ ​ແລະ ມີ​ຄວາມ​ໝາຍ​ສາກົນ​ອັນ​ໃຫຍ່​ຫຼວງ. ການບຸລະນະ​ຮັກສາ​ດ້ຽນບຽນ​ຝູ ​ເພື່ອ​ເຮັດ​ໃຫ້ ປູຊະນີຍະສະຖານປະຫວັດສາດ​ນີ້​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ​ພ້ອມ​ກັບປະ​ເທດ​ຊາດ ​ແມ່ນ​ໜ້າ​ທີ່​ສຳຄັນ​ຍິ່ງ, ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ວິລະ​ຊົນ ​ແລະ​ ຫົວຄິດ​ປະດິດ​ສ້າງ​ຂອງ​ຊາວ​ຫວຽດນາມ​ລຸ້ນກ່ອນ​ໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຍູ້​ແຮງ​ພາລະກິດ​ປ່ຽນ​ແປງ​ໃໝ່.”

        ຈຸດ​ພົ້ນ​ເດັ່ນ​ໃນ​ກຸ່ມປູຊະນີຍະສະຖານ​ປະຫວັດສາດ​ດ້ຽນບຽນ​ຝູ​ ແມ່ນ​ໂນນ​ພູ A1, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ເຄີຍ​ດຳ​ເນີນ​ບັ້ນ​ຮົບ​ອັນ​ດຸ​ເດືອດ ​ແລະ ​ແກ່ຍາວ​ທີ່​ສຸດ, ມີ​ລັກສະນະ​ຕັດສິນ​ໃຫ້​ແກ່​ບັ້ນ​ຮົບ​ດ້ຽນບຽນ​ຝູ. ຢູ່​ທີ່​ນີ້​ມີ ຂຸມ​ຄອງ​ບັນຊາ​ການ​ສູ້​ຮົບ​ຂອງ​ນາຍ​ພົນ De Castries, ​ແມ່ນ​ແຫ່ງ​ທີ່​ກອງ​ບັນຊາ​ການ​ກຸ່ມ​ທີ່​ໝັ້ນ​ດ້ຽນບຽນ​ຝູ ພ້ອມ​ກັບ​ນາຍ​ພົນ​ຄົນ​ຝລັ່ງຕ້ອງ​ຍອມ​ຈຳນົນ, ຍອມ​ປະລາ​ໄຊ​ຕໍ່ໜ້າ​ກອງ​ກຳລັງ​ຫຼວງ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ (Vo Nguyen Giap). ຢູ່​ເຂດ​ນີ້, ສະໜາມ​ບິນ​ເມື່ອ​ງ​ແທງ, ​ແລະ​ ທີ່​ໝັ້ນ 206 ​​ແມ່ນຕັ້ງຢູ່​ໃຈກາງ​ກຸ່ມ​ທີ່​ໝັ້ນດ້ຽນບຽນ​ຝູ ​ໃນ​ເມື່ອ​ກ່ອນ, ປະຈຸ​ບັນ​ໄດ້​ຮັບ​ການ​ບຸລະນະ​ຍົກ​ລະດັບ​ເປັນ​ທ່າ​ອາກາດ​ສະຍານ​ສາກົນ​ດ້ຽນບຽນ​ຝູ. ປ້າ ​ເລ​ທິຕວຽດງາ (Le Thi Tuyet Nga), ຮອງ​ຫົວໜ້າ​ອຳນວຍ​ການ​ຫໍພິພິດທະພັນ​ໄຊຊະນະ​ດ້ຽນບຽນ​ຝູ, ​ເຊິ່ງ​ແມ່ນ​ຫົວໜ່ວຍ​ຄຸ້ມ​ຄອງ​ບັນດາປູຊະນີຍະສະຖານ​ປະຫວັດສາດ​ດ້ຽນບຽນ​ຝູ, ​ເນັ້ນ​ໜັກ​ວ່າ:

        ”​ໄຊຊະນະ​ປະຫວັດສາດ​ດ້ຽນບຽນ​ຝູ​ແມ່ນ​ມີ​ຊື່​ສຽງ, ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ. ກ່ຽວ​ກັບ​ດ້ານ​ການ​ສຶກສາ, ບັນດາ​ປູຊະນີຍະສະຖານ​ນີ້​ຊ້ອນ​ແຝງ​ບັນດາ​ຄູນ​ຄ່າ​ອັນ​ໃຫຍ່​ຫຼວງ​ກ່ຽວ​ກັບ​ນ້ຳ​ໃຈ​ຕໍ່ສູ້ ກໍ່​ຄື​ການ​ເສຍສະຫຼະ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ ​ເພື່ອຍາດໄດ້​​ໄຊຊະນະ​ດ້ຽນບຽນ​ຝູ”

ດ້ຽນບຽນ, ດິນແດນແຫ່ງປູຊະນີຍະສະຖານປະຫວັດສາດ - ảnh 2

ກຸ່ມອະນຸສາວະລີໃນສວນສາທາລະນະໄຊຊະນະຢູ່ເມື່ອງຟັງ - ນະຄອນດ້ຽນບຽນຝູ

(ພາບ: google.com.vn)

        ​ໃນ​ກຸ່ມປູຊະນີຍະສະຖານ​ປະຫວັດສາດ​ດ້ຽນບຽນ​ຝູ, ຍັງ​ມີ​ກຸ່ມປູຊະນີຍະສະຖານກອງ​ບັນຊາ​ການ​ບັ້ນ​ຮົບ​ດ້ຽນບຽນ​ຝູ ຢູ່​ຕາ​ແສງ​ເມື່ອ​ງຟັງ, ຫ່າງ​ຈາກ​ນະຄອນ​ດ້ຽນບຽນ​ ​ເກືອບ 40 ກ​.ມ. ​ເຂດ​ນີ້​ມີ​ລະບົບ​ຜາມ​ເຮັດ​ວຽກ​ຂອງ​ບັນດາ​ກອງ​ບັນຊາ​ການບັ້ນ​ຮົບ​ດ້ຽນບຽນ​ຝູດ ​ໃນ​ນັ້ນ​ມີ​ຜາມ​ເຮັດ​ວຽກ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ (Vo Nguyen Giap). ກິດຈະກຳ​ໃຫຍ່​ໂຕກ​ວ່າ​ໝູ່​ຢູ່​ເມື່ອ​ງຟັງ ນັ້ນ​ແມ່ນ​ຂຸມ​ຄອງ​ທີ່​ເຊື່ອມ​ຕໍ່​ຜາມ​ເຮັດ​ວຽກ​ຂອງ ພ​ົນ​ເອກ ຫວໍ​ງວຽນ​ຢາ​ບ (Vo Nguyen Giap) ​ແລະ ຫົວໜ້າ​ເສນາ​ທິການ ຮ່ວາງ​ວັນ​ທ້າຍ (Hoang Van Thai) ​ດ້ວຍ​ຄວາມ​ຍາວ 69 ມ ຖືກ​ຂຸດ​ທະລຸ​ຜ່ານ​ໂນນ​ພູ ​ເພື່ອ​ຫຼົບຫຼີກ​ລະ​ເບີດ, ລູກປືນ. ນອກ​ນັ້ນ​ຍັງ​ມີ​ກຸ່ມ​ອະນຸສາວະລີ, ສວນສາທາລະນະ ​ໄຊຊະນະ​ເມື່ອ​ງຟັງ, ປູຊະນີຍະສະຖານ​ທາງ​ແກ່​ດຶງ​ປືນ​ໃຫຍ່​ເຂົ້າ​ສະໝໍລະພູມ​ປືນ​ໃຫຍ່​ຂອງ​ທະຫານ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ… ທ່ານ ຫງວຽນ​ວັນ​ນາມ (Nguyen Van Nam)​ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        ”ເພື່ອເສີມຂະຫຍາຍຄນຄ່າບັນດາປູຊະນີຍະສະຖານນີ້, ທາງແຂວງດ້ຽນບຽນຈະຕ້ອງເຮັດວຽກງານຫຼາຍຢ່າງ, ໃນນັ້ນມີການ​ເພີ່ມ​ທະວີ​ການລົງທຶນບຸລະນະປະຕິສັງຂອນ, ​ເພື່ອ​ເຮັດ​ໃຫ້​ປູຊະນີຍະ​ຖານ​ແຕ່ລະ​ແຫ່ງ​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ທັງພາຍ​ໃນ ​ແລະ​ ຕ່າງປະ​ເທດ, ​ແມ່ນ​ຜະລິດ​ຕະພັນ​ການທ່ອງທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ດ້ຽນບຽນ, ​ແຕ່​ຍັງ​ຄົງ​ຮັກສາ​ຮູບ​ເດີມ​ໄວ້​ໄດ້ ​ເພື່ອ​ສຶກສາ​ມູນ​ເຊື້ອ​ໃຫ້​ລຸ້ນຕໍ່ໆ​ໄປ”.

        ນອກຈາກ​ບັນດາ​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຄື​ໂນນ​ພູ A1, ​ເອກະລາດ, ຮີມ​ລາມ​, ຕົງ​ຄາວ ​ແລ້ວ… ​ໃນ​ແຕ່ລະ​ປີ​ຍັງ​ຊອກ​ເຫັນຂຸມ​ຝັງສົບນັກ​ຮົບ​ນັບ​ຮ້ອຍ​ຂຸມ​​ຢູ່​ດ້ຽນບຽນ​ຝູ. ອັນ​ໄດ້​​ເປັນ​ການ​ພິສູດ​ໃຫ້​ເຫັນ​ການ​ເສຍສະຫຼະ​ຊີວິດ​ຂອງ​ທະຫານ ​ແລະ ​ປະຊາຊົນ​ຫວຽດນາມ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ ​ເພື່ອ​ຍາດ​ເອົາ​ໄຊຊະນະ​ທີ່​ມີ​ຊື່​ສຽງ​ດົງ​ດັງ​ໄປ​ທົ່ວ​ 5 ທະວີບໃນ​ວັນ​ທີ 7-5-1954, ​ເຮັດ​ໃຫ້​ຊາວ​ຫວຽດນາມ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​ແຕ່ລະຄົນ​ລ້ວນ​ແຕ່​ຮູ້ສຶກ​ຕື້ນ​ຕັນ​ໃຈ​ເມື່ອ​ມາ​ຢ້ຽມຢາມ​ດິນ​ແດນອັນ​ມະຫັດສະຈັນ​ແຫ່ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ