ດຽວໂລກ - ເສດຖີເງິນຕື້ຄົນຊົນເຜົ່າ ມນົງ ຢູ່ ດັກນົງ

(vov) - ດ້ວຍຄວາມດຸ​ໝັ່ນ​ຂະຫຍັນ​ພຽນ, ນຳ​ໃຊ້​ວິທະຍາສາດ ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ປະ​ຈຸ​ບັນ, ນັບ​ມື້​ນັບ​ມີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫຼາຍ​ຄົນ ຢູ່​ເຂດ ​ໄຕ​ງວຽນ ​ ​ໄດ້ບືນ​ຕົວ​ຂຶ້ນ ສ້າງ​ຄວາມ​ຮັ່ງມີ​ຢູ່ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ. ທ່ານ​ດຽວ​ໂລກ, ຢູ່​ຕາ​ແສງ ດັກ​ຣຕິກ, ​ເມືອງ ຕູຍ​ດຶກ, ​ແຂວງ​ດັກ​ນົງ - ເສດຖີ​ເງິນ​ຕື້​ຄົນ​ຊົນ​ເຜົ່າ ​ມນົງ ຢູ່ ດັກ​ນົງ​ແມ່ນ​​ໜຶ່ງ​ໃນ​ຈຳ​ນວນຄົນ​ດັ່ງກ່າວ, ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ທ່ານ​ຍັງ​ແມ່ນ​ຄົນທີ່​ໄດ້​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ໃນ​ໝູ່​ບ້ານ​ບືນ​ຕົວ​ຂຶ້ນ​​ເພື່ອສ້າງ​ຄວາມ​ຮັງ​ມີ​ອີກ​ດ້ວຍ.

ດຽວໂລກ - ເສດຖີເງິນຕື້ຄົນຊົນເຜົ່າ ມນົງ ຢູ່ ດັກນົງ - ảnh 1

ທ່ານ ດຽວໂລກ ບົວລະບັດສວນກາເຟ

(ພາບອິນເຕີແນດ)

​ເຖິງ​ວ່າ​ໄດ້​ມີ​ອາຍຸ 63 ປີ​ແລ້ວ​ກໍ່ຕາມ, ​ແຕ່​ທ່ານ ດຽວ​ໂລກ ຍັງ​ຄົງມີ​ສຸຂະພາບ​ແຂງ​ແຮງ​ ​ແລະ ​ເຄີຍ​ເຮັດ​ວຽກ​ຕະຫຼອດ​ມື້ຢູ່. ທ່ານ​ເລົ່າ​ສູ່​ຟັງ​ວ່າ, ກ່ອນ​ນີ້, ຄອບຄົວ​ທ່ານ​ທຸກ​ຍາກ​ຫຼາຍ. ຜົວ​ເມຍ​ທ່ານ​ມີ​ລູກ​ເຖິງ 10 ຄົນ, ​ເນື້ອ​ທີ່​ໄຮ່ນາ​ຫຼາຍ ​ແຕ່​​ພັດບໍ່​ຮູ້​ວິທີ​ທຳ​ການ​ຜະລິດ, ມັນ​ຕົ້ນ, ສາລີ​ເກັບ​ກ່ຽວ​ໄດ້​ເທົ່າ​ໃດ ​​ກໍ່ກິນ​ໝົດ​ເທົ່າ​ນັ້ນ. ປີ 2000, ​ເມື່ອ​ລັດ​ມີ​ລາຍການ​ໃຫ້​ກູ້​ຢືມ​ທຶນ​ເພື່ອ​ພັດທະນາ​​ນິ​ຄົມປູກ​ຢາງ​ພາລາ​ຂະໜາດ​ນ້ອຍ, ທ່ານ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ. ​ໃນປີທຳ​ອິດ, ທ່ານ​ໄດ້​ຮັບ​ປູກ​ຢາງ​ພາລາ​ໃນ​ເນື້ອ​ທີ່ 2 ​ເຮັກຕາ, ທັງ​ປູກ, ທັງ​ຮຽນ​ວິທີ​ການ​ປູກຝັງ ​ແລະ ລ້ຽງສັດ. ຮຽນ​​ໄດ້​ເທົ່າ​ໃດ​ທ່ານ​ກໍ່​ໝູນໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ຕົນ​ໄດ້​ເທົ່າ​ນັ້ນ, ​​ແລະ​ເຫັນ​ວ່າ​ໄດ້​ຮັບ​ປະສິດທິ​ຜົນ​ຢ່າງ​​ແທ້​ຈິງ. ​ແຕ່ລະ​ປີ, ຈຳນວນ​ສັດ​ທີ່​ລ້ຽງ​ໃນ​ຄອກ​ຂອງ​ຄອບຄົວ​ກໍ່​ເພີ່ມ​ຂຶ້ນ, ​ເນື້ອ​ທີ່​ປູກ​ຢາງ​ພາລາ​ກໍ່​ຂະຫຍາຍ​ອອກ. ບໍ່​ພຽງ​ແຕ່​ປູກ​ຢາງພາລາ​ເທົ່າ​ນັ້ນ, ທ່ານ​ຍັງ​ຮຽນ​ວິທີ​ປູກ​ກາ​ເຟ, ໝາກ​ພິ​ກ​ໄທອີກ​ດ້ວຍ. ປະຈຸ​ບັນ, ຄອບຄົວ​ທ່ານ​ໄດ້​ມີ​ຕົ້ນ​ໄມ້​ອຸດສາຫະກຳ 20 ປະ​ເພດ. ​ໃນ​ນັ້ນ 6 ​ເຮັກຕາ​ປູກ​ຢາງພາລາ​ໄດ້​ສ້າງ​ລາຍ​ຮັບ​ໃຫ້​ແກ່​ທ່ານ​ແຕ່ 3 ລ້ານ ​ເຖິງ 4 ລ້ານ ດົ່ງ. ​ໃນ​ເນື້ອ​ທີ່​ປູກ​ຢາງພາລາ​ໃໝ່, ທ່ານ​ຍັງ​ປູກສະຫຼັບ​ມັນ​ຕົ້ນ​​ເເນ​ວຍີ່ປຸ່ນ​​​​ຕື່ມອີກ, ​ແຕ່ລະ​ປີ​ສ້າງ​ລາຍ​ຮັບ​ໄດ້​ກວ່າ 100 ລ້ານ​ດົ່ງ.

ບໍ່​ພຽນ​ແຕ່​ຄາ​ກັບ​ວຽກ​ໄຮ່​ການ​ນາ​ເທົ່າ​ນັ້ນ, ຜົວ​ເມຍ​ທ່ານ​ຍັງ​ຕິດ​ເຄືອງ​ກັບ​ຝູງ​ໝູ​ອີກ​. ພາຍຫຼັງ​ຂາຍ​ໝູ​ແຕ່ລະ​ປີ​ກໍ່ສ້າງ​ລາຍ​ຮັບ​ ໃຫ້​ແກ່​ຄອບຄົວ​ທ່ານໄດ້ຫຼາຍ​ພໍ​ສົມຄວນ​. ​ເມື່ອ​ມີ​ຂອງ​ກິນ​ຂອງຈົ່ງ, ທ່ານ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ລູກ​ໄດ້​ຮຳ່ຮຽນ. ລູກຂອງ​ທ່ານ 5 ຄົນ ​ໄດ້​ກາຍ​ເປັນ​ຄູ​ສອນ, ພະນັກງານ​ປ່າ​ໄມ້​ຢູ່​ທ້ອງ​ຖີ່​ນ. ຕາມ​ການ​ຄິດ​ໄລ່​ແລ້ວ, ລາຍ​ຮັບ​ຂອງ​ຄົວ​ຄົວ​ທ່ານ​ໃນ​ແຕ່ລະ​ປີ​ແມ່ນ 1 ຕື້​ດົ່ງ, ທ່ານ ດຽວ​ໂລກ ​ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

”​ເຮົາ​​ໄດ້​ເຂົ້າ​ຮ່ວມ​ບັນດາ​ຊຸດ​ອົບຮົມ​ກ່ຽວ​ກັບ​ວິທີ​ເຮັດ​ກະ​ເສດ​, ປູກ​ກາ​ເຟ, ລ້ຽງສັດ​ຢ່າງໝັ່ນພຽນ, ຍ້ອນ​ເຫດ​ນັ້ນ​ຈຶ່ງ​ສາມາດ​ເຮັດ​ໄດ້​. ຢາກ​ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ​ສ້າງ​ເສດຖະກິດ​ເກັ່ງ, ​ເຮົາ​ຕ້ອງ​ລະດົມ​ແຕ່​ລະ​ຄອບຄົວ​ໄປ​ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ພຶດຕິ​ກຳ​ຕົວ​ຈິ່ງ, ​ເມື່ອ​ເຫັນ​ໄດ້ຜົນ​ປະ​ໂຫຍ​ດ, ​ເຂົາ​ເຈົ້າ​ຈະ​ປະຕິບັດ​ຕາມ. ປະຈຸ​ບັນ, ປະ​ຊາ​ຊົນ​ໃນ​ບ້ານ​ເຮົາ, ຄອບ​ຄົວ​ໃດ​ກໍ່​ປູກ​ຕົ້ນ​ຢາງ​ພາ​ລາ, ມີ​ເຮືອນຫຼັງ​ໃໝ່, ລາຍ​ຮັບ​ກໍ່​ສູງກວ່າ​ເກົ່າ.

ດຽວໂລກ - ເສດຖີເງິນຕື້ຄົນຊົນເຜົ່າ ມນົງ ຢູ່ ດັກນົງ - ảnh 2


ປູກຕົ້ນຢາງພາລາໄດ້ຊ່ວຍໃຫ້ທ່ານດຽວໂລກຫຼຸດພົ້ນອອກຈາກຄວາມທຸກຍາກ

(ພາບອິນເຕີແນດ)

        ບໍ່​ພຽງ​ແຕ່​ດຸ​ໝັ່ນ​ຮ່ຳ​ຮຽນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ຄອບ​ຄົວ​ເທົ່າ​ນັ້ນ, ທ່ານ​ ດຽວ​ໂລກ​ ຍັງ​ຊ່ວຍ​ເຫຼືອ, ແນະ​ນຳ​ວິທີ​ການ​ປູກ​ຝັງ, ລ້ຽງ​ສັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​. ທ່ານ​ ດຽວ​ເນີຍ,​ ຫົວ​ໜ້າ​ໜ່ວຍ​ກູ້​ຢືມ​ທຶນເພື່ອ​ພັດ​ທະ​ນາເນື້ອ​ທີ່​ປູກ​ຢາງ​ພາ​ລາ​ຂະ​ໜາດ​ນ້ອຍ, ປະ​ທານ​ສະ​ມາ​ຄົມຜູ້​ມີ​ອາ​ຍຸ​ສູງ​ຕາ​ແສງ ດັກ​ຣ​ຕິກ, ໃຫ້​ຮູ້​ວ່າ, ຍ້ອນ​ມີ​ບັນ​ດາ​ຜູ້​ທີ່​ເປັນ​ແບບ​ຢ່າງ​ນຳ​ໜ້າ​ຄື​ທ່ານ ດຽວ​ໂລກ, ໂຄງ​ການ​ປູກ​ຢາງ​ພາ​ລາ​ຢູ່​ທ້ອງ​ຖີ່ນ​ຈຶ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ. ປະ​ຈຸ​ບັນ, ປະ​ຊາ​ຊົນ​ໃນ​ຕາ​ແສງ​ສາ​ມາກ​ປູກ​ຢາງ​ພາ​ລ​າໄດ້​ເກືອບ 1500 ເຮັກ​ຕາ, ໃນ​ນັ້ນ 900 ເຮັກ​ຕາ​ແມ່ນສາ​ມາດ​ຂຸດ​ຄົ້ນ​ຢາງໄດ້​ແລ້ວ. ບ້ານ ເມ​ຮາ ແລະ ບູ​ເຢິງ ຂອງ​ຊາວ ເມີນົງ ໄດ້​ກາຍ​ເປັນ​ບ້ານ​ຮັ່ງ​ມີກວ່າ​ໝູ່​ຂອງ​ຕາ​ແສງ, ຂອງ​ເມືອງ, ຍ້ອນ​ມີ​ຢາງ​ພາ​ລາ ແລະ ກາ​ເຟ. ເມື່ອ​ເວົ້າ​ເຖິງ​ທ່ານ ດຽວ​ໂລກ. ທ່ານ ດຽວ​ເນີຍ, ໃຫ້​ຮູ້​ວ່າ:

        “ຍ້ອນ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ທ່ານ ດຽວ​ໂລກ ຈຶ່ງ​ກຳ​ໄດ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ການ​ປູກ​ຝັງ ແລະ ລ້ຽງ​ສັດ. ປະ​ຈຸ​ບັນ, ຄອບ​ຄົວ​ຂອງ​ລາວ​ທັງ​ລ້ຽງ​ສັດ, ທັງ​ປູກ​ຢາງ​ພາ​ລາ, ກາ​ເຟ, ໝາກ​ພິກ​ໄທ, ໝາກມວງ​ຫິມ​ມະ​ພານ… ແຕ່​ລະ​ປີ, ທ່ານ​ໄດ້​ຊ່ວຍ​ເຫຼືອ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ບ້ານ​ເຂົ້າ​ສານ​ແຕ່ 5 – 6 ກະ​ສອບ ແລະ ເງິນ​ນັບ​ລ້ານ​ດົ່ງ. ຫວ່າງ​ແລ້ວນີ້, ຄອບ​ຄົວ​ທ່ານ ດຽວ​ໂລກ ໄດ້​ຊ່ວຍ​ເຫຼືອ​ໃຫ້​ຄອບ​ຄົວ​ໄກ້​ຄຽງ​ເງິນ 20 ລ້ານ​ດົ່ງ​ເພື່ອ​ສ້າງ​ເສດ​ຖະ​ກິດ. ທ່ານ​ແມ່ນ​ແບບ​ຢ່າງ​ທີ່​ນຳ​ໜ້າ​ເພື່ອ​ໃຫ້ບ້ານ ເມ​ຮາ ແລະ ບູ​ເຢິງ ລົບລ້າງ​ຄວາມ​ທຸກ​ຍາກ, ອຶດ​ຫິວ. ປະ​ຈຸ​ບັນ​ມີ​ປະ​ມານ 80%ຈຳ​ນວນ​ຄອບ​ຄົວ​ໄດ້​ກໍ່​ສ້າງ​ເຮືອນ​ໃໝ່​ແລ້ວ”.

        ຈາກ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ຂອງ​ທ່ານ ດຽວ​ໂລກ, ປະ​ຈຸ​ບັນ, ມີຫຼາຍ​ຄອບ​ຄົວ​ໃນ​ໝູ່​ບ້ານ ເມ​ຣາ​ຄື: ດຽວ​ເຫວ໋, ດຽວ​ເມີ​ຣັງ, ດຽວ​ແບນ.. ໄດ້​ຮູ້​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ການ​ປູກ​ຝັງ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ສູງ. ສະ​ເພາະ​ທ່ານ ດຽວ​ໂລກ, ບໍ່​ພຽງ​ແຕ່​ແມ່ນ​ຊາວ ເມີ​ນົງ​ ຜູ້​ທຳ​ອິດ​ໃນ​ໝູ່​ບ້ານ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກ່ອນ​ໝູ່​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້​ທີ່​ມີ​ລາຍ​ຮັບ​ສູງ​ສ​ຸດ​ໃນ​ຕາ​ແສງ​ອີກ​ດ້ວຍ. ດ້ວຍ​ຄວາມ​ດຸ​ໝັ່ນ​ທຳ​ມາ​ຫາ​ກິນ, ແລະ​ ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ໃນ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ. ທ່ານ ດຽວ​ໂລກ ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ ເມີ​ນົງ ພວມ​ບືນ​ຕົວ​ຂຶ້ນ​ກໍ່​ສ້າງ​ໝູ່​ບ້ານ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ສວຍ​ງາມ. ຍາມ​ໃດທ່ານກໍ່​ຄິດ​ວ່າ: “ຕົ້ນ​ໄມ້​ທີ່​​ປູກ​ຢູ່ໃນ​ໝູ່​ບ້ານຂອງ​ຕົນ​ ໄດ້​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ. ດັ່ງ​ນັ້ນ​ຕ້ອງ​​ນຳ​ໃຊ້​​ວິ​ທີ​ການ​ຜະ​ລິດ​​​ຄື​ແນວ​ໃດ​ໃຫ້ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ສຸດໃນ​ເນື້ອ​ທີ່ດິນ​ຂອງ​ຕົນ​”.

 

ຕອບກັບ

ຂ່າວ/ບົດ​ອື່ນ