ຕົ້ນປີໄປຕະຫລາດນັດ ບັກຮ່າ

(vovworld)- ບໍ່​ວ່າມື້​​ແດດ​ຮ້ອນ ​ຫລື ຝົນ​ຕົກ ກໍ​ຕາມ, ຕອນ​ເຊົ້າ​ທຸກໆວັນ​ອາ​ທິດ ຕະ​ຫລາດ​ນັດ ບັກ​ຮ່າ ແຂວງ ລາວ​ກາຍ ລ້ວນ​ແຕ່​ດຳ​ເນີນ​ມາ​ແຕ່ຍາມ​ຮຸ່ງ​ເຊົ້າ​ຈົນ​ຮອດ​​ກາງ​ຄືນ. ຕະ​ຫນາດ​ນັດ ບັກ​ຮ່າ ຕັ້ງ​ຢູ່​ໃຈ​ກາງ​ເທດ​ສະ​ບານ ບັກ​ຮ່າ, ແມ່ນ​ສະ​ຖານ​ທີ່​ແລ​ກ​ປ່ຽນ​ຄ້​າ​ຂາຍ​ສິນ​ຄ້າ​ຂອງ​ພໍ່​ແມ່​ຊາວ​ຊ​ົນ​ເຜົ່າ​ສ່ວນ​ຫນ້ອຍ​ທີ່​ດຳ​ລົງ​ຊີ​ວິດ​ຢູ່ ບັກ​ຮ່າ ແລະ ບັນ​ດາ​ເຂດ​ໃກ້​ຄຽງ. ຕະ​ຫລາ​ດນັດ​ນີ້ ຄ້າ​ຂາຍ​ສິນ​ຄ້າ​ທີ່​ຈຳ​ເປັນ​ທຸ​ກ​ປະ​ເພດ​ຄື: ໂສ້ງ​ເສື້ອ, ຈົກ, ຊ້​ວານ ຫລື​ເຄື່ອງ​ໃຊ​້​ສອຍ​ໃນ​ຄອບ​ຄົວ.
ຕົ້ນປີໄປຕະຫລາດນັດ ບັກຮ່າ - ảnh 1
ຕະ​ຫລາດ​ບັກ​ຮ່າ
ພາບ:halongwave.com

                ຕະ​ຫລາດ​ນັດ​ໄລ​ຍະຕົ້​ນ​ປີ​ຍິ່ງ​ມີ​ຄວາມຟົດ​ຟື້ນກວ່າ. ​ແຕ່ຍາມ​ຮຸ່ງ​ເຊົ້າ, ​ພໍ່​ແມ່​ຊາວ​ຊົນ​ເຜົ່າ​ໄດ້ພາ​ກັນຫລັ່ງ​ໄຫລລົງ​ຕະ​ຫລາດ ບັກ​ຮ່າ ດ້ວຍ​ສຽງ​ຫົວ, ສຽງ​ເອີ້ນ​ໃສ່​ກັນຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ​ເມື່ອ​​ຟ້າ​ແຈ້ງສະ​ຫວ່າງ, ຕະ​ຫລາດ​ນັດບັກ​ຮ່າ ງ​າມ​ຄື​ດັ່ງ​ສວນດອກ​ໄມ້​ ຍ້ອນ​ສີ​ສັນ​ຫລາກ​ຫລາຍ​​​ຈາກຊຸດ​ອາ​ພອນ​ພື້ນ​ເມືອງ​ຂອງ​ບັນ​ດາ​ນາງ​ສາວ​ຊົ​ນ​ເຜົ່າ​ມົ້ງ.

        ຕະ​ຫລາດ​​ນັດແຫ່ງນີ້ ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ຊື້​ຂາຍ ແລກ​ປ່ຽນ​ສິນ​ຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ເພື່ອ​ໃຫ້​ຜູ້​ບ່າວ​ຜູ້​ສາວ​ຊົນ​ເຜົ່າ​ຕ່າງ​ໆ​ທີ່​ດຳ​ລົງ​ຊີ​ວິດ​ຢູ່ ບັກ​ຮ່າ ​ໄດ້ພົບ​ປະ​ກັນ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ ​ຕະ​ຫລາດ​ນັດ​ຄື​ດັ່ງ​ວັນ​ບຸນ​ພື້ນ​ເມືອງ​ຕ່​າ​ງໆ. ສະ​ນັ້ນ ຜູ້​ໃດ​ໄປ​ຕະ​ຫລາດ​ກໍ​​ຢາກນຸ່ງ​ຊຸດ​ພື້ນ​ເມືອງ​ທີ່​​ສວຍ​ງາມ ດ້ວຍ​ສີ​ສັນ​ຫລາກ​ຫລາຍ, ຢາກ​ໃຫ້​ຕົນ​ເອງ​ແມ່ນ​ຜູ້​ງາມກວ່າ​ໝູ່.

        ພາຍ​ຫລັງ​ພັກ​ຜ່ອນເພື່ອ​ຕ້ອນ​ຮັບ​ບຸ​ນ​ໃຫມ່​ປະ​ຈຳ​ຊາດ​ມາ​ເປັນ​ເວ​ລາ​ຫລາຍ​ວັນ, ​ພໍ່​ແມ່ຊາວ​ຊົນ​ເຜົ່າ​ໄປ​ຕະ​ຫລາດ​ກໍ​ເພື່ອ​ຊື້​ເຄື່ອງ​ຂອງ​ຮັບ​ໃຊ້​ການ​ດຳ​ລົງ​ຊີ​ວິດ​ໃນ​ຄອບ​ຄົວ​ ກໍ​ຄື​ອຸ​ປະ​ກອນ​ການ​ຜະ​ລິດ​. ຫວ່າງວັນ​ໂລ່, ຊາວ​ຊົນ​ເຜົ່າ​ໄຕ ຢູ່ ນາ​ໂຮ້ຍ ພວມ​ຕໍ່​ລາ​ຄາ​​ຄັນໄຖ​.

        “ໄຖອັນ​ນີ້ ລາ​ຄ​າ 300.000 ດົງ, ແພງ​ຫລາຍ ແຕ່​​ມັນໃຊ້​ໄດ້​ດີ. ຊື້​ໄຖ​ໃຫມ່​ເມືອເຮັດ​ໄຮ່​ເຮັດ​ນາ​ຈຶ່ງ​​ຈະ​ໄດ້ຮັບ​ຜົນ​ດີ.”

        ບັກ​ຮ່າ ແມ່ນ​ແຫ່ງ​ທີ່​ມີ​ຊື່​ສຽງ​ດ້ວຍ​ງາ​ນ​ບຸນ​ແຂ່ງ​ມ້າ, ສະ​ນັ້ນ ໃນ​ຕະ​ຫລາດ​ນັດ​ເຂົາ​ເຈົ້າ​ຍັງ​ຂາຍອານ​ມ້າ, ເລັບ​ຕ​ີນ​ເຫລັກອີກ​ດ້ວຍ. ເມື່ອ​ໂອ້​ລົມ​ກັບ​ລຸງ ໂຕ​ກູຍ, ຊາວ​ຊົນ​ເຜົ່າ ຟູ​ລາ ຢູ່​ຕາ​ແສງ ນາ​ໂຮຍ ຈຶ່ງ​ຮູ້​ໄດ້​ວ່າ: ບໍ່​ພຽງ​ແຕ່​ແມ່​ຍິງ​ມີ​ສີ​ມື​ອັນ​ຄ່ອງ​ແຄ້ວ​ເທົ່າ​ນັ້ນ ຫາກ​ຜູ້​ຊາຍ​ຊົນ​ເຜົ່າ​ຟູ​ລາ ກໍມີ​ຄວາມ​ເກັ່ງ​ກ້າ​ໃນ​ອາ​ຊີບ​ຜະ​ລິດ​ອານ​ມ້າ. ຕະ​ຫລາດ​ນັດຕົ້ນ​ປີ​ໃຫມ່ນີ້ ລຸງ ກູຍ ນຳ​ເອົາອານ​ມ້າ 4 ຊຸດໄປ​ຂາຍ​ເພື່ອເອົາ​ເງິນ​ຊື້​ອາ​ຫານ​ມາ​ໃຫ້​ຄອບ​ຄົວ.

        “​ຂາຍ​ອານ​ມ້າ, ຊຸດ​ລະ 150.000 ດົງ. ອາ​ທິດ​ຫນຶ່ງ​ສາ​ມາດ​ເຮັດ​ໄດ້ 4 ຊຸດ. ຕະ​ຫລາດ​ນັດ​ນີ້ ແນ່ນອນ​ວ່າ​ຈະ​ຂາຍ​ໝົດ. ເດືອນ 7,8 ຂາຍ​ໄດ້​ຫລາຍກວ່າ, ແຕ່​ລະ​ຄັ້ງ​ໄປຕະ​ຫລາດ​ນັດ​ລ້ວນ​ແຕ່​ຂາຍ​ໄດ້ກວ່າ 20 ຊຸດ.”

        ຕະ​ຫລາດ​ບັກ​ຮ່າ ຖືກ​ແບ່ງ​ເປັນ​ຫລາຍ​ເຂດ​ນ້ອຍ​ໆ, ແຕ່​ລະ​ເຂດ​ແມ່ນຂາຍ​ປະ​ເພດ​ສິນ​ຄ້າ​ແຕກ​ຕ່າງ​ກັນ​ຄື: ເຂດ​ຂາຍ​ແພ​ພື້ນ​ເມືອງ, ເຂດ​ຂາຍ​ອາ​ຫານ​ການ​ກິນ, ເຂດ​ຂາຍ​ມ້າ​ຫລື​ເຂດ​ຂາຍ​ງົວ,ຄວາຍ, ສັດ​ລ້ຽງ, ນົກ, … ທີ​່​ເຕັມ​ໄປ​ດ້ວຍ​ສ​ີ​ສັນ​ຊົນ​ເຜົ່າຂອງ​ທ້ອງ​ຖິ່ນ.

        ເຂດ​ຂາຍ​ງົວ​ຄວາຍ ແລະ ເຂດ​ຂາຍ​ມ້າ ແມ່ນ​ເຂດ​ທີ່​ມີ​​ພໍ່​ຄ້າ​ຊາວ​ຂາຍ​ແວ່​ຢາມ​ຫລາຍ​ກວ່າ​ໝູ່ຢູ່​ຕະ​ຫລາດ​ນັດ​ບັກ​ຮ່າ. ບໍ່​ພຽງ​ແຕ່​ປ​ະ​ຊາ​ຊົນ ຢູ່ ບັກ​ຮ່າ ມາ​ຊື້​ງົວ, ຄວາຍ, ມ້າ ເທົ່າ​ນັ້ນ ຫາກ​ພໍ່​ຄ້າ​ຊາວ​ຂາຍ​ຢູ່​ເຂດ​ທົ່ງ​ພຽງ​ກໍ​ໄປ​ຕະ​ຫລາດ​ນັດ​ນີ້​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ອີກ​ດ້ວຍ.

ຕົ້ນປີໄປຕະຫລາດນັດ ບັກຮ່າ - ảnh 2
ຕະ​ຫລ​າດ​ບັກ​ຮ່າ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ
ເປັນ​ຈຳ​ນວນ​ຫລວງ​ຫລາຍ
ພາບ:internet

        ສິ່ງ​ທີ່​ສ້າງຄວາມ​ປະ​ທັບ​ໃຈໃຫ້​ນັກ​ທ່ອງ​ທ່ຽວ​ເມ​ື່ອ​ໄປ​ຕະ​ຫລາດ​ນັດ​ໃນ​ຄັ້ງ​ທຳ​ອິດ ນັ້ນ​ແມ່ນ​ເຂດ​ຂາຍ​ຜະ​ລິດ​ຕະ​ພັນ​ແພ​ພື້ນ​ເມືອງ ໂດຍ ຊາວ​ຊົນ​ເຜົ່າ​ຢູ​່​ທີ່ນີ້​ເຮັດ​ເອງ. ບັນ​ດາ​ຊຸດ​ພື້ນ​ເມືອງ​ທີ່​ມີ​ສີ​ສັນ​ຫລາກ​ຫລາຍ, ລວດ​ລາຍ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ ຂອງ​ຊາວ​ເຜົ່າ​ຢ້າວ, ເຜົ່າ​ມົ້ງ  ພ້ອມ​ດ້ວຍ​ເຄື່ອງ​ເອ້​ຍ້ອງຕ່າງ​ໆ​ຄື: ແຫວນ, ປອກ​ແຂນ, ປອກ​ຄໍ​ຜະ​ລິດ​ດ້ວຍ​ເງິນ, ທອງ ​ເຕັມ​ໄປ​ດ້ວຍ​ສີ​ສັນ​​ວັດ​ທະ​ນະ​ທຳຂອງ 14 ຊົນ​ເຜົ່າ​ອ້າຍ​ນ້ອງ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ພູ​ສູງ ບັກ​ຮ່າ. ເຂດ​ຂາຍ​ເຄື່ອງນີ້ ແມ່ນ​ບ່ອນ​ທີ່​ແມ່​ຍິງ​ໝົດ​ທຸກ​ຄົນ​ແວ່​ຢາມ​ເມື່ອ​ໄປ​ຕະ​ຫລາ​ດ​ນັດ ບັກ​ຮ່າ. ບັນ​ດາ​ຮ້ານ​ຂາຍ​ເຄື່ອງ​ກໍ​ດຶງ​ດຸດ​ຄວາມ​ສົນ​ໃຈ​​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫລາຍ​ຄົນ. ທ່ານ​ນາງ Jenny ມາ​ຈາກ ກາ​ນາ​ດາ ໃຫ້​ຮູ້​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ​​ທີ່ຂ້າ​ພະ​ເຈົ້າ​ໄປ​ຕະ​ຫລາດ​ນັດ​ໃນ​ວັນ​ອາ​ທິດ​ ແລະ ກໍ​ເປັນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ສິ່ງ​ຫລາຍ​ຢ່າງຊື່ງບໍ່​ທັນ​ໄດ້​ເຫັນ​ຈັກ​ເທື່​ອ. ນີ້​ກໍ​ເປັນ​ສິ່ງ​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ ບັກ​ຮ່າ, ພິ​ເສດ ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໂດຍ​ຊາວ​ຊົນ​ເຜົ່າເຮັດ​ເອງ​ດ້ວຍ​ມື ຫາກບໍ່​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່ຜະ​ລິດ​​ດ້ວຍເຄື່ອງຈັກ.”

        ​ພໍ່​ແມ່​​ຊາວ​ຊ​ົນ​ເຜົ່າເຂດ​ພູ​ດອຍ​ເຄີຍ​​ເວົ້າ​ນຳ​ກັນ​ວ່າ ໄປ​ຕະ​ຫລາດ​ແມ່ນ​ໄປ​ຫລິ້ນ. ສະ​ນັ້ນ ວິ​ທີ ຊື້​ຂາຍເຄື່ອງ​​ຂອງ​ຂອງປະ​ຊາ​ຊົນ​ຢູ່​ທີ່ນີ້​ກໍ​ສະ​ດວກ​ສະ​ບາຍ​ທີ່​ສຸດ, ຜູ້​ຊື້​ຜູ້​ຂາຍ​ເບິ່ງ​ສິນ​ຄ້າ, ເລືອກ​ເຟັ້ນ ຫລື​ຕໍ່​ລ​າ​ຄາ​​​ໄດ້ຕາມສະ​ບາຍ. ຕະ​ຫລາດນັດ ບັກ​ຮ່າ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ເພື່ອ​ໃຫ້ພໍ່​ແມ່​ຊາວ​ຊ​ົນ​ເຜົ່າ​ ຊື້​ເຄື່ອງ​ຂອງ​ເທົ່າ​ນັ້ນ ຫາກ​ແມ່ນ​ບ່ອນ​ພົບ​ປະ​ແລກ​ປ່ຽນ​ກັບ​ໝູ່​ເພື່ອນ, ຍາດ​ຕິ​ພີ່​ນ້ອງກໍ​ຄື​ໄດ້​ຊີມ​ອາ​ຫານ​ພິ​ເສດ​ຂອງ​ເຂດ​ພູ​ສູງ​ອີກ​ດ້ວຍ.

        ຄວາມ​ງາມ​ເປົ່າ​ຫວ່າງດັ້ງ​ເດີມ​ຂອງ​ທຳ​ມະ​ຊາດ, ຄວາມ​ສະ​ຫນິດ​ສະ​ຫນົມ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ຕະ​ຫລາດ​ນັດ ບັກ​ຮ່າ ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ບັກ​ຮ່າ​ເທື່ອ​ຫນຶ່ງແລ້ວ ຍັງ​ຢາກ​ກັບ​ມາ​ອີກ​.

ຕອບກັບ

ຂ່າວ/ບົດ​ອື່ນ