ຕົ້ນປີໄປນະມັດສະການວິຫານເກງ

(v​ovworld) - ໂດຍ​ໄດ້ກາຍເປັນ​ມູນ​ເຊື້ອ, ໃນຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່, ຊາວ​ຫວຽດ​ນາມ​ ເຄີຍ​ໄປ​ນະ​ມັດ​ສະ​ການ​ວິ​ຫານ ແລະ ວັດ​ວາ​ອາ​ຮາມ ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ຄວາມ​ໂຊກ​ດີ​ໃຫ້​ແກ່​ຄອບ​ຄົວ​ໃນ​ຕະຫຼອດ​ປີ​ໃໝ່. ຢູ່​ຮ່າ​ໂນ້ຍ ກໍ່​ມີ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ, ເຊິ່ງຫຼາຍ​ຄົນ​ມັກເລືອກ​ເຟັ້ນ​ເປັນ​​ບ່ອນໄປ​ນະ​ມັດ​ສະ​ການ​ ແລະ ຢ້ຽມ​ຢາມໃນໂອ​ກາດ​ຕົ້ນ​ປີ, ນັ້ນ​ແມ່ນ​ວິ​ຫານ​ເກງ (Ghenh).

ຕົ້ນປີໄປນະມັດສະການວິຫານເກງ - ảnh 1

ວິ​ຫານ​ເກງ​ (ພາບອິນເຕີແນດ)

        ວິ​ຫານ​ເກງ​ ຕັ້ງ​ເລິກຢູ່ຮ່ອມ​ບ້ານ​ນ້ອຍໆ​ທີ່​ຂຶ້ນ​ກັບ​ຕາ​ແສງໂບ່​ເດ່, ເມືອງ​ລອງ​ບຽນ, ຮ່າ​ໂນ້ຍ, ຫ່າງ​ຈາກ​ຂົວ​ເຈືອງ​ເຢືອງ​ ໄປ​ທາງ​ທິດ​ເໜືອ 100 ກວ່າ​ແມັດ. ເອີ້ນ​ວ່າ​ວິ​ຫານ​ເກງ ເພາະ​ວ່າ​ກ່ອນນີ້​ຕໍ່​ໜ້າ​ວິ​ຫານ​ມີແກ້ງນ້ຳ​ໃຫ​ຍ່, ດັ່ງ​ນັ້ນ​ປະ​ຊາ​ຊົນ​ຈຶ່ງເອີ້ນ​ວ່າ​ວິ​ຫານ​ເກງ. ມາ​ຮອດ​ປະ​ຈຸ​ບັນ, ປະ​ຊາ​ຊົນ​ຍັງ​ເລົ່າ​​​ຂານ​ກັນ​ກ່ຽວ​ກັບ​ເລື່ອງ​ລາວວິ​ຫານ​ເກງ ທີ່​ຕິດ​ພັນ​ກັບ​ຊາ​ຕາ​ກຳຂອງລາ​ຊະ​ທິ​ດາ ງອກ​ເຮິນ ຜູ້​ສວຍ​ງາມ ​ແລະ ມີຄວາມ​ສາ​ມາດ​​ພົ້ນ​ເດັ່ນ. ເຈົ້າ​ຊີ​ວິດບິ​ດາໄດ້ຕົກ​ລົງ​ໃຫ້​ ລາ​ຊະ​ທິ​ດາ ງອກ​ເຮິນ ເປັນ​ເມຍ​ຂອງ ກວາງ​ຈູງ​ຫງວຽນ​ເຫ້ (Quang Trung Nguyen Hue), ເຊິ່ງ​ແມ່ນ​ວິ​ລະ​ຊົນ​ທີ່​ໄດ້​ສ້າງ​ເປັນ​ໄຊ​ຊະ​ນະ​ປະ​ຫວັດ​ສາດ ງອກ​ໂຫ່ຍ​ດົ໋ງ​ດາ, ທັບ​ມ້າງ​ເສິກ​ຕ່າງ​ດ້າວ Thanh 2 ແສນກວ່າ​ຄົນທີ່ມາຮຸກ​ຮານ (ເມື່ອ​ປີ 1789). ຄວາມ​ຮັກ​ລະ​ຫວ່າງ​ລາ​ຊະ​ທິ​ດາ ງອກ​ເຮີນ ກັບ ຫງວຽນ​ເຫ້ ແກ່​ຍາວ​ພຽງ 6 ປີ ເທົ່ານັ້ນ, ເພາະມະ​ຫາ​ກະ​ສັດ​ທີ່​ເກັ່ງ​ກ້າ​ສາ​ສາດ​ຜູ້ນີ້​ໄດ້ສະ​ຫວັນ​ນະ​ຄົດ​ໂດຍ​ບັງ​ເອີນ, ເຮັດ​ໃຫ້​ລາ​ຊະ​ທິ​ດາ​ໂສກ​ເສົ້າ​ຈົນ​ເສຍ​ຊີ​ວີດ​ໄປ​ນຳໃນ​ເມື່ອ​ອາ​ຍຸ​ຍັງ​ໜຸ່ມ. ຕໍ່​ມາລາ​ຊະ​ວົງ ຫງວຽນ​ ໄດ້​ແກ້​ແຄ້ນ​ທະ​ຫານ​ໄຕ​ເຊີນ ດ້ວຍ​ການ​ຖີ້ມ​ອັດ​ຖິ​ຂອງ​​ນາງ ແລະ ລູກ​ສອງ​ຄົນລົງ​ແມ່ນ້ຳແດງ. ເພື່ອອາ​ໄລ​ຫາ​ລາ​ຊະ​ທິ​ດາ​ ງອກ​ເຮິນ, ຊາວ​ບ້ານ​ອ້າຍ​ໂມ້ ໄດ້​ສ້າງວິ​ຫານ​ບູ​ຊາ​ຢູ່​ແຄມ​ແມ່ນ້ຳແດງ. ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ ລາ​ຊະ​ທິ​ດາ​ງອກ​ເຮິນ ແລະ ຊີ​ວິດ​ທີ່​ໂສກ​ເສົ້າ​ຂອງ​ນາງ ໄດ້​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ, ເຮັດ​ໃຫ້​ວິ​ຫານ​ເກງ​ ມີ​ຄວາມ​ມະ​ຫັດ​ສະ​ຈັນ ແລະ ສັກ​ສິດ​ຍິ່ງ​ຂຶ້ນ. ປະ​ຈຸ​ບັນ​ໃນ​ແຜ່ນ​ສີ​ລາ​ຂອງ​ວິ​ຫານ​ໄດ້​ລະ​ບຸ​ວ່າ: ປີ 1858, ແມ່​ຕູ້ ດັ້ງ​ທິ​ບານ ຊາວ​ໃນ​ເຂດໄດ້​ລະ​ດົມ​ການ​ບໍ​ລິ​ຈາກ​ເພື່ອ​ກໍ່​ສ້າງວິ​ຫານນີ້. ຜ່ານ​ໄລ​ຍະ​ເວ​ລາເກືອບ 200 ປີແລ້ວ. ​ແຕ່ລູກຫຼານ​ຂອງ​ແມ່​ຕູ້ ດັ້ງ​ທິ​ບານ ຍັງ​ຄົງ​ເບິ່ງ​ແຍງ, ຮັກ​ສາ​ວິ​ຫານນີ້​ຢູ່. ແມ່​ເຖົ້າ ດັ້ງ​ທິ​ເຄ, ຜູ້​ເບິ່ງ​ແຍງວິ​ຫານ​ເກງ, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ແມ່ນ​ລູກຫຼານ​ລຸ້ນ​ທີ 5 ຂອງ​ຕະ​ກຸນດັ້ງ ທີ່ໄດ້ເຮັດ​ວຽກ​ງານເບິ່ງ​ແຍງ​ຮັກ​ສາ​ວິ​ຫານນີ້​. ໃນ​ເມື່ອກ່ອນ, ຢູ່​ແຫ່ງນີ້, ມີ​ທ່າ​ເຮືອ​ໄປ​ມາ ແລະ ມີ​ຕົ້ນໄຮ​ຢູ່​ທ່ານີ້​ອີກ, ຕໍ່​ມາ​ວິ​ຫານຖືກ​ນ້ຳສຸ​ໄປ, ຈຶ່ງ​ຍ້າຍ​ມາ​ແຫ່ງນີ້”

        ປະ​ຈຸ​ບັນ, ​ສຳ​ລັບ​ຊາວ​ຮ່າ​ໂນ້ຍ​ແລ້ວ, ວິ​ຫານ​ເກງ ແມ່ນ​ວິ​ຫານ​ທີ່​ມີ​ຄວາມ​ສັກ​ສິດ, ຮອດ​ຕອນ​ບ່າວ​ວັນ​ທີ 6 ເດືອນ​ຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ຫວຽດ​ນາມ, ມີ​ພຸດ​ທະ​ສາ​ສະ​ນີ​ກະ​ຊົນຫຼາຍ​ຄົນ ໄດ້​ມາ​ແຫ່ງນີ້​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ພາ​ວະ​ນາ​ຂໍ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​ສຸກ. ນີ້​ແມ່ນ​ພິ​ທີ​ຖືກ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ, ເພື່ອ​ບໍ່​ພຽງ​ແຕ່​ພາ​ວະ​ນາ​ໃຫ້​ຄອບ​ຄົວ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໄປ​ຢ້ຽມ​ຢາມ, ຊົມ​ເຫັນ​ທັດ​ສະ​ນີ​ຍະ​ພາບ​ຂອງ​ລະ​ດູ​ບານ​ໃໝ່​ເພື່ອ​ໃຫ້​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍ. ປ້າ ຫງວຽນ​ທິ​ຮົ່ງ​ ຢູ່​ຖະ​ໜົນ​ເຄິມ​ທຽນ, ຮ່າ​ໂນ້ຍ, ປີ​ໃດ​ກໍ່​ໄປ​ນະ​ມັດ​ສະ​ການ​ວິ​ຫານ​ເກງ, ໃຫ້​ຮູ້​ວ່າ:

        “ຕາມ​ປະ​ເພ​ນີ​ຂອງ​ຊາດ​ຫວຽດ​ນາມ, ນັ້ນ​ແມ່ນຕົ້ນ​ປີ​ໄປ​ນະ​ມັດ​ສະ​ການ​ວັດ​ວາ​ອາ​ຮາມ. ຂ້າ​ພະ​ເຈົ້າ​ມາ​ແຫ່ງນີ້​ເພື່ອໃຫ້​ຈິດ​ໃຈ​ມີ​ຄວາມ​ສະ​ຫງົບ, ແລະ ພາ​ວະ​ນາ​ຂໍ​ໃຫ້​ການ​ທຳ​ມາ​ຫາ​ກິນ​ໃນ​ປີ​ສະ​ດວກ​ສະ​ບາຍ”.

ຕົ້ນປີໄປນະມັດສະການວິຫານເກງ - ảnh 2

ວິ​ຫານ​ເກງ​ (ພາບອິນເຕີແນດ)

        ໄປ​ນະ​ມັດ​ສະ​ການ​ວິ​ຫານ ເກງ, ​ບໍ່​ພຽງ​ແຕ່​ມີ​ຜູ້ອາ​ຍຸ​ສູງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ບ່າວ​ສາວຫຼາຍ​ຄົນ​ອີກ​ດ້ວຍ. ນອກ​ຈາກ​ພາ​ວະ​ນາ​ຂໍ​ໃຫ້​ມີສຸ​ຂະ​ພາບເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ​ໃຫ້​ຄອບ​ຄົວ​ເທົ່າ​ນັ້ນ, ບ່າວ​ສາວຫຼາຍ​ຄູ່ ຍັງ​ຂໍ​ໃຫ້​ມີ​ຄວາມ​ຮັກ, ຄວາມ​ສຸກ​ຍືນ​ຍົງ​ຕະຫຼອດ​ໄປ​ອີກ​ດ້ວຍ. ເພື່ອນ ຢ້ຽມ​ຮັ່ງ, ຢູ່​ເມືອງ ດົ໋ງ​ດາ, ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ມູນ​ເຊື້ອ​ທີ່​ດີ​ງາມ, ເພາະ​ວ່າ​ເມື່ອ​ພາ​ວະ​ນາ, ຕົນ​ເອງ​ກໍ່​ຕ້ອງ​ປັບ​ປຸງ​ການ​ກະ​ທຳ​, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຂອງ​ຕົນ​ໃຫ້​ດີກວ່າ. ມາ​ແຫ່ງນີ້, ເຖິງວ່າ​ຈຸດ​ປະ​ສົງ​ຂອງ​ແຕ່​ລະ​ຄົນ​ຈະ​ແຕກ​ຕ່າງ​ກັນ​ກໍ່​ຕາມ, ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​​ພາ​ວະ​ນາ​ດ້ວຍຄວາມ​ຈິງ​ໃຈ”.

        ໃນ​ຈຳ​ນວນ​ຜູ້ມີ​ໜ້າ​ໃນ​ພິ​ທີ​ພາ​ວະ​ນາ​ຂໍ​ໃຫ້​ຄວາມ​ສະ​ຫງົບ​ສຸກ​ໃນ​ຕົ້ນ​ປີ​ຢູ່​ວິ​ຫານ​ເກງ ຍັງ​ມີນັກ​ທຸ​ລະ​ກິດອີກ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ໄປ​ນະ​ມັດ​ສະ​ການ, ວັດ​ວາ​ອາ​ຮາມ​ໃນ​ຕົ້ນ​ປີ ແມ່ນເພື່ອ​ເຮັດ​ໃຫ້​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍ​ພາຍຫຼັງ​ໜຶ່ງ​ປີ​ທີ່​ເຮັດ​ວຽກ​ຢ່າງ​ລຳ​ບາກ. ນີ້​ແມ່ນ​ປີ​ທີ 3 ທີ່​ອ້າຍ ຫວູ​ແອງກວນ, ເຈົ້າ​ຂອງວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ເງິນ, ຄຳ ມີ​ໜ້າ​ຢູ່​ວິ​ຫານ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ພາ​ວະ​ນາ​ຂໍ​ໃຫ້​ມີ​ຄວາມ​ສະ​ຫງົບ​ສຸກ. ສຳ​ລັບ​ອ້າຍ​ແລ້ວ, ເລື່ອງ​ໄປ​ນະ​ມັດ​ສະ​ການ​ໃນ​ຕົ້ນ​ປີ​ແມ່ນ​ຈຸດວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ເພື່ອ​ຂໍ​ໃຫ້​ວິ​ສາ​ຫະ​ກິດ ແລະ ຍາດ​ຕິ​ພີ່​ນ້ອງ​ມີ​ຄວາມ​ໂຊກ​ດີ​ໃນ​ຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່.

        “ຊາວ​ຫວຽດ​ນາມ​ທຸກ​ຄອ​ບຄົວ​ເຄີຍ​ໄປ​ນະ​ມັດ​ສະ​ການ​ໃນ​ໂອ​ກາດ​ທ້າຍ​ປີ ແລະ ຕົ້ນ​ປີ ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ມີ​ຄວາມ​ໂຊກ​ດີ, ຄວາມ​ຈະ​ເລີນ, ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ເບີກ​ບານ​ມ່ວນ​ຊື່ນ​ຕະຫຼອດ​ປີ. ຂ້າ​ພະ​ເຈົ້າ​ມາ​ແຫ່ງນີ້​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​​ໄດ້​ຮັບທຸກ​ສິງ​ທຸກ​ຢ່າງດັ່ງ​ຄວາມ​ມຸ້ງ​ຫວັງ”.

ຕົ້ນປີໄປນະມັດສະການວິຫານເກງ - ảnh 3

ວິ​ຫານ​ເກງ​ (ພາບອິນເຕີແນດ)

        ຈາກ​ປະ​ຕູ​ວິ​ຫານ​ເກງ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ເຫັນ​ທັງ​ເຂດ​ແມ່ນ້ຳ​ແດງ ດ້ວຍ​ຂົວ​ເຈືອງ​ເຢືອງ​ ທີ່​ເຊື່ອມ​ຕໍ່​ກັບ​ໃຈ​ກາງ​ນະ​ຄອນ. ສຳ​ລັບ​ຊາວ​ຫວຽດ​ນາມ​ແລ້ວ, ໃນ​ຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່, ສັດ​ສາ​ວາ​ສິງຄື​ໄດ້​ເຈືອ​ຈານ​ພ້ອມ​ກັບ​ຈິດ​ໃຈສະ​ຫວາດ​ສະ​ເຫວີຍ​ຂອງ​ມະ​ນຸດ. ແຕ່​ລະ​ຄົນ​ມາ​ວິ​ຫານ​ສັກ​ສິດ​ແຫ່ງນີ້​ລ້ວນ​ແຕ່​ມີ​ຄວາມ​ມຸ້ງ​ຫວັງ​ທີ່​ຈິງ​ໃຈ, ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຂອງ​ຕົນ​ທີ່​ມີ​ຕໍ່​ພະ​ພຸດ, ບັນ​ພະ​ບຸ​ລຸດ, ຄິດຮອດ​ບຸນ​ຄຸນ​ຂອງ​ລຸ້ນ​ກ່ອນ. ຍ້ອນ​ເຫດ​ນັ້ນ, ໄປ​ນະ​ມັດ​ສະ​ການ​ວິ​ຫານ, ວັດ​ວາ​ອາ​ຮາມ​ຕົ້ນ​ລະ​ດູ​ບານ​ໃໝ່​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ເຊື່ອ​ຖື​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວັດ​ທະ​ນະ​ທຳ​ທີ່​ດີ​ງາມຂອງ​ຊາດ​ຫວຽດ​ນາມ ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ