ຕົ້ນປີໄປນະມັດສະການອຽນຕື


(vovworld) - ວັນ​ທີ 10 ເດືອນ​ຈຽງ​ປະ​ຈຳ​ປີ ແມ່ນ​ວັນ​ໄຂ​ງານ​ບຸນ​ອຽນ​ຕື ​ທີ່​ຂຶ້ນ​ກັບ​ນະ​ຄອນອວງ​ບີ໋, ແຂວງກວາງ​ນິງ ຢ່າງ​ເປັນ​ທາງ​ການ. ໃນ​ບັນ​ຍາ​ກາດລະ​ດູ​ບານ​ໃໝ່, ພຸດ​ທະ​ສາ​ສະ​ນິ​ກະ​ຊົນ ແລະ ແຂກ​ທ່ອງ​ທ່ຽວທີ່​ມາ​ຈາກ​ທຸກ​ສາ​ລະ​ທິດ​ໄດ້​ພາ​ກັນ​ໄປ​ອຽນ​ຕື. ມາ​ແຫ່ງນີ້, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​​ໄດ້ກັບ​ເມືອ​ແຫ່ງ​ກຳ​ເນີດພຸດ​ທະ​ສາ​ສະ​ໜາ ​ນິ​ກາຍ​ຈຸກ​ເລິມ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ທ່ຽວ​ຊົມ​ທີວ​ທັດ​ທຳ​ມະ​ຊາດ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ, ກໍ່​ຄື​ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ຈອມ​ພູ​ແຫ່ງ​ສັກ​​ສິດ​ນີ້ອີກ​ດ້ວຍ

ຕົ້ນປີໄປນະມັດສະການອຽນຕື - ảnh 1
ພຸດ​ທະ​ສາ​ສະ​ນິ​ກະ​ຊົນ ແລະ ແຂກ​ທ່ອງ​ທ່ຽວທີ່​ມາ​ຈາກ​ທຸກ​ສາ​ລະ​ທິດ​ໄດ້​ພາ​ກັນ​ໄປ​ອຽນ​ຕື

        ງານ​ບຸນ​ອຽນ​ຕື ແມ່ນ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ ​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ. ທຸກ​ຄົນ​ໄປ​ອຽນ​ຕື ແມ່ນໄປ​ຍັງສູນ​ພຸດ​ທະ​ສາ​ສະ​ໜາ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ ເຈິ່ນ, ແຫ່ງ​ທີ່​ເຈົ້າ​ຊີ​ວິດ ເຈິ່ນ​ເຍິນ​ຕົງ ເຄີຍຖື​ສິນ​ກິນບວດ ແລະ ສິ້ນ​ຊີ​ວິດ. ທ່າມ​ກາງ​ພູ​ຜາ​ປ່າ​ໄມ້​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ​ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ອຽນ​ຕື ພົ້ນ​ເດັ່ນ​ຂຶ້ນ​ໃນ​ຄວາມ​ສູງ 1068 ແມັດ ເມື່ອ​ທຽບ​ໃສ່​ໜ້ານ້ຳທະ​ເລ ປຽບ​ເໝືອນ​ສິ່ງ​ມະ​ຫັດ​ສະ​ຈັນ ໂດຍ​ທຳ​ມະ​ຊາດ​ບັນ​ດານ​ໃຫ້. ຍ້ອນ​ມີ​ທີ່​ຕັ້ງ​ພິ​ເສດ ແລະ ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ນັ້ນ, ກ່ອນນີ້​ນັບ​ຮ້ອຍ​ປີ, ບັນ​ດາ​ນັກ​ບວດ​ໄດ້​ເລືອກ​ເຟັ້ນ​ອຽນ​ຕື ເປັນແຫ່ງ​ສັກ​ສິດ​ເພື່ອ​​ໄຫວ້ບູ​ຊາ​ພະ​ພຸດ​ທະ​ເຈົ້າ. ໜຶ່ງ​​ໃນ​ບັນ​ດາ​ນັກ​ບວດ​ຜູ້​ມີ​ຊື່​ສຽງ​ທີ່​ສຸດ​ຢູ່​ ອຽນ​ຕື ​ນັ້ນແມ່ນ​ພະ​ພຸດ​ ເຈົ້າ​ຊີ​ວິດ ເຈິ່ນ​ເຍິນ​ຕົງ, ຜູ້​ທີ່​ໄດ້​ກໍ່​ຕັ້ງ​ນິ​ກາຍ​ຈຸກ​ເລິມ​ອຽນ​ຕື

ຕົ້ນປີໄປນະມັດສະການອຽນຕື - ảnh 2
ວັດ​ໃຫ​ຍ່​ນ້ອຍ​ຢູ່​ອຽນ​ຕື

        ໃນ​ມື້​ທີ່​ມີ​ແສງ​ແດດ​ສົດ​ໄສ, ຢືນ​ຢູ່​ຈອມ​ພູ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ສັງ​ເກດ​​ທັດ​ສະ​ນີ​ຍະ​ພາບ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ​ທັງ​ໝົດ​ຂອງ​ສາຍ​ພູ​ດົງ​ຈ່ຽວ, ປ່າຫວາຍ, ປ່າ​ແປກ​ທີ່​ຂຽວ​ອຸ່ມ​ທູ່ມ. ມາ​ຢ້ຽມ​ຢາມ​ອຽນ​ຕື ໃນ​ລະ​ດູ​ບານ​ໃໝ່, ນັກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ມີ​ຄວາມ​ອົບ​ອູ່ນ ແລະ ​ຄວາມສັກ​ສິດ​ຂອງ​ງານ​ບຸນ. ໃນ​ບັນ​ຍາ​ກາດໜາວ​ເຢັນຂອງ​ລະ​ດູ​ບານ​ໃໝ່. ປະ​ຊາ​ຊົນ​ພາ​ກັນ​ໄປ​ເປັນ​ຂະ​ບວນ, ເຂົາ​ເຈົ້າ​ພະ​ຍາ​ຍາມ​​ຂຶ້ນ​ຂັ້ນໄດ​ຫີນ​ແຕ່​ລະ​ຂັ້ນ​ໄປ​ຍັງ​ວັດ​ດົ່ງ  ເພື່ອສະ​ແດງ​ຄວາມ​ນັບ​ຖື​ຕໍ່​ພະ​ພຸດ​ທະ​ເຈົ້າ ແລະ ພາ​ວະ​ນາ​​ຂໍໃຫ້ໄດ້​ຮັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​​ຈົບ​ງາມ. ນາງ ຟ້າມ​ທິ​ຮົ່ງ, ນັກ​ສຶກ​ສາ​ປີ​ທີ 4 ຢູ່​​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​ທີ່ຮ່າ​ໂນ້ຍ, ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ເມື່ອ​ໄດ້​ໄປ​ອຽນ​ຕື​ ກົງ​ກັບ​ໂອ​ກາດ​ໄຂ​ງານ​ບຸນ.

        “ມື້ນີ້​ນ້ອງ​ໄປ​ອຽນ​ຕື, ຂຶ້ນ​ວັດ​ດົ່ງ ​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ຄອບ​ຄົວ​ມີ​ຄວາມ​ປອງດອງ​ກັນ ແລະ ເບີກ​ບານ​ມ່ວນ​ຊື່ນ, ຫວັງ​ວ່າ​ປີ​ໜ້າ​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ນ້ອງ​ຈະ​ມີ​ຊີ​ວິ​​ດ​ເປັນ​ປົກ​ກະ​ຕິ. ​ຜູ້​ເຖົ້າ​ຜູ້​ແກ່ຫຼາຍ​ຄົນ​ໄດ້​ໄປຮອດ​ວັດດົ່ງ, ດັ່ງ​ນັ້ນ​ນ້ອງ​ກໍ່​ພະ​ຍາ​ຍາມ​ໄປ​ວັດ​ດົ່ງ​ເຊັ່ນ​ກັນ”.

ຕົ້ນປີໄປນະມັດສະການອຽນຕື - ảnh 3

ອຽນ​ຕື

        ບົນ​ເສັ້ນ​ທາງ​ໄປ​ນະ​ມັດ​ສະ​ການ​ນັ້ນ​ ມີ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມຫຼາຍ​ແຫ່ງ, ອັນ​ໄດ້​​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ ແລະ ນັກ​ທ່ອງ​ທ່ຽວ. ລະ​ບົບ​ວັດ​ວາ​ອາ​ຮາມຢູ່​ທີ່ນີ້​ໄດ້​ຮັບ​ການ​ກໍ່​ສ້າງ​ນັບ​ແຕ່​ສະ​ຕະ​ວັດ​ທີ 13 ຄື: ວັດເວິນ​ຕຽນ, ແທງ​ລອງ, ບາວ​ຊ໋າຍ, ຮ​ວາ​ອຽນ, ເກິມ​ທຶກ… ເຖິງວ່າ​ຈະ​ໃຫ​ຍ່ຫຼື​ນ້ອຍ, ວັດ​ທັງ​ໝົດ​ລ້ວນ​ແຕ່​ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສວຍ​ງາມທີ່​ສຸດ ແລະ ຮັກ​ສາ​ວັດ​ຖຸ​ພັນ​ພິ​ເສດຫຼາຍ​ຢ່າງ ພ້ອມ​ກັບ​ເລື່ອງ​ລາວ​ອັນ​ມະ​ຫັດ​ສະ​ຈັນ. ທູ​ເວິນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ, ຮູ້​ສຶກ​ສະ​ເທືອນ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ໄປ​ນະ​ມັດ​ສະ​ການ​ອຽນ​ຕື.

        “ເມື່ອ​ຂຶ້ນຮອດ​ວັດ​ດົ່ງ, ນ້ອງ​ຮູ້​ສຶກ​ສະ​ເທືອນ​ໃຈຫຼາຍ ແລະ ຄິດ​ວ່າ​ຕໍ່ມາ​ຈະ​ໄປ​ອີກຫຼາຍ​ເທື່ອ. ເມື່ອ​ຂຶ້ນ​ຮອດ​ວັດ​ດົ່ງ​ເຫັນ​ວ່າ​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍ. ຢູ່ພາກ​ເໜືອ​ແລ້ວ, ເດືອນ​ຈຽງ​ແມ່ນ​ເດືອນ​ໄປ​ນະ​ມັດ​ສະ​ການ​ວັດ​ວາ​ອາ​ຮາມ. ໃນ​ນັ້ນ​ວັດ​​ທີ່ຂາດ​ບໍ່​ໄດ້​ໃນ​ການ​ໄປ​ນະ​ມັດ​ສະ​ການ ນັ້ນ​ແມ່ນ​ວັດ​ເຮືອງ, ວັດ​ອຽນ​ຕື ແລະ ວັດ​ໄຕ​ທຽນ”.

ຕົ້ນປີໄປນະມັດສະການອຽນຕື - ảnh 4
ນັກ​ທ່ອງ​ທ່ຽວ​ຂຶ້ນ​ວັດ​ດົ່ງ

        ງານ​ບຸນ​ໃຫ​ຍ່​ເຊິ່ງ​ຊາວ​ຫວຽດ​ນາມ ຜູ້​ໃດ​ກໍ່​ຢາກ​ເຂົ້າ​ຮ່ວມ ນັ້ນ​ແມ່ນ​ງານ​ບຸນ​ອຽນ​ຕື. ອຽນ​ຕື​ ບໍ່​ພຽງ​ແຕ່​​ຖືກ​ຈັດ​ອັນ​ດັບ​ແມ່ນ​ “ພູ​ທີ່​ມີ​ຊື່​ສຽງ” ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ດິນ​ແດນ​ພະ​ພຸດ​ທະ​ເຈົ້າ​ແຫ່ງ​ສັກ​ສິດຂອງ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ​ອີກ​ດ້ວຍ. ເຖິ​ງວ່າ​ເຂົາ​ເຈົ້າ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ແຫ່ງ​ໃດ “ເຖິງວ່າ​ຈະ​ຖື​ສິນ​ກິນບວດ​ມາ​ໄດ້​ນັບ​ຮ້ອຍ​ປີ, ແຕ່ບໍ່​ທັນ​ໄປ​ອຽນ​ຕື ໝາຍ​ຄວາມ​ວ່າ​ຖື​ສິນ​ບໍ່​ໄດ້ຮັບ​ຜົນ”.ງານ​ບຸນ​ອຽນ​ຕື​ດຳ​ເນີນ​ໄປ​ແຕ່​ວັນ​ທີ 10 -15 ເດືອນ 3 ​ໄລ່ຕາມ​ຈັນ​ທະ​ປະ​ຕິ​ທິນ​ຫວຽດ​ນາມ. ໄປ​ອຽນ​ຕື ບໍ່​ພຽງ​ແຕ່​ໄດ້ເຂົ້າ​ຮ່ວມ​ງານ​ບຸນ​ໃຫ​ຍ່​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ມີ​ຄວາມ​ສຸກ, ຄວາມ​ໂຊກ​ດີ ​ແລະ ເຄື່ອນ​ໄຫວ​ທາງ​ສາ​ສະ​ໜາ​ທາມ​ກາງ​ພູ​ຜາ​ປ່າ​ໄມ້​ທຳ​ມະ​ຊາດ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ໄດ້​ສູນ​ສາ​ສະ​ໜາ​ໃຫ​ຍ່ກວ່າ​ໝູ່​ໃນ​ປະ​ຫວັດ​ສາ​ສະ​ໜາ​ຂອງ​ຫວຽດ​ນາມ​ອີກ​ດ້ວຍ. ທ່ານ ເລ​ຈ້ອງ​ແທງ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຕຸ່ງ​ເລິມ ໃຫ້​ຮູ້​ວ່າ:

        “ສຳ​ລັບ​​ນັກທ່ອງ​ທ່ຽວ​ໄປ​ອຽນ​ຕື ໃນ​ແຕ່​ລະ​ປີ​ນັ້ນ, ມີ 80% ແມ່ນນັກທ່ອງ​ທ່ຽວ​ທີ່ເຄີຍ​ມາ​ກ່ອນ​ແລ້ວ, ສ່ວນ 20% ແມ່ນ​ນັກ​ທ່ອງ​ທ່ຽວ​ທີ່ມາ​ໃໝ່. ພ​ວກ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ຜູ້​ທີ່​ມາ​ໃໝ່, ຕົວ​ຢ່າງ​ຄື​ແນະ​ນຳ​ໃຫ້​ເຂົາ​ເຈົ້າ​ຜ່ານ​ໂທ​ລະ​ສັບ ຫຼື​ຜ່ານ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ, ກ່ຽວ​ກັບ​ເວ​ລາ​ໄປ​ຄື​ແນວ​ໃດ​ໃຫ້​ສະ​ດວກ​ສະ​ບາຍ ແລະ ບົນ​ເສັ້ນ​ທາງ​ໄປ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ມີ​ປ້າຍ​ແນະ​ນຳ​ທາງ​ໄປ​ຢ່າງ​ລະ​ອຽດ​ເຮັດ​ໃຫ້”​ເຂົາ​ເຈົ້າ​ມີ​ຄວາມ​ອູ່ນ​ອ່ຽນ​ໃຈ​ກວ່າ”

ຕົ້ນປີໄປນະມັດສະການອຽນຕື - ảnh 5

ປ້າຍ​ແນະ​ນຳ​​ທາງ​ໄປ​ຍັງ​ສາ​ລາ​ສັກ​ສິດ​ອຽນ​ຕືໃຫ້​ນັກ​ທ່ອງ​ທ່ຽວ

        ໄປ​ນະ​ມັດ​ສະ​ການ​ຕົ້ນ​ລະ​ດູ​ບານໃໝ່ ໄດ້​ກາຍ​ເປັນ​​ລົມ​ຫາຍ​ໃຈ​ຂອງ​ຊີ​ວິດ, ແມ່ນ​ຄວາມ​ຊິນ​ເຄີຍ, ແມ່ນ​ວັດ​ທະ​ນະ​ທຳ​ທີ່​ດີ​ງາມ, ແມ່ນ​ແຫ່ງ​ສະ​ແດງ​ຄວາມ​ໄຝ່​ຝັນ​ນັບ​ພັນ​ປີ​ຂອງ​ຊ​າວ​ຫວຽດ​ນາມ, ທີ່​ພາ​ວະ​ນາ​ຂໍ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ຂໍ​ໃຫ້ຊີ​ວິດ​ມີ​ຄວາມ​ສະ​ຫງົບສຸກ ແລະ ເບີກ​ບານ​ມ່ວນ​ຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ