ຕະຫລາດນັດຂາຍສັດລ້ຽງທີ່ເປັນເອກະລັກສະເພາະຢູ່ ເມືອງແມ່ວວາກ ແຂວງ ຮ່າຢາງ

(vovworld)- ຮ່າ​ຢາງ ​ ແມ່ນ​ແຂວງ ພູດ​ອຍ ຢູ່ກ້ຳ​ເຫນືອ​ສຸດ​ຂອງ​ປະ​ເທດ​ຫວຽດນາມ ບໍ່​ພຽງ​ແຕ່​​ແມ່ນ​ສະຖານ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ງາມ​ທີ​່​ໃຫຍ່​ໂຕ​ມະ​​ໂຫຖານ​ຂອງ​ພູ​ຫີນ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຄວາມດູດ​ດື່ມ​ດ້ວຍ​ ຕະຫລາດນັດທີ່​​ເຂັ້ມ​ຄົ້ນໄປ​ດ້ວຍ​ສີສັນຂອງ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ທີ່​ນີ້ອີກ​ດ້ວຍ. ​ໃນ​ບັນດາຕະຫລາດນັດ​ຂາຍ​​ຜະລິດ​ຕະພັນ​ພິ​ເສດ​ຂອງ​ທ້ອງ​ຖິ່ນ, ຕະຫລາດ​ຂາຍ​ງົວ​ຂອງ​ເມືອງ ​ແມ່ວວາກ ​ເຄີຍ​ຈັດ​ຂຶ້ນ​ໃນ​ວັນ​ອາທິດ​​ແມ່ນ​ຕະຫຼາດນັດທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ມົ້ງ, ຢາ​ວ, ​ໂລ​ໂລ, ​ໄຕ່.  ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ ທີ່​ພາດ​ຫົວ​​ເລື່ອງ​ວ່າ: ຕະຫລາດນັດ​ຂາຍສັດລ້ຽງທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່ ​​ເມືອງແມ່ວວາກ ​ແຂວງ ຮ່າ​ຢາງ.

ຕະຫລາດນັດຂາຍສັດລ້ຽງທີ່ເປັນເອກະລັກສະເພາະຢູ່ ເມືອງແມ່ວວາກ ແຂວງ ຮ່າຢາງ - ảnh 1
ຕະຫລາດຂາຍສັດລ້ຽງຢູ່ ແມ່ວວາກ ຮ່າຢາງ
ພາບ:internet

           ​ເຖິງ​ວ່າ​ບໍ່​ທັນ​ໄປ​ຮອດ ​ຕະຫລາດ​ຜູ້​ຄົນ​ທັງຫຼາຍກໍ​ສາມາດ​ຍີ​ນສຽງ​ມ່ວນໆ​ທີ່​ດັງ​ອອກ​ຈາກກະດິງ​ທີ່​ມັດ​ໃສ່​ຄໍ​ ຝູງໂຕ​ງົວ. ທຸກ​ໆ​ວັນອາທິດ, ຜູ້​ຊື້​ຜູ້​ຂາຍງົວ​ລ້ວນ​ແຕ່​ມີຫນ້າ​ໃນ​ຍາມ​ຮຸ່ງ​ເຊົ້າ. ຜູ້​ໃດ​ກໍ​ຢາກ​ໃຫ້ການ​ຊື້​ຂາຍດຳ​ເນີນ​ໄປ​ຢ່າງ​ສະດວກ, ວ່ອງ​ໄວ ​ເພາະວ່າ ງົວ​ກໍ​ແມ່ນ​ຊັບ​ສິນ​​ອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນຢູ່​ທີ່​ນີ້. ອ້າຍ ຫວ່າງ​ມີ​ຢີງ ຢູ່​ບ້ານ ຈູງ​ປາ​ອາ, ເທດສະບານ ​ແມ່​ວວາກ ​ໄປ​ຮອດ​ຕະຫລາດ​ມາ​ແຕ່​ 6 ​ໂມງ​ເຊົ້າ​ໃຫ້​ຮູ້​ວ່າ:

          “ມື້​ນີ້​ຂ້າພະ​ເຈົ້າ ນຳ​ເອົາ​ງົວ 4 ​ໂຕ​ມາ​ຂາຍ ​ແລະ ຂາຍ​ໄດ້ 3 ​ໂຕ​ແລ້ວ. ຢູ່​ທີ່​ນີ້ ກໍ​ມີ​ການຕໍ່​ລາຄາ​ແຕ່​ບໍ່ຫລາຍ. ຂາຍ​ງົວ​​ໄດ້ໂຕ​ຫນຶ່ງ​ແມ່ນ​ຫາ​ກຳໄລໄດ້ກວ່າ 1 ລ້ານ​ດົ່ງ. ງົວ​ເຫຼົ່າ​ນັ້ນຂ້າພະ​ເຈົ້າ​ ຊື້ຢູ່​ບ່ອນ​ອື່ນ​​ແລ້ວ​ນຳມາ​ຂາຍ.”

       ອ້າຍ​ຢີງ ພວມ​ແລກປ່ຽນ​​ກັບ​ອ້າຍ ຫວື່​ມີ​ປໍ ກ່ຽວ​ກັບ​ໂຕ​ງົວ​ທີ່​ຍັງ​ເຫລືອ​ຂອງ​ຕົນ.  ອ້າຍ ຫວື​ມີ​ປໍ ຢູ່ ຕາ​ແສງ ຢ່າງ ​ເມືອງ​ແມ່ວວາກ ຢາກ​ຊື້​ໄດ້​​ງົວ​ໂຕ​ງາມ ສະ​ນັ້ນ ອ້າຍ​ເລືອກ​ເຟັ້ນຢ່າງ​ລະອຽດ. ອ້າຍ ຫວ່າງ​ມ​ີຢີງ ​ແມ່ນ​ຜູ້​​ເຮ​ັດ ອາຊີບ ຄ້າຂາຍ​ງົວ​ ​. ທຸກ​ມື້​ອ້າ​ຍ​ໄປ​ເຖິງ​ບັນດາ​ເມືອ​ງຢູ່ ຮ່າ​ຢາງ, ບັນດາ​ແຂວງ ​ໃກ້​ຄຽງ​ເພື່ອ​ຊື້​ງົວ. ​ເມື່ອ​ຊື້​​ງົວ​ໂຕ​ໃດ​ຈ່ອຍ​ຜອມ ອ້າຍຈະນ​ຳ​​ເມືອ​ຄອບຄົວ​​ລ້ຽງ​ຕື່ມ​ໄ​ລຍະ​ຫນຶ່ງ​ໃຫ້​ຕຸ້ຍ​ຈຶ່ງ​ນຳໄປ​ຂາຍ​ຢູ່​ຕະຫລາດ. ອ້າຍ​ຢີງ ​ໃຫ້​ຮູ້​ວ່າ ຢູ່ ຕະຫລາດ​ງົວ​ແມ່ວວາກ ​ຜູ້​ຄ້າຂາຍ​ງົວ​​ເຊັ່ນ​ດຽວ​ກັບ​ອ້າຍ ກວມ 80% ​, ສ່ວນ​ຍັງ​ເຫລືອ​ແມ່ນ​ປະຊາຊົນ​​ເອົາ​ງົວ​ຂອງຕົນ​ໄປ​ຂາຍ.

          ສ່ວນ ອ້າຍ​ຢ່າງ​ແຊວ​ຊີງ ພວມ​ໂອ້​ລົມ​ກັບ​ຜູ້​​ຊື້​ງົວ. ​ໃນຕະຫລາດນັດ​ນີ້ ອ້າຍ​ຢີງ ​ໄດ້ນຳ​ເອົາ​ງົວ​ໂຕ​ຫນຶ່ງ​ຂອງ​ຄອບຄົວ​ໄປ​ຂາຍ. ນັບ​ແຕ່​​ເຊົ້າ​ ມີ​ຫລາຍ​ຄົນ​ມາຖາມ​ຢາກ​ຊື້​​ເອົາ​ງົວ​ຂອງ​ອ້າຍ​ ​ແຕ່​​ເຂົາ​ເຈົ້າ​ຍັງ​ຄິດ​ໄລ່​ຊັ່ງຊາ​ກ່ຽວ​ກັບ​ລາຄາຢູ່ ອ້າຍ​ຊີງ ຂາຍ​ໂຕ​ງົວ​ນີ້​ກໍ​ຮູ້ສຶກເສຍດາຍ​ຫລາຍ ​ແຕ່​ຄອບຄົວ​ອ້າຍ​ພວມ​ຕ້ອງການ​ເງິນ​ຈຳນວນຫນຶ່ງ​ເພື່ອ​ເບິ​ກຈ່າຍ​​ໃຫ້​ຊີວິດ​ການ​ເປັນ​ຢູ່. ອ້າຍ​ຊີງ ​ເວົ້າ​ວ່າ​:

          “ ​ງົວ​​ໂຕນີ້ ຄອບຄົວ​ຂ້າພະ​ເຈົ້າພວມ​ລ້ຽງ ​ແຕ່​ຕ້ອງການ​​ເງິນ​ ​ຈຶ່ງ​ນຳໄປ​ຂາຍ​ສະ​ນັ້ນ​ຕ້ອງຂາ​ຍ​ໃຫ້​ໄດ້ລາຄາ ກວ່າ 14 ລ້ານ​ດົ່ງ. ​​ແລະ ​ຈຳນວນ​ເງິນ​ເກັບ​ມາ​ໄດ້ ຂ້າພະ​ເຈົ້າຈະ​ຊື້​ຟຸ່ນ​ເຄມີ​ເພື່ອ​ຮັບ​ໃຊ້​ການປູກ​ຝັງ ກໍ​ຄື​ຊື້​ເຄື່ອງ​ຂອງ​ທີ່​ຈຳ​ເປັນຮັບ​ໃຊ້​ຊີວິດ​ປະຈຳ​ວັນ”

          ອ້າ​ຍຫວື​ອາ​ຈູ ​​ໄດ້​​ເບິ່ງ​ ງົວ​ທັງ​ໝົດ​ຢູ່​ຕະຫລາດ​ແລ້ວ ​ແຕ່​ອ້າຍ​ພຽງ​ແຕ່ມັກ​ ງົວ​ຂອງ​ອ້າຍ​ຊີງ​ ​ເທົ່າ​ນັ້ນ. ອ້າຍ​ຈູ​ໃຫ້​ຮູ້​ວ່າ:

          “ນີ້​ແມ່ນ​ ງົວ​​ໂດຍຄອບຄົວ​ ລ້ຽງ​ເອງ. ງົວ​ໂຕ​ນີ້​ບໍ່​ງາມ​ປານ​ໃດ ​ແຕ່​ຂ້າພະ​ເຈົ້າ​ຢາກ​ຊື້​ງົວ​​ໂດຍ​ປະຊາຊົນລ້ຽງ​ເອງ​​ໃຫ້ມີ​ຄຸນ​ນະພາ​ບກວ່າ. ງົວ​ທີ່ປະຊາຊົນ​ລ້ຽງ​​ເອງ​ແມ່ນ​ເຕີບ​​ໃຫຍ່​ໄວ​ກວ່າ​ງົວ​ໄປ​ຊື້​ຢູ່​ບ່ອນ​ອື່ນ.”

          ສຳລັບ​ປະຊາຊົນ​ຢູ່​ເຂດ​ພູ​ສູງ, ຕະຫລາດນັດ​ຄ້າຂາຍ​ງົວກໍ່​​ແມ່ນ​ສະຖາ​ນທີ່​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຊຳນານໃນ​ການ​ລ້ຽງ​ສັດ​​ອີກ​ດ້ວຍ​. ບັນດາ​ຕະຫລາດນັດ​ນີ້ ບໍ່​ຖື​ການຊື້​ຂາຍ​​ເປັນ​ສຳຄັນ ຫາກ​ປະຊາຊົນ​​ໄປ​ຕະຫລາດ​ກໍ່​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​, ​ໂອ້ລົມ​ນຳ​ກັນ, ພ້ອມ​ກັນດື່ມ​ເຫລົ້າ​ພາຍຫລັງ​ຊຸມ​ມື້​ອອກ​ແຮງ​ງານ​ຢ່າງ​ອິດ​ເມື່ອຍ​. ​ໃນຕະຫລາດ​ແຕ່​ລະ​ນັດ​ ມີ​ງົວ​ນັບ​ຮ້ອຍ​ໂຕ​ຖືກ​ນຳ​ໄປຂາຍ​ຢູ່​ທີ່​ນີ້, ພໍ່ຄ້າ​ມາ​ຊື້​ງົວສ່ວນ​ຫລາຍ​​ແມ່ນມາ​ຈາກ​ເຂດ​ທົ່ງພຽງ. ​ ຕະຫລາດນັດນີ້​ກໍ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຢ້ຽມ​ຊົມ​ເປັນ​ຈຳ​ນວນ​ຫລວງຫລາຍ. ຜົວ​ເມຍ ທ່ານ Marco ນັກ​ທ່ອງ​ທ່ຽວ​ມາ​ຈາກ ອີ​ຕາ​ລີ ​ ​ມາ​ຢ້ຽມຢາມ ຮ່າ​ຢາງ ເປັນ​ຄັ້ງ​ທຳ​ອິດ ມີ​ຄວາມຮູ້ສຶຶກ​ປະ​ທັບ​ໃຈ​ຍ້ອນຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕະຫລາດນັດ​ນີ້. ທ່ານ Marco ​ເວົ້າ​ວ່າ:

          “ສິ່ງສຳຄັນຢູ່ຕະຫລາດນັດ ຮ່າຢາງ ແມ່ນທຸກຄົນມາ​ແຫ່ງ​ນີ້​ເພື່ອ​ຊື້ຂາຍສັດລ້ຽງຄື: ງົວ, ແບ້, ໄກ່... ນີ້​ແມ່ນຕະຫລາດນັດພິເສດທີ່ສຸດ ເພາະຢູ່ ອີຕາລີ ບ້ານເກີດເມືອງນອນຂອງຂ້າພະເຈົ້າບໍ່ ມ​ີຕະຫລາດນັດ​ຄື​ແນວ​ນີ້, ​ ສະ​ນັ້ນ ຂ້າພະ​ເຈົ້າ​ເຫັນ​ວ່າ ຮີດຄອງ​ປະ​ເພນີ​ນີ້​ແມ່ນ​ພິ​ເສດ​ທີ່​ສຸດ, ຂ້າພະ​ເຈົ້າ​ມັກ​ຫລາຍ.”

          ​ໃນຕະຫລາດ​ແຕ່ລະນັດ​ຢູ່ ​ແມ່ວວາກ​ ແມ່ນ​ຊື້​ຂາຍ​ ​ງົວ​​ໄດ້​ປະມານ 400 ​ໂຕ. ງົວ​ນັບ​ຮ້ອຍ​ໂຕ​ນັ້ນ​ຖືກ​ຈັດ​ໃຫ້​ຢືນ​ເປັນ​ແຖວ​ຢ່າງ​ງາມ​ຕາ, ການ​ຊື້​ຂາຍ​ກໍ​ເປັນ​ລະບຽບ​ຮຽບຮ້ອຍ. ​ ນີ້​ກໍ​ແມ່ນ​ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​ຈຸດ​ວັດທະນະທຳ​ວົງ​ຄະນາ​ຍາດ​ທີ່​ດີງາມ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ເຂດ​ພູ​ສູງ ຮ່າ​ຢາງ.

ຂ່າວ/ບົດ​ອື່ນ