ຕະຫຼາດຄວາມຮັກ ຊວັນເຢືອງ - ງານບຸນທີ່ເປັນເອກະລັກ ຂອງຊາວເຜົ່ານຸ່ງ ໃນແຂວງ ບັກກ້ານ

(VOVWORLD) -ຕະຫຼາດຄວາມຮັກ ຊວັນເຢືອງ ແມ່ນງານບຸນທີ່ເປັນເອກລັກຂອງພໍ່ແມ່ພີ່ນ້ອງເຜົ່ານຸ່ງ ຢູ່ຕາແສງ ຊັວນເຢືອງ ເມືອງ ນາຣີ່ ແຂວງ ບັກກ້ານ. ງານບຸນທີ່ມີມາແຕ່ດົນນານ ພ້ອມກັບການດຳເນີນຊີວິດວັດທະນະທຳສິລະປະວັນນະຄະດີ ທີ່ເປັນເອກະລັກສະເພາະ. ພິເສດຕະຫຼາດຄວາມຮັກແມ່ນໂອກາດເພື່ອໃຫ້ບັນດາຄູ່ບ່າວສາວຮັກກັນ ແຕ່ບໍ່ສາມາດເປັນຜົວເມຍກັນ ຫຼື ບັນດາເພື່ອນເກົ່າໄດ້ມີໂອກາດພົບປະນັດກັນ ພ້ອມກັນຂັບສາລີ ທີ່ເປັນໜ້າຈັບໃຈ
ຕະຫຼາດຄວາມຮັກ ຊວັນເຢືອງ - ງານບຸນທີ່ເປັນເອກະລັກ ຂອງຊາວເຜົ່ານຸ່ງ ໃນແຂວງ ບັກກ້ານ - ảnh 1ຕະຫຼາດຄວາມຮັກ ຊວັນເຢືອງ  ຖືກຈັດຂຶ້ນໃນວັນທີ 25 ເດືອນ 3 ໄລ່ຕາມຈັນທະປະຕິທິນ ແຕ່ລະປີ

     ຕະຫຼາດ ຊວັນເຢືອງ ເລີ່ມມາຈາກເລື່ອງນິທານທີ່ເວົ້າເຖິງຄູ່ຜົວເມຍຮັກກັນ ແຕ່ຕ້ອງຕັດແຍກຈາກກັນ ບໍ່ໄດ້ຢູ່ນຳກັນ. ດ້ວຍຄວາມຕື້ນຕັນໃຈຕໍ່ຄວາມຮັກແພງຂອງພວກເຂົາດັ່ງນັ້ນຊາວບ້ານໄດ້ເຫັນດີເພື່ອໃຫ້ຄູ່ຜົວເມຍນັ້ນ ມີມື້ໜຶ່ງໄດ້ພົບກັນ ເພື່ອທົບທວນຄືນເລື່ອງລາວເມື່ອກ່ອນນີ້ ແລະ ເລືອກເອົາທົ່ງນາຕາມພາສາ ໄຕ່ ນຸ່ງ ເອີ້ນວ່າ ນາຣີ່ ຂອງຄູ່ຜົວເມຍນັ້ນເປັນບ່ອນເຕົ້າໂຮມກັນ. ໄລຍະຕໍ່ມາຈຶ່ງຕັ້ງຊື່ເປັນເມືອງ ນາຣີ່ ແຂວງ ບັກກ້ານ ໃນທຸກວັນນີ້.

    ໃນຕອນຄ່ຳກ່ອນທີ່ຈັດຕະຫຼາດຄວາມຮັກ ຊັວນເຢືອງ, ຢູ່ເຮືອນນັກສິລະປະການດີເດັ່ນ ນົງວັນໂຮ່ ຢູ່ບ້ານ ໂທມຈານ ຕາແສງ ຊວັນເຢືອງ ບັນດາສະມາຊິກໃນສະໂມສອນຂັບສາລີ ຂອງຕາແສງ ຊວັນເຢືອງ ໄດ້ພ້ອມກັນທົບທວນຄືນທຳນອງເພງຂັບກ້ຽວ ເພື່ອໃຫ້ມື້ຕໍ່ມາໃນຕະຫຼາດຄວາມຮັກ ຈຶ່ງສາມາດພົບປະແລກປ່ຽນກັບບັນດານັກສິລະປະການຂັບສາລີ ທີ່ມາຈາກແຂວງໃກ້ຄຽງ. ນັກສິລະປະການ ນົງວັນໂຮ່ ໃຫ້ຮູ້ວ່າ:

    “ນັບແຕ່ຄາວອາຍຸ 16 ປີ ຂ້າພະເຈົ້າໄດ້ຂັບຮ້ອງແລ້ວ, ໄປຕາມພວກອາວອາປ້າລຸງ ໄປຕະຫຼາດນັດເພື່ອຂັບຮ້ອງ. ຜົວເມຍຂ້າພະເຈົ້າກໍ່ໄດ້ລື້ງກັນຈາກການຂັບຮ້ອງສາລີ ແລະ ໄດ້ຮັກແພງກັນກາຍເປັນຄູ່ຜົວເມຍກັນ. ຂັບສາລີ ໃນຕະຫຼາດຄວາມຮັກກໍ່ເຄີຍຂັບຮ້ອງຢູ່ແຄມແມ່ນ້ຳ, ຢູ່ຕາມກົກໄມ້, ທົ່ງສາລີ…”
     ຢູ່ຕະຫຼາດຄວາມຮັກ ຊວັນເຢືອງ ຂັບສາລີແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນວັນບຸນ. ຜ່ານທຳນອງເພງຂັບສາລີທີ່ອ່ອນຫວານ, ເຂົາເຈົ້າໄດ້ສົ່ງຄວາມຮັກແພງ ຄວາມສົນໃຈຕໍ່ການດຳລົງຊີວິດຂອງກັນ

  “ມາຕະຫຼາດຄວາມຮັກ, ບັນດາຄູ່ບ່າວສາວ ໄດ້ພ້ອມກັນຂັບຮ້ອງທຳນອງເພງສາລີ ແລະ ຫຼາຍຄົນໄດ້ກາຍເປັນຄູ່ຜົວເມຍ. ໃນມື້ນີ້ມາຕະຫຼາດນັດໄດ້  ພົບຄືນເພື່ອນເກົ່າ ຂ້າພະເຈົ້າດີໃຈທີ່ສຸດ”.

“ທີ່ຕະຫຼາດນັດຄວາມຮັກ, ອ້າຍນ້ອງໝູ່ເພື່ອນພວກຂ້າພະເຈົ້າ ແຕ່ດົນນານແລ້ວ ຈຶ່ງໄດ້ພົບກັນໃໝ່. ພວກຂ້າພະເຈົ້າເບີກບານມ່ວນຊື່ນ ແລະ ຮູ້ສຶກບັນຍາກາດຢູ່ທີ່ນີ້ຈັບໃຈອີຫຼີ”.

  ປີ 2021 ຂັບສາລີ ຂອງຊາວເຜົ່ານຸ່ງຢູ່ຕາແສງ ຊວັນເຢືອງ ໄດ້ຮັບການຮັບຮອງເປັນມໍລະດົກບໍ່ເປັນວັດຖຸລະດັບຊາດ. ຈາກມູນເຊື້ອວັດທະນະທຳອັນດີງາມ ແລະ ຄວາມໝາຍຂອງງານບຸນ, ບັກກ້ານ ໄດ້ມີແຜນການອະນຸລັກເສີມຂະຫຍາຍງານບຸນນີ້ ເພື່ອຮັບໃຊ້ການພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ. ທ່ານ ຮ່າວັນຕ໊ຽນ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ບັກກ້ານ ໃຫ້ຮູ້ວ່າ:

  “ຕະຫຼາດຄວາມຮັກປີນີ້, ພວກຂ້າພະເຈົ້າໄດ້ວາດພາບເຖິງການຂັບກ້ຽວຕໍ່ກັນດ້ວຍ 100 ຄູ່ບ່າວສາວຂັບຮ້ອງຢ່າງລຽນຕິດເພື່ອໃຫ່ແຂກທ່ອງທ່ຽວໄດ້ຊົມ. ນອກຈາກຂັບສາລີແລ້ວ ຢູ່ນີ້ຍັງມີວັດທະນະທຳເປັນວັດຖຸຄື ເຮືອນຮ້ານປະເພນີ, ຖ້ຳ, ຊຸດອາພອນປະຈຳເຜົ່າ, ອາຫານການກິນ, ການເຫຼື້ອມໃສທີ່ເປັນເອກະລັກ. ຍ້ອນເຫດນີ້ເອງ ບັກກ້ານ ໄດ້ເລືອກເອົາ ຊັວນເຢືອງ ແມ່ນໜຶ່ງໃນບັນດາຖານທີ່ ເພື່ອຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍກ່ຽວກັບການອະນຸລັກເສີມຂະຫຍາຍຄຸນຄ່າວັດທະນະທຳໝູ່ບ້ານທີ່ມີມາແຕ່ດົນນານ ຕິດພັນກັບການພັດທະນາການທ່ອງທ່ຽວ”.

 ໃນທຸກວັນນີ້ ຕະຫຼາດຄວາມຮັກ ຊວັນເຢືອງ ໄດ້ມີຫຼາຍການເຄື່ອນໄຫວວັດທະນະທຳ ສິລະປະວັນນະຄະດີຕື່ມອີກເພື່ອດຶງດູດປະຊາຊົນເຂົ້າຮ່ວມ. ແຂກທ່ອງທ່ຽວມາຮ່ວມງານບຸນ ຈະໄດ້ຮັບຊົມບັນດາລາຍການສະແດງທຳນອງເພງພື້ນເມືອງ ໃນນັ້ນມີຂັບສາລີທີ່ເປັນເອກະລັກຍັງຄົງແມ່ນວິນຍານຂອງວັນບຸນ ແມ່ນປະເພດດົນຕີເຊື່ອມຕໍ່ມະນຸດດ້ວຍກັນ.

ຕອບກັບ

ຂ່າວ/ບົດ​ອື່ນ