ຕະຫຼາດນັດ ຮ່າງ ຢູ່ຫາຍຟ່ອງໃນຊຸມມື້ທ້າຍປີ

(VOVWORLD) -ໃນເຂດຕົວເມືອງທີ່ມີການເຄື່ອນໄຫວຢ່າງຟົດຟື້ນ, ຜູ້ຄົນໄປມາຢ່າງຄັບຄາໜາແໜ້ນ, ມີຮ້ານສັບພະສິນຄ້າຫຼາຍແຫ່ງນັ້ນ, ແຕ່ພັດມີຕະຫຼາດນັດທີ່ມີສີສັນເຂດບ້ານນາພາກເໜືອ. ຕະຫຼາດແຫ່ງນີ້ ຂາຍເຄື່ອງຂອງສິນຄ້າຄົບທຸກຊະນິດ ຈາກແນວພັນປູກ, ຕົ້ນໄມ້ປະດັບ, ແນວພັນສັດລ້ຽງ….ຕະຫຼອດຮອດເຄື່ອງໃຊ້ໃນຄອບຄົວ, ເຄື່ອງເອລິກໂຕນິກທີ່ມີລາຄາສູງ. ນັ້ນແມ່ນຕະຫຼາດຮ່າງຢູ່ນະຄອນຫາຍຟ່ອງ.ຊຸມມື້ທ້າຍປີ, ຕະຫຼາດນັດມີຄົນມາຊື້ຂາຍເຄື່ອງຢ່າງໜາແໜ້ນ.
ຕະຫຼາດນັດ ຮ່າງ ຢູ່ຫາຍຟ່ອງໃນຊຸມມື້ທ້າຍປີ - ảnh 1ຕະຫຼາດນັດ ຮ່າງ ຢູ່ຫາຍຟ່ອງໃນຊຸມມື້ທ້າຍປີ  

ຕະຫຼາດຮ່າງ ກ່ອນນີ້ແມ່ນຕະຫຼາດໃນໝູ່ບ້ານຢືຮ່າງກ່ອນນີ້. ໝູ່ບ້ານຢືຮ່າງ ແມ່ນໝູ່ບ້ານເກົ່າ ທີ່ມີມາແຕ່ສະຕະວັດທີ 17 ຫາ 18. ບໍລິເວນໝູ່ບ້ານຢືຮ່າງກ່ອນນີ້ ແມ່ນເຂດດິນຜະລິດກະສີກຳ ແລະ ກໍແມ່ນຈຸດຊຸມທາງຄົມມະນາຄົມ, ດັ່ງນັ້ນ, ຕະຫຼາດຮ່າງກາຍເປັນສະຖານທີ່ພົບປະແລກປ່ຽນຊື້ຂາຍ ແນວພັນປູກ, ຕົ້ນໄມ້ປະດັບ, ແນວພັນສັດລ້ຽງ, ເຄື່ອງອຸປະກອນກະສີກຳ. ຍ້ອນຂະບວນວິວັດຫັນເປັນຕົວເມືອງໄດ້ຂະຫຍາຍອອກສູ່ເຂດອ້ອມຂ້າງ, ດັ່ງນັ້ນໃນທຸກວັນນີ້, ຕະຫຼາດຮ່າງຖືກຕັ້ງຢູ່ບໍລິເວນໃຈກາງຕົວເມືອງ ທີ່ຂຶ້ນກັບຕາແສງ ຢືຮ່າງເກັງ,. ເມືອງ ເລເຈີນ, ນະຄອນ ຫາຍຟ່ອງ. ສິ່ງທີ່ພິເສດແມ່ນຢູ່ບ່ອນວ່າ ຜ່ານການເວລາທີ່ລ່ວງເລີຍໄປ, ແຕ່ປະເພນີແລກປ່ຽນຊື້ຂາຍເຄື່ອງອຸປະກອນກະສີກຳຢູ່ ຕະຫຼາດຮ່າງເມື່ອກ່ອນນີ້ ຍັງຄົງຖືກຮັກສາໄວ້ເໝືອນເດີມ. ປະຈຸບັນ, ຕະຫຼາດນັດຮ່າງພຽງມີຂຶ້ນໃນຕອນເຊົ້າວັນອາທິດໃນແຕ່ລະອາທິດ ແລະ ໃນຊຸມວັນທ້າຍປີເທົ່ານັ້ນ.                                 

    ຕາມປະເພນີແລ້ວ, ຢູ່ຕະຫຼາດແຫ່ງນີ້, ຍັງຂາຍແນວພັນປູກ, ຕົ້ນໄມ້ປະດັບ, ແນວພັນສັດລ້ຽງ, ເຄື່ອງອຸປະກອນກະສີກຳ. ບັນດາຜູ້ທີ່ດຳລົງຊີວິດຢູ່ນະຄອນຫາຍຟ່ອງ ແລະ ບັນດາແຂວງໃກ້ຄຽງເມື່ອໄປ ຕະຫຼາດຮ່າງ ກໍສາມາດຊື້ໄດ້ໄກ່, ແນວພັນພືດຜັກຕ່າງໆ, ຕະຫຼອດຮອດເຄື່ອງໃຊ້ໃນຄອບຄົວຄື ກະບຽນ, ກະບຸງສານດ້ວຍໄມ້ໄຜ່. ລຸງ ຄາ ຢູ່ຫາຍເຢືອງໄປຕະຫຼາດຮ່າງ ໃຫ້ຮູ້ວ່າ : 

     “ ຂ້າພະເຈົ້າມັກໄປຕະຫຼາດແຫ່ງນີ້, ເພາະເຫັນວ່າ ຢູ່ນີ້ມີສີສັນເຂດບ້ານນາ, ບັນດາເຄື່ອງຫັດຖະກຳກໍລ້ວນແຕ່ມີຂາຍຢູ່ທີ່ນີ້. ຂ້າພະເຈົ້າໄປຕະຫຼາດ ກໍຊື້ໄດ້ປ່ອມໜ່ວຍໜຶ່ງ”

    ຢູ່ຕະຫຼາດຮ່າງ, ນອກຈາກພວກພໍ່ຄ້າຊາວຂາຍມາຄ້າຂາຍຢູ່ນີ້ແລ້ວ, ກໍຍັງມີບັນດາຜູ້ນຳເອົາສັດລ້ຽງ, ສິນພິເສດຂອງຄອບຄົວມາຂາຍ ຫຼືມາແລກປ່ຽນບົດຮຽນກັບບັນດາຜູ້ທີ່ຮ່ວມຄະຕິປະຈຳໃຈມັກລ້ຽງສັດ ແລະ ປູກຝັງ. ທ່ານ ດວານຮິ້ງຢາ ຢູ່ເມືອງ ເລເຈີນ, ນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ : 

    “ ນີ້ແມ່ນຕະຫຼາດທີ່ມີມາແຕ່ດົນນານຢູ່ຫາຍຟ່ອງ. ພໍ່ແມ່ພີນ້ອງຊາວນະຄອນຫາຍຟ່ອງ ຕ່າງກໍພາກພູມໃຈ ຍ້ອນມີຕະຫຼາດຮ່າງ ແມ່ນບ່ອນຈຳໜ່າຍຜະລິດຕະພັນ, ຈາກແນວພັນປູກ, ຕົ້ນໄມ້ປະດັບ, ແນວພັນສັດລ້ຽງ….ຕະຫຼອດຮອດເຄື່ອງໃຊ້ໃນຄອບຄົວ, ເຄື່ອງເອລິກໂຕນິກທີ່ມີລາຄາສູງ. ວັນທິດໃດ, ຂ້າພະເຈົ້າກໍໄດ້ໄປຕະຫຼາດຮ່າງ ”

     ໂດຍແມ່ນຕະຫຼາດມີສີສັນເຂດບ້ານນາ, ແຕ່ຢູ່ ຕະຫຼາດຮ່າງ ມີຄົບທຸກເຂດຂາຍສິນຄ້າ, ແຕ່ລະເຂດກໍຂາຍສິນຄ້າຊະນິດໃດໜຶ່ງຕ່າງຫາກ. ອ້າຍ ຫງວຽນກວາງຕ້ຽນ ມາຈາກຮ່າໂນ້ຍ ເປີດເຜີຍວ່າ : 

    “ ຢູ່ຕະຫຼາດຮ່າງມີສິນຄ້າຫຼາຍປະເພດທີ່ບບໍ່ມີຂາຍຢູ່ຕະຫຼາດອື່ນ. ບາງຄັ້ງຄາວ ຂ້າພະເຈົ້າ ກໍໄດ້ໄປຕະຫຼາດເພື່ອຊື້ໄກ່ມາລ້ຽງ  ”

    ຢູ່ຕະຫຼາດຮ່າງຍັງຂາຍເຄື່ອງໃຊ້ໄມ້ສອຍຕ່າງໆອີກຫຼາຍຊະນິດເຊັ່ນ: ຕະກຽງ, ໄໝຫຍິບ, ເຂັມຕະຫຼອດຮອດເຄື່ອງເອລິກໂຕນິກ, ໂທລະສັບມືຖື, ເຄື່ອງຄອມພິວເຕີ, ເຄື່ອງເຈາະ, ຈັກສູບນ້ຳ…

     ສິ່ງທີ່ເປັນໜ້າຈັບໃຈ ແມ່ນໃນຍຸກສະໄໝຕະຫຼາດຂະຫຍາຍຕົວດ້ວຍລະບົບຮ້ານຄ້າ, ຮ້ານສັບພະສິນຄ້າໃນທ່າມກາງເຂດຕົວເມືອງທີ່ທັນສະໄໝນັ້ນ, ຕະຫຼາດນັດຄື ຕະຫຼາດຮ່າງ ທີ່ມີສີສັນເຂດບ້ານນາຍັງຄົງໄດ້ຮັບການຮັກສາໄວ້ໄດ້. ຢູ່ຕະຫຼາດແຫ່ງນີ້ ບໍ່ພຽງແຕ່ແລກປ່ຽນຊື້ຂາຍສິນຄ້າເທົ່ານັ້ນ, ຫາກຍັງແມ່ນສາຍສຳພັນລະຫວ່າງອະດີດຕະການ ແລະ ປະຈຸບັນ. ຍ້ອນເຫດນັ້ນ, ຕະຫຼາດຮ່າງນັບມື້ນັບດຶງດູດຜູ້ມາຕະຫຼາດ ປຽບເໝືອນສະຖານທີ່ວັດທະນະທຳຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ