ຕຽນອຽນ - ແຫ່ງເຊື່ອມຕໍ່ສີສັນບັນດາເຜົ່າ ເຂດທາງທິດຕາເວັນອອກສຽງເໜືອ

(VOVWORLD) -ຕຽນອຽນ ແມ່ນດິນແດນເຕົ້າໂຮມປະສົມປະສານ ທາງດ້ານວັດທະນະທຳຂອງຫຼາຍຊົນເຜົ່າ ຂອງເຂດທາງທິດຕາເວັນອອກສຽງເໜືອແຂວງ ກວ໋າງນິງ. ຕາມການເວລາ ການປະສົບປະສານທາງດ້ານວັດທະນະທຳ ໄດ້ສ້າງເປັນສີສັນສະເພາະໃຫ້ແກ່ດິນແດນ ແລະ ຊາວຕຽນອຽນ ເຊິ່ງແມ່ນດິນແດນຢູ່ສາມແຍກແມ່ນ້ຳ. ແຕ່ປີ 2017 ສັບປະດາວັດທະນະທຳກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສຽງເໜືອ, ແຂວງ ກວ໋າງນິງ ໄດ້ຖືກຈັດຂຶ້ນປະຈຳປີ ແລະ ໄດ້ກາຍເປັນຈຸດນັດພົບທາງດ້ານວັດທະນະທຳ ໂຄສະນາບັນດາຄວາມງາມອັນເປັນປະເພນີຂອງດິນແດນ ແລະ ຊາວເຂດທາງທິດຕາເວັັນອອກສຽງເໜືອ, ແຂວງ ກວ໋າງນິງ
ຕຽນອຽນ - ແຫ່ງເຊື່ອມຕໍ່ສີສັນບັນດາເຜົ່າ  ເຂດທາງທິດຕາເວັນອອກສຽງເໜືອ - ảnh 1 ສັບປະດາວັດທະນະທຳກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສຽງເໜືອ

ລາຍການສະແດງສິລະປະ ຕຽນອຽນ - ແຫ່ງເຊື່ອມຕໍ່ສີສັນບັນດາເຜົ່າ ເຂດທາງທດຕາເວັນອອກສຽງເໜືອແຂວງ ກວ໋າງນິງ ປີ 2020 ໄດ້ຖືກໄຂຂຶ້ນໃນວັນທີ 30 ຕຸລາ ທີ່ຜ່ານມາ ຢູ່ເມືອງ ຕຽນອຽນ ແຂວງ ກວ໋າງນິງ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດສັບປະດາກິລາວັດທະນະທຳບັນດາເຜົ່າ ເຂດທາງທດຕາເວັນອອກສຽງເໜືອແຂວງ ກວ໋າງນິງ ໃນປີ 2020. ມີພໍ່ແມ່ພີ່ນ້ອງບັນດາເຜົ່າຄື ເຜົ່າຢ້າວ, ໄຕ່, ສານຈີ ແລະ ອື່ນໆ. ໄດ້ມາຮອດສູນວັດທະນະທຳກິລາຂອງເມືອງ ຕຽນອຽນ ເພື່ອພ້ອມກັນຊົມລາຍການສະແດງ. ນາງ ຝຸ່ນທິກິ໊ວ ຊາວເຜົ່າ ຢ້າວ ແທັງອີ ຕາແສງ ຟອງຢຸ ໃຫ້ຮູ້ວ່າ:

   “ຂ້າພະເຈົ້າໄດ້ມານີ້ແຕ່ເວລາ 6 ໂມງຕອນຄ່ຳ. ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເພາະວ່າແຕ່ດົນນານມາແລ້ວ ຈຶ່ງໄດ້ມີວັນບຸນທີ່ເບີກບານມ່ວນຊື່ນຄືແນວນີ້”.

ສ່ວນອ້າຍ ນີ໋ອາສາງ ຊາວເຜົ່າ ຢ້າວ ແທັງອີ ເມືອງ ຕຽນອຽນ ເວົ້າວ່າ:

        “ຂ້າພະເຈົ້າຂອບໃຈນຳພັກ ລັດ ແລະ ເມືອງ ຕຽນອຽນ ໄດ້ຈັດວັນບຸນ ເພື່ອໃຫ້ປະຊາຊົນເຂົ້າຮ່ວມວັນບຸນຢ່າງເບີກບານມ່ວນຊື່ນເຊັ່ນນີ້. ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າວັນບຸນຈະດຶງດູດແຂກທ່ອງທ່ຽວມາຢ້ຽມຢາມແຂວງ ກວ໋າງນິງ ຢ່າງຫຼວງຫຼາຍ”.

          ສັບປະດາວັດທະນະທຳກິລາບັນດາເຜົ່າເຂດທາງທິດຕາເວັນອອກສຽງເໜືອແຂວງ ກວ໋າງນິງ ບໍ່ພຽງແຕ່ກາຍເປັນສະຖານທີ່ພົບປະແລກປ່ຽນທາງດ້ານວັດທະນະທຳ ລະຫວ່າງບັນດາເຜົ່າໃນເຂດເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງບັນດາເຜົ່າ ໄດ້ຖອດຖອນບົດຮຽນ ຮັກສາອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ. ພ້ອມກັບການເຄື່ອນໄຫວກິລາກາຍຍະກຳອັນເປັນປະເພນີຄື ບຸນຊ່ວງເຮືອ, ບຸນແມ່ນ້ຳ ຕຽນອຽນ, ງານຕະຫຼາດນັດໂອກັອບ, ສັບປະດາວັດທະນະທຳກິລາບັນດາເຜົ່າ… ກໍ່ຍັງມີລາຍການລະດູ ສອງເກາະ; ຕະຫຼາດນັດ ຮ່າເລົາ; ງານວາງສະແດງພາບຖ່າຍສິລະປະເຂດທາງທິດຕາເວັນອອກແຂວງ ກວ໋າງນິງ… ພິເສດບັນດາການເຄື່ອນໄຫວສະແດງສິລະປະພື້ນເມືອງ ອາຫານການກິນຢູ່ຕາມທ້ອງຖະໜົນ ດ້ວຍຫົວເລື່ອງ “ສີສັນເກົ່າແກ່ - ຖະໜົນຕຽນອຽນ” ໄດ້ວາດພາບເຖິງບັນດາການເຄື່ອນໄຫວຢູ່ຄຸ້ມຖະໜົນເກົ່າ ປະສົມປະສານກັບສີສັນຍຸກທັນສະໄໝ ພ້ອມທັງໄດ້ວາດພາບເຖິງການເຄື່ອນໄຫວຢ່າງຟົດຟື້ນມ່ວນຊື່ນຢູ່ແຫ່ງນີ້ ເຊິ່ງແມ່ນສູນເສດຖະກິດວັດທະນະທຳ ເຂດທາງທິດຕາເວັນອອກສຽງເໜືອແຂວງ ກວ໋າງນິງ ໃນໄລຍະໜຶ່ງ. ທ່ານ ກາວເຕື່ອງຮຸຍ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ຖືວ່າ:

    “ອົງຄະນະພັກ ອຳນາດການປົກຄອງ ແລະ ປະຊາຊົນເມືອງ ຕຽນອຽນ ໄດ້ເຫັນແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນໃນການກໍ່ສ້າງ ຕຽນອຽນ ໃຫ້ເຂັ້ມແຂງທາງດ້ານເສດຖະກິດ, ມີຄວາມເປັນເອກະລັກທາງດ້ານສີສັນວັດທະນະທຳ ແລະ ມີສະຖຽນລະພາບທາງດ້ານການເມືອງ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ກ້າວໄປເຖິງການສ້າງເທດສະບານ ຕຽນອຽນ ກ່ອນປີ 2027, ປະກອບສ່ວນສ້າງແຂວງ ກວ໋າງນິງ ກາຍເປັນນະຄອນຂຶ້ນກັບສູນກາງ ປະກອບສ່ວນເຂົ້າໃນພາລະກິດ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ”.

       ນັບແຕ່ປີ 2017, ເຫດການສັບປະດາວັດທະນະທຳກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສຽງເໜືອຂອງແຂວງ ກວ໋າງນິງ ຖືກຈັດຂຶ້ນ ອັນໄດ້ປະກອບສ່ວນແນະນຳ ແລະ ເຊີດຊູບັນດາຄຸນຄ່າທາງດ້ານວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າ; ພ້ອມທັງປຸກລຸກທ່າແຮງບົ່ມຊ້ອນຂອງບັນດາທ້ອງຖິ່ນໃນເຂດ, ດຶງດູດການລົງທຶນພັດທະນາ. ແຕ່ຫຼາຍປີມານີ້ ແຂກທ່ອງທ່ຽວບໍ່ພຽງແຕ່ຮູ້ຈັກເຖິງແຂວງ ກວ໋າງນິງ ດ້ວຍອ່າວ ຮະລອງ ເທົ່ານັ້ນ ຫາກຍັງຮູ້ຈັກຖິງ ການເຄື່ອນໄຫວທີ່ເປັນເອກະລັກ ທາງດ້ານວັດທະນະທຳບັນດາເຜົ່າ ເຂດທາງທິດຕາເວັນອອກສຽງເໜືອແຂວງ ກວ໋າງນິງ. ສັບປະດາວັດທະນະທຳກິລາບັນດາເຜົ່າຖືກ ຈັດຂຶ້ນຢູ່ ຕຽນອຽນ ໄດ້ເຮັດໃຫ້ ຕຽນອຽນ ກາຍເປັນແຫ່ງເຊື່ອມຕໍ່ເຕົ້າໂຮມ ແລະ ແຜ່ກະຈາຍບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກຂອງບັນດາເຜົ່າ ເຂດທາງທິດຕາເວັນອອກສຽງເໜືອຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ