ຖະໜົນ ຮ່າງທຽກ - ໝູ່ບ້ານ ຟູ໋ທື໋, ຖະໜົນຫັດຖະກຳຕິດພັນກັບໝູ່ບ້ານຫັດຖະກຳ

(vovworld) - ຮ່າງ​ທຽກ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄຸ້ມຖະ​ໜົນ​ເກົ່າ​ຂອງ ຮ່າ​ໂນ້ຍ ​ທີ່​ມີ​ອາ​ຊີບຫຼໍ່, ຕີ , ຈອດ​ເຄື່ອງ​ຂອງດ້ວຍຊືນ. ໃນ​ເມື່ອ​ກ່ອນ, ຖະ​ໜົນ ຮ່າງ​ທຽກ ແມ່ນ​ແຫ່ງ​ເຕົ້າ​ໂຮມ​ບັນ​ດາ​ນາຍ​ຊ່າງ​ທີ່​ມີ​ສີ​ມື​ດີ​ ເຊິ່ງມາ​ຈາກ​ໝູ່​ບ້ານ ຟູ໋​ທື໋ ( ເມືອງ ຕື່​ລຽມ) ຮ່າ​ໂນ້ຍ, ຜ່ານ​ໄລ​ຍະເວ​ລາຫຼາຍ​ປີ, ​ແຕ່ຮ່າງ​ທຽກຍັງ​ຄົງ​ຮັກ​ສາ​ອາ​ຊີບຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ​ໄວ້​ໄດ້. ປະ​ຈຸ​ບັນ, ແຕ່​ລະ​ມື້ສຽງຄ້ອນ​​ທີ່ຕີ​ໃສ່​ແຜ່ນ​ຊືນ​ຂາວ ເຫຼື້ອມ​ແວວ​ວາວຍັງ​ຄົງ​ດັງ​ກ້ອງ​ກັງ​ວາງ​ໄປ​ທົ່ວ​ຖະ​ໜົນ, ອັນ​ໄດ້ສ້າງ​ເປັນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​​ມີ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຜູ້ຊົມ​ໃຊ້.

ຖະໜົນ ຮ່າງທຽກ - ໝູ່ບ້ານ ຟູ໋ທື໋, ຖະໜົນຫັດຖະກຳຕິດພັນກັບໝູ່ບ້ານຫັດຖະກຳ - ảnh 1
ຖະ​ໜົນ ຮ່າງ​ທຽກ
(ພາບ: ອິນເຕີແນດ)

        ຖະ​ໜົນ ຮ່າງ​ທຽກ​ໃນ​ເມື່ອ​ກ່ອນ​ແມ່ນ​ຂຶ້ນ​ກັບ​ໝູ່​ບ້ານ ອຽນ​ໂນ້ຍ, ເມືອງ ທໍ້​ເຊືອງ. ​ແມ່ນ​ແຫ່ງ​​ດຶງ​ດູດ​ຊາວ​ບ້ານ ຟູ໋​ທື໋, ເມືອງ ຮ່​ວາຍ​ດຶກ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ອື່ນໆ​ມ​າ​ເຮັດ​ອາ​ຊີບ​ຫັດ​ຖະ​ກຳ​. ດ້ວຍ​ຄວາມ​ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ ແລະ ສີ​ໄມ້​ລາຍ​ມື​ຂອງ​ຕົນ, ເຂົາ​ເຈົ້າ​ໄດ້ສ້າງ​ເປັນ​ບັນ​ດາ​ຜະ​ລິດ​ຕະ​ພັນທີ່ລະອຽດ​ແນບ​ນຽນ. ໃນ​ເບື້ອງ​ຕົ້ນ, ເຂົາ​ເຈົ້າເຮັດ​ອາ​ຊີບຫຼໍ່​ຊືນ, ​ຜະ​ລິດ​ໂຖ​ຈູບ​ທູບ​ທຽນ, ກາ​ຊົງ​ນ້ຳຊາ, ພາ​ໃສ່​ຈອກ, ກາ… ແລະ​ ຮອດ​ຊຸມ​ປີ​ກາງ​ສະ​ຕະ​ວັດ​ທີ 20, ​ເຂົາ​ເຈົ້າໄດ້​ຫັນ​ໄປຜະ​ລິດ​ເຄື່ອງ​ເຫຼັກ​ຄື: ຖັງ​ໃສ່​ນ້ຳ, ຄຸ​ຕັກ​ນ້ຳ, ຊາມ, ຫີບ​ໃສ່​ໂສ້ງ​ເສື້ອ… ແຕ່​ລະ​ປີ, ເມື່ອ​ບຸນ​ວັນ​ເພັງ​ເດືອນ​ແປດ​ວຽນ​ມາ, ບັນ​ດາ​ນາຍ​ຊ່າງ​ໃນ​ຖະ​ໜົນ ຮ່າງ​ທຽກ ຍັງ​ຜະ​ລິດ​ເຄື່ອງຫຼິ້ນ​ປະ​ເພດ​ຕ່າງໆ​ໃຫ້​ແກ່​ເດັກ​ນ້ອຍ​​ຄື: ກ່ຳ​ປັ່ນ, ເຮືອ​ບິນ​ໃຫ້​ເດັກ​ຊາຍ, ໂຄມ​ໄຟ​ຮູບ​ເທ​ວະ​ດາ ຫຼື​ຮູບແມງ​ກະ​ເບື້ອ​ໃຫ້​ເດັກ​ຍິງ… ຖະ​ໜົນ ຮ່າງ​ທຽກ ຍາວ​ພຽງ 136 ແມັດ​ເທົ່າ​ນັ້ນ, ແຕ່​​ທັງ​ສອງຟາກ​ຖະ​ໜົນເຕັມ​ໄປ​ດ້ວຍ​ຮ້ານຂາຍ​ເຄື່ອງ​ຂອງທີ່​ເຮັດ​ດ້ວຍ​ຊືນ. ດັ່ງ​ນັ້ນ​ການ​ເຄື່ອນ​ໄຫວ​ຄ້າ​ຂາຍ​ໃນ​ຖະ​ໜົນຈຶ່ງ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນຕະຫຼອດ​ວັນ ແລະ ຄືນ. ທ່ານ ຫງວຽນ​ວັນ​ຈຶກ, ຜູ້​​ເຮັດ​ອາ​ຊີບ​ນີ້​ມາ​ເປັນ​ເວ​ລາ​ເກືອບ 50 ປີ, ໃຫ້​ຮູ້​ວ່າ:

        “ກ່ອນນີ້, ຖະ​ໜົນ ຮ່າງ​ທຽກ ບໍ່​ຄຶກໂຄມ​ໜາ​ແໜ້ນ​ຄື​ໃນ​ປະ​ຈຸ​ບັນ. ກ່ອນ​ປີ 1970, ມີ​ປະ​ມານ 15 ຄອບ​ຄົວ​ເຮັດ​ອາ​ຊີບ​ຜະ​ລິດ​ເຄື່ອງ​ຂອງ​ດ້ວຍ​ຊືນເທົ່າ​ນັ້ນ. ໃນ​ຊຸມ​ປີ 1954 1955, ຖະ​ໜົນ​ ຮ່າງ​ທຽກ ເຄີຍຜະ​ລິດ​ຫີບ​ໃສ່​ເຂົ້າ​ໜົມ​ໃຫ້​​ບັນ​ດາຮ້ານ​ຂາຍ​ເຂົ້າ​ໜົມ​ຢູ່​ຖະ​ໜົນ ຮ່າງ​ບວມ. ​ໃນໄລ​ຍະ​ນີ້​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​​ດີທີ່​ສຸດ, ​ບາງ​ເທື່ອເຄື່ອງ​ຂອງ​ຜະ​ລິດ​ອອກ ກໍ່​ບໍ່​ຕອບ​ສະ​ໜອງ​ໄດ້​ຕາມຄວາມ​ຕ້ອງ​ການ​ທີ່​ນັບ​ມື້​ນັບຫຼາຍຂອງ​ຜູ້​ອຸປະ​ໂພ​ກ​”.

ຖະໜົນ ຮ່າງທຽກ - ໝູ່ບ້ານ ຟູ໋ທື໋, ຖະໜົນຫັດຖະກຳຕິດພັນກັບໝູ່ບ້ານຫັດຖະກຳ - ảnh 2

ຖະ​ໜົນ ຮ່າງ​ທຽກ
(ພາບ: ອິນເຕີແນດ)

        ບັນ​ດາ​ຜູ້​ເຮັດ​ອາ​ຊີບນີ້​ເປັນ​ເວ​ລາຫຼາຍ​ປີ​ຢູ່​ຖະ​ໜົນ ຮ່າງ​ທຽກ ໃຫ້​ຮູ້​ວ່າ, ອາ​ຊີບ​ຜະ​ລິດ​ເຄື່ອງ​ຂອງ​ດ້ວຍ​ຊືນ​ບາງ​ເທື່ອ​ຈະ​ເລີນ​ຮຸ່ງ​ເຮືອງ, ບາງ​ເທື່ອ​ກໍ່​ຖືກ​ຊຸດ​ໂຊມ. ພິ​ເສດ​ແມ່ນ ​ເມື່ອ​ຜູ້​ອຸປະໂພກ​ໃຊ້ເຄື່ອງ​ພ​ຼາ​ສ​ຕິກແທນ​ໃຫ້​ເຄື່ອງ​ອາ​ລູ​ມີ​ນຽມ ແລະ ເຄື່ອງຊືນນັ້ນ, ຫຼາຍ​ຄອບ​ຄົວ​ໃນ​ຖະ​ໜົນ​ໄດ້​ຄິດ​ເຖິງ​ເລື່ອງ​ຫັນ​ໄປ​ເຮັດ​ອາ​ຊີບ​ອື່ນ. ແຕ່​ພາຍຫຼັງ​ໃຊ້​ເຄື່ອງພ​ຼາ​ສ​ຕິກມາ​ໄດ້​ໄລ​ຍະ​ໜຶ່ງ, ຜູ້​ບໍ​ລິ​ໂພກ​ພັດເຫັນ​ວ່າ ເຄື່ອງ ພ​ຼາ​ສ​ຕິກ ບໍ່​ສາ​ມາດ​ທົນ​ກັບ​ຄວາມຮ້ອນ, ຄວາມ​​ເຢັນ​ໄດ້ ແລະ ກໍແຕກ​​ງາຍ… ເຂົາ​ເຈົ້າ​ຈຶ່ງ​ຫັນ​ມາ​ໃຊ້​ເຄື່ອງ​ອາ​ລູ​ມີ​ນຽມ​​ຄືນ​ໃໝ່. ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້ອາ​ຊີບນີ້​ມີ​ໂອ​ກາດ​ຟື້ນ​ຕົວ​ຄືນ​ມາ. ປະ​ຈຸ​ບັນ, ບັນ​ດາ​ຄອບ​ຄົວ​ເຮັດ​ອາ​ຊີບ​ຫັດ​ຖະ​ກຳ​ຢູ່​ຖະ​ໜົນ ຮ່າງ​ທຽກ ສ່ວນຫຼາຍ​ແມ່ນ​ຜະ​ລິດ​ຕາມ​ໃບ​ສ່ັງ​​ຊື້ສິນ​ຄ້າ. ສ່ວນ​ເຄື່ອງ​ຂອງ​ທີ່​ຜະ​ລິດ​ດ້ວຍ​ຈຳ​ນວນຫຼາຍ​ຄື: ຫີບ​ໃສ່ເອ​ກະ​ສານ, ບົວ​ຫົດ​ນ້ຳ, ຊາມ​ຂະ​ໜາດ​ຕ່າງໆ​ແມ່ນ​ຜະ​ລິດ​ຢູ່​ບ້ານ ຟູ໋​ທື໋ ທີ່ຂຶ້ນ​ກັບເມືອງ ຕື່​ລຽມ, ຮ່າ​ໂນ້ຍ, ເຊິ່ງ​ແມ່ນ​ບ້ານ​ເກີດ​ເມືອງນອນ​ຂອງ​ຊ່າງຫຼາຍ​ຄົນ​ທີ່​ເຮັດ​ອາ​ຊີບຫັດ​ຖະ​ກຳ​ຢູ່​ຖະ​ໜົນ ຮ່າງ​ທຽກ. ປະ​ຈຸ​ບັນ, ຢູ່​ໝູ່​ບ້ານ ຟູ໋​ທື໋ ມີ 70 – 80% ຈຳ​ນວນຄອບ​ຄົວ​ເຮັດ​ອາ​ຊີບ​ຜະ​ລິດ​ເຄື່ອງ​​ຊືນ. ໃນ 10 ປີ​ມານີ້, ມີຫຼາຍ​ຄອບ​ຄົວ​ໄດ້​ຜະ​ລິດ​ເຄື່ອງ​ຂອງ​ປະ​ເພດ​ຕ່າງໆ​ຄີ: ບົວ​ຫົດ​ນ້ຳ, ​ໂຖດອກ​ໄມ້​ປະ​ດັບ​ດ້ວຍ​ຊືນ ທັງ​ຮັບ​ໃຊ້​ພາຍ​ໃນ​ປະ​ເທດ, ທັງ​ສົ່ງ​ອອກ​ປະ​ເທດ​ໂຮນ​ລັງ, ກາ​ນາ​ດາ… ເອື້ອຍ​ໂດ​ທິ​ໂຮ່ຍ, ເຈົ້າ​ຂອງ​ຮາກ​ຖານ​ຜະ​ລິດ​ຂະ​ໜາດ​ໃຫ​ຍ່​ກວ່າ​ໝູ່ໃນ​ໝູ່ບ້ານ, ໃຫ້​ຮູ້​ວ່າ:

ຖະໜົນ ຮ່າງທຽກ - ໝູ່ບ້ານ ຟູ໋ທື໋, ຖະໜົນຫັດຖະກຳຕິດພັນກັບໝູ່ບ້ານຫັດຖະກຳ - ảnh 3
ໝູ່​ບ້ານ ຟູ໋​ທື໋ຜະ​ລິດເຄື່ອງຂອງ​ດ້ວຍ​ຊືນ​
(ພາບ: ອິນເຕີແນດ)

        “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ເລີ່ມ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໄປ​ຍັງ​ຕ່າງ​ປະ​ເທດນັບ​ແຕ່​ປີ 1999. ປີ​ນັ້ນ​ມີຫຼາຍ​ຄົນ​ສັ່ງຊື້​​ຜະ​ລິດ​ຕະ​ພັນຫຼາຍ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຕ້ອງ​ຈ້າງ​ຜູ້​ອອກ​ແຮງ​ງານ 700 ຄົນ​ມາ​ເຮັດ​ວຽກ​ຈຶ່ງ​ສາ​ມາດ​ຕອບ​ສະ​ໜອງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນໄດ້. ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມານີ້, ເສດ​ຖະ​ກິດ​ໂລກ​​ຖືກຊຸດ​ໂຊມ, ການ​ສົ່ງ​ອອກ ແລະ ໃບ​ສັ່ງຊື້​ສິນ​ຄ້າກໍ່ຫຼຸດ​ລົງ, ແຕ່​ຍັງ​ມີ​ຈຳ​ນວນ​ພໍ​ສົມ​ຄວນ​ເພື່ອ​ໃຫ້​ຄອບ​ຄົວ​ຜະ​ລິດ​ຢູ່”.

        ສິ່ງ​ພິ​ເສດ​ນັ້ນ​ແມ່ນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ຂອງ​ໝູ່​ບ້ານ ຟູ໋​ທື໋ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ລຸກ​ຄ້າ​ຕ່າງ​ປະ​ເທດ. ທ່ານ ໂດ​ມິນ​ຈີ໋, ເຈົ້າ​ຂອງ​ຮາກ​ຖານ​ຜະ​ລິດ​ຫັດ​ຖະ​ກຳ​ໃນ​ໝູ່​ບ້ານ, ໃຫ້​ຮູ້​ວ່າ:

        “ໝູ່ບ້ານຫັດ​ຖະ​ກຳ ຟູ໋​ທື໋ ພວກ​ຂ້າ​ພະ​ເຈົ້າ​ມີ​ມູນ​ເຊື້ອ​ຜະ​ລິດເຄື່ອງຂອງ​ດ້ວຍ​ຊືນ​ມາ​ແຕ່​ດົນ​ນານ​ແລ້ວ. ດັ່ງ​ນັ້ນ​ຜະ​ລິດ​ຕະ​ພັນ​​ສົ່ງ​ອອກຂອງ​ພວກ​ຂ້າ​ພະ​ເຈົ້າ​​ໄປ​ຍັງ​ປະ​ເທດ​ໂຮນ​ລັງ​ທັງ​ສວຍ​ງາມ, ທັງ​ມີ​ລັກ​ສະ​ນະ​ແກ່ງ​ແຍ້ງ​ສູງ ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນໆ​”.

        ຜ່ານ​ການ​ເວ​ລາ, ສາຍ​ພົວ​ພັນ​ລະ​ຫວ່າງ​ຖະ​ໜົນ​ຫັດ​ຖະ​ກຳ ແລະ ໝູ່​ບ້ານ​ຫັດ​ຖະ​ກຳ​ຍັງ​ຄົງ​ສະ​ໜິດ​ຕິດ​ພັນ​ກັນ​ຢູ່. ອາ​ຊີບ​ຫັດ​ຖະ​ກຳ​ຢູ່​ຖະ​ໜົນ ຮ່າງ​ທຽກ, ໝູ່​ບ້ານ ຟູ໋​ທື໋, ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ ແລະ ພັດ​ທະ​ນາ, ນີ້​ແມ່ນ​ພະ​ຍານຫຼັກ​ຖານ​ກ່ຽວ​ກັບ​ວັດ​ທະ​ນະ​ທຳໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳຂອງ​ທັງ​ລອງ - ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ