ທຸງນາຍ ປຽບເໝືອນອ່າວຫ້າລອງ ໃນເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອ

(VOVWORLD) -    ທຸງນາຍທີ່ເຂດອ່າງເກັບນ້ຳແມ່ນ້ຳດາ, ເມືອງກາວຟອງ, ແຂວງຮ່ວາບີງ, ແຕ່ດົນນານມາແລ້ວ ກໍແມ່ນສະຖານທີ່ດຶງດູດໃຈແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທຸງນາຍປຽບເໝືອນແຫ່ງທີ່ປະສານກົມກືນລະຫວ່າງດິນຟ້າກັບແມ່ນ້ຳລຳເຊຊຶ່ງອຸປະມາດັ່ງອ່າວຫ້າລອງຮັດແຄບໃນທ່າມກາງເຂດພູຜາປ່າໄມ້ ທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ
ທຸງນາຍ ປຽບເໝືອນອ່າວຫ້າລອງ ໃນເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອ - ảnh 1 ທຸງນາຍ ປຽບເໝືອນອ່າວຫ້າລອງໃນເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອ

ທຸງນາຍຖືກຕັ້ງຢູ່ຫ່າງຈາກນະຄອນຮ່ວາບີງປະມານ 25 ກມ ແລະ ຫ່າງຈາກຮ່າໂນ້ຍປະມານ 110 ກມ. ຕາມຊາວບ້ານ ທຸງນາຍ ແລ້ວ, ເມື່ອກ່ອນນີ້, ທຸງນາຍແມ່ນຮ່ອມພູທີ່ກ້ວາງໃຫຍ່ຖືກອ້ອມຮອບໄປດ້ວຍປ່າໄມ້ ແລະ ພູສູງ, ມີກວາງຢ່າງຫຼວງຫຼາຍ. ຍາມຕອນແລງ, ຝູງກວາງໄດ້ພາກັນລົງກິນນ້ຳຢູ່ແມ່ນ້ຳດາ, ອັນໄດ້ສ້າງເປັນພາບພົດທີ່ເປັນໜ້າຈັບໃຈ.

     ແຕ່ປີ 1979 ຫາ 1994, ຫວຽດນາມໄດ້ດຳເນີນກໍ່ສ້າງໂຮງງານໄຟຟ້ານ້ຳຕົກຮ່ວາບີງ ບົນແມ່ນ້ຳດາ, ດັ່ງນັ້ນເຂດຮ່ອມພູທຸງນາຍຖືກກໍ່ສ້າງເປັນອ່າງເກັບນ້ຳທີ່ກ້ວາງໃຫຍ່, ສາມາດຮັບໃຊ້ບັນດາກິດຈະກຳຊົນລະປະທານ. ຈາກບ່ອນສູງຫຼຽວເບິ່ງທາງລຸ່ມ, ທຸງນາຍມີຄວາມສວຍສົດງົດງາມດ້ວຍສີຂຽວອຸ່ມທຸ່ມຂອງເຂດພູຜາປ່າໄມ້.                                    ລະດູບານໃໝ່ແມ່ນຈຸດເວລາທີ່ ທຸງນາຍຕ້ອນຮັບແຂກທ່ອງທ່ຽວຫຼາຍທີ່ສຸດ ເພາະນີ້ແມ່ນຈຸດເວລາເພື່ອຮັບຊົມຄວາມງາມຂອງເຂດອ່າງເກັບນ້ຳ. ນອກຈາກໄດ້ຂີ່ເຮືອຊົມຄວາມງາມຂອງພູຜາປ່າໄມ້ ແລະ ແມ່ນ້ຳລຳເຊແລ້ວ, ແຂກທ່ອງທ່ຽວຍັງຈະໄດ້ຄົ້ນຫາບັນດາສະຖານທີ່ທ່ອງທ່ຽວອ້ອມເຂດທຸງນາຍເຊັ່ນ: ວິຫານ ແລະ ຖ້ຳທາກເບີ, ຕະຫຼາດທາກເບີ, ບັນດາຫມູ່ບ້ານຂອງຊາວເຜົ່າເມືອງ.

    ຈາກທ່າເຮືອ ທຸງນາຍ, ເຮືອຈະສົ່ງແຂກທ່ອງທ່ຽວໄປຢ້ຽມຊົມເຂດອ່າງເກັບນ້ຳ ແລະ ຈຸດແວ່ທຳອິດແມ່ນວິຫານພະແມ່ ທາກເບີ ທີ່ສັກສິດ. ວິຫານແຫ່ງນີ້ຕິດພັນກັບເລື່ອງລາວທີ່ວ່າ ປີ 1431, ເຈົ້າຊີວິດ ຫຼີທ້າຍໂຕ ນຳພາກອງທະຫານໄປຕີສັດຕູຢູ່ກີ່ວ ກາດຮ້ານ (ແຂວງເຊີນລາໃນປະຈຸບັນ), ແຕ່ເມື່ອເດີນຮອດບໍລິເວນ ທາກເບີ, ຕອນແມ່ນ້ຳດາໄຫລຜ່ານຕາແສງ ທຸງນາຍ, ຢູ່ນີ້ ນ້ຳໄຫລແຮງ, ມີຫຼາຍແກ້ງໃຫຍ່, ພົນທະຫານຂອງເຈົ້າຊີວິດ ບໍ່ສາມາດຜ່ານໄປໄດ້. ຄາວນັ້ນ ມີແມ່ຍິ່ງຊາວເຜົ່າເມື່ອງ ແລະ ຢ້າວ 2 ຄົນໄດ້ຂົນຂວາຍຊາວທ້ອງຖິ່ນ ເຂົ້າໄປປ່າເອົາໄມ້ເພື່ອຕໍ່ເຮືອ, ແພ ເພື່ອຊ່ວຍພົນທະຫານຂ້າມແມ່ນ້ຳເພື່ອຕີສັດຕູ. ພາຍຫຼັງຖືກເສຍຊີວິດ, ຊາວທ້ອງຖິ່ນໄດ້ນັບຖືແມ່ຍິງ 2 ຄົນນີ້ເປັນພະແມ່ ແລະ ໄດ້ກໍ່ຕັ້ງວິຫານເພື່ອບູຊາ. ທ່ານນາງ ດັ້ງທິລຽນ, ສັງກັດຄະນະຄຸ້ມຄອງວິຫານ ພະແມ່ ທາກເບີ ໃຫ້ຮູ້ວ່າ : 

      “ ເມື່ອເດີນທາງຮອດວິຫານພະແມ່ທາກເບີ ແມ່ນບໍ່ມີທາງບົກ, ຕ້ອງຂີ່ເຮືອ, ດັ່ງນັ້ນ ກໍມີໂອກາດໄດ້ຊົມທິວທັດທີ່ສວຍສົດງົດງາມ. ຖ້າຫາກ ຜູ້ໃດມີໂອກາດໄປທຸງນາຍ ແລະ ເຂົ້າໄຫວ້ບູຊາພະແມ່ ຕ່າງກໍມີຄວາມປະທັບໃຈ ຍາກທີ່ຈະລືມໄດ້ ຍ້ອນຄວາມງາມຂອງອ່າງເກັບນ້ຳ ປຽບເໝືອນອ່າວຫ້າລອງຮັດແຄບ  ”

     ຈາກວິຫານພະແມ່ທາກເບີ, ຂີ່ເຮືອປະມານ 10 ນາທີ່, ແຂກທ່ອງທ່ຽວຈະຮອດຖ້້ຳ ທາກເບີ ມີຄວາມເລິກກວ່າ 100 ແມັດ ດ້ວຍບັນດານົມຜາຫີນທີ່ມີຮູບຮ່າງຫຼາກຫຼາຍທີ່ເປັນເອກະລັກສະເພາະ ແລະ ເມື່ອເຄາະໃສ່ນົມຜາ ກໍເກີດສຽງດັ່ງຄືສຽງຄ້ອງ. ມາຢ້ຽມຢາມທຸງນາຍ ໃນຍາມງານບຸນຫຼືຍາມທ້າຍອາທິດ, ແຂກທ່ອງທ່ຽວຍັງໄດ້ໄປຕະຫຼາດບົນໜ້ານ້ຳ ເພື່ອຊື້ກຸ້ງ, ປາ, ສິນພິເສດຕ່າງໆ.

    ເມື່ອເຂື່ອນໄຟຟ້ານ້ຳຕົກຮ່ວາບີງ ຖືກກໍ່ສ້າງສຳເລັດ, ນ້ຳໃນແມ່ນ້ຳດາ ໄດ້ຂຶ້ນສູງຮອດເຄິ່ງພູ, ຖ້ວມໝົດຮ່ອມພູ, ອັນໄດ້ເຮັດໃຫ້ທຸງນາຍມີທິວທັດແມ່ນ້ຳລຳເຊປະສານກັບພູຜາປ່າໄມ້ທີ່ສວຍສົດງົດງາມຕື່ມອີກ. ແຂກທ່ອງທ່ຽວ ອາດຈະພັກຜ່ອນຢູ່ຕາມໂຮງແຮມ, ພັດຕະຄານຕັ້ງເທິ່ງເກາະດອນໃນກາງອ່າງເກັບນ້ຳ ພ້ອມທັງສາມາດຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາ ເຜົ່າສ່ວນໜ້ອຍຢູ່ແຫ່ງນີ້. ເຮືອນພັກ ໂກ້ຍໄຊຢໍ້ ກໍແມ່ນສະຖານທີ່ພັກເຊົ່າ ດຶງດູດແຂກມາພັກຜ່ອນຢ່າງຫຼວງຫຼາຍ. ປ້າ ຫງວຽນທິອີ ຜູ້ຄຸ້ມຄອງເຮືອນພັກ ໂກ້ຍໄຊຢໍ້ ໃຫ້ຮູ້ວ່າ :

    “ ແຂກທ່ອງທ່ຽວຊົມຊອບທິວທັດທຳມະຊາດຢູ່ທຸງນາຍ ແລະ ໃນເກາະທີ່ມີເຮືອນພັກ ເພາະຄວາມງາມ ແລະ ອາກາດປອດໂປ່ງ, ຢູ່ແຫ່ງນີ້ ຍັງມີອາຫານພິເສດຂອງເຜົ່າເມື່ອງ ຄື: ປີ້ງໝູ, ປີ້ງປາ, ຕົ້ມໄກ່, ຜັກປ່າຊະນິດຕ່າງໆ”

    ທຸງນາຍ ຍັງມີຫຼາຍສິ່ງທີ່ລຶກລັບເພື່ອໃຫ້ແຂກທ່ອງທ່ຽວຄົ້ນຫາ, ພິເສດແມ່ນສີສັນວັດທະນະທຳທີ່ເປັນເອກະລັກຂອງເຂດດິນບ້ານມູ ແລະ ບ້ານຢາໂມ້ ນອນຢູ່ຫ່າງຈາກທ່າເຮືອທຸງນາຍປະມານ 3 ກມ. ແຂກທ່ອງທ່ຽວ ອາດຈະຮັບປະທານອາຫານ, ພັກຜ່ອນຢູ່ເຮືອນຮ້ານ ແລະ ເຂົ້າຮ່ວມບັນດາການດຳເນີນຊີວິດປະຈຳວັນພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຫ່ງນີ້. ຖ້າຫາກຢາກຄົ້ນຫາ ທຳມະຊາດ, ແຂກທ່ອງທ່ຽວອາດຈະຍ່າງໄປ 1 ກມ ຕື່ມອີກ ກໍຈະຮອດຫ້ວຍແຈກ ດ້ວຍທິວທັດທຳມະຊາດທີ່ຮົກເຮື້ອວ່າງເປົ່າ, ສາຍນ້ຳໄສເຢັນ ເພື່ອພັກຜ່ອນຢ່ອນອາລົມ ແລະ ບຳລຸສຸຂະພາບອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ