ທັງລອງໃນເມື່ອກ່ອນແລະຮ່າໂນ້ຍປະຈຸບັນ

(vovworld)- ກ່ອນ​ນີ້ ກວ່າ 10 ສັດຕະວັດ, ​ເມື່ອ​ເຈົ້າ​ຊີວິດ ລີ​ກົງ​ອວນ (Lý Công Uẩn) ໄດ້​ເລືອກ​ເຟັ້ນ​ເຂດ​ດິນ​ແດນ ທັງ​ລອງ(ໝາຍ​ເຖິງ​ມັງກອນບິນ​ຂຶ້ນທ້ອງຟ້າ) ​ເພ່ືອ​ກໍ່ສ້າງ​ເມືອງ​ຫລວງ, ​ເຖິງ​ວ່າ​ຕ້ອງ​ຜ່ານ​ຜ່າ​​ການ​ຜັນ​ແປ​ໃຫຍ່​ຫຼາຍ​ຢ່າງ​ກໍ່​ຄື​ຜ່ານ​ຜ່າໄລຍະ​ ​ສົງຄາມອັນດຸ​ເດືອດ​ເພື່ອ​ຮັກສາ​ປະ​ເທດຊາດກໍ​ຕາມ ​ແຕ່​ຮ່າ​ໂນ້ຍ ຍາ​ມ​ໃດ​ກໍ​ແມ່ນ​ໝາກ​ຫົວ​ໃຈ​ຂອງ​ທັງ​ປະ​ເທດ. ບັນດາ​ຮ່ອງຮອຍ​ຂອງ​ພະ​ລາຊະ​ວັງ ທັງ​ລອງ ​ໃນ​ເມື່ອ​ກ່ອນ ​ແລະ ຂອບ​ຂະຫນາດ​​ແຫ່ງ​ການພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ນະຄອນຫລວງ ຮ່າ​ໂນ້ຍ ປະຈຸ​ບັນ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ​ຫວຽດນາມ.

ທັງລອງໃນເມື່ອກ່ອນແລະຮ່າໂນ້ຍປະຈຸບັນ - ảnh 1
ຮ່າໂນ້ຍປະຈຸບັນ ມີຕືກອາຄານຊັ້ນສູງຫລາຍຫລັງ
ພາບ:tapchibaohiem.vn

        ຕາມ​ເລື່ອງ​ລາວ​​ປະຫວັດສາດທີ່​ເລົ່າ​ຂານ​ກັນມາ​ແຕ່​ບູຮານ​ນະ​ການ​ແລ້ວ. ໃນລະດູ​ໃບ​ໄມ້​ຫລົ່ນ ປີ 1010, ​ເມື່ອ​ເຈົ້າ​ຊີວິດ ລີ​ກົງ​ອວນ ( ລີ​ທາຍ​ໂຕ໋) ຍ້າຍເມືອງ​ຫລວງຈາກ ຮວາ​ລື, ແຂວງ ນີງບີ​ງ ມາ ດ້າຍ​ລາ. ​ເວລາ​ນັ້ນ, ​​​ເຈົ້າ​ຊີວິດ ລີກົງ​ອວນ​​ໄດ້​ເຫັນ​ເມກ​ກ້ອນ​ຫນຶ່ງ​ທີ່ມີ​ຮູບຄ້າຍຄື​ກັບຮູບ​​ມັງກອນ​ພວມ​ບິນ​ຂຶ້ນ​ທ້ອງຟ້າ​. ສະ​ນັ້ນ ພະ​ອົງ​ກໍ່​ໄດ້​ຕັ້ງ​ຊື່​ໃຫ້​ເມືອງ​ຫລວງ​ໃຫມ່ນີ້​​ວ່າ ທັງ​ລອງ. ການ​ເລືອກ​ເຟັ້ນ​ເມືອງ​ຫລວງ ຂອງ​ເຈົ້າ​ຊີວິດ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ຊາວ​ຫວຽດນາມຫລາ​ຍລຸ້ນຄົນ. ​ເມືອງ​ຫລວງ ທັງ​ລອງ ​ແມ່ນ​ເຂດ​ດິນ​ແດນ​ມີ​ທີ່​ຕັ້ງ​ສະດວກ​ດ​້ານຄົມມະນາຄົມທີ່​ສຸດ, ​ເປັນ​ຕົ້ນ​ ​​ໃນການຂຶ້ນພູລົງນຳ້, ​ ​ເຂົ້າພາກໃຕ້ໄປພາກເຫນືອ, ​ພ້ອມ​ທັງມີ​ທ່າ​ໄດ້​ປຽບ​ໃນ​ການ​ພັດທະນາ. ​ໂດຍ​ຖືກຕັ້ງ​ຢູ່​ໃຈກາງ​​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ທີ່​ອຸດົມສົມບູນ, ​ ​ດິນ​ແດນ​ແຫ່ງ​ນີ້ ​ໄດ້​ກາຍ​ເປັນ​ສູນ​ການ​ເມືອງ ​ແລະ ສາສະຫນາ​ນັບ​ແຕ່​​ໄລຍະ​ທຳ​ອິດ​ແຫ່ງປະຫວັດສາດ​ຂອງຫວຽດນາມ. ນີ້​ກໍ​ແມ່ນ​ເຂດ​ດິນ​ທີ່​ເຕົ້າ​ໂຮມ​​ຜູ້​​ມີ​ຄວາມປີ​ຊາ​ສາມາດ​ທີ່​ມາຈາກ​ທຸກ​ສາລະ​ທິດຫຼາຍ​ຄົນ, ​ແມ່ນ​​ສິ່ງ​ຍອດ​ຍິ່ງ​ ​ສ້າງ​ເປັນ​ເມືອງ​ຫລວງ​​ທີ່​ຈະ​ເລີ​ນຮຸ່ງ​ແຮື​ອງ.

        ​ໃນ​ໄລຍະກວ່າ 10 ສັດຕະວັດ​ຜ່ານ​ມາ, ​ເມືອງ​ຫລວງ ທັງ​ລອງ​ ​ໃນ​ເມ່ືອ​ກ່ອນ ​ແລະ ຮ່າ​ໂນ້ຍປະຈຸ​ບັນ​ກາຍ​ເປັນ​ສູນ​ເສດຖະກິດ, ການ​ເມືອງ, ວັດທະນະທຳ​ຂອງ​ທົ່ວ​ປະ​ເທດ. ​ເມື່ອ​ປີ 2010, ກົງ​ກັບ​ໂອກ​າດ ນະຄອນຫລວງ ຮ່າ​ໂນ້ຍ ສະ​ເຫລີ​ມສະຫລອງ 1000 ປີ​ແຫ່ງ​ທັງ​ລອງ - ຮ່າ​ໂນ້ຍ, ມີ​​ປູຊະນີຍະສະຖານ​ປະຫວັດສາດ​ສຳຄັນຫລາຍ​ແຫ່ງ​ໃນ​ເຂດ​ປູຊະນີຍະສະຖານ ພະ​ລາຊະ​ວັງ ທັງ​ລອງ ໄດ້​ຮັບ​ການຄົ້ນ​ພົບ. ສິ່ງ​ດັ່ງກ່າວ​ພິສູດ​ໃຫ້​ເຫັນວ່າ ທັງລອງ - ຮ່າ​ໂນ້ຍ ​ແມ່ນ​ສູນ​ກາງຂອງ​ບັນດາສະ​ໄຫມ​ສັກ​ດີ​ນາ. ດຣ ຫງວຽນ​ວັນ​​ເຊີນ, ຜູ້ອຳນວຍການ​ສູນ​ປູຊະນີຍະ​ສະຖານ ພະ​ລາຊະ​ວັງ ທັງລອງ ​ໃຫ້​ຮູ້​ວ່າ:

        “ທັງ​ລອງ ​ໄດ້​ຜ່ານ​ຜ່າ​ໄລຍະ​ປະຫວັດສາດ​​ແຫ່ງ​ການພັດທະນາ​ເກືອບ 1.300 ປີ ຈາກ​ສະ​ໄຫມ ກາວ​ບຽນ, ຕະຫລອດ​ຮອດ​ສະ​ໄຫມ ລີ,​​ ​ເຈ​ີນ, ​ເລ, ໝາກ ​ແລະ ສ່ວນ​ຫນຶ່ງ​ຂອງ​ສະ​ໄຫມ​ລາຊະວົງ ຫງວຽນກໍ່​ຄືຜ່ານ​ຜ່າ​ຊຸມ​ປີທີ່ຖືກພວມ​ລ່າ​ເມືອງ​ຂຶ້ນ ຝລ່ັງ ຮຸກ​ຮານ​. ​ເປັນ​ອັນວ່າ ປະຫວັດສາດ​​ແຫ່ງ​ການພັດທະນາ​ຂອງ ​ເມືອງ​ຫລວງ ທັງ​ລອງ ​ແມ່ນ​ກວ່າ 1000 ປີ​ຢ່າງ​ລຽນ​ຕິດ, ​ໃນ​ນັ້ນ ​ເກືອບ 1000 ປີ​ແມ່ນ​ເມືອງ​ຫລວງ​ຂອງ​ປະ​ເທດ ດ້າຍ​ຫວຽດ ​ແລະ ປະຈຸ​ບັນ ​ແມ່ນ​ນະຄອນຫລວງ ຂອງ​ປະ​ເທດ ສສ ຫວຽດນາມ.”

ທັງລອງໃນເມື່ອກ່ອນແລະຮ່າໂນ້ຍປະຈຸບັນ - ảnh 2
ນະຄອນຫລວງຮ່າໂນ້ຍ

​    ​ໃນ​ຕະຫລອດ​​ສະ​ໄຫມ​ສັກ​ດີ​ນາ ຈາກ​ສະ​ໄຫມລາດ​ຊະ​ວົງ ​ເລ, ລີ, ​ໝາກ, ເມືອງ​ຫຼວງ ທັງ​ລອງ ​ແມ່ນ​ສະຖານ​ທີ່​ຄ້າຂາຍ​ສິນຄ້າ, ​ແມ່ນ​ສູນວັດທະນະທຳ, ການ​ສຶກສາ ຂອງ​ທັງ​ພາກ​ເຫນືອ​ຫວຽດນາມ.  ປີ 1902, ຮ່າ​ໂນ້ຍ ​ໄດ້ກາຍ​ເປັນ​ນະ​ຄອນ​ຫລວງ​ຂອງສະຫະພັນ ອິນດູຈີນ ​ໂດຍ​ຊາວ​ຝລ່ັງ ສ​້າງຂຶ້ນ.  ​ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​​ແອກ​ຄອບ​ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ ຝລັ່ງ​ເມື່ອ ປີ 1954 ຢ່າງ​ສິ້ນ​ເຊິ​ງ ​ແລະ ກາຍ​ເປັນ​ນະຄອນຫລວງຂອງ​ປະ​ເທດ ສາທາ​ລະນະ​ລັດ​ປະຊາ​ທິປະ​ໄຕ ຫວຽດນາມ. ປະຈຸ​ບັນ ​ແມ່ນ​ນະຄອນຫລວງ​ຂອງ​ປະ​ເທດ ສສ ຫວຽດນາມ. ​ໃນ​ພາລະກິດ​ປ່ຽນ​ແປງ​ໃຫມ່​ໃນປະຈຸ​ບັນ, ຮ່າ​ໂນ້ຍພວມ​ມີ​ການປ່ຽນ​ແປງ​ໃນ​ແຕ່​ລະ​ມື້, ມູ່ງ​ໄປ​ເຖິງ​ຕົວ​ເມືອງ​ທັນ​ສະ​ໄຫມ, ສີວິ​ໄລ ​ແລະ ມີ​ຄວາມຜາ​ສຸກ. ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ໃນ ພາລະກິດ​​ແຫ່ງ​ການພັດທະນາ​ຂອງ​ນະຄອນຫລວງ, ນັ້ນ​ແມ່ນ ວັນ​ທີ 1/8/2010, ມະຕິ​ຕົກລົງ​ຂອງ ສະພາ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​​​ເປີດ​ກວ້າງເຂດ​​ປົກຄອງຂອງ​ນະຄອນຫລວງ ຮ່າ​ໂນ້ຍ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ. ຕາມ​ນັ້ນ​ແລ້ວ, ​ເນື້ອ​ທີ່​ຂອງຮ່າ​ໂນ້ຍ ລວມ​ເອົາ​ເນື້ອ​ທີ່ສ່ວນ​ຫນຶ່ງ​ຂອງ​ແຂວງ ຫວີງ​ຟຸກ, ທັງແຂວງ ຮ່າ​​ໄຕ ​ແລະ ສ່ວນ​ຫນຶ່ງ​ຂອງ​ແຂວງ ຮ່ວາ​ບີ​ງ. ປະຈຸ​ບັນ ຮ່າ​ໂນ້ຍ ມີ​ເນື້ອ​ທີ່​ກວ່າ 3.300 ​ກິ​ໂລ​ຕາລາງ​ແມັດ, ກວ້າງ​ທົບ 3,6 ​ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້.  ​ເລື່ອງ​ດັດ​ປັບ​ ​ແລະ ​ເປີດ​ກວ້າງ​ເຂດ​ປົກຄອງ​ນະຄອນຫລວງ​ຄັ້ງ​ນີ້ ມີ​ຂອບ​ຂະຫນາດ ​ແລະ ມີ​ຄວາມ​ໝາຍ​ທີ່​ສຸດ, ຮັບປະກັນ​ໃຫ້ ຮ່າ​ໂນ້ຍ ​ພັດທະນາ​ໃນ​ໄລຍະ​ຕໍ່ຫນ້າ​ກໍ​ຄື​ຍາວ​ນານ. ກ່າວ​ຄຳ​ເຫັນ​ຕໍ່​ການ​ນຳ​ນະຄອນຫລວງ ຮ່າ​ໂນ້ຍ ​ໃນ​ໂອກາດ​ປະກາດ​​ແຜນຜັງ​ເປີດ​ກວ້າງ​ເຂ​ດປົກຄອງ​ນະຄອນຫລວງ ຮອດ​ປີ 2030 ​ແລະ ວິ​ໄສ​ທັດ ຮອດ​ປີ 2050, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

        “ນະຄອນຫລວງ​ມີ​ເນື້ອ​ທີ່​ກວ່າ 3000 ກິ​ໂລ​ຕາລາງ​ແມັດ ​ແມ່ນ​ນະຄອນຫລວງ​ມີ​​ໃຫຍ່​ໃນ​ໂລກ ​ແລະ ຈຸດປະສົງ​ຂອງ​ການວາງ​ແຜນຜັງ​ນະຄອນຫລວງ​ແມ່ນ​ເພື່ອ​ເປີດ​ກວ້າງ​ເນື້ອ​ທີ່​ດິນ​ພັດທະນາ. ​ໃນ​ການວາງ​ແຜນຜັງ, ​ຂົງ​ເຂດ​ເສດຖະກິດ, ວັດທະ ນະທຳ ຕ້ອງ​ປະຕິບັດ​ຢ່າງ​ລະອຽດ, ຕ້ອງຄິດ​ໄລ່​ເຖິງ​ປັດ​ໄຈ​ພັດທະນາ. ການວາງ​ແຜນ​ຜັງ​ເປີດ​ກວ້າງ​ນະຄອນຫລວງ ​ແມ່ນ​ບາດກ້າວ​ຍາວ​ນານ. ຮ່າ​ໂນ້ຍ ​​ເປີດ​ກວ້າງ ​ແມ່ນ​ນະຄອນຫລວງ​ຂອງ​ປະ​ເທດ​ຊາດ​ໃນ​ອະນາຄົດ​ດ້ວຍ​ພົນລະ​ເມືອງ 120 ລ້ານ​ຄົນ, ນະຄອນຫລວງ​ຂອງ​ປະ​ເທດ​​ແຫ່ງ​ສີວິ​ໄລ, ທັນ​ສະ​ໄຫມ, ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.”

        ດ້ວຍ​ການ​​ວາງ​ແຜນຜັງ​ນະຄອນຫລວງ, ຄວາມ​ໄຝ່ຝັນ​ກ່ຽວ​ກັບ​ນະຄອນ​ທີ່​ສວຍ​ງາມ​ຢູ່​ແຄມ​​ແມ່​ນ້ຳ​ແດງ ພວມ ​​ແລະ ຈະປະກົດ​ຜົນ​ເປັນ​ຈິງ. ນະຄອນຫລວງ ຍັງ​ຄົງສືບ​ຕໍ່​ສື​ບທອດ​ບັນດາ​ຄຸນຄ່າ​ວິທະຍາສາດ, ສິລະ​ປະ, ປະຫວັດ​ຄວາມ​ເປັນ​ມາ ​ແລະ ພັດທະນາ​ຂອງ​ຕົວ​ເມືອງ​ຫວຽດນາມ ​ແລະ ຍາ​ມ​ໃດ​ກໍ​ຕິດ​ພັນ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ ​ແລະ ທັດສະນີ​ຍະ​ພາບ​ທຳ​ມະ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ