ທັດສະນີຍະພາບ ຕາມກົກ - ບິກດົ້ງ

​ເຂດ​ທ່ອງ​ທ່ຽວ ຕາມ​ກົກ - ບິ​ກດົ້ງ ຫ່າງ​ຈາກນະຄອນຫຼວງ ຮ່າ​ໂນ້ຍ ​ໄປ​ທາງ​ທິດ​​ໃຕ້ 100 ກມ, ​ເຊິ່ງຂຶ້ນ​ກັບ​ຕາ​ແສງນິງຫາຍ, ​ເມືອງ​ຮວາ​ລື, ​ແຂວງ​ ນິງບິ່ງ. ນີ້​ແມ່ນ​ເມືອງ​ຫຼວງ​ໃນ​ເມື່ອ​ກ່ອນ, ​ທີ່​ມີ​ປູຊະນີຍະສະຖານປະຫວັດສາດ, ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມຫຼາຍ​ແຫ່ງ. ​ໂດຍ​ນອນ​ຢູ່​ເຂດ​ພູຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫຖານດ້ວຍ​ລະບົບ​ຖ້ຳ​ທີ່ມະຫັດ​ສະ​ຈັນ, ​ແລະ ​ແມ່​ນ້ຳ​ລຳ​ເຊ​ທີ່​ສວຍ​ງາມ. ຕາມ​ກົກ - ບິ​ກດົ້ງ ຖືກ​ປຽບທຽບ​​ເໝືອນ​ດັ່ງ ”ອ່າວ​ຮ້າ​ລອງ ​ເທິງ​ບົກ”.

ທັດສະນີຍະພາບ ຕາມກົກ - ບິກດົ້ງ - ảnh 1

ຄວາມງາມຂອງຖ້ຳບິກດົ້ງ

    ເຂດ​ທ່ອງ​ທ່ຽວ ຕາມ​ກົກ - ບິ​ກດົ້ງ ລວມມີ​ລະບົບ​ ຖ້ຳ​ພູ​ຫີນ​ປູນ ​ແລະ ປູຊະນີຍະສະຖານ​ປະຫວັດສາດ​ທີ່​ກ່ຽວຂ້ອງ​​ເຖິງ​ສະ​ໄໝ​ລາດ​ຊະ​ວົງ​ເຈິ່ນ (ສະຕະວັດ 13 - 14). ​ແຂກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​ສາມາດ​​ຍ່າງ​​ເລາະ, ຂີ່​ລົດຖີບ, ລ່ອງເຮືອ ຫຼື​ປີນພູ ​ເພື່ອ​ທ່ຽວ​ຊົມ. ​ແຕ່​ຮູບ​ການທ່ອງທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ນັ້ນ​ແມ່ນ​ລ່ອງ​ເຮືອທ່ຽວ. ຕາມ​ກົກ, ໝາຍ​ຄວາມ​ວ່າ ”ຖ້ຳ 3 ​ແຫ່ງ”, ​ເຊິ່ງລວມມີ ຖ້ຳ​ກາ (ຖ້ຳ​ທີ​ໜຶ່ງ), ຖ້ຳ​ຮາ​ຍ (ຖ້ຳ​ທີ​ສອງ) ​ແລະ ຖ້ຳ​ບາ (ຖ້ຳ​ທີ​ສາມ). ລ່ອງ​ເຮືອ​ຕາມ​ແມ່​ນ້ຳ​ໂງ​ດົ່ງ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ທິວທັດທຳ​ມະ​ຊາດທີ່ສວຍ ງາມຂອງເຂດພູເຂົາ, ທົ່ງນາ, ​ແມ່​ນ້ຳ​ລຳ​ເຊ. ສະຖານທີ່ທຳອິດ ທີ່​ນັກ​ທ່ອງ​ທ່ຽວ​ຈະ​ແວ່​ຢາມນັ້ນແມ່ນວັດບິກດົ້ງ ຫຼືເອີ້ນວ່າ ”​ແບກ​ງອກ​ເທ​ນ​ເຊີນ​ດົ່ງ” ໝາຍ​ຄວາມ​ວ່າ​ວັດ​ດ້ວຍ​​ເພັດ​ຂາວ​ທີ່​ສວຍ​ງາມ​​ຢູ່ໃນ​ເຂດ​ພູ​ເຂົາ. ​ເບື້ອງ​ຫຼັງ​ຂອງວັດ​ແຫ່ງ​ນີ້​ແມ່ນ​ອີງ​ໃສ່​ພູ, ສ້າງ​ເປັນ​ທັດສະນີ​ຍະ​ພາບ​ທີ່​ແປກ​ປະຫຼາດ. ວັດ​ບູຮານ​ແຫ່ງ​ນີ້ ​​ໄດ້​ກາຍ​ເປັນ​ແຫ່ງ​ທີ່​ດຶງດູດນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມາ​ຢ້ຽມຢາມທີ່​ສຸດ. ຫ່າງ​ຈາກ​ວັດ​ບິ​ກດົ້ງ ບໍ່​ໄກ​ປານ​ໃດ ​ແມ່ນ​ວັດ​ບູຮານ​ນິງກົກ, ​ເຊິ່ງຕັ້ງ​ຢູ່​ເນີນພູ, ​​ຂ້າມ​ວັດ​ນິງກົກ, ​ແຂກ​ທ່ອງ​ທ່ຽວ​ຈະ​ໄປ​ຮອດ​ຖ້ຳ​ຕຽນ (ຖ້ຳ​ເທວະ​ດາ) ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ທັດສະນີ​ຍະ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ແຂວງ​ນິງບິ່ງ. ຖ້ຳ​ຕຽນ​ປຽບ​ເໝືອນ​ຫໍ​ປະສາດ​ບູຮານ​ທີ່​ມີ​ສະຖາປັດຕະຍະກຳ​ໃຫຍ່​ໂຕ ​ແລະ ​ເຄັ່ງ​ຂຶມ, ອັນ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນຮູ້​ສຶກວ່າ​ຕົນ​ເອງ​ພວມ​​ຢູ່​ໃນ​​ແດນ​ສະຫວັນ. ​ໃນ​ຖ້ຳ​ມີ​ຫີນ​ນົມ​ຜາ, ຫີນ​ລາຍ​ດ້ວຍ​ສີ​ຫຼາກ​ຫຼາຍ​ທີ່​ເຫຼື້ອມ​​ແວວ​ວາວ ປຽບ​ເໝືອນ​ຮາກ​ໄມ້​ກົກ​ໃຫຍ່, ຫີນ​ນົມ​ຜາ, ຫີນ​ອ່ອນ​ຢູ່​ທີ່​ນີ້ມີ​ຮູບຊົງ​ທີ່​ແປກ​ປະຫຼາດ ດ້ວຍ​ຫຼາຍ​ຮູບ​ທີ່​ແຕກ​ຕ່າງ​ກັນ. ອ້າຍ ​ໂດ​ວັນ​ໂຮ່ຍ, ຜູ້ນຳ​ທ່ຽວ, ​ໃຫ້​ຮູ້​ວ່າ:

    ”ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນຮູ້​ສຶກ​ແປກ​ປະຫຼາດ​ໃຈທີ່​ສຸດ​ຕໍ່​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຢູ່​ແຫ່ງ​ນີ້. ນັ້ນ​ແມ່ນ​ຫີນ​ນົມ​ຜາ​ຮູບ​ຕົ້ນ​ພ້າວ, ຮູບຮ້ານດອກ​ໄມ້ນາໆ​ສີ, ພາ​ ດ້ວຍຫີນ… ຖ້ຳ​ຕຽນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ. ນີ້​ແມ່ນ​ແຫ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຫຼາຍ​ທີ່​ສຸດ”

ທັດສະນີຍະພາບ ຕາມກົກ - ບິກດົ້ງ - ảnh 2

ລ່ອງເຮືອໄປທ່ອງທ່ຽວຕາມກົກບິກດົ້ງ

    ບົນ​ເສັ້ນທາງ​​ເດີນ, ນັກ​ທ່ອງ​ທ່ຽວ​ກໍ່​ມີ​ໂອກາດ​ແວ່ຢາມ​ຖ້ຳ​ທຽນ​ເຮືອງ, ​ເຊິ່ງ​ແມ່ນ​ຖ້ຳ​ທີ່​ສວຍ​ງາມ​ຕັ້ງ​ຢູ່​ເນີນ​ພູ, ທັງ​ແມ່ນ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ທີ່​ລື​ຊື່. ຖ້ຳ​ມີ​ລວງ​ສູງ​ປະມານ 60 ມ, ​ເພດານກວ້າງ, ດັ່ງ​ນັ້ນ​ຖ້ຳ​ຈຶ່ງ​ມີ​ຊື່ວ່າ​ຖ້ຳ​ເຈີ່ຍ (ຖ້ຳ​ຟ້າ), ຢູ່​ໃນ​ຖ້ຳ​ມີ​ວິຫານ​ບູ​ຊາ​ພະນາງ ​ເຈິ່ນທິຢຸງ, ມະ​ເຫ​ສີຂອງ​ເຈົ້າ​ຊີ​ວິດ ຫຼີ​ເຫ້ວຕົງ. ທ່ານ ​ເລ​ວັນ​ຮ໋ຽວ, ພະນັກງານ​ຄະນະ​ຄຸ້ມ​ຄອງ​ປູຊະນີຍະສະຖານ​ແຫ່ງ​ນີ້, ​ໃຫ້​ຮູ້​ວ່າ:

    ”ທຽນ​ເຮືອງ​ດົ້ງ ໝາຍ​ຄວາມ​ວ່າ​ຟ້າ​ສົ່ງ​ກິ່ນ​ຫອມ​ຫວນ, ຖ້າ​ມາ​ແຫ່ງ​ນີ້​ໃນ​ຕອນທ່ຽງ ນັກ​ທ່ອງ​ທ່ຽວຈະ​ເຫັນ​ແສງຕາ​ເວັນ​ເຫຼືອງ​ເຫຼື້ອມ​​ທີ່​ສ່ອງ​ແສງລົງ​ມາໃນ​ຖ້ຳ. ​ເຂົ້າ​ຖ້ຳ​ທຽນ​ເຮືອງ ນັກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ຊົມ​ແສງຕາ​ເວັນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສຳ​ພັດ​ກັບ​ສາຍ​ລົມ​ທີ່​​ເຢັນ​ສະບາຍອີກ​ດ້ວຍ. ນີ້​ແມ່ນ​ແຫ່ງ​ທີ່ຄົນ​ໃນ​ເມື່ອ​ກ່ອນ​ກໍ່ສ້າງ​ວິຫານ​ບູຊາ​ພະນາ​ງ ​ເຈິ່ນທິຢູງ.”

    ຕາມ​ພົງສາວະດານ​ແລ້ວ, ພະນາ​ງ ​ເຈິ່ນທິຢຸງ ​ແມ່ນ​ຜູ້​ທີ່​​ໄດ້ສອນ​ອາຊີບ​ຖັກ​ແສ່ວ​ໃນ​ລາດ​ຊະ​ວັງ​ໃຫ້​​ແກ່ປະຊາຊົນ​ໃນ​ໝູ່ບ້ານ​ວັນ​ເລິ​ມ. ​ດັ່ງ​ນັ້ນ​ເຂົາ​ເຂົ້າ​ຈຶ່ງຖື​ພະນາ​ງ​ແມ່ນ​ບຸລຸດ​ຜູ້​ປະດິດ​ສ້າງ​ອາຊີບ​ຖັກ​ແສ່ວ. ​ເມື່ອ​ມາ​ຢ້ຽມຢາມ​ໝູ່​ບ້ານ​ອາຊີບ​ຖັກ​ແສ່ວ​ວັນ​ເລິ​ມ, ນັກ​ທ່ອງ​ທ່ຽວ​ສາມາດ​ແວ່​ຢາມ​ຮ້ານ​ຂາຍ​ເຄື່ອງ​ຖັກ​ແສ່ວ ​ແລະ ຊື້​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ນີ້​ເພື່ອເປັນ​ຂອງຕ້ອນ​ຂອງ​ຝາກ​ໃຫ້​ແກ່​ຍາດຕິ​ພີ່ນ້ອງ ​ແລະ​ ໝູ່​ເພື່ອນ. ​ແຕ່​ສິ່ງ​ຈັບ​ອົກ​ຈັບ​ໃຈ​ກວ່າ​ນັ້ນ​ແມ່ນ, ນັກ​ທ່ອງ​ທ່ຽວ​ຈະ​ມີ​ໂອກາດ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ໝູ່​ບ້ານ​ອາຊີບ​ນີ້. ​ເອື້ອຍ ຫງວຽນ​ທິອ໋ຽນ, ​ເຈົ້າຂອງ​ຮ້ານ​ຂາຍ​ເຄື່ອງ​ຢູ່​ວັນ​ເລິ​ມ, ​ໃຫ້​ຮູ້​ວ່າ:

    ”ອາຊີບ​ຖັກ​ແສ່ວ​ຢູ່​ວັນ​ເລິ​ມ ມີ​ມາ​ກ່ອນ​ນີ້​ປະມານ 700 ປີ, ​​​ແລະ ​ຕິດ​ພັນ​ກັບ​ປູຊະນີຍະສະຖານ​ປະຫວັດສາດວິຫານ​ບູຊາ​ພະນາ​ງ ​ເຈິ່ນທິຢຸງ. ປະຈຸ​ບັນ, ຜະລິດ​ຕະພັນ​ຖັກ​ແສ່ວ​ຂອງ​ໝູ່​ບ້ານ​ວັນ​ເລິ​ມ​ໄດ້​ມີໜ້າ​ຢູ່​ຕະຫຼາດ​ຫຼາຍ​ແຫ່ງ ທັງ​ຢູ່​ພາຍ​ໃນ ​ແລະ​ ຕ່າງປະ​ເທດ. ​ເຄື່ອງ​ຖັກ​ແສ່ວ​ຂອງພວກ​ເຮົາທັງ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ, ທັງ​ສົ່ງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ. ​ຜະລິດ​ຕະພັນ​ຖັກ​ແສ່ວ​ວັນ​ເລິ​ມ ມີ​ນັບ​ຮ້ອຍຮູບ​ແບບທີ່​ຕ່າງ​ກັນ, ​ແຕ່​ຍັງ​ຄົງ​ມີ​ຈຸດ​ທີ່​ເປັນ​ເອກະລັກສະ​ເພາະຢູ່​, ຍ້ອນວ່າ​ມັນ​​ມີ​ການ​ສົມທົບ​ຫຼາຍ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ, ສ້າງ​ເປັນ​ຜະລິດ​ຕະພັນພິ​ເສດສະ​ເພາະຂອງ​ວັນ​ເລິ​ມ”.

ທັດສະນີຍະພາບ ຕາມກົກ - ບິກດົ້ງ - ảnh 3

ທັດສະນີຍະພາບຢູ່ໃນຖ້ຳ

    ​​ໃນ​ການ​ເດີນທາງ, ນັກ​ທ່ອງ​ທ່ຽວ​ຍັງ​ມີ​ໂອກາດ​ໄປ​ຢ້ຽມຢາມ ປູຊະນີຍະສະຖານ ​ແລະ ​ທັດສະນີ​ຍະ​ພາບທີ່​ສວຍ​ງາມ​ຫຼາ​ຍແຫ່ງ​ອີກ​ຄື: ຖ້ຳ​ຊວຽນ​ຖູ​ຍ, ວິຫານ​ທ້າຍ​ວີ, ຫ້ວຍ​ຕຽນ, ວິຫານ​ໂນ້ຍ​ເລິ​ມ, ຖ້ຳ​ມົວ.. ຫຼື​ເຂດ​ເຮືອນ​ຮູ​ຮານ ​ໂກວ້ຽນ​ເລົ່າ. ປະຈຸ​ບັນ, ​ເຂດ​ທ່ອງ​ທ່ຽວ ຕາມ​ກົກ - ບິ​ກ ດົ້ງ ​ໄດ້​ຮັບ​ການ​ວາງ​ແຜນ​ກຳນົດ​ເປັນ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ, ​ເຂດທ່ອງ​ທ່ຽວ​ທັດສະນີ​ຍະ​ພາບ, ວັດທະນະທຳ, ປະຫວັດສາດ, ງານ​ບຸນ, ຈິດ​ວີນຍານ. ​ແລະ ປະຈຸ​ບັນ, ຕາມ​ກົກ - ບິ​ກດົ້ງ ​ແມ່ນໜຶ່ງ​ໃນ​ຈຳນວນ​ເຂດ​ທ່ອງ​ທ່ຽວ 20 ​ແຫ່ງ​ຂອງ​ຫວຽດນາມ​ທີ່​ໄດ້​ຮັບ​ການລົງທຶນຈາກ​ລັດຖະບານ​ເພື່ອກໍ່ສ້າງ, ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ, ​​ເຮັດ​ໃຫ້​ ຕາມ​ກົກ - ບິ​ກດົ້ງ ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ຂຽວ, ສະອາດ, ສວຍ​ງາມ, ​ແມ່ນ​ຈຸດ​ນັດ​ພົບ​ໃຫ້​ນັກ​ທ່ອງ​ທ່ຽວ​ທຸກ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ