ທັດສະນີຍະພາບໜອງບາເບ - ແຂວງບັກກ້ານ

(vovworld) -  ໜອງ​ບາ​ເບ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ຂຶ້ນ​ກັບ​ຕາ​ແສງ ນາມ​ເມົ້າ (Nam Mau), ເມືອງ ບາ​ເບ, ແຂວງ ບັກ​ກ້ານ, ຫ່າງ​ຈາກ​ຮ່າ​ໂນ້ຍ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ປະ​ມານ 220 ກມ, ​ແລະ ຫວ່າງ​ແລ້ວນີ້, ໄດ້​ຮັບ​ການ​ຮັບ​ຮອງ​ຈາກລັດ​ຖະ​ບານ​ຫວຽດ​ນາມ ວ່າ​ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ. ກ່ອນ​ໜ້າ​ນັ້ນ, ປີ 1995, ກອງ​ປະ​ຊຸມ​ບັນ​ດາ​ໜອງນ້ຳຈືດ​​ຂອງໂລກ, ​ເຊິ່ງຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ ໄດ້​ຮັບ​ຮອງວ່າ ໜອງ​ບາ​ເບ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜອງນ້ຳຈືດພິ​ເສດ​ 20 ແຫ່ງ​ຂອງ​ໂລກທີ່​ຄວນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້. ທ້າຍ​ປີ 2004, ປ່າ​ສະ​ຫງວນ​ບາ​ເບ ໄດ້​ຮັບ​ການ​ຮັບ​ຮອງວ່າ​ແມ່ນ​ປ່າ​ມໍ​ລະ​ດົກ​ຂອງອາ​ຊຽນ. ປີ 2011, ໜອງ​ບາ​ເບ ໄດ້​ຮັບ​ການ​ຮັບ​ຮອງວ່າ​ແມ່ນ​ເຂດ Ramsar (ໝາຍ​ເຖິງເຂດ​ນ້ຳຖ້ວມ​ທີ່​ມີ​ຄວາມ​ສຳ​ຄັນ​​ລະ​ດັບ​ໂລກ) ແຫ່ງ​ທີ 1938. ໃນ​ລາຍ​ການ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ ພາກນີ້, ເຊີນ​ທ່ານ​ຮັບຟັງ​ບົດ​ຂອງ​ນັກ​ຂ່າວ ໂຕ​ຕ໋ວນ ທີ່​ແນະ​ນຳ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​ໜອງ​ບາ​ເບ.

ທັດສະນີຍະພາບໜອງບາເບ - ແຂວງບັກກ້ານ - ảnh 1

ໜອງບາເບ

(ພາບອິນເຄີແນດ)

        ຊ່າວ​ທ້ອງ​ຖີ່ນ​ເອີ້ນ ບາ​ເບ ແມ່ນ Slampe ໝາຍ​ຄວາມ​ວ່າ ໜອງສາມ​ແຫ່ງ. ໂດຍນອນ​ໃນ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່ກວ້າງ​ໃຫ​ຍ່, ໜອງ​ບາ​ເບ ມີ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ ແລະ ງາມດັ່ງ​ໃນ​ຝັນ ດ້ວຍ​ອາ​ກາດ​ເຢັນ​ສະ​ບາຍ. ໃນ​ຍາມເຊົ້າ​, ໜອງ​ມີ​ຄວາມ​ງາມ​ແບບ​ມະ​ຫັດ​ສະ​ຈັນ, ເມື່ອ​ຮູບ​ພາບ​ພູ​ຜາປ່າ​ໄມ້ ແລະ ໝູ່​ບ້ານ​ລີ້​ຊ້ອນ​ໃນມ່ານນ້ຳ​ໝອກ​ທີ່​ປົກ​ຄຸມ​ໄປ​ທົ່ວ​ໜອງ​ນ້ຳ. ບາງ​ເທື່ອ​ກໍ່​ໄດ້ເຫັນ​ບັນ​ດາ​ນາງ​ສາວ​ຊາວເຜົ່າ​ໄ​ຕ່ ໃນ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ສີ​ຄາມ​ພວມ​ລ່ອງ​ເຮືອ​ໄມ້​ເທິງ​ໜອງນ້ຳ​ທີ່ກວ້າງ​ໃຫ​ຍ່. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ແຫ່ງນີ້ ​ນັ້ນ​ແມ່ນ​​ທັງລ່ອງ​ເຮືອ​ຈັກໄປ​ທ່ຽວ​ຊົມ​ທັດ​ສະ​ນີ​ຍະ​ພາບ​ຂອງ​ໜອງ, ທັງ​ຮັບ​ຟັງ​​ຊາວ​ທ້ອງ​ຖີ່ນ​ເລົ່າ​ເລື່ອງ​ນິ​ທານກ່ຽວ​ກັບ​ໜອງ. ເຮືອ​ຈະ​​ພາ​ທ່ານ​ໄປ​ຢ້ຽມ​ຢາມ​ບັນ​ດາ​ເກາະ, ສະ​ຖານ​ທີ່​ມະ​ຫັດ​ສະ​ຈັນ​ຕ່າງໆ​ເຊັ່ນ: ອາວ​ຕຽນ (ສະ​ເທວະ​ດາ) ເທິງ​ຈອມ​ພູ​ຫີນປູນ, ທີ່​ຫ່າງ​ຈາກ​ໜອງ ບາ​ເບ 100 ແມດ, ອາວ​ຕຽນ​ມີ​ນ້ຳເຕັມ​ສະ​ຕະຫຼອດ​ປີ. ເລື່ອງ​ລາວ​ເລົ່າ​ສູ່​ຟັງ​ວ່າ, ແຕ່ກີ້​ແຕ່​ກ່ອນ ບັນ​ດາ​ເທວະ​ດາ​ເຄີຍ​ລົງ​ອາບ​ນ້ຳ​ຢູ່​ທີ່ນີ້ ດັ່ງ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ​ອາວ​ຕຽນ (ສະ​ເທວະ​ດາ), ຫຼື​ນິ​ທານ​ກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງ​ໜອງ​ບາ​ເບ. ນອກ​ຈາກ​ໄປ​ທ່ອງ​ທ່ຽວ​ເຂດ​ພູ​ຜາ​ທີ່​ກວ້າງ​ໃຫ​ຍ່​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດ​ໄປ​ຢາມ​ຖ້ຳ​ປວງ ທີ່​ມີ​ຄວາມ​ຍາວ 300 ແມດ, ສູງກວ່າ 30 ແມດ ດ້ວຍ​ຫີນ​ນົມ​ມະ​ຫັດ​ສະ​ຈັນ ແລະ ສວຍ​ງາມນັບ​ໝື່ນຮູບ​. ບ່ອນ​ສຸດ​ທ້າຍ​ທີ່​ມີຫຼາຍ​ຄົນ​ມັກມາ​ຢ້ຽມ​ຢາມທີ່​ສຸດ​ນັ້ນ​ແມ່ນ​ຕາດ ເດົາ​ດັງ (Dau Dang) ທີ່ມີ​ຄວາມ​ຍາວກວ່າ 1000 ແມດ, ເຊິ່ງ​ປະ​ກອບ​ດ້ວຍ​ຫີນໃຫ​ຍ່​ນ້ອຍ​ສາມ​ຊັ້ນ, ອັນ​ໄດ້​ເຮັດ​ໃຫ້​ໜອງ​ບາ​ເບ ​ຍິ່ງ​ມີ​ຄວາມ​ສວຍ​ງາມ​ແບບ​ທຳ​ມະ​ຊາດກວ່າ.

ທັດສະນີຍະພາບໜອງບາເບ - ແຂວງບັກກ້ານ - ảnh 2

ໜອງບາເບ

(ພາບອິນເຄີແນດ)

        ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຍ້ອນ​ຄວາມ​ງາມ​ຂອງ​ໜອງນ້ຳ​ເທົ່າ​ນັ້ນ, ບາ​ເບ ຍັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຍ້ອນ​ລະ​ບົບ​ປ່າ​ສະ​ຫງວນ ດ້ວຍພືດ​ສາ​ຊາດ​ກວ່າ 417 ປະ​ເພດ, ສັດທີ່​ມີ​ກະ​ດູດ​ສັນຫຼັງ 299 ປະ​ເພດ. ໃນໜອງ​ມີ​ປານ້ຳຈືດປະ​ມານ 50 ປະ​ເພດ, ໃນ​ນັ້ນ​ມີ​ບາງ​ປະ​ເພດ​ແມ່ນ​ປາ​ທີ່​ມີ​ຄ່າ​ຫາ​ຍາກ. ມາ​ຢ້ຽມ​ຢາມ​ບາ​ເບ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ເຜົ່າ​ຕ່າງໆ​ຄື: ໄຕ່, ມົງ, ຢ້າວ​ອີກ​ດ້ວຍ. ບ້ານ​ປັກ​ງ່ອຍ (Pac Ngoi) ຂອງ​ຊາວ​ເຜົ່າ​ໄຕ່ ດ້ວຍ​ເຮືອນ​ຮ້ານກວ່າ 70 ຫຼັງ ຢູ່​ເບື້ອງຫຼັງ​ແມ່ນ​ອີງ​ໃສ່​ເນີນພູແຄມ​ໜອງ. ນີ້​ແມ່ນ​ແຫ່ງ​ທີ່​ນັກ​ທ່ອງ​ທ່ຽວ​ຄັດ​ເລືອກ​ເປັນ​ບ່ອນ​ພັກ​ຜ່ອນ. ປັກ​ງ່ອຍ ແມ່ນ​ໝູ່​ບ້ານ​ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວເຜົ່າໄຕ່ໄວ້ໄດ້. ທ່ານ ໂງວັນ​ຕ່​ວານ, ເຈົ້າ​ຂອງ​ເຮືອນ​ຮ້ານຫຼັງ​ໜຶ່ງ, ໃຫ້​ຮູ້​ວ່າ:

        “​ປະ​ຈຸ​ບັນ, ບ້ານ​ປັກ​ງ່ອຍ​ ຂອງພວກ​ຂ້າ​ພະ​ເຈົ້າມີ​ພົນ​ລະ​ເມືອງ​ປະ​ມານ 350 360 ຄົນ, ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ຊາວ​ເຜົ່າ​ໄຕ່, ເຊິ່ງ​ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊີບ​ປູກ​ສາ​ລີ, ປູກ​ເຂົ້າຢູ່​ຫາດ​ໜອງນ້ຳເປັນ​ຕົ້ນ​ຕໍ່ ແລະ ອາ​ຊີບ​ສຳ​ຮອງ​ຢູ່​ທີ່ນີ້​ແມ່ນ​ຫາ​ປາ​ໃນ​ໜອງ. ຢູ່​ທີ່ນີ້​ທຸກ​ຄົນ​ນັບ​ແຕ່​ຜູ້​ເຖົ້າ​​ຜູ້ແກ່​ຕະຫຼອດ​ຮອດ​ເດັກ​ນ້ອຍ​ລ້ວນ​ແຕ່​ສາ​ມາດ​ຫາ​ປາ​ຢູ່​ໜອງ​ແຫ່ງນີ້​ໄດ້”.

ທັດສະນີຍະພາບໜອງບາເບ - ແຂວງບັກກ້ານ - ảnh 3

ໜອງບາເບ

(ພາບອິນເຄີແນດ)

       ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ບາ​ເບ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ. ມາ​ຢາມ​ໜອງ​ບາ​ເບ, ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ວ່າ​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ທີວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ອ້າຍ ຫງວຽນ​ຈ້ອງ​ບິ່ນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ແຫ່ງນີ້, ແຕ່​ບາ​ເບ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຫ້​ແກ່​ຂ້າ​ພະ​ເຈົ້າ, ດ້ວຍ​ລາຍ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ດີ​ທີ່​ສຸດ, ດ້​ວຍ​ໜອງນ້ຳ​ທີ່ຂຽງ​ສະ​ອາດ, ປ່າ​ດົງ​ດິບ ແລະ ພິ​ເສດ​ແມ່ນ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ມີ​ຄວາມ​ຮັກ​ແພງ​ແຂກ​ຄົນ​ຫຼາຍ. ເຂົາ​ເຈົ້າ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຄື​ດັ່ງ​ຍາດ​ຕິ​ພີ່​ນ້ອງ​ຂອງ​ຕົນ. ນັ່ງ​ໃນ​ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​ໄຕ່, ພວກ​ເຮົາ​ສາ​ມາດ​ຊົມ​ເຫັນ​ຮູບ​ພາບ​​ໜອງ​ໃນຍາມ​ສາ​ຍັນ ແລະ ຕ້ອນ​ຮັບ​ແສງ​ອະ​ລຸນ​ເທິງ​ໜ້ານ້ຳບາ​ເບ. ພວກ​ເຮົາ​ສາ​ມາດ​​ລ່ອງ​ເຮືອ​ໄມ້ໄປ​ຢ້ຽມ​ຢາມ​ໄດ້, ນີ້​ແມ່ນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ບາ​ເບ”.

ທັດສະນີຍະພາບໜອງບາເບ - ແຂວງບັກກ້ານ - ảnh 4

ໜອງບາເບ

(ພາບອິນເຄີແນດ)

        ດ້ວຍ​ເລື່ອງ​​ບາ​ເບໄດ້​ຮັບ​ການ​​ຮັບຮອງວ່າ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ​ນັ້ນ, ມັນ​ໄດ້​ເປັນ​ຂີດ​ໝາຍ​ທີ່​ສຳ​ຄັນ, ປະ​ກອບ​ສ່ວນ​ຍົກ​ສູງ​ຄູນ​ຄ່າ​ທັດ​ສະ​ນີ​ຍະ​ພາບ​ແຫ່ງນີ້​ຂຶ້ນ, ພ້ອມ​ທັງ​ສ້າງ​ກາ​ລະ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ​ບັກ​ກ້ານ ໃຫ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕົ້ນ​ຕໍ່ຂອງ​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ​ຫວຽດ​ນາມ, ແມ່ນ​ເຄື່ອງ​ໝາຍ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ນັບ​ມື້​ນັບຫຼາຍ.



ຕອບກັບ

ຂ່າວ/ບົດ​ອື່ນ