ທິວທັດທຳມະຊາດທີ່ສວຍງາມຢູ່ອ່າວຊວນດ້າຍ

(vovworld) - ຖ້າ​ຫາກ​ໄປລຽບ​ຕາມ​ເສັ້ນທາງ​ແຕ່​ເໜືອ​ຮອດ​ໃຕ້​ກໍ່​ເຫັນ​ວ່າ, ຟູ໋ອຽນແມ່ນໜຶ່ງໃນບັນດາແຂວງທີ່ມີ ທັດສະນີຍະພາບສວຍງາມຫຼາຍແຫ່ງຄື: ບຶງ​ກູ່​ໂມງ, ອ່າວ​ຊວນ​ດ່າ​ຍ, ແກ້ງດ໋າເດ້ຍ, ບຶງໂອລວານ... ໃນນັ້ນ ອ່າວຊວນດ່າຍ ແມ່ນທິວທັດທີ່ສວຍງາມດ້ວຍການປະສົມກົມກຽວລະຫວ່າງພູຜາປ່າໄມ້, ດິນຟ້າອາກາດ ແລະ ທະເລ ສ້າງເປັນພູມພາບ​​ທຳ​ມະ​ຊາດທີ່​ງາມ​ດັ່ງ​ໃນ​ຝັນ.

        ຈາກໃຈກາງນະຄອນຕູຍຮ່ວາ, ແຂວງຟູ໋ອຽນ ໄປທາງ​ທິດ​ເໜືອ​ປະມານ 50 ກມ ທ່ານ​ຈະ​ເຫັນ​ອ່າວ​ທະ​ເລ​ທີ່​ຂຽວ​ສະອາດ ​ແລະ ງາມ​ດັ່ງ​ໃນ​ຝັນ.

ທິວທັດທຳມະຊາດທີ່ສວຍງາມຢູ່ອ່າວຊວນດ້າຍ - ảnh 1


ຮູບພາບທີ່ສວຍງາມຂອງອ່າວຊວນດ່າຍ

(ພາບອິນເຕີແນດ)

        ອ່າວ​ຊວນ​ດ່າ​ຍ ກວ້າງ​ປະມານ 13.000 ​ເຮັກຕາ ​ໂດຍພູ​ໂກ​ເງື້ອ (ຄໍ​ມ້າ) ສ້າງ​ຂຶ້ນ. ສັງ​ເກດ​ຈາກ​ທາງ​ໄກ​ເຫັນ​ວ່າ​ພູສາ​ຍນີ້​ຄື​ຮູບ​ສິງໂຕ. ຝັ່ງ​ອ່າວ​ຍາວ​ປະມານ 50 ກມ, ​ແລ່ນ​ຜ່ານ​ເຂດ​ດິນ​ທີ່​ແຕກ​ຕ່າງ​ກັນ​ຄື: ​ແກ້ງ​ແດ່ນ (​ແກ້ງ​ໂຄມ), ​ແຫຼມ​ດ໋າອອງ (​ແຫຼມ​ຫີນນຳ​ບໍ່); ​ແກ້ງ​ດໍ (​ແກ້ງ​ແດງ); ບວກ​ມ໋ຳ (ນ້ຳປາ); ບວກດົງ (ບວກ​ຕາ​ເວັນ​ອອກ)... ສ່ວນ​ຢູ່ອ້ອມ​ຮອບ​ອ່າວ​ແມ່ນ​ພູ​ຫຼາຍ​ສາຍ​ທີ່​ມຸ່ງ​ອອກ​ສູ່​ທະ​ເລ, ສ້າງ​ເປັນ​ອ່າວ​ນ້ອຍໆ​ທີ່​ງາມ​ແບບ​ຮົກ​ເຮື້ອ​ວ່າງ​ເປົ່າ. ຢູ່​ເຂດ​ອ່າວ​ຊວນ​ດ່າ​ຍຍັງ​ມີ​ພູ, ​ເກາະ​, ແຫຼມຫຼາຍ​ແຫ່ງ​ຄື: ຫາດກູ່​ລາວ​ອົງ​ຊ໋າ, ​ແຫຼມ​ດ໋າ​ມ່າຍ, ​ແຫຼມ​ຕາຍ​ມ້າ (ຫູ​ມ້າ), ຫາດ​ໝູ່​ອູ. ທັງ​ໝົດ​ເຫຼົ່າ​ນັ້ນ​​ໄດ້ສ້າງ​ເປັນ​​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງເຂດອ່າວ​ທະ​ເລທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້. ອ້າຍ ​ເຈິ່ນຮຸ່ງວີ, ຊາວ​ຟູ່ອຽນ ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ເຕື້ອງ​ເຖິງ​ອ່າວ​ຊວນ​ດ່າ​ຍ:

        “ມາ​ຮອດ​ຊວນ​ດ່າ​ຍ, ທ່ານຈະຮູ້ສຶກ​ສະຫວາດສະ​ເຫວີຍ​ຕໍ່ທຳ​ມະ​ຊາດ​ຢູ່​ທີ່​ນີ້. ຖ້າ​ພວກ​ເຮົາ​ຂີ່​ເຮືອ​ໄປ​ທ່ຽວ​ອ້ອມ​ເຂດ​ອ່າວ, ຈະ​ເຫັນ​ໄດ້​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ຂອງ​ບັນດາ​ພູ​ຫີນ​ຢູ່​ທີ່​ນີ້. ອ່າວ​ຊວນ​ດ່າ​ຍ ມີໜ້າ​ນ້ຳ​ກວ້າງ​ກວ່າອ່າວ​ຍາ​ຈາງ ​ແລະ ມີ​ສິນ​ທະ​ເລ​ຫຼາຍ​ປະ​ເພດ​ທີ່​ບໍ່​ເຄີຍ​ມີ​ມາ​ຢູ່​ບ່ອນ​ອື່ນ“.

ທິວທັດທຳມະຊາດທີ່ສວຍງາມຢູ່ອ່າວຊວນດ້າຍ - ảnh 2

ຄວາມງາມແບບທຳມະຊາດຂອງອ່າວຊວນດ່າຍ

(ພາບອິນເຕີແນດ)

        ຢູ່​ອ້ອມ​ອ່າວ​ຊວນ​ດ່າ​ຍ ມີ​ສະຖານ​ທີ່​ຫຼາຍ​ແຫ່ງ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຢາມ. ຢູ່​ແກ້ງ​​ແດ່ນ (​​ແກ້ງໂຄມ) ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ພູ​ໄກ​ແມ (ພູຕົ້ນ​ຂາມ). ​ແກ້ງ​​ແດ່ນ​ແມ່ນ​ບັນດາ​ໂງ່ນ​ຫີນ​ຕັ້ງ​ຊ້ອນ​ກັນ, ຢູ່​ເທິງ​ຈອມ​ແກ້ງມີ​ສະຖານີ​ໂຄມ​ໄຟ​ທະ​ເລ​ເພື່ອ​ເປັນ​ສັນຍານ​ແນະນຳ​ໃຫ້​ເຮືອ, ກ່ຳ​ປັ່ນ​ເຂົ້າ​ທຽບ​ທ່າ​ໃນ​ຍາມ​ກາງຄືນ. ຢູ່​ຕີນ​ພູ​ບ່ອນ​ຕິດ​ກັບ​ທະ​ເລ​ມີ​ບັນດາ​ຫາດ​ຊາຍ​ທະ​ເລ, ຫາດ​ຫີນ. ​ເຖິງ​ວ່າ​ຫາດ​ຊາຍ​ທະ​ເລ​ເຫຼົ່າ​ນ້ັນບໍ​່ກວ້າງ​ກໍ່ຕາມ, ​ແຕ່​ມັນ​ພັດ​ພໍດີ​ເພື່ອ​ໃຫ້​ແຂກ​ພັກ​ຜ່ອນ, ທ່ຽວ​ຊົມ​ພູມ​ພາບທຳ​ມະ​ຊາດທີ່​ສວຍ​ງາມ ​ແລະ ດູດ​ດື່ມຢູ່​ທີ່​ນີ້. ​ເອື້ອຍ​ແທງ​ຮັ່ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ, ​ເວົ້າ​ວ່າ:

        “​ເມື່ອ​ມາ​ຢ້ຽມຢາມ​ອ່າວ​ຊວນ​ດ່າ​ຍ, ຜູ້​ໃດ​ກໍ່​ຮູ້ສຶກ​ແປກ​ປະຫຼາດ​ໃຈ​ຕໍ່​ຄວາມ​ງາມ​ຂອງ​ພູຜາ, ທະ​ເລ​ແຫ່ງ​ນີ້. ຂ້າພະ​ເຈົ້າ​ມັກນ້ຳ​ທະ​ເລທີ່​ຂຽວ​ສະອາດ, ມັກ​ຊົມ​ສາຍພູ​ຂຽວ​ອຸ່ມ​ທູ່​ມ ​ແລະ ​ເຮືອ, ກຳ​ປັ່ນ​ພວມ​​ເຂົ້າທຽບ​ທ່າ​ຢູ່​ທີ່​ນີ້. ​ໂດຍ​ຕ່າງ​ກັບ​ຄວາມ​ອຶກ​ກະ​ທຶກ​ຄິກ​ໂຄມ​ຂອງ​ທະ​ເລ​ຍາ​ຈາງ, ອ່າວ​ຊວນ​ດ່າ​ຍ ພັດ​ມີ​ຄວາມ​ສະຫງົບ​ສຸດ​ທີ່​ສຸດ“.

ທິວທັດທຳມະຊາດທີ່ສວຍງາມຢູ່ອ່າວຊວນດ້າຍ - ảnh 3

ທະ​ເລທີ່​ຂຽວ​ສະອາດຢູ່ອ່າວ​ຊວນ​ດ່າຍ
(ພາບອິນເຕີແນດ)

        ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ອ່າວ​ຊວນ​ດ່າຍ, ນັ້ນ​ແມ່​ຫາດ​ຊາຍ​ຍາວຢຽດ ແລະ ກ້ຽງສະ​ເໝີ, ປະ​ຈຸ​ບັນ​ຍັງ​ຄົງ​ຮັກ​ສາ​ໄດ້​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​​ໄວ້. ແຕ່ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ກວ່າ​ໝູ່​ນັ້ນ​ແມ່ນ​ຫາດ​ບິ່ນ​ຊາ ຫຼື​ເອີ້ນ​ວ່າ​ຫາດ​ຍາວ. ສັງ​ເກດ​ຈາກ​ທະ​ເລ​ກໍ່​ເຫັນ​ວ່າ, ຫາດ​ຍາວ​ ປຽບ​ເໝືອນ​ຜ້າ​ໄໝ​ຂາວເຫຼື້ອມ​ແວວ​ວາວທີ່​ປູຢູ່​ລຽບ​ຕາ​ປ່າສົນ, ປ່າ​ພ້າວ. ຢູ່​ທີ່ນີ້​ມີ​ພຽງ​ສຽງ​ຄື້ນ​ທະ​ເລ​ທົບ​ໃສ່​ຝັ່ງ ແລະ ສຽງ​ລົມ​ພັດ​ເທົ່າ​ນັ້ນ, ອັນ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ສະ​ຫວາດ​ສະ​ເຫລີຍ​ທ່າມ​ກາງ​ຄວາມ​ງາມ​ຂອງ​ທະ​ເລ ແລະ ທຳ​ມະ​ຊາດ.

        ໃນ​ຈຳ​ນວນ​ເກາະ​ຢູ່​ອ່າວ​ຊວນ​ດ່າຍ ​ນັ້ນ, ເຍິດ​ຕື້​ເຊີນ ແມ່ນ​ເກາະ​ທີ່​ສວຍ​ງາມກວ່າ​ໝູ່. ເກາະ​ມີ​ເນື້ອ​ທີ່ 5 ເຮັກ​ຕາ. ຍ້ອນ​ຕັ້ງ​ຢູ່​ຫ່າງ​ຈາກ​ຝັ່ງ​ສອງ​ສາມ​ຮ້ອຍ​ແມດ, ເກາະ​ເຍິດ​ຕື້​ເຊີນ​ ​ໄດ້ກາຍ​ເປັນ​ແຫ່ງກັ​ນ​ຄື້ນ ແລະ​ລົມ​ໃຫ້​ໝູ່​ບ້ານຊາວ​​ປະ​ມົງໝີ​ຫາຍ ແລະ ໝີ​ແທ່ງ. ທ່ານ ເຈິ່ນກວາງ​ເຍິດ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຟູ່​ອຽນ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ສຳຫຼວດ​ຢ່າງ​ລະ​ອຽດ ແລະ ​ເຫັນ​ວ່າຢູ່​ທີ່ນີ້​ມີ​ທັດ​ສະ​ນີ​ຍະ​ພາບ​ສວຍ​ງາມຫຼາຍ​ແຫ່ງ ແລະ ມີ​ຄູນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ໃຫ​ຍ່ຫຼວງ​ທີ່​ສຸດ. ພວກ​ຂ້​າ​ພະ​ເຈົ້າ​ພວມເຮັດ​ລະ​ບຽບ​ການ​ເພື່ອ​ສະ​ເໜີ​ອົງ​ການ​ວິ​ທະ​ຍາ​ສາດ ແລະ ສຶກ​ສາ​ ສ​ປ​ຊ (UNESCO) ຮັບ​ຮອງ​ອ່າວ​ຊວນ​ດ່າຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອ່າວ​ງາມກວ່າ​ໝູ່​ຂອງ​ໂລກ”.

ທິວທັດທຳມະຊາດທີ່ສວຍງາມຢູ່ອ່າວຊວນດ້າຍ - ảnh 4

ຫາດ​ຍາວ​ ປຽບ​ເໝືອນ​ຜ້າ​ໄໝ​ຂາວເຫຼື້ອມ​ແວວ​ວາວທີ່​ປູຢູ່​ລຽບ​ຕາ​ປ່າສົນ, ປ່າ​ພ້າວ

(ພາບອິນເຕີແນດ)

        ທະ​ເລ, ເກາະ ​ແລະ ອ່າວ​ຊວນ​ດ່າຍ ຍັງ​ແມ່ນ​ແຫ່ງ​ທີ່​ມີ​​ຄວາມ​ຮັ່ງ​ມີ​ດ້ານ​ຊັບ​ພະ​ຍາ​ກອນ, ມີ​ຄວາມ​ອຸ​ດົມ​ສົມ​ບູນ​ດ້ານ​ອາ​ຫານ, ແຮ່​ທາດ​ທີ່​ມີ​ຄວາມ​ຈຳ​ເປັນ​ໃຫ້​ແກ່​ຊີ​ວິດ. ແຕ່​ສິ່ງ​ສຳ​ຄັນ​ກວ່າ​ໝູ່​ນັ້ນ​ແມ່ນ ​ອ່າວ​ຊວນ​ດ່າຍ ຍາມ​ໃດ​ກໍ່​ແມ່ນແຫ່ງ​ທີ່​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ