ທ່ອງທ່ຽວທຸງນາຍແຂວງ ຮ່ວາບິ່ງ

(vovworld) - ຫ່າງ​ຈາກ​ນະຄອນຫຼວງຮ່າ​ໂນ້ຍ ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ປະມານ 100 ກມ,  ທ່ານຈະໄປ ຮອດທຸງນາຍ, ແຫ່ງທີ່ມີທີວທັດທຳມະ ຊາດ, ຜູຜາປ່າໄມ ​ແລະ ແມ່ນ້ຳລຳເຊທີ່ສວຍງາມດັ່ງໃນຝັນຂອງແຂວງ ຮ່ວາບິ່ງ. ຄວາມງາມຂອງທຸງນາຍຖືກປຽບທຽບເໝືອນລາຊາ​ທິດາ​ທີ່​ພວມ ນອນ​ຢູ່ໃນ​ປ່າ.

ທ່ອງທ່ຽວທຸງນາຍແຂວງ ຮ່ວາບິ່ງ - ảnh 1

(ພາບ: google.com.vn)

ທຸງ​ນາຍ​ ​ຢູ່ຕາ​ແສງໜຶ່ງ​ໃນ​​ເຂດ​ໜອງແມ່​ນ້ຳ​ດ່າ​, ທີ່​ຂຶ້ນ​ກັບ​ເມືອງ​ກາວ​ຟອງ, ຫ່າງ​ຈາກ​ໃຈກາງ​ນະຄອນ​ຮ່ວາ​ບິ່ງ ປະມານ 25 ກມ. ຊາວ​ຮ່ວາ​ບິ່ງ ກ່ອນ​ນີ້​ເຄີຍ​ເລົ່າ​ສູ່ກັນ​ຟັງ​ກ່ຽວ​ກັບ​ຮ່ອມ​ພູ​ທີ່​ອ້ອມ​ຮອບ​ດ້ວຍ​ພູ​ເຂົາ​ສູງ​ຊັນ, ​ເມກ​ເຝື້ອ​ປົກ​ຄຸມ​​ໄປ​ທົ່ວ. ນັບ​ແຕ່​ກີ້​ແຕ່​ກ່ອນ, ສັດ​ປະ​ເພດ​ຕ່າງໆ​ຄື: ​ເສືອ, ​ເສືອ​ດາວ, ກວາງ,… ​ເຄີຍ​ພາກັນ​ມາ​ດຳລົງ​ຊີວິດ​ຢູ່​ທີ່​ນີ້, ​​ໃນ​ນັ້ນຫຼາຍ​ກວ່າ​ໝູ່​ແມ່ນ​ຝູງ​ຟານທີ່​ມາ​ອາ​ໄສ​ຢູ່​ແຄມ​ຫ້ວຍ​ນ້ຳ​ທີ່​ສວຍ​ງາມ, ຍ້ອນ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເອີ້ນ​ວ່າ​ທຸງ​ນາຍ (ໝາຍ​ຄວາມ​ວ່າ​ຮ່ອມ​ພູ​ບ່ອນໂຕຟານອາ​ໄສຢູ່). ຕາມ​ການ​ເວລາ, ​ເມື່ອ​ເຂື່ອນ​ໄຟຟ້າ ​ແລະ ອ່າງ​ໂຕ່ງ​ນ້ຳຂອງ​ເຂື່ອນ​ໄຟ້ຟ້າ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ນ້ຳ​ໃນ​ແມ່​ນ້ຳ​ດ່າ ​ໄດ້​​ຍຶ່ງຂຶ້ນ​ສູງ​ເຮັດ​ໃຫ້​ພູ​ນ້ອຍ​​ໆຫຼາຍ​ໜ່ວຍກາຍ​ເປັນເກາະ​​ທີ່​ສວຍ​ງາມ. ດັ່ງ​ນັ້ນ​​ຫຼາຍ​ຄົນຈຶ່ງ​ປຽບທຽບ​ທຸງ​ນາຍ ວ່າ​ແມ່ນອ່າວ​ຮ້າ​ລອງ​​ໃນ​ເຂດ​ພູດ​ອຍ, ທີ່​ປະກອບ​ດ້ວຍ​ເກາະ​ທຳ​ມະ​ຊາດ​ຫຼາຍ​ແຫ່ງ. ທ່ານ Nguyen Hang ​​ຄົນຂັບ​ເຮືອ​​ຢູ່​ແມ່​ນ້ຳ​ດ່າ ມາ​ຫຼາຍ​ປີ, ​ໃຫ້​ຮູ້​ວ່າ:

    ”​ເມື່ອ​ມີ​ເຂື່ອນ​ໄຟຟ້າ ຮ່ວາ​ບິ່ງ, ນ້ຳ​ຂຶ້ນ​ສູງ​ສ້າງ​ເປັນ​ເກາະ​ຫຼາຍ​ແຫ່ງ, ​ອີງ​ຕາມ​ຮູບ​ຊົງ​ຂອງ​ເກາະ​, ເຂົາ​ເຈົ້າ​ໄດ້​ຕັ້ງ​ຊື່​​ໃຫ້​ເກາະແຕ່ລະ​ແຫ່ງ ​ ຕາມ​ຊື່ດອກ​ໄມ້, ຕົ້ນ​ໄມ້, ​ໂຕສັດຄື: ​ເກາະ​ກວ້າ (​ເກາະ​​ກາ), ​ເກາະ​​ເຢ (​ເກາະ​ແບ້… ຮອດ​ຍາມ​ຝົນຕົກ, ​ແມ່​ນ້ຳ​ມີ​ແກ້ງ​ຫຼາຍ, ​ເຮືອ​ໄປມາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫຼາຍ ​ແລະ ອັນຕະລາຍ​ທີ່​ສຸດ)”.

ທ່ອງທ່ຽວທຸງນາຍແຂວງ ຮ່ວາບິ່ງ - ảnh 2

ທຸງນາຍໃນຍາມສາຍັນ (ພາບ: google.com.vn)

   

ຢູ່​ທຸງ​ນາຍ ບໍ່​ພຽງ​ແຕ່​ມີທີ​ວທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ພູຜາ​ປ່າ​ໄມ້, ໜອງ​ນ້ຳລຳ​ເຊ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ທີ່​ມີ​ປູຊະນີຍະສະຖານ​ປະຫວັດສາດ, ວັດທະນະທຳ​ຫຼາຍ​ແຫ່ງ​ອີກ​ດ້ວຍ. ພິ​ເສດ, ຢູ່​ທຸງ​ນາຍ​ຍັງ​ມີ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ໜຶ່ງ​ອີກ, ​ເຊິ່ງນັກ​ທ່ອງ​ທ່ຽວມັກ​ເຂົ້າ​ມາ​ຢ້ຽມຢາມ, ນັ້ນ​ແມ່ນ​ຖ້ຳ​ທາກ​ເບີ່. ນີ້​ແມ່ນ​ຖ້ຳ​ຫີນ​ໃຫຍ່​ດ້ວຍ​ຫີນ​ນົມ​ຜາ​ອັນມະຫັດສະຈັນ​ຫຼາຍ​ຮູບ​ທີ່​ແຕກ​ຕ່າງ​ກັນ. ມີ​ຫີນ​ນົມ​ຜາ​ຈຳນວນ​ໜຶ່ງ, ​ເມື່ອ​ເຄາະ​​ໃສ່, ມັນ​ຈະ​ດັງ​ກ້ອງ​ຄື​ດັ່ງສຽງຄ້ອງ​ຂອງ​ຊາວ​ເຜົ່າ​ເມື່ອ​ງ. ຊາວ​ທ້ອງ​ ຖີ່​ນ​ເຄີຍເຫຼົ່າ​ສູ່​ກັນ​ຟັງ​ວ່າ, ນີ້​ແມ່ນ​ພູ​ຄຳ, ​ແມ່ນ​ສາງ​ແຫ່ງ​ພູມປັນຍາ ​ແລະ ຊັບ​ສິນ​ຂອງ​ເຈົ້າ​ຖີ່​ນທາກ​ເບີ່ ​ໃນ​ເມື່ອ​ກ່ອນ. ​ໃນ​ຖ້ຳ​ມີ​ຫີນນົມ​ຜາ​ສອງ​ຮູບ ​ເຊິ່ງປະຊາຊົນ​ເອີ້ນ​ວ່າ​ຕົ້ນ​ຄຳ ​ແລະ ຕົ້ນ​ເງິນ, ຕາມ​ເລື່ອງ​ລາວ​ທີ່​ເລົ່າ​ຂານ​ກັນ​ມາ​ແລ້ວ, ຜູ້​ໃດ​ມາ​ແຫ່ງ​ນີ້, ຖ້າມື​ສຳ​ພັດ​​ກັບ​ຕົ້ນ​ຄຳ, ຕົ້ນ​ເງິນ​ໄດ້ຈະມີໂຊກມີໄຊ. ໃນຖ້ຳຍັງມີວິຫານບູຊາ​​ເຈົ້າ​ປ່າ​ເຈົ້າ​ເຂົາ, ​ຊາວ​ທ້ອງ​ຖີ່​ນ​ເຄີຍ ວາງ​ແຫວນ ​ເທິງ​ແທ່ນ​ບູຊາ​ເຈົ້າ​ປ່າ​ເຈົ້າ​ເຂົາ, ​ເຂົາ​ເຈົ້າ​ຖື​ວ່າ​ຜູ້​ໃດ​ໃສ່​ແຫວນ​​​ເຫຼົ່າ​ນັ້ນຈະ​ມີ​ຄວາມ​ໂຊກ​ດີ ​ແລະ​ ທຳ​ມາ​ຫາ​ກິນ​ຈະໄດ້​ຮັບ​ຜົນ​ດີ. ​ໃນ​ເມື່ອ​ກ່ອນ, ​ເມື່ອ​ໄປ​ຢ້ຽມຢາມ​ຖ້ຳ​ທາກ​ເບີ່, ຕ້ອງ​ປິນພູ​ສູງ, ​ແຕ່​ປະຈຸ​ບັນ​ເມື່ອຮອດ​ຍາມ​ຝົນຕົກ, ​ເຂົາ​ເຈົ້າ​ສາມາດ​ຂີ່​ເຮືອ​ເຂົ້າ​ໃນ​ຖ້ຳ​ໄດ້. ຊາວ​ທ້ອງ​ ຖີ່​ນຍັງ​ເຫຼົ່າ​ສູ່​ຟັງ​ວ່າ, ​ໃນ​ເມື່ອ​ກ່ອນ​ແມ່​ນ້ຳ​ດ່າ​ໄຫຼ​ມາ​ແຫ່ງ​ນີ້ແຮງທີ່​ສຸດ, ​ເຮັດ​ໃຫ້ເຮືອ​ລ່ອງ​ໄປມາ​ຜ່ານ​ແຫ່ງ​ນີ້​ຖືກ​ຫຼົ້ມ​ຫຼາຍ​ລຳ. ດັ່ງ​ນັ້ນຊາວ​​ທ້ອງຖີ່​ນຈຶ່ງ​ສ້າງ​ວິຫານ​ບູຊາ ​ເພື່ອ​ຂໍ​ໃຫ້​ເຈົ້າ​ເຈົ້າ​ປ່າ​ເຈົ້າ​ເຂົາກູ້ຊ່ວຍ​ໃຫ້​ເຂົາ​ເຈົ້າ. ​ພາຍຫຼັງ​ສ້າງ​ວິຫານ​ບູຊາ​ແລ້ວ, ຈຳນວນເຮືອ​ຖືກ​ຫຼົ້ມ​ກໍ່​ຫຼຸດ​ລົງ​. ນັບ​ແຕ່​ນັ້ນ, ວິຫານ​ທາກ​ເບີ່ ຈຶ່ງ​ມີ​ຊື່​ສຽງ​ໄປ​ທົ່ວ​ເຂດ​ຊົນ​ເຜົ່າ​ໄທ ​ແລະ ​ເມື່ອ​ງ ​ໃນ​ແຂວງ ຮ່ວາ​ບິ່ງ, ​ເຊີນ​ລາ, ລາຍ​ເຈົາ.  ທ່ານ Nguyen Hang ​ເລົ່າ​ສູ່​ຟັງ​ວ່າ

    ”​ໃນ​ເມື່ອ​ກ່ອນ​ຢູ່​ທີ່​ນີ້​ບໍ່​ທັນ​ມີ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຮ່ວາ​ບິ່ງ, ​ແມ່​ນ້ຳ​ລຳ​ນີ້​ມີ​ແກ້ງ​ຫຼາຍ, ​ເຮືອ​ແພ​ໄປມາ​ແຫ່ງ​ນີ້ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ອັນຕະລາຍ​ທີ່​ສຸດ. ​ເຂົາ​ເຈົ້າ​​ເຄີຍ​​ໄປວິຫານ​ທາກ​ເບີ່ ​ເພື່ອ​ພາວະນາ​ຂໍ​ໃຫ້​​ໄດ້​ຮັບ​ແຕ່​ສິ່ງ​ທີ່​ຈົບງາມ”.

ທ່ອງທ່ຽວທຸງນາຍແຂວງ ຮ່ວາບິ່ງ - ảnh 3

ຖ້ຳທາກເບີ່ (ພາບ: google.com.vn)

ທຸງ​ນາຍ​ສວຍ​ງາມ​ທີ່​ສຸດ​ແມ່ນ​ໃນ​ຍາມ​ສາຍັນ, ທັງ​ເຂດ​ໜອງ​ເຕັມ​ໄປ​ດ້ວຍສີ​ອິດ​ທີ່​ມະຫັດສະຈັນ, ​ແສງຕາ​ເວັນ​ຍາມ​ສາຍັນ​ສາດ​ສ່ອງແສງ​ລົງ​ໜ້າ​ນ້ຳ​ປຽບ​ເໝືອນ​ແວ່ນ​ແຍງ​ທີ່ຮາ​ບພຽງ, ​​ໃນ​ໜອງ​ມີເຮືອ​ ສອງ, ສາມ​ລຳພວມລ່ອງລອຍ ​ຕາມ​ກະ​ແສ​ນ້ຳ​ຍິ່ງ​ເຮັດ​ໃຫ້​ທີ​ວທັດ​ຢູ່​ທີ່​ນີ້​ມີ​ຄວາມ​ດູດ​ດື່ມ​ກວ່າອີກ. ທຸງ​ນາຍ ຍັງ​ມີ​ແຫ່ງ​ໜຶ່ງ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປ​ພັກຜ່ອນ, ຊົມ​ຄວາມ​ງາມ​ໃນ​ຍາມ​ກາງຄືນ​ອີກ, ນັ້ນ​ແມ່ນ​ເຮືອນ​ພັກ​​ໃບ​ພັດ​ໃຊ້​ພະລັງ​​ແຮງ​ລົມ. ຄວາມ​ຈິງ​ແລ້ວ, ໃບ​ພັດ​ໃຊ້​ພະລັງ​​ແຮງ​ລົມແມ່ນ​ເຄື່ອງ​ປະດັບ​ປະດາ​ໃຫ້​​ແກ່ເຮືອນ​ພັກ​ຂອງ​ສອງຜົວ​ເມຍ​ຄົນ​ຊົນ​ເຜົ່າ​ເມື່ອ​ງ ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ພັກຜ່ອນ. . ​ເອື້ອຍ Hoa ​ເຈົ້າ​ຂອງ​ເຮືອນ​ຫຼັງ​ນີ້, ​ໃຫ້​ຮູ້​ວ່າ:

    ”ນີ້​ແມ່ນ​ແນວ​ຄວາມ​ຄິດ​ຂອງ​ຜົວ​ຂ້າພະ​ເຈົ້າ. ຜົວ​ເມຍ​ຂ້າພະ​ເຈົ້າ​ແມ່ນ​ຄົນ​ຊົນ​ເຜົ່າ​ເມື່ອ​ງ, ພວກ​ຂ້າພະ​ເຈົ້າ​ມີ​ເພື່ອນ​ຫຼາຍຄົນ​ຢູ່​ລັດ​ເຊຍ, ​ເມື່ອ​ມາ​ແຫ່ງ​ນີ້, ​ເຂົາ​ເຈົ້າ​ໄດ້​ແນະນຳ​ໃຫ້​ພວກ​ຂ້າພະ​ເຈົ້າ​ປຸກ​ສ້າງ​ເຂດ​ເຮືອນ​ພັກ​ເພື່ອ​ຮັບ​ໃຊ້​ໝູ່​ເພື່ອນ​ໃນ​ໂອກາດ​ວັນພັກ​ການ, ວັນ​ບຸນ, ວັນ​ທ້າຍ​ອາທິດ, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ມີ​ແນວ​ຄວາມ​ຄິດ​ສ້າງ​ໃບ​ພັດໃຊ້​ພະລັງ​ແຮງ​ລົມ​ນີ້”

ທ່ອງທ່ຽວທຸງນາຍແຂວງ ຮ່ວາບິ່ງ - ảnh 4

ເຮືອນພັກຄົກສີໃຊ້ພະລັງແຮງລົມ (ພາບ: google.com.vn)

    ​ໃນຍາມ​ຄ້ອຍ​ຄ່ຳ​ລົງ​ແລງ, ​ທ່າ​ມກາງສຽງ​ດົນຕີ​ທີ່​ອອນ​ຊອນ​ແຄມ​ແມ່​ນ້ຳ, ທຸກ​ຄົນ​ນັ່ງ​ອ້ອມ​ກອງໄຟ​ໃນ​ເຮືອນຮ້ານ​, ​ແລະ ​ພ້ອມ​ກັນ​ກິນ​ອາຫານ​ພິ​ເສດ​ຫຼາຍ​ເຍື່ອງ​ຂອງ​ຊົນ​ເຜົ່າ​ເມື່ອ​ງ. ຈາກ​ເຂດ​ເຮືອນ​ພັກ​ໃບ​ພັດ​ໃຊ້​ພະລັງ​ແຮງ​ລົມ​ຫຼຽວ​ລົງ​ມາ, ທ່ານ​ຈະ​ເຫັນ​ຄວາມ​ງາມ​ທັງ​ໝົດ​ຂອງ​ທຸງ​ນາຍ​ໄດ້. ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ເມື່ອ​ມາ​ຢ້ຽມຢາມ​ແຫ່ງ​ນີ້. ​

ຕອບກັບ

ຂ່າວ/ບົດ​ອື່ນ