ທ່ອງທ່ຽວຢ້ຽມຢາມບ້ານຕ່າງໆຂອງຊາວຊົນເຜົ່າຢູ່ດັກລັກ


(vovworld)- ດັ​ກ​ລັກ​ແມ່ນ​ແຂວງ​ຫນຶ່ງ​ຂຶ້ນ​ກັບ​ເຂດ​ດິນ​ ໄຕ​ງວຽນ, ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​​ຍ້ອນທິ​ວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ດ້ວຍ​ເຂດ​ປ່າ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ນ້ຳ​ຕົກ​ຕາດ​ຫລາຍ​ແຫ່ງ​ເທົ່າ​ນັ້ນ ດັກ​ລັກ ຍັງ​ມີ​ຊື່​ສຽງ​ກ່ຽວ​ກັບ​ອາ​ຊີບ​ລ່າ​ເນື້ອ ແລະ ຝຶກ​ສອນ​ຊ້າງ​ປ່າ. ມາ​ຢ້ຽມ​ຢາມ​ແຫ່ງນີ້ ນັກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ຂີ່​ຊ້າງ​ຊົມ​ທິ​ດ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່ກວ້າງ​ໃຫຍ່​ເທົ່າ​ນັ້ນ​ຫາກ​ຍັງ​ໄດ້​ເຈືອ​ຈານ​ກັບ​ຊີ​ວິດ​ປະ​ຈຳ​ວັນ​​ຢູ່ບ້ານ​ຕ່າງໆ​ຂອງຊາວ​ຊົນ​ເຜົ່າ​ຄື​: ເອ​ເດ, ເມີ​ນົງ, ຢາ​ຣາຍ, ລາວ, ໄທ …ອີກ​ດ້ວຍ. ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນ​ທີ່​ມີ​ຫົວ​ຂໍ້​ວ່າ: ​ທ່ອງ​ທ່ຽວຢ້ຽມ​ຢາມ​ບ້ານຕ່າງໆ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ດັກ​ລັກ.

ທ່ອງທ່ຽວຢ້ຽມຢາມບ້ານຕ່າງໆຂອງຊາວຊົນເຜົ່າຢູ່ດັກລັກ - ảnh 1
​ນັກ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ບ້ານ​ໂດນ
ພາບ:internet

       ເພື່ອ​ອອກ​ຈາກ​ຄວາມເນື່ອງ​ນັນ ແລະ ​ອຶກ​ກະ​ທຶກ​ຄ​ຶກ​ໂຄມ​ຢູ່​ເຂດ​ຕົວ​ເມືອງ ມາ​ຢ້ຽມ​ຢາມ​ບ້ານ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຂວງ ດັກ​ລັກ, ນັກ​ທ່ອງ​ທ່ຽວ​ໄດ້​ສູບ​ອາ​ກາດ​ປອດ​ໂປ່ງ​ຂອງ​ເຂດ​ດິນ​ໄຕ​ງວຽນ. ຢູ່ ດັກ​ລັກ ມີ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່ ທີ່​ຂາດບໍ່ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ໄຕ​ງວຽນ ນັ້ນ​ແມ່ນ ບ້ານ​ໂດນ(ບວນ​ໂດນ) ຂຶ້ນ​ກັບ​ເມືອງ ກະ​ຣົງ ອາ​ນາ(Krong Ana) ແລະ ບ້ານ ຢູນ ຂຶ້ນ​ກັບ​ເມືອງ ລັກ(Lak). ນີ້​ແມ່ນ​ບັນ​ດາ​ສະ​ຖານ​ທີ່​ລື​ຊື່​ດ້ວຍ​ອາ​ຊີບ​ເຝືກ​ສອນ​ຊ້າງ​ປ່າ ແລະ ກ​ໍ​ແມ່ນ​ແຫ່ງ​ເພິ່ງ​ພາ​ອາ​ໄສປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ຄື: ເອ​ເດ, ເມີ​ນົງ, ຢາ​ຣາຍ… ເຕັມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ. ເມື່ອ​ຊົມ​ບັນ​ດາ​ເຮືອນ​ຮ້ານ​​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ເຮືອນ​ຮ້ານ​ບູ​ຮານຂອງ​ຊາວ​ຊົນ​ເຜົ່າ​ໄຕ​ງວຽນ ກໍ​ຄື​ໄດ້​ຮັບ​ຊົມ​ຮູບ​ພາ​ບ​ບັນ​ດາ​ນາງ​ສາວ​ຊາວ​ຊົນ​ເຜົ່າ​ນັ່ງຕຳ​ຫູກ​ຢູ​່ກ​ີ່…  ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ​ເຮືອນ​ຫລັງຕ່າງໆ ໃນ​ບ້ານ​ລ້ວນ​ແຕ່​ເປີດ​ປະ​ຕູ​ຄື​ດັ່ງ​ພ້ອມ​ແລ້ວ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ. ອ້າຍ ອາ​ມາ​ແທງ, ຊາວ​ຊົນ​ເຜົ່າ​ຢູ່​ບ້ານຢູນ ເມືອງ ລັກ ​ເລົ່າ​​ສູ່​ຟັງຮູ້​ວ່າ:

        “ກ່ອນນີ້ ບໍ່​ມີ​ແຂກ​ມາ​ຢ້ຽມ​ຢາມ, ມີ​ແຕ່​ຊາວ​ຊົນ​ເຜົ່າ​ເທົ່າ​ນັ້ນ ແລະ ກ່ອນນີ້​ຕົ້ນ​ໄມ້​ໃບ​ຫຍ້າກໍ່​ມີ​ຫລາຍ, ເສັ້ນ​ທາງ​ເກົ່າ ແລະ ຄັບ​ແຄບ, ມາ​ບັດ​ນີ້ ມີ​ເສັ້ນ​ທາງ​ໄປ​ເຖິງ​ບ້ານ​ແລ້ວ. ແຕ່ກີ້​ພຽງ​ແຕ່​ຍ່າງ​ໄປ​, ຂີ່​ຊ້າງ ບໍ່​ມີ​ລົດ​ຄື​ດຽວນີ້ດອກ”.

        ຢູ່​ພາຍ​ໃນ​ບ້ານ ຖ້າ​ຫາກ​ເຮືອນ​ຣົງ​ຢູ່ໃຈ​ກາງບ້ານ ແມ່ນ​ສັນ​ຍາ​ລັກ​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຄົມ, ແມ່ນ​ບ່ອນ​ດຳ​ເນີນ​ບັນ​ດາ​ງານ​ບຸນ​ພື້ນ​ເມືອງ, ສ່ວນ​ບັນ​ດາ​ເຮືອນ​ຮ້ານ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ການ​ເຊື່ອ​ຖື ແລະ ສິ​ລ​ະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພື້ນ​ເມືອງ​ທີ່​ມີ​ຊີ​ວິດ​ຊີ​ວາ. ຢູ່​ບ້ານ​ແຕ່​ລະ​ແຫ່ງ​ຂອງ​ຊາວ​ເຜົ່າ ເອ​ເດ ຫລື ຊາວ​ເຜົ່າ ເມີ​ນົງ, ເຮືອນຣົງ ໄດ້​ຮັບ​ຖື​ວ່າ ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ນ້ອຍ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຄົມ. ນີ້​ແມ່ນ​ບ່ອນ​ວາ​ງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ສະ​ແດງ​ໃຫ​້​ເຫັນ​ຈຸດ​ວັດ​ທະ​ນະ​ທຳ​​ພື້ນ​ເມືອງທີ່ຍອດ​ຢ້ຽມ​ຂອງ​ປະ​ຊາ​ຄົມຊາວ​ຊົນ​ເຜົ່າ​ຄື: ຕັ່ງ Kpal, ຊຸດ​ທະ​ນູ, ຊຸດ​ກອງ, ຄ້ອງທີ່​ມີ​ຄ່າ, ໄຫ​ເຫລົ້າ​ຫລື​ວັດ​ຖຸ​ອຸ​ປະ​ກອນ​ອື່ນ​ທີ່​ໄດ້​ນຳ​ໃຊ້​ໃນ​ງານ​ບຸນ​ພື້ນ​ເມືອງ​ຕ່າງໆ​ຄື: ງານ​ບຸນ​ແທງ​ຄວາຍ, ​ໄຫວ້ບູ​ຊາ​ຊ້າງ, ​ບຸນ​ເຂົ້າ​ໃຫມ່,  ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ເຮືອນ​ຣົງ​ກໍ​ແມ່ນ​ບ່ອນ​ດຳ​ເນີນ​ບັນ​ດາ​ພິ​ທີ​ການ​ສຳ​ຄັນ​ຂອງ​ທັງ​ບ້ານ.  ສ່ວນ​ບັນ​ດາ​ເຮືອນ​ຍາວ ແມ່ນ​ກິດ​ຈະ​ກຳ​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຮີດ​ຄອງ​ປະ​ເພນ​ີ​ວັດ​ທະ​ນະ​ທຳ. ສະ​ຖາ​ປັດ​ຕະ​ຍະ​ກຳ​ເຮືອນ​ຣົງ, ເຮືອ​ນ​ຍາວ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສ້າງ​ຄວາມ​ປະ​ທັບ​ໃຈ​ສຳ​ລັບ​ບັນ​ດາ​ນັກ​ທ​ອ່ງ​ທ່ຽວ​ຢາກ​ຊອກ​ຮູ້, ຄົ້​ນ​ຫາ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ເຂດ​ໄຕ​ງວຽນ. ເອື້ອຍ ເຮີ​ເນີມ(H’nom) ຜູ້​ນຳ​ທ່ຽວ​ຢູ່ ບ້ານ​ໂດນ ໃຫ້​ຮູ້​ວ່າ:

        “ຢາກ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ເຂດ​ໄຕ​ງວຽນ ແມ່ນ​ເລີ່ມ​ຕົ້ນ​ຈາກ​ເຮືອນ​ຍາວ. ເມື່ອ​ຜູ້​ສາວ ເມີ​ນົງ ຮອດ​ອາ​ຍຸ​ແຕ່ງ​ງານ, ຄອບ​ຄົວ​ຂອງ​ຜູ້​ສາວ​ໄດ້​ກໍ່​ສ້າງ​ເຮືອນ​ຍາວ​ຕື່ມ​ອີກ​ຫລາຍ​ຫ້ອງ​ເພື່ອ​ໃຫ້​ລູກ​ສາວ​ຂອງ​ຕົນ​ພ້ອມ​ກັບ​ລູກ​ເຂີຍ​ມາ​ຢູ່​ນຳ. ສະ​ນັ້ນ ເຮືອນ​ຍາວ​ບາງ​ຫລັງ​ ບາງ​ເທື່ອ​ມີ​ລູກ​ສາວ​ຮອດ 10 ຄົນ​ຫລື 10 ຄູ່​ຜົວ​ເມ​ຍ​​ມາຢູ່​ນຳ​.”

ທ່ອງທ່ຽວຢ້ຽມຢາມບ້ານຕ່າງໆຂອງຊາວຊົນເຜົ່າຢູ່ດັກລັກ - ảnh 2
ເຮືອນ​ຍາວ​ຂອງ​ຊາວ​ເຜົ່າ​ເອ​ເດ
ພາບ:vov

        ຢູ​່​ບ້ານ​ໂດນ ແລະ ບ້ານ​ຢູນ ມີ​ຮູບ​ການ​ທ່ອງ​ທ່ຽວ​ທີ່​ຂາດບໍ່​ໄດ້​ສຳ​ລັບ​ນັກ​ທ່ອງ​ທ່ຽວ​​ເກືອບທຸກ​ຄົນ​ເມື່ອ​ມາ​ຢ້ຽມ​ຢາມ​ເຂດ​ໄຕ​ງວຽນ ນັ້​ນ​ແມ່ນ ຂີ່​ຊ້າງ​ຊົມ​ທັດ​ສະ​ນີ​ຍະ​ພາບ​ບ້ານ​ຕ່າງໆ. ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຂີ່​ຊ້າງ​ຂ້າມ​ແມ່​ນຳ Serepok ຫລື ເຂົ້າ​ໄປ​ທ່ຽວ​ຊົມ​ປ່າ​ສະ​ຫງວນ​ແຫ່ງ​ຊາດ Yokdon ບ່ອນ​ທີ່​ມີ​​ຊ້າງ​ປ່າ​ຫລາຍ​ທີ່​ສຸດ​ຢູ່​ຫວຽດ​ນາມ. ບົນ​ເສັ້ນ​ທາງ​ທ່ອງ​ທ່ຽວ, ແຂກ​ທ່ອງ​ທ່ຽວ​ໄດ້​ແວ່​ຢາມ​ເຮືອນ​ບູ​ຮານ​ທີ່​ມີ​ອາ​ຍຸ 120 ປີ ຂອງ​ຜູ້​ລ່າ​ຊ້າງ Amakong ເພື່ອ​ຊົມ​ບັນ​ດາ​ຮູບ​ພາບ, ​ຮັບ​ຟັງ​ການ​ແນະ​ນຳ​ກ່ຽວ​ກັບອາ​ຊີບ​ລ່າ​ຊ້າງ ແລະ​ເຝິກ​ສອນ​ຊ້າງ​ປ່າ. ເມື່ອ​ມາ​ຢ້ຽມ​ຢາມ​ບ້ານ​ຢູນ ຢູ່​ແຄມ​ຫນອງ ລັກ, ນັກ​ທ່ອງ​ທ່ຽວ​ໄດ້​ຂີ່​ຊ້າງ​ຊົມ​ທິ​ວ​ທັດ​ທຳ​ມະ​ຊາດ​ພູ​ຜາ​ປ່າ​ໄມ້, ເຮືອນ​ຊານ​ບ້ານ​ຊ່ອງ, ແມ່​ນ້ຳ​ລຳ​ເຊທີ່​ສວຍ​ງາມ​ຢູ່​ເຂດ​ໄຕ​ງວຽນ. ​ສິ່ງ​ທີ່​ສ້າງ​ຄວາມ​ປ​ະ​ທັບ​ໃຈ​ຫນຶ່ງ​ອີກນັ້ນ​ແມ່ນນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຂີ່​ເຮືອ​ລ່ອງ​ຕາມ​ຫນອງ​ລັກ. ຫລັງ​ຈາກນັ້ນ ນັກ​ທ່ອງ​ທ່ຽວ​ໄດ້​ກິນ​ເຂົ້າຫລາມ ແລະ ບັນ​ດາ​ອາ​ຫານ​ພິ​ເສດ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້. ອ້າຍ ຫງວຽນ​ຄັກ​ຈິງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ ໂຮ່​ຈິ​ມີນ ແບ່ງ​ປັນ​ວ່າ:

        “ເມື່ອມາ​ຢ້ຽມ​ຢາມ​ແຫ່ງນີ້ ຂ້າ​ພະ​ເຈົ້າ​ໄດ້​ເຊື່ອ​ມ​ຕົວ​ເຂົ້າ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ພິ​ເສດ ແຫ່ງນີ້​ທັງ​ມີ​ປ່າ, ມີ​ແມ່​ນ້ຳ ເຮັດ​ໃຫ້​ພວກ​ເຮົາ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍກວ່າ.”

        ໃນ​ລາຍ​ການ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ບ້ານ​ຕ່າງໆ, ເມື່ອ​ຮູ້​ສຶກ​ວ່າ​ອິດ​ເມື່ອຍ​ແລ້ວ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ພັກ​ຜ່ອນ​​ຢູ່​ເຮືອນ​ຮ້ານ, ໄດ້​ດື່ມ​ເຫລົ້າ​ໄຫພ້ອມ​ກັບ​ຊາວ​ບ້ານ, ໄດ້​ຮັບ​ຟັງ​ເລື່ອງ​ເລົ່າ​ຂານ​ກັນ​ມາ, ເທບ​ນິ​ຍາຍຂອງ​ເຂ​ດ​ດິນ​ແຫ່ງນີ້​ໃນ​ເມື່ອກ​ອ່ນ.

        ບ້ານ​ຕ່າງໆ​ຂອງ​ບັນ​ດາ​ຊົນ​ເຜົ່າ​ຢູ່​ແຂວງ​ດັກ​ລັກ ຍາມ​ໃດ​ກໍ​ແມ່ນ​ສະ​ຖານ​ທີ​່​ທ່ອງ​ທ່ຽວ​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຜູ້​ທີ່​ຢາກ​ມາ​ຊອກ​ຮູ້, ຄົ້ນ​ຫາ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ບ້ານ​ບູ​ຮານ​ຢູ່ ໄຕ​ງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ