ທະຫານເສຍອົງຄະທີ່ສຸດຈິດສຸດໃຈກັບວຽກງານ

(vovworld) - ເຖິງ​ວ່າ​ໄດ້​ມີ​ອາຍຸ​ເກືອບ 70 ປີ ​ແລ້ວ​ກໍ່ຕາມ, ​ແຕ່​ທ່ານ Huynh Ly ທະຫານ​ເສຍ​ອົງຄະ​ປະ​ເພດ ¾ ຢູ່​ບ້ານ  ຟູ໋​ເຄືອງຊີ, ຕາ​ແສງ ຟູ໋ກ໋ຽດ, ​ເມືອງເຈີ້​ກ້າວ, ​ແຂວງ​ກຽນ​ຢາງ ຍາມ​ໃດ​ກໍ່​ຕິດ​ຄາ​ກັບ​ວຽກ​ງານ​ຄອບຄົວ ​ແລະ ສັງຄົມ. ​ ໃນ​ຫຼາຍ​ປີຜ່ານມາ​, ເມື່ອ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ, ບາດ​ແຜ​​ເກົ່າ​ກໍ່​ເຈັບປວດ​ຄືນ​ໃໝ່, ​ແຕ່​ທ່ານ Ly ຍັງ​ຄົງ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ສັງຄົມ​ຢູ່. ຊາວ​ທ້ອງ​ຖີ່​ນ​ໄດ້​ເວົ້າ​ເຖິງ​ທ່ານ​ດ້ວຍ​ຄວາມ​ນັບຖື. ບໍ່​ພຽງ​ແຕ່​ຜູ້​ທີ່​ມີ​ອາຍຸ​ສູງ​ນັບຖື​ທ່ານ​ເທົ່າ​ນັ້ນ, ຫາກ​ລຸ້ນໜຸ່ມ​ໃນ​ບ້ານ​ຍາມ​ໃດ​ກໍ່​ຖື​ທ່ານ​ແມ່ນ​ແບບຢ່າງ​ເພື່ອ​ຮ່ຳຮຽນ​ຕາມ.

        ​ໃນ 20 ກວ່າ​ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ໄດ້​ພັກ​ກິນ​ເບ້ຍ​ບຳນານ​ມາ​ຮອດ​ປະຈຸ​ບັນ, ທ່ານ Ly  ​ໄດ້​ເປັນ​ເລຂາ​ໜ່ວຍ​ພັກຢູ່ 3 ບ້ານ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່​ທ້ອງ​ຖີ່​ນ. ​ເຖິງ​ວ່າ​ຈະ​ຢູ່​ໃນ​ຖານະ​ຕຳ​ແໜ່​ງ​ໃດ, ທ່ານ​ກໍ່​ເສີມ​ຂະຫຍາຍ​ທາດ​ແທ້ ”ອ້າຍ​ທະຫານ​ລຸງ​ໂຮ່” ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ສຳ​ເລັດ​ຜົນຢ່າງ​ຈົບງາມ. ພິ​ເສດ, ດ້ວຍ​ບົດບາດ​ເປັນ​ເລຂາ​ໜ່ວຍ​ພັກ​ບ້ານ, ທ່ານ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ​ພັກ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ໃນ​ບ້ານ, ຂົນຂວາຍ​ປະຊາຊົນ​ກໍ່ສ້າງ​ຊົນນະບົດ, ພັດທະນາ​ເສດຖະກິດ​ຄອບຄົວ. ປະຈຸ​ບັນ, ຈຳນວນ​ຄອບຄົວ​ທຸກ​ຍາກ​ໃນບ້ານ​ຟູ໋​ເຄືອງຊີ ກວມ 3% . ທາງ​ຄົມມະນາຄົມ​ທັງ​ໝົດ​ໃນ​ບ້ານ​ໄດ້​ຮັບ​ການ​ປູຢາງ ຫຼື ​ເບ​ຕົງ. ສະພາບ​ຄວາມ​ສະ​ຫງົບ​ປອດ​ໄພ - ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ໃນ​ບ້ານໄດ້​ຮັບ​ການ​ຮັບປະກັນ. ຊີວິດ​ອິ່ມໜຳສຳລານ​ຂອງ​ຄອບຄົວ​ທ່ານ​ໃນ​ປະຈຸ​ບັນ ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ຄອບຄົວ​ທ່ານ. ຫວນ​ຄືນ​ໄລຍະ​ເວລາ​ອັນ​ຫຍຸ້ງຍາກ​ນັ້ນ, ທ່ານ​ກໍ່​ບໍ່​ຄິດ​ໄດ້​ວ່າ ​ເປັນ​ຫຍັງ​ຕົນ​ເອງ​ພັດທົນ​ທານ​ໝັ້ນ​ໜຽວ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໄດ້​ຄື​ແນວ​ນັ້ນ. ກ່ອນ​ນີ້​ເມື່ອ​ຫາ​ກໍ່ສ້າງ​ຄອບຄົວ, ຜົວເມຍທ່ານບໍ່ມີ​ດິນ​ພໍ​ນີ້ວ. ທ່ານ​ ​ແລະ ​ເມຍ​ຕ້ອງ​ເຊົ່າ​ທີ່​ດິນ​ເພື່ອ​ປູກ​ຜັກ, ລ້ຽງ​ໝູ​ແມ່​ພັນ​, ຫາ​ປາ​ເພື່ອ​ຫາ​ເງິນລ້ຽງ​ຊີບ. ດ້ວຍ​ຄວາມດຸ​ໝັ່ນຂະຫຍັນ​ພຽນ. ຈຳນວນ​ເງິນ​ຫາ​ໄດ້​ນັບ​ມື້​ນັບ​ຫຼາຍ, ຄອບຄົວ​ທ່ານ​ກໍ່​ຊື້​ເອົາ​ທີ່​ດິນ, ​ເປີດ​ກວ້າງ​ການ​ຜະລິດ​ຕາມ​ຮູບ​ແບບ: ສວນ-ສະ-ຄອກ. ນັ້ນ​ແມ່ນ​ຮູບ​ແບບ​ລ້ຽງ​ໝູ​ແມ່​ພັນ ຕິດ​ພັນ​ກັບ​ການລ້ຽງ​ປາ ​ແລະ ​ປູກ​ຜັກ, ດອກ​ໄມ້. ຈາກ​ສອງ​ຝາ​ມື​ເປົ່າ, ມາ​ຮອດ​ປະຈຸ​ບັນ, ລາຍ​ຮັບ​ຂອງ​ຄອບຄົວ​ທ່ານ  Huynh Ly ​ໄດ້​ຂຶ້ນ​ເຖິງ100 ລ້ານ​ດົ່ງ/ປີ. ​ເສດຖະກິດ​ເປັນ​ປົກກະຕິ, ທ່ານ​ຍິ່ງ​ມີ​ເງື່ອນ​ໄຂ​ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ບ້ານ. ທ່ານ​ແບ່ງປັນ​ວ່າ:

        ”ຂ້າພະ​ເຈົ້າ​ເຫັນ​ວ່າ​ຕົນ​ເອງ​ຍັງ​ມີ​ສຸຂະພາບ​​ຢູ່​ດັ່ງ​ນັ້ນຕ້ອງ​ປະກອບ ສ່ວນ​ພ້ອມ​ກັບອົງຄະ​ນະ​ພັກ​ເພື່ອ​ກໍ່ສ້າງ​ທ້ອງ​ຖີ່​ນ. ​ເຮົາ​ມີ​ຄວາມ​ສາມາດ​ແນວ​ໃດ​ກໍ່​ປະກອບສ່ວນ​ແນວ​ນັ້ນ. ຍ້ອນບ້ານ​ເກີ​ດ​ເມືອງ​ນອນ​ຍັງ​ທຸກ​ຍາກ​ຢູ່, ​ເຮົາ​ຈຶ່ງ​ປະກອບກຳລັງ​ເຫື່ອ​ແຮງຂອງ​ຕົນ​ເພື່ອກໍ່ສ້າງທ້ອງ​ຖີ່​ນ​​ໃຫ້​ຮັ່ງມີ​ສວຍ​ງາມ​ຍິ່ງ​ຂຶ້ນ”.

        ​ໃນ​ເກືອບ 30 ປີ ທີ່​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ​ຕ້ານ​ອາ​ເມ​ລິ​ກາ, ທ່ານ Huynh Ly ​ໄດ້​ສ້າງ​ຜົນງານ​ທີ່​ດີ​ເດັ່ນ​ຫຼາຍ​ຢ່າງ. ​ໃນ​ໄລຍະ​ນັ້ນ​ທ່ານ​ຖືກ​ບາດ​ເຈັບສາຫັດ​ເຖິງ 8 ​ເທື່ອ. ນັບ​ແຕ່​ປີ 1986 ມາ​ຮອດ​ປະຈຸ​ບັນ, ທ່ານ​ຍັງ​ສະໝັກ​ໃຈ​ເຮັດ​ວຽກ​ງານ​ຄຸ້ມ​ຄອງ​ສຸສານ​​ໃນຕາ​ແສງ ຟູ໋ກ໋ຽດ. ທ່ານ​ໄດ້​ຕັ້ງໜ້າ​ປະກອບ​ກຳລັງ​ເຫື່ອ​ແຮງ, ລະດົມ​ທຶນ​ເພື່ອ​ກໍ່ສ້າງ​ສຸສານ​ແຫ່ງ​ນີ້​ຢ່າງ​ສະອາດສວຍ​ງາມ. ປະຈຸ​ບັນ, ​ເຂດ​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ຕາ​ແສງຟູ໋ກ໋ຽດ​ໄດ້​ປົງ​ອັດຖິ​ນັກຮົບ 200 ຄົນ. ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ເພື່ອນ​ຮ່ວມ​ກົມ​ກອງ​ຂອງ​ທ່ານ. ​ທ່ານ​​ຖື​ວ່າ ນີ້​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ. ​ແມ່ນ​ອາລົມ​ຈິດ​ຂອງ​ຜູ້​ຍັງ​ມີ​ຊີວິດທີ່​ມີ​ຕໍ່​ຜູ້​ທີ່​ໄດ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

”ບັນດາ​ນັກຮົບ​ທີ່​ປົງ​ຢູ່​ທີ່​ນີ້​ແມ່ນ​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ພາລະ ກິດ​ປົດ​ປ່ອຍ​ຊາດ. ​ເຮົາ​ກັບ​ເມືອ​ທ້ອງ​ຖີ່​ນ​ເຫັນ​ວ່າ​ວຽກ​ງານເບິ່ງ​ແຍງ, ຄຸ້ມ​ຄອງສຸສານທີ່​ມອບ​ໃຫ້​ຜູ້​ມີ​ອາຍຸ​ສູງ​ຍັງ​ຖືກ​ຈຳກັດ​ຢູ່. ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ຮັບ​ວຽກ​ງານ​ຄຸ້ມ​ຄອງ​ສຸສານ ​ເພື່ອ​ເບິ່ງ​ແຍງ​ບ່ອນ​ຝັງ​ສົບ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃຫ້​ດີກ​ວ່າ”

ອາດ​ເວົ້າ​ໄດ້​ວ່າ, ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໃດໆ​ຢູ່​ບ້ານ ຟູ໋​ເຄືອງ​ຊີ ກໍ່​ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ຂອງ​ສະມາຊິກ​ພັກ-ທະຫານ​ເສຍ​ອົງ​ຄະ Huynh Ly. ​ໂດຍ​ແມ່ນ​ຜູ້ເວົ້າ​​ໄດ້​ ​ແລະ ​ເຮັດ​ໄດ້ນັ້ນ​, ​ທ່ານ​ຈຶ່ງ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ຮັກ​ແພງຈາກ​ອົງຄະ​ນະ​ພັກ, ອຳນາດ​ການ​ປົດ​ຄອງ​ທ້ອງ​ຖີ່​ນ ​ແລະ ປະຊາຊົນ. ທ່ານ Doan Cong Truc, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ຕາ​ແສງ ຟູ໋ກ໋ຽນ ​ເວົ້າ​ວ່າ:

”​ໃນ​ໄລຍະ​ຜ່ານ​ມາ, ທະຫານ​ເສຍ​ອົງຄະ Huynh Ly ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່​ຕັ້ງໜ້າຫຼາຍ​ຢ່າງ, ​ໃນ​ວຽກ​ງານ​ສັງຄົມທ່ານ​​ທັງແມ່ນ​ເລຂາ​ໜ່ວຍ​ພັກ, ​ທັງ​ເປັນ​ຜູ້​ຄຸ້ມຄອງ​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ວຽກ​ງານ​ໃດ​ທ່ານ​ກໍ່​ປະຕິບັດ​ໄດ້​ດີ, ດັ່ງ​ນັ້ນ​ທ່ານ​ຈຶ່ງ​ເປັນ​ແບບຢ່າງ​ເພື່ອ​ໃຫ້ສະມາ​ຊິກໃນ​ສະມາຄົມ​ນັກຮົບ​ເກົ່າ​ຮ່ຳຮຽນ​ເອົາ”.

ປະຈຸ​ບັນ, ຄອບຄົວ​ຂອງ​ທ່ານ Huynh Ly ​ໄດ້​ມີ​ຊີວິດ​ທີ່ອິ່ມໜຳສຳລານ. ລູກ​ຂອງ​ທ່ານ​ຜູ້​ໃດ​ກໍ່​ເຕີບ​ໃຫຍ່, ​ໃນ​ນັ້ນ​ມີ​ລູກ 2 ຄົນ​ພວມ​ຮຽນ​ມະຫາວິທະຍາ​ໄລ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ອີກ​ຜູ້​ໜຶ່ງ​ແມ່ນນາຍ​ທະຫານ. ​ເຖິງ​ວ່າ​ອາຍຸ​ເກືອບ 70 ​ແລ້ວ, ​ແຕ່​ຈິດ​ໃຈ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ທະຫານ​ເສຍ​ອົງຄະ​ຜູ້​ນີ້​ຍັງ​ຄົງ​ເປັນ​ແບບຢ່າງ​ເພື່ອ​ໃຫ້ລູກ​ຫຼານ​ຮ່ຳຮຽນ​ເອົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ