ທ່າກຳປັ່ນ K15 - ບ່ອນເລີ່ມເດີນທາງຂອງ“ຝູງກຳປັ່ນບໍ່ມີເລກໝາຍ”.

(VOVWORLD) -ເມື່ອເວົ້າເຖິງໂດ່ເຊີນນະຄອນຫ໋າຍຟ່ອງພວກເຮົາຈະຄຳນຶງເຖິງເຂດທ່ອງທ່ຽວທີ່ລືຊື່ ດ້ວຍຫາດຊາຍທະເລແຖວຕົ້ນໝາກພ້າວກໍ່ຄືປ່າແປກຂຽວອຸ່ມທຸ່ມຈົນສຸດສາຍຕາ. ພ້ອມກັນນັ້ນກໍ່ແມ່ນບັນດາສະຖານທີ່ທີ່ລືຊື່ ໃນນັ້ນຕ້ອງເຕື້ອງເຖິງຫຼັກສູນເຊິ່ງແມ່ນຈຸດເລີ່ມເດີນທາງຂອງຝຸງກຳປັ່ນບໍ່ມີເລກໝາຍ ປະຕິບັດໜ້າທີ່ຫຼັກລຳລຽງຂົນສົ່ງອາວຸດໃຫ້ແກ່ສະໜາມຮົບພາກໃຕ້ ໃນຊຸມວັນເດືອນປີແຫ່ງການຕໍ່ຕ້ານຈັກກະພັດອາເມລິກາອັນໄດ້ສ້າງເປັນເສັ້ນທາງແຫ່ງເທບນິຍາຍທີ່ມີຊື່ວ່າ “ເສັ້ນທາງໂຮ່ຈີມິນບົນທະເລ”
ທ່າກຳປັ່ນ K15 - ບ່ອນເລີ່ມເດີນທາງຂອງ“ຝູງກຳປັ່ນບໍ່ມີເລກໝາຍ”. - ảnh 1ທ່າກຳປັ່ນ K15 ໃນປັດຈຸບັນຍັງເຫຼືອພຽງຮ່ອງຮອຍສະຖານເຊິ່ງແມ່ນບັນດາເສົາເບຕົງຂົວໃຫ້ເຮືອເຂົ້າທຽບທ່າສາງເກັບມ້ຽນສິນຄ້າ, ອ່າງເກັບນ້ຳ, ພື້ນເຮືອນ...

   ໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາກູ້ຊາດທີ່ອົງອາດກ້າຫານຂອງປະຊາຊົນຫວຽດນາມ, ພ້ອມກັບເສັ້ນທາງ ເຈື່ອງເຊີນທາງບົກ, ກຳລັງກອງທັບເຮືອປະຊາຊົນຫວຽດນາມໄດ້ປະຕິບັດໜ້າທີ່ຂົນສົ່ງຍຸດທະສາດທາງທະເລເປັນເວລາກວ່າ 14 ປີແລະໄດ້ຮັບກຽດມີຊື່ວ່າ “ເສັ້ນທາງໂຮ່ຈີມິນບົນທະເລ”. ທ່າກຳປັ່ນບໍ່ມີເລກໝາຍຫຼືເອີ້ນວ່າທ່າກຳປັ່ນK15. K ແມ່ນເຄື່ອງໝາຍທະຫານຊີ້ບອກເຖິງທ່າກຳປັ່ນ, ສ່ວນ 15 ແມ່ນຕົວເລກຂອງມະຕິສູນກາງພັກກ່ຽວກັບແນວທາງແລະ ວິທີການປະຕິວັດພາກໃຕ້ ທີ່ກອງປະຊຸມສູນກາງພັກຄັ້ງທີ 15. ເພື່ອລຳລຽງຂົນສົ່ງສິນຄ້າເຄື່ອງຂອງໃຫ້ແກ່ພາກໃຕ້ ເຊິ່ງຕົ້ນຕໍແມ່ນອາວຸດເພື່ອແນໃສ່ປະຕິບັດວິທີການຕໍ່ສູ້ທາງທະຫານ, ຕໍ່ສູ້ແບບປະກອບອາວຸດຕາມເນື້ອໃນຈິດມະຕິ 15 ຂອງພັກຄອມມູນິດຫວຽດນາມ. ຊື່ເອີ້ນວ່າທ່າກຳປັ່ນK15ໄດ້ກຳເນີດຂຶ້ນເພື່ອຊີ້ບອກເຖິງທ່າກຳປັ່ນຂອງຝຸງເຮືອບໍ່ມີເລກໝາຍຢູ່ໂນນນິງຟອງຕາແສງວ້ານເຮືອງເມືອງໂດ່ເຊີນນະຄອນຫ໋າຍຟ່ອງ. ຢູ່ທ່າກຳປັ່ນK15ໃນວັນທີ 11 ຕຸລາປີ 1962 ມີເຮືອໄມ້ລຳໜຶ່ງໄດ້ປະຕິບັດການຂົນສົ່ງສິນຄ້າເຄື່ອງຂອງຖ້ຽວທຳອິດເຊິ່ງໄດ້ບັນທຸກອາວຸດ 30 ໂຕນ, ພາຍຫຼັງເດີນທະເລເປັນເວລາ 5 ວັນກຳປັ່ນກໍ່ໄດ້ໄປຮອດທີ່ໝັ້ນວ່າມຫຼຸງຢ່າງປອດໄພ. ເຫດການນີ້ມີຄວາມໝາຍສຳຄັນ ເພາະວ່າມັນໄດ້ເປັນຂີດໝາຍຄວາມສາມາດສ້າງເສັ້ນທາງຂົນສົ່ງຍຸດທະສາດ ທາງທະເລເພື່ອເຊື່ອມຕໍ່ສອງພາກເໜືອ - ໃຕ້ ແມ່ນອາດຈະສາມາດປະຕິບັດໄດ້. ຈາກນັ້ນພ້ອມກັບເສັ້ນ ທາງໂຮ່ຈີມິນທາງບົກ ກອງທັບແລະປະຊາຊົນຫວຽດນາມໄດ້ມີເສັ້ນທາງໂຮ່ຈີມິນທາງທະເລເພື່ອປະຕິບັດໜ້າທີ່ທັງໝົດເພື່ອແນວໜ້າ, ທັງໝົດເພື່ອພາກໃຕ້ຕີເອົາຊະນະຕໍ່ອາເມລິກາ. ທ່ານເຈິ່ນວັນຫິວ ປະທານສະມາຄົມມູນເຊື້ອເສັ້ນທາງໂຮ່ຈີມິນບົນທະເລຫວຽດນາມແບ່ງປັນວ່າ:

    “ໃນການຂົນສົ່ງອາວຸດເປັນເວລາ 14 ປີມີກຳປັ່ນບໍ່ຈັກວ່າເທົ່າໃດລຳຖືກຈົມເລິກຢູ່ທະເລໃນໄລຍະເດີນທາງຖືກພົບກັບສັດຕູແລະໄດ້ທຳການຕໍ່ສູ້. ແຕ່ລະເທື່ອເມື່ອເດີນທະເລກໍ່ລ້ວນແຕ່ໄດ້ກຳນົດວ່າຕ້ອງເຮັດສຳເລັດໜ້າທີ່ຂົນສົ່ງອາວຸດໄປຍັງພາກໃຕ້ ແລະກັບຄືນຫຼືເມື່ອໄດ້ພົບກັບສັດຕູກໍ່ຕ້ອງໄດ້ຕໍ່ສູ້ໂດຍບໍ່ຍອມຈຳນົນ. ໃນໄລຍະຕໍ່ສູ້ເປັນເວລາ 14 ປີກຳລັງທະຫານເຮືອໄດ້ປະເຊີນໜ້າກັບພະຍຸລົມແຮງກັບຄວາມລຳບາກກາກກຳຫຼາຍຢ່າງ”.

    ໃນຕະຫຼອດ 14 ປີ  (1961 - 1975) ຝູງເຮືອບໍ່ມີເລກໝາຍໄດ້ປະຕິບັດການເດີນທະເລ 1.879 ຖ້ຽວເພື່ອຂົນສົ່ງອາວຸດໄດ້ເກືອບ 153.000 ໂຕນ, ກວ່າ 80.000 ເທື່ອຄົນ ແລະໄດ້ເດີນຜ່ານ3.758.000 ໄມທະເລບົນເສັ້ນທາງໂຮ່ຈີມິນຜ່ານທະເລຕາເວັນອອກ.  ຜ່ານວັນເດືອນປີີແຫ່ງສົງຄາມ, ທ່າກຳປັ່ນK15ໃນປັດຈຸບັນຍັງເຫຼືອພຽງຮ່ອງຮອຍສະຖານເຊິ່ງແມ່ນບັນດາເສົາເບຕົງຂົວໃຫ້ເຮືອເຂົ້າທຽບທ່າຫ່າງຈາກຝັ່ງທະເລປະມານ 30 ແມັດແລະຢູ່ຝັ່ງກໍ່ຍັງຄົງຕົວສາງເກັບມ້ຽນສິນຄ້າ, ອ່າງເກັບນ້ຳພື້ນເຮືອນຈຳນວນໜຶ່ງ. ປີ 2008 ທ່າກຳປັ່ນK15ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດຈາກກະຊວງວັດທະນະທຳກິລາແລະທ່ອງທ່ຽວຫວຽດນາມ.ທ່ານນາງລິວທິທູຮວ່ຽນ ຜູ້ອຳນວຍການສູນບໍລິການທ່ອງທ່ຽວແລະຄຸ້ມຄອງປູຊະນີຍະສະຖານເມືອງໂດ່ເຊີນນະຄອນຫ໋າຍຟ່ອງໃຫ້ຮູ້ວ່າ:

    “ທ່າກຳປັ່ນK15ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມເທົ່ານັ້ນຫາກຍັງແມ່ນສະຖານທີ່ແດງເພື່ອສຶກສາອົບຮົມມູນເຊື້ອປະຫວັດສາດປະຕິວັດໃຫ້ແກ່ຄົນລຸ້ນປັດຈຸບັນອີກດ້ວຍ. ບັນດາໂຮງຮຽນເມື່ອມາຢ້ຽມຊົມທັດສະນະສຶກສາ ກໍ່ຍັງຈັດຕັ້ງບັນດາເຫດການຮັບເອົານັກຮຽນເປັນ  ສະມາຊິກກອງເຍົາວະຊົນ, ຄະນະຊາວໜຸ່ມ. ພວກນ້ອງນັກຮຽນໄດ້ມາຢ້ຽມຍາມທ່າກຳປັ່ນK15ກໍ່ລ້ວນແຕ່ມີຄວາມພາກພູມໃຈທີ່ສຸດ.”

    ເມື່ອມີໂອກາດມາຢ້ຽມຍາມທ່າກຳປັ່ນ K15 ໃນທ່າມກາງທິວທັດທຳມະຊາດທີ່ສວຍງາມ ອາກາດປອດໂປ່ງແລະມຸ່ງສາຍຕາສູ່ທະເລບໍ່ວ່າຜູ້ໃດກໍ່ມີຄວາມຮູ້ສຶກຕື້ນຕັນໃຈເມື່ອຄິດເຖິງບັນດາຝູງເຮືອບໍ່ມີເລກໝາຍດ້ວຍຄວາມເສຍສະຫຼະຊີວິດຂອງບໍ່ຈັກວ່າເທົ່າໃດຄົນອັນໄດ້ປະກອບສ່ວນສ້າງໄຊຊະນະປະຫວັດສາດຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ