ທ່າກຳປັ່ນຍ່າຣົ່ງແລະຫໍພິພິທະພັນໂຮ່ຈີມິນ - ບ່ອນຂີດໝາຍ ຊີວິດແລະພະລາກິດຂອງປະທານໂຮ່ຈີມິນ

(VOVWORLD) -ທ່າກຳປັ່ນຍ່າຣົງ່ ແລະຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນຢູ່ເຮືອນເລກທີໜຶ່ງຖະໜົນຫງວຽນເຕິດແທັ່ງເມືອງ 4 ນະຄອນໂຮ່ຈີມິນ, ຢູ່ແຫ່ງນີ້ ນອກຈາກວາງສະແດງບັນດາວັດຖຸພັນທີ່ຕິດພັນກັບຊີວິດພາລະກິດຂອງເພິ່ນນັ້ນຍັງເປັນຂີດໝາຍເຫດການເມື່ອວັນທີ 5 ມິຖຸນາປີ 1911 ທ່ານປະທານໂຮ່ຈີມິນໄດ້ເລີ່ມເດີນທາງອອກຈາກຫວຽດນາມໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ ປົດປ່ອຍຊາດໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງລ່າເມືອງຂຶ້ນ ຝລັ່ງເຊິ່ງເລີ່ມຕົ້ນຈາກທ່າກຳປັ່ນຍ່າຣົ່ງ
ທ່າກຳປັ່ນຍ່າຣົ່ງແລະຫໍພິພິທະພັນໂຮ່ຈີມິນ - ບ່ອນຂີດໝາຍ ຊີວິດແລະພະລາກິດຂອງປະທານໂຮ່ຈີມິນ - ảnh 1ບັນດາວັດຖຸພັນ, ຮູບຖ່າຍທີ່ວາງສະແດງໃນຫໍພິພິທະພັນ

    ຫໍພິພິທະພັນໂຮ່ຈີມິນຖືກຕັ້ງໃນເຮືອນຫຼັງໜຶ່ງເຊິ່ງເມື່ອກ່ອນນີ້ ແມ່ນສຳນັກງານຂອງບໍລິສັດໃຫຍ່ຂົນສົ່ງພະກະສັດເຊິ່ງແມ່ນໜຶ່ງໃນບັນດາກິດຈະກຳທຳອິດໂດຍລ່າເມືອງ ຝລັ່ງປຸກສ້າງພາຍຫຼັງທີ່ໄດ້ຢຶດຄອງໄຊງ່ອນ. ເຮືອນຫຼັງນີ້ຖືກປຸກສ້າງກາງປີ 1862 ແລະ ສຳເລັດໃນປີ 1863 ດ້ວຍການອອກແບບຝ່າຍຕາເວັນຕົນແຕ່ຢູ່ຫຼັງຄາເຮືອນມີມັງກອນສອງໂຕພວມເຝົ້າດວງພະຈັນ. ມີເຫດການໜຶ່ງທີ່ມີຄວາມໝາຍພິເສດເຊິ່ງກ່ຽວຂ້ອງເຖິງທ່າກຳປັ່ນຍ່າຣົ່ງນັ້ນແມ່ນໃນວັນທີ 5 ມິຖຸນາປີ 1911, ທ່ານປະທານໂຮ່ຈີມິນຄາວນັ້ນໄດ້ມີຊື່ວ່າ ຫງວຽນວັນບາ,  ໄດ້ລົງເຮືອເພື່ອອກເດີນທາງໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ.ເພື່ອຈົດຈຳເຫດການດັ່ງກ່າວ, ພາຍຫຼັງທີ່ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ, ເຮືອນຍ່າຣົ່ງໄດ້ຖືກຮັກສາໄວ້ເປັນອະນຸສອນສະຖານກ່ຽວກັບປະທານໂຮ່ຈີມິນແລະຮອດປີ 1995 ໄດ້ຫັນປ່ຽນຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນ. ນາງຟານເກ໊ຮວິ່ງ ຜູ້ນຳທ່ຽວຊົມຢູ່ຫໍພິພິທະພັນ ໂຮ່ຈີມິນໃຫ້ຮູ້ວ່າ:

    “ຢູ່ຫໍພິພິທະພັນກໍ່ວາງສະແດງຮູບຈຳລອງກຳປັ່ນອາມີຣານລາຕູເຈີວີນເຊິ່ງແມ່ນກຳປັ່ນຂອງບໍລິສັດຂົນສົ່ງຫ້າດາວ, ເຊິ່ງແມ່ນໜຶ່ງໃນຈຳນວນກຳປັ່ນການຄ້າ 6 ລຳແບບຫຼູຫຼາລະດັບຫ້າດາວ. ຕາມເອກະສານຖືກເກັບຮັກສາຢູ່ຫໍພິພິທະພັນໂຮ່ຈີມິນເຊິ່ງໄດ້ບັນທຶກວັນທີ 2 ມິຖຸນາປີ 1911 ກຳປັ່ນໄດ້ເດີນທາງຈາກຫ໋າຍຟ່ອງໄດ້ເຂົ້າທຽບທ່າກຳປັ່ນຍ່າຣົ່ງຄາວນັ້ນເອີ້ນວ່າທ່າກຳປັ່ນໄຊງ່ອນໄດ້ຮັບເອົາບຸກຄະລາກອນຈຳນວນໜຶ່ງເຂົ້າເຮັດວຽກໃນກຳປັ່ນໃນນັ້ນມີອ້າຍບ່າວຫງວຽນເຕິດແທັ່ງໄດ້ໃສ່ຊື່ວ່າ ວັນບາໄດ້ຮັບເຂົ້າເຮັດວຽກຢູ່ເຮືອນຄົວ”.

      ສະເພາະກ່ຽວກັບຫໍພິພິທະພັນໂຮ່ຈີມິນແມ່ນປະກອບດ້ວຍສອງຊັ້ນ ດ້ວຍ 7 ຫ້ອງວາງສະແດງຕາມຫົວເລື່ອງ ແລະ 8 ຫ້ອງວາງສະແດງອື່ນໆ ດ້ວຍເນື້ອທີ່ທັງໝົດເກືອບ 1.500 ຕາແມັດເຊິ່ງໄດ້ແນະນຳປະມານ 11.000 ວັດຖຸພັນຮູບຖ່າຍກ່ຽວກັບຊີວະປະຫວັດຫຍໍ້ ພາລະກິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ. ນາງຟານເກ໊ຮວິ່ງໃຫ້ຮູ້ຕື່ມອີກວ່າ:

      “ບັນດາວັດຖຸພັນ ຮູບຖ່າຍທີ່ນຳມາວາງສະແດງຢູ່ຫໍພິພິທະພັນກໍ່ລ້ວນແຕ່ມີບັນດາເຫດການປະຫວັດສາດມີເລື່ອງລາວສະເພາະ, ອາດຈະເວົ້າເຖິງປຶ້ມບັນທຶກເງິນເດືອນຂອງບັນດາລູກເຮືອໃນກຳປັ່ນພ້ອມກັບບັນດາວັດຖຸພັນຢູ່ຫໍພິພິທະພັນເຊິ່ງອາດຈະຊ່ວຍແຂກມາຢ້ຽມຊົມສາມາດເຂົ້າໃຈເລິກເຊິ່ງກ່ຽວກັບການເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດທີ່ເຕັມໄປດ້ວຍລຳບາກກາກກຳຂອງລຸງ ໂຮ່”.

       ໃນບັນດາເຫດການວັນຊາດຫວຽດນາມວັນທີ 2 ກັນຍາຫຼື ລະນຶກເຖິງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນຄືວັນທີ 19 ພຶດສະພາ, ຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນໄດ້ຕ້ອນຮັບແຂກມາຢ້ຽມຊົມອາໄລຫາເຖິງເພິ່ນຢ່າງຫຼວງຫຼາຍ. ແຂກທ່ອງທ່ຽວບາງຄົນເວົ້າຄວາມໃນໃຈສູ່ຟັງວ່າ:

    “ແຕ່ລະເທື່ອເມື່ອມາຢ້ຽມຊົມຢູ່ແຫ່ງນີ້ ເຮົາມີຄວາມເອກອ້າງທະນົງໃຈຍ້ອນວ່າເຮົາແມ່ນພົນລະເມືອງຂອງຊາດໜຶ່ງທີ່ມີພະບິດາໄດ້ເບິ່ງແຍງໃຫ້ຊາດຂອງຕົນເຊັ່ນນັ້ນ”. “ລູກມານີ້ຮູ້ສຶກມ່ວນຫຼາຍ. ລູກໄດ້ຊອກກຮູ້ກ່ຽວກັບປະທານໂຮ່ຈີມິນໄດ້ຫຼາຍສິ່ງຫຼາຍຢ່າງແລະລູກໝັ້ນໝາຍຈະດຸໝັ່ນຮ່ຳຮຽນໃຫ້ເກັ່ງກວ່າເກົ່າ”

        ດ້ວຍຄຸນຄ່າປະຫວັດສາດຕິດພັນກັບຊີວິດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ,  ທ່າກຳປັ່ນຍ່າຣົ່ງ, ຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນໄດ້ກາຍເປັນສັນຍາລັກຂອງນະຄອນທີ່ໃສ່ຊື່ຂອງລຸງໂຮ່ ແລະທັງແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ