ທ້າຍບີງ-ເຂດບ້ານນາທີ່ລຽບງ່າຍ ແລະສະຫງົບສຸກ

ໂດຍ​ແມ່ນ​ແຂວງ​ແຄມ​ທະ​ເລ​ທີ່​ຂຶ້ນ​ກັບ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ, ທ້າຍ​ບີງ​ມີ​ດ້ານ​ໜຶ່ງ​ຕິດ​ກັບ​ທະ​ເລ, ສ່ວນ 3 ດ້ານ​ຍັງ​ເຫຼືອ​ຖືກ​ໂອບ​ອ້ອມ​ດ້ວຍ 3 ລຳ​ແມ່​ນ້ຳ​ໃຫຍ່​ເຊັ່ນ: ແມ່​ນ້ຳ​ຮ້​ວາ, ແມ່​ນ້ຳຫຼວກ ແລະ ແມ່ນ​ນ້ຳ​ແດງ. ເພາະ​ສະ​ນັ້ນ, ທ້າຍ​ບີງຖືກ​ທຳ​ມະ​ຊາດ​ດົນ​ບັນ​ດານ​ດ້ວຍ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ສົດ​ງົດ​ງາມ, ບັນ​ດາ​ທົ່ງ​ນາ, ຕົ້ນ​ໄມ້​ໃບ​ຫຍ້າ​ຂຽວ​ອຸ່ມ​ທຸ່ມ. ບໍ່​ພຽງ​ແຕ່​ແມ່ນ​ອູ່​ໃຫ້​ກຳ​ເນີດ​ສິ​ລະ​ປະ​ຂັບ​ແຈວ​ເທົ່າ​ນັ້ນ, ທ້າຍ​ບີງຍັງ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຍ້ອນ​ແມ່ນ​ດິນ​ແດນ​ທີ່​ມີ​ລະ​ບົບ​ວັດ​ວາ​ອາ​ຮາມ, ພະ​ວິ​ຫານ, ສາ​ລາ​ທີ່​ອຸ​ດົມ​ສົ​ມ​ບູນ ພ້ອມ​ກັບ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ທ້ອງ​ຖິ່ນ. ມາ​ຢ້ຽມ​ຢາມ​ຢູ່​ແຂວງ ທ້າຍ​ບີງ, ແຂກ​ທ່ອງ​ທ່ຽວ​ຕ່າງ​ກໍ​ປະ​ຫຼາດ​ໃຈ​ຕໍ່​ໜ້າ​ທິວ​ທັດ​ທຳ​ມະ​ຊາດ ແລະ ຄວາມ​ເປັນ​ມະ​ນຸດ​ຂອງ​ເຂດ​ບ້ານ​ນາ ຊຶ່ງ​ໄດ້​ຮັບ​ຖື​ວ່າ ແມ່ນ​ອູ່​ເຂົ້າຂອງ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ.

ທ້າຍບີງ-ເຂດບ້ານນາທີ່ລຽບງ່າຍ ແລະສະຫງົບສຸກ - ảnh 1
ທ້າຍບີງ-ເຂດບ້ານນາທີ່ລຽບງ່າຍ ແລະສະຫງົບສຸກ

           ຈາກ​ຮ່າ​ໂນ້ຍ​ຜ່ານ​ໄລ​ຍະ​ທາງ​ປະ​ມານ​ກ່​ວາ 100 ກມ, ຂີ່​ລົດ​ໂອ​ໂຕ​ປະ​ມານ 2 ຊົ່ວ​ໂມງ, ແຂກ​ທ່ອງ​ທ່ຽວ​ກໍ​ຈະ​ຮອດ​ນະ​ຄອນ ທ້າຍ​ບີງ. ມາ​ທ່ອງ​ທ່ຽວ​ຢູ່ ທ້າຍ​ບີງ, ແຂກ​ທ່ອງ​ທ່ຽວຈະ​ມີ​ໂອ​ກາດ​ໄດ້​ຄົ້​ນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ທີ່​ທຳ​ການ​ຜະ​ລິດ​ກະ​ສີ​ກຳ​ເປັນ​ຕົ້ນ​ຕ​ໍ  ເພື່ອ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ການ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ​ຢູ່​ເຂດ​ບ້ານ​ນາ. ອ້າຍ​ຫງວ​ຽນວັນ​ນາມ ຊາວ​ທ້າຍ​ບິງ ແບ່ງ​ປັນ​ວ່າ : 

    “ ​ມາ​ທ້າຍ​ບີງ, ແຂກ​ທ່ອງ​ທ່ຽວບໍ່​ເຄີຍ​ເຫັນ​ບັນ​ດາ Resort , ບັນ​ດາ​ລົດ​ເກັ່ງ​ທີ່​ມີ​ລາ​ຄາ​ແພງຫຼື​ຮ້ານ​ອາ​ຫານ, ໂຮງ​ແຮງ 4, 5 ດາວ, ​ບັນ​ດາ​ສູນ​ທ່ອງ​ທ່ຽວ​ໃຫຍ່ ແທນ​ທີ່​ແມ່ນ​ທິວ​ທັດ​ຢູ່ 2 ຟາກ​ທາງ​ດ້ວຍ​ທົ່ງ​ໄຮ່​ທົ່ງ​ນາ​ຂຽວ​ອຸ່ມ​ທຸ່ມ, ບັນ​ດາ​ເຮືອນ​ພັກ​ທຳ​ມະ​ດາ​ໃນ​ທ່າມ​ກາງບັນ​ຍາ​ກາດ​ທີ່​ສະ​ຫງົບ​ສຸກ. ມັນ​ແຕກ​ຕ່າງ​ກັບ​ຄວາມ​ຟົດ​ຟື້ນເນື່ອງ​ນັນຢູ່​ບັນ​ດາ​ເຂດ​ຕົວ​ເມືອງ​ໃຫຍ່.   ”

    ຈາກ​ນະ​ຄອນ​ທ້າຍ​ບີງ, ມຸ່ງ​ໜ້າ​ສູ່​ເມືອງ​ດົງ​ຮຶງ ປະ​ມານ 10 ກມ, ແຂກ​ທ່ອງ​ທ່ຽວກໍ​ຈະໄປ​ຮອດ​ກຸ່ມ​ບ້ານ​ວັດ​ທະ​ນະ​ທຳ​ທີ່​ລື່​ຊື່​ຂອງ​ແຂວງ​ທ້າຍ​ບີງ, ໃນນັ້ນ ມີ​ບ້ານ​ຄ໋ວກ, ບ້ານ​ດົງ​ ແລະ ບ້ານ​ຫງວຽນ​.

        ເຂົ້າ​ໄປ​ໝູ່​ບ້ານ​ດົງ​, ແຂກ​ທ່ອງ​ທ່ຽວຈະ​ເຫັນ​ປະ​ຈັກ​ຕາ​ຊາວ​ກະ​ສີ​ກອນ ຜູ້​ບັນ​ຊາ​​ຕົວ​ລະ​ຄອນ​ຕຸກ​ກະ​ຕາ​ຢ່າງ​ຄ່ອງ​ແຄ້ວ. ບັນ​ດາ​ນັກ​ສິ​ລະ​ປະ​ການ​ໃນ​ໝູ່​ບ້ານ​ດົງ​ບໍ່​ພຽງ​ແຕ່​ຮູ້​ຟ້ອນ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດ​ແກ​ະ, ຄວັດ​ສະຫຼັກ​ຮູບ​ປັ້ນ ແລະ ຕົວ​ລະ​ຄອນຕຸກ​ກະ​ຕາອີກ​ດ້ວຍ.  ​ມາ​ຢ້ຽມ​ຢາມ​ບ້ານ​ດົງ, ແຂກ​ທ່ອງ​ທ່ຽວຍັງ​ຈະ​ໄດ້​ຢ້ຽມ​ຊົມ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກາ​ຕາ​ໃນ​ທ່າງ​ກາງສຽງ​ຂັບແຈ່ວ​ອີກ​ດ້ວຍ.

      ເມື່ອເຂົ້າ​ໄປ​ຕາ​ແສງຟອງ​ເຈົາ, ເມືອງ ດົງ​ຮຶງ, ແຂກ​ທ່ອງ​ທ່ຽວຍັງຈະ​ໄດ້ຮັບ​ຊົ​ມການ​ສະ​ແດງ​ລະ​ຄອນ​ແຈ່ວ​ຂອງ​ບັນ​ດາ​ນັກ​ສິ​ລະ​ປີນ​ໃນ​ໝູ່​ບ້ານ​ຄ໋ວກ. ລຸງ​ບຸຍ​ວັນ​ຣໍ ຊາວ​ບ້ານ​ຄ໋ວກ ເປີດ​ເຜີຍ​ວ່າ : 

   “ ຢູ່​ຫວຽດ​ນາມ​ມີ 2 ແຂວງ​ມີ​ສິ​ລະ​ປະ​ຂັບ​ແຈວ ນັ້ນ​ແມ່ນ ນີງ​ບີງ ແລະ ທ້າຍ​ບີງ. ບັນ​ດາ​ນັກ​ສິ​ລະ​ປີນ​ທ້າຍ​ບີງ ຍັງ​ສາ​ມາດ​ຮັກ​ສາ​ໄດ້ 28 ທຳ​ນອງ​ເພງ​ແຈ່ວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ຊຶ່ງ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສະ​ແດງ​ຢ່າງ​ແຜ່ຫຼາຍ ແລະ ມີ​ພຽງ​ຊາວ​ບ້ານ​ຄ໋ວກ​ສາ​ມາດ​ຂັບ​ເປັນ​ເທົ່າ​ນັ້ນ. ອາ​ຊີບນີ້ ຢູ​່​ທ້ອງ​ຖິ່ນ ບໍ່​ແມ່ນ​ອາ​ຊີບ​ເພື່ອ​ຫາ​ເງິນ​ລ້ຽງ​ຊີບ, ແຕ່​ບັນ​ພະ​ບູ​ລຸດມອບ​ໝາຍ​ໃຫ້​ເຮົາ​ຮັກ​ສາ​ໄວ້, ດັ່ງ​ນັ້ນ​ເຮົາ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບກັບ​ອາ​ຊີບ ”

      ມາ​ຢ້ຽມ​ຢາມ​ທ້າຍ​ບີງ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ທີ່​ສະ​ຫງົບ​ສຸກ​ຢູ່​ຕາມ​ຫາດ​ຊາຍ​ທະ​ເລ​ທີ່​ຍາວ​ຢຽດ​ສຸດ​ສາຍ​ຕາ. ກ່ອນ​ໜ້ານີ້, ຂະ​ແໜງ​ທ່ອງ​ທ່ຽວ​ທະ​ເລ​ຢູ່​ທ້າຍ​ບີງ ພຽງ​ແຕ່​ຂຸດ​ຄົ້ນການ​ເຄື່ອນ​ໄຫວ​ຢູ່ຫາດ​ຊາຍ​ທະ​ເລ​ດົງ​ເຈົາ​ໃນ​ເມືອງ​ຕຽນ​ຫາຍ​ເທົ່າ​ນັ້ນ, ແຕ່​ໃນ​ປະ​ຈຸ​ບັນ, ທ້າຍ​ບີງ​ຍັງ​ມີ 2 ຫາດ​ຊາຍ​ທະ​ເລ​ໃໝ່ ທີ່​ສວຍ​ສົດ​ງົດງາມ ແລະ ດູ​ດື່ມ. ນັ້ນ​ແມ່ນ​ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທະ​ເລ ກົນ​ແວ່ງ, ແລະ ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທະ​ເລ ກົນ​ແດນ. ອ້າຍວ​ູ້​ດັງ​ທຽນຫຼີ, ຜູ້​ນຳ​ທ່ຽວຊາວ​ທ້າຍ​ບີງ ໃຫ້​ຮູ້​ວ່າ : 

   “ ມາ​ຢ້ຽມ​ຢາມ​ທ້າຍ​ບີງ, ບັນ​ດາ​ເພື່ອນ​ຈະ​ໄດ້​ຟັງ​ສຽງ​ຂຸ່ຍ​ວ່າວດັ່ງ​ວີໆ​ຢູ່​ຕາມ​ທົ່ງ​ນາ​ທີ່​ກ້​ວາງ​ໃຫຍ່, ຝູງ​ນົກ​ຍ່າງບິນ​ເຈີດ​ໄປ​ເຈີດ​ມາ. ຢູ່​ທະ​ເລ​ກົນ​ແດນ, ແຂກ​ທ່ອ​ງ​ທ່ຽວ​ຈະ​ເຫັນ​ໄດ້​ເຖິງ​ລັກ​ສະ​ນະ​ເພີ່ນ​ຈິດ, ເພາະ​ຢູ່​ແຫ່ງນີ້ ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ບໍ່​ຖືກ​ລົບ​ກວນ. ເປັນ​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ ແມ່ນ​ຍາມດວງ​ຕາ​ວັນ​ອອກ ”

      ທ້າຍ​ບີງ​ແມ່ນ​ແຂວງເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ, ມ​ີ​ຄວາມ​ລຽບ​ງ່າຍ, ຊາວ​ທ້ອງ​ຖິ່ນ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ. ຍ້ອນ​ຄວາມ​ລຽບ​ງ່າຍ ແລະ ນິດ​ໄສ​ຂອງ​ຊາວ​ທ້ອງ​ຖິ່ນນີ້​ເອງ ກໍ​ແມ່ນ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຄວາມ​ມີ​ສະເໜ່ຂອງ​ແຫ່ງ​ໃຫ້​ກຳ​ເນີດ​ສິ​ລະ​ປະ​ຂັບ​ແຈ່ວ.

ຕອບກັບ

ຂ່າວ/ບົດ​ອື່ນ