ທາດໂປກະລົງກາລາຍ-ປູຊະນີຍະສະຖານລະດັບຊາດພິເສດຢູ່ແຂວງນິງຖ້ວນ

(VOVWORLD) -ທາດໂປກະລົງກາລາຍຕັ້ງຢູ່ໂນນເຈົ່າຕາແສງໂດວິງນະຄອນຟານຣາງ - ທາດຈ່ຳຢູ່ແຂວງນິງຖ້ວນ. ປູຊະນີຍະສະຖານດ້ວຍສະຖາປັດຕະຍາກຳສິລະປະກຳທາດໂປກະລົງກາລາຍໄດ້ຮັບໃບຢັ້ງຢືນຈາກນາຍົກລັດຖະມົນຕີແມ່ນປູຊະນີຍະສະຖານລະດັບຊາດພິເສດເມື່ອປີ 2016
ທາດໂປກະລົງກາລາຍ-ປູຊະນີຍະສະຖານລະດັບຊາດພິເສດຢູ່ແຂວງນິງຖ້ວນ - ảnh 1ທາດໂປກະລົງກາລາຍ - ປູຊະນີຍະສະຖານລະດັບຊາດພິເສດ

    ຕາມການເລົ່າຂານກັນຂອງຊາວເຜົ່າຈ່ຳວ່າ ທາດໂປກະລົງກາລາຍໂດຍເຈົ້າຊີວິດ ຢາຍາຊິມຮາວາມານ III ໃຫ້ປຸກສ້າງໃນທ້າຍສະຕະວັດທີ XIII.ເພື່ອປູຊາເຈົ້າຊີວິດໂປກະລົງກາລາຍ (1151 - 1205) ເຊິ່ງແມ່ນເຈົ້າຊີວິດອົງມີຄຸນງາມຄວາມດີຢ່າງໃຫຍ່ຫຼວງຕໍ່ຊາວເຜົ່າຈ່ຳໃນການຕ້ານສັດຕູເຂົ້າມາຮຸກຮານແລະໄດ້ສ້າງບ້ານແປງເມືອງເຮັດໃຫ້ທົ່ງໄຮ່ທົ່ງນາລະດູການຜະລິດໄດ້ຮັບຜົນດີ. ທາດໂປກະລົງກາລາຍແມ່ນໜຶ່ງໃນບັນດາກຸ່ມທາດຈ່ຳທີ່ໃຫຍ່ໂຕມະໂຫຖານແລະສວຍງາມທີ່ຍັງເຫຼືອຢູ່ ຫວຽດນາມ.ກິດຈະກຳນີ້ມີສະຖາປັດຕະຍະກຳສິລະປະປະຕິມາກຳບັນລຸຍອດສູງ. ອ້າຍແທັ່ງໃຍ໋ ຮອງຜູ້ອຳນວຍການຫໍພິພິທະພັນແຂວງນິງຖ້ວນໃຫ້ຮູ້ວ່າ:

“ທາດໂປກະລົງກາລາຍແມ່ນກິດຈະກຳສະຖາປັດຕະຍາກຳສິລະປະກຳທາດຈ່ຳທີ່ຍັງຄົງຖືກຮັກສາເໝືອນເດີ່ມ. ພາຍຫຼັງທີ່ນາຍົກລັດຖະມົນຕີໄດ້ເຊັນຂໍ້ຕົກລົງຮັບຮອງເອົາທາດນີ້ ແມ່ນປູຊະນີຍະສະຖານລະດັບຊາດພິເສດ, ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສານັບມື້ນັບຫຼາຍຂຶ້ນ. 9 ເດືອນຕົ້ນປີ 2022 ພວກຂ້າພະເຈົ້າໄດ້ຕ້ອນຮັບແລະຮັບໃຊ້ແຂກທ່ອງທ່ຽວຫຼາຍກວ່າ 120.000 ເທື່ອຄົນ. ໃນ 3 ເດືອນທີ່ຈະມາເຖິງພິເສດໃນເດືອນ ຕຸລາກໍ່ຈະມີງານບຸນກາເຕຄາດວ່າຈະຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 87.000 ເທື່ອຄົນ”.

    ປູຊະນີຍະສະຖານທາດໂປກະລົງກາລາຍໃນປັດຈຸບັນຍັງເກັບຮັກສາຮູບປັ້ນ ລິນກາໂຢນີ ໜຶ່ງຮູບ; ຮູບປັ້ນງົວວິເສດ ນານດິນ ໜຶ່ງຮູບ; ແຜ່ນສີລາໜຶ່ງແຜ່ນ; ຮູບປັ້ນພະມະເຫສີໜຶ່ງຮູບ ແລະ ເສົາລີນໜຶ່ງເສົາຢູ່ນອກລະບົບກຳແພງທາງທິດໃຕ້ຂອງກຸ່ມປູຊະນີຍະສະຖານ. ທ່ານຫວ້ານກວາງຝູໂດນ ຜູ້ອຳນວຍການບໍລິສັດຈຳກັດໝູ່ບ້ານອາຊີບຫັດຖະກຳເຜົ່າຈ່ຳໃຫ້ຮູ້ວ່າ:

   “ຂ້າພະເຈົ້າຕາງໜ້າໃຫ້ສອງໝູ່ບ້ານອາຊີບຫັດຖະກຳ ລວມມີເບົ່າຈຸກ ແລະ ຕ່ຳແຜ່ນແພພື້ນເມືອງ ໝີງຽບ ນຳຜະລິດຕະພັນເຄື່ອງປັ້ນດິນເຜົາແລະເຄື່ອງຕ່ຳແຜ່ນໄປຍັງທາດເພື່ອຂາຍຮັບໃຊ້ແຂກທ່ອງທ່ຽວ ຢູ່ເຂດທ່ອງທ່ຽວ ທາດໂປກະລົງກາລາຍ. ຂ້າພະເຈົ້າຂາຍເຄື່ອງຢູ່ທີ່ນີ້ 5 ປີແລ້ວເຫັນວ່າເມື່ອຜະລິດຕະພັນຂອງສອງໝູ່ບ້ານ ພວກຂ້າພະເຈົ້ານຳມາຂາຍຢູ່ທີ່ນີ້ ໄດ້ຮັບຄວາມນິຍົມຊົມໃຊ້ຈາກແຂກທ່ອງທ່ຽວທັງຫຼາຍ”.

ທາດໂປກະລົງກາລາຍ ແມ່ນກຸ່ມທາດປະກອບດ້ວຍສາມທາດຄືທາດໃຈກາງ, ທາດປະຕູໂຂງແລະທາດໄຟ. ບັນດາກິດຈະກຳຍ່ອຍຂອງເຂດປູຊະນີຍະສະຖານຢູ່ແຫ່ງນີ້ ປະກອບດ້ວຍເດີ່ນ, ສວນ, ລະບົບກຳແພງອ້ອມຮອບ, ທາງພາຍໃນ, ປະຕູໂຂງ, ກິດຈະກຳຮັບໃຊ້ການທ່ອງທ່ຽວ- ວັດທະນະທຳ, ຫໍບູຊາ... ອ້າຍແທັກດ້າຍຢຸຍ ແຂກທ່ອງທ່ຽວມາຈາກນະຄອນຫ໋າຍຟ່ອງເປີດເຜີຍວ່າ:

 “ຂ້າພະເຈົ້າເຫັນວ່າວັດທະນະທຳເຜົ່າຈ່ຳເປັນໜ້າຈັບໃຈທີ່ສຸດມີຫຼາຍຈຸດຍັງບໍ່ທັນໄດ້ຄົ້ນຫາເທື່ອ. ຂ້າພະເຈົ້າມາຢ້ຽມຊົມທາດເພື່ອຊອກຮູ້ຄວາມເປັນເອກະລັກສະເພາະທາງດ້ານສະຖາປັດຕະຍາກຳ. ຍົກຕົວຢ່າງຄື ເຕິຍງວຽນ ມີສາລາບ້ານ, ເຂດເຕິຍບັກກໍ່ມີເຮືອນຮ້ານ. ມານີ້ກໍ່ເຫັນວ່າທາດງາມຫຼາຍສະຖາປັດຕະຍະກຳງົດງາມເປັນໜ້າຈັບໃຈ”.

 ແຕ່ລະປີຢູ່ປູຊະນີຍະສະຖານ ທາດໂປກະລົງກາລາຍກໍ່ດຳເນີນບັນດາພິທີທາງສາສະໜາ, ບັນດາງານບຸນປະເພນີຂອງຊາວເຜົ່າຈ່ຳບັນດາງານສະແດງສິລະປະວັດທະນະທຳ. ການທີ່ພົ້ນເດັ່ນແລະດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວແລະຊາວທ້ອງຖິ່ນເປັນພິເສດນັ້ນແມ່ນງານບຸນກາເຕ - ບຸນເຕັດຂອງຊາວເຜົ່າຈ່ຳຖືສາສະໜາບາລາໂມນທີ່ຈັດຂຶ້ນໃນເດືອນ 7 ແຕ່ລະປີໂດຍໄລ່ຕາມຈັນທະປະຕິທິນຂອງເຜົ່າຈ່ຳກົງກັບເດືອນກັນຍາຫຼືເດືອນ ຕຸລາ ຄສ.  ທາດໂປກະລົງກາລາຍແມ່ນສັນຍາລັກທາງດ້ານຈິດວິນຍານຂອງພື້ນຖານວັດທະນະທຳຈຳປາ ແມ່ນສະຖານທີ່ທ່ອງທ່ຽວດູດດື່ມເປັນພິເສດເຊິ່ງແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຍາມເມື່ອມີໂອກາດມາຢາມແຂວງນິງຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ