ທຳນຽບທົງເຍີດ, ປູຊະນີຍະສະຖານປະຫວັດສາດວັດທະນະທຳພິເສດ


(vovword)-ໃນ​ຊຸ​ມ​ມື້ນີ້ ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ທຳ​ນຽບ​ທົງ​ເຍີດ(ກ່ອນນີ້​ເອີ້ນ​ວ່າ ທຳ​ນ​ຽບ​ດົກ​ເລີບ)ເພີ່ມ​ຂຶ້ນ​ກະ​ໂດດ​ຂັ້ນ. ເຂົາ​ເຈົ້າ​ມາ​ແຫ່ງນີ້ ບໍ່​ພຽງ​ແຕ່​ເພື່ອຢ້ຽມ​ຊົມ, ທັດ​ສະ​ນະ​ສຶກ​ສາ, ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ກັບ​ຄື​ນ​​ມາສະ​ຖານ​ທີ່​ຊື່ງ​ອຳ​ນາດ​ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມ​ຖືກ​ພັງ​ທະ​ລາຍ. ປະ​ຈຸ​ບັນ ທຳ​ນຽບ​ທົງ​ເຍີດ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ພິ​ເສດ ໄດ້​ຮັບ​ການ​ຮັບ​ຮອງ​ກ່ຽວ​ກັບ​ຄຸນ​ຄ່າ​ປະ​ຫວັດ​ສາດ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ ດ້ວຍ​ຫົວ​ຂໍ້​ວ່າ: ທຳ​ນຽບ​ທົງ​ເຍີດ, ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ພິ​ເສດ

ທຳນຽບທົງເຍີດ, ປູຊະນີຍະສະຖານປະຫວັດສາດວັດທະນະທຳພິເສດ - ảnh 1
ທຳ​ນຽບ ທົງ​ເຍີດ
ພາບ:internet

        ທາງເບື້ອງ​ຫນ້າ​ຂອງ​ທຳ​ນຽບ ທົງ​ເຍີດ​ແມ່ນ​ເສັ້ນ​ທາງ ນາມ​ກີ​ເຂີຍ​ເຫ​ງັຍ, ຢູ​່​ອ້ອມ​ຂ້າງ​ແມ່ນ​ບັນ​ດາ​ເສ​ັ້ນ​ທາງ​ໃຈ​ກາງ​ນະ​ຄອນ ໂຮ່​ຈີ​ມີນ, ​ຢູ່​ສອງ​ຟາກ​ທາງ​ມີ​ຕົ້ນ​ໄມ້​ຂຽວ​ສົດ​ງົດ​ງາມ. ທຳ​ນຽບ ທົງ​ເຍີດ ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ສີ​ມື​ອັນ​ຄ​ອ່ງ​ແຄ້ວ ແລະ  ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາວ​ຫວຽດ​ນາມ ແລະ ກາຍ​ເປັນ​ສະ​ຖານ​ທີ່​ຂາດບໍ່​ໄດ້​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ​ເມື່ອ​ມາ​ຢ້ຽມ​ຢາມ​ນະ​ຄອນ ໂຮ່​ຈິ​ມີນ. ປີ 1962,   ປະ​ທາ​ນາ​ທິ​ບໍ​ດີ ອຳ​ນ​າດ​ການ​ປົກ​ຄອງ ຫຸ່ນໄຊ​ງ່ອນ, ໂງ​ດີງ​ຢ້ຽມ ອະ​ນຸ​ຍາດ​ໃຫ້​ກໍ່​ສ້າງ ທຳ​ນຽບ ທົງ​ເຍີດ ຢູ່​ເຂດ​ດິນ​ຂອງ​ທຳ​ນຽບ Norodom. ນັກ​ສະ​ຖາ​ປາ​ນິກ ໂງ​ຫວຽດ​ຖູ້, ຊາວ​ຫວຽດ​ນາມ ຄົນ​ທຳ​ອິດ ແລະ ​ແມ່ນ​ຜູ​ູ້ຫນຶ່ງ​ດຽວ​ໄດ້​ຮັບ​ລາງວັນ​ສະ​ຖາ​ປັດ​ຕະ​ຍະ​ກຳໂລກ ທີ່ໄດ້​ອອກ​ແບບ ທຳ​ນຽບ ທົງ​ເຍີດ​ຄືນ​ໃຫມ່. ທ່ານ ໄດ້​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳທັນ​ສະ​ໄຫມ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ​ພື້ນ​ເມືອງ​ຝ່າຍ​ຕາ​ເວັນ​ອອກ​ສຳ​ລັບກິດ​ຈະ​ກຳ​ແຫ່ງນີ້. ທຳ​ນຽບ ທົງ​ເຍີດ ໄດ້​ຮັບ​ການກໍ່​ສ້າງ​ໃນ​ເນື້ອ​ທີ່ 12 ເຮັກ​ຕາ ລວມ​ມີ 3 ຊັ້ນ​, ​ພ້ອມ​ດ້ວຍ​ຊັ້ນ​ດາດ​ຟ້າ, ຊັ້ນໃຕ້​ດິນ….. ທຳ​ນຽບ ທົງ​ເຍີດ ໄດ້​ຮັບ​ການ​ອອກ​ແບບ​ຕ​າມ​ຕົວ​ຫນັງ​ສືຈີ​ຂອງ​ຈີນ ໝາຍ​ເຖິງ​ຄວາມ​ໂຊກ​ດີ.

        11 ໂມງ 30 ນາ​ທີ​ຂອງວັນ​ທີ 30/4/1975, ທຸງ​ຂອງ​ແນວ​ໂຮມ​ປົດ​ປ່ອຍ​ຊາດ ພາກ​ໃຕ້​ຫວຽດ​ນາມ ປິວ​ສະ​ບັດຢູ່​ເທິງ ທຳ​ນຽບ ທົງ​ເຍີດ. ທ່ານ ຫງວຽນ​ຫືວ​ເຈົາ, ອະ​ດີດ​ພະ​ນັກ​ງານ ວິ​ທະ​ຍຸ​ກະ​ຈາຍ​ສຽງປົດ​ປ່ອຍ​ໃນ​ຄາວນັ້ນ ໃຫ້​ຮູ້​ວ່າ:

        “ເມື່ອ​ໄດ້​ຮັບ​ຟັງ​ກຳ​ລັງ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ​ຂອງ​ຫວຽດ​ນາມ ປັກທຸງ​ຊາດ​ຢູ່​ເທິງ​ທຳ​ນຽບ​ທົງ​ເຍີດ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫລາຍ. ປະ​ຊາ​ຊົນ ແຕ່​ລະ​ຄົນ ຕ້ອງ​ຈົດ​ຈຳຕໍ່​ເຫດ​ການນັ້ນ ເພາະ​ວ່າ ​ ເພື່ອ​ໃຫ້​ມີ​ຄັນ​ທ​ຸງ​ປິວ​ສະ​ບັດ​ ຊາວ​ຫວຽດ​ນາມ ຫລາຍ​ຄົນ​ຕ້ອງ​ເສຍ​​ກຳ​ລັງ​ເຫື່ອ​ແຮງ ແລະ ເລືອ​ດ​ເນື້ອຂອງ​ຕົນບໍ່​ຈັກ​ວ່າ​ເທົ່າ​ໃດ.”

       ​​ຢູ່​ທາງເບື້ອງ​ຫ​ນ້າ​ຂອງ​ທຳ​ນຽບ ທົງ​ເຍີດ ແມ່ນ​ທົ່ງ​ຫຍ້າ​ຂຽວ​ອ່ອນ, ແລະ​ນ້ຳ​ພຸ ​ໄດ້ສ້າງ​ຄວາມ​ງາມ​ໃຫ້​ແກ່​ກິດ​ຈະ​ກຳ​ແຫ່ງນີ້. ພາຍ​ຫລັງ​ມື້​ປົດ​ປ່ອຍ, ທຳ​ນຽບ ທົງ​ເຍີດ ໄດ້​ຮັບ​ການ​ຮ​ັກ​ສາ​ແບບ​ດັ້ງ​ເດີມໄວ້ ຈາກ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຢູ່​ເບື້ອງນອກ​ຕະ​ຫລອດ​ຮອດ​ບັນ​ດາ​ວັດ​ຖຸ​ພັນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເກົ່າ​ພ້ອມ​ດ້ວຍ​ລົດ​ຖັງ 2 ຄັນ ຂອງກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ປະ​ກອບ​ສ່ວນ​ປົດ​ປ່ອຍ ໄຊ​ງ່ອນ. ນັກ​ສິ​ລະ​ປິນ ປະ​ຊ​າ​ຊົນ ແທ​ງ​ຮ​ວາ ຫວ​ນ​ຄືນມື້​ທີ​່​ຕ​ົນ​ເອງ​ພ້ອມ​ກັບ​ທະ​ຫານ​ປົດ​ປ່ອຍບ​ຸກ​ເຂົ້າ​ທຳ​ນຽບ​ທົງ​ເຍີດ:

        “ພວກ​ຂ້າ​ພະ​ເຈົ້າ​ຮ້ອງ​ເພງ​​ສູ່ກັນ​ຟັງ. ​ເມື່ອຢືນ​ໃນ​ທຳ​ນຽບ, ພວກ​ຂ້າ​ພະ​ເຈົ້າ​ຂັບ​ຮ້ອງ​ຫລາຍ​ບົດ​ເພງ. ພວກ​ຂ້າ​ພະ​ເຈົ້າ​​ຮູ້​ສຶກດີ​ໃຈ​ຫລາຍ​ເພາະ​ວ່າ ນັບ​ແຕ່ນີ້​ເປັນ​ຕົ້ນ​ໄປ​ບໍ່​ມີ​ສົງ​ຄາມ ແລະ ພວກ​ຂ້າ​ພະ​ເຈົ້າ​ໄດ້​ກັບ​ຄືນ​​ມາເຕົ້າ​ໂຮມ​ກັບ​ຄອບ​ຄົວ.”

ທຳນຽບທົງເຍີດ, ປູຊະນີຍະສະຖານປະຫວັດສາດວັດທະນະທຳພິເສດ - ảnh 2
ເຮືອ​ບິນ​ສູ້​ຮົບ​ຢູ່ທຳ​ນຽບ ທົງ​ເຍີດ
ພາບ:dantri.com

        ໃນ​ເດືອນ 11/1975 ຢູ່ ທຳ​ນຽບ​ທົງ​ເຍີດ ໄດ້​ດຳ​ເນີນກອງ​ປະ​ຊຸມ​ປຶກ​ສາ​ການ​ເມືອງ​ໂຮມ​ສອງ​ພາກ​ເຫນືອ​-ໃຕ້​ເປັນ​ເອ​ກະ​ພາບ. ປີ 1976, ທຳ​ນຽບ ທົງ​ເຍີດ ໄດ້​ຮັບ​ການຮັບ​ຮອງ​​ຈາກ ລັດ​ຫວຽດ​ນາມວ່າ ເປັນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ພິ​ເສດ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຂາດບໍ່​ໄດ້​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ​ເມື່ອ​ມາຢ້ຽມ​ຢາ​ມ​ນະ​ຄອນ​ໂຮ່​ຈິ​ມີນ. ເອື້ອຍ ຫງວຽນ​ທິ​ທູ​ຮ່ວ​ຽນ, ພະ​ນັກ​ງານ​ສູ​ນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ: ແຕ່​ລະ​ມື້ ທຳ​ນຽບ​ທົງ​ເຍີດ ຕ້ອນ​ຮັບ​ແຂກ​ເຂົ້າ​ຢ້ຽມ​ຢາມ​ນັບ​ພັນ​ເທື່ອ​ຄົນ.

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ ເມື່ອ​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ສຳ​ຄັນ​ພິ​ເສດ​ສຳ​ລັບ​ປະ​ເທດ​ຊາດ​ຄື​ແນວນີ້. ທຳ​ນຽບ​ທົງ​ເຍີດ ແມ່ນ​ສະ​ຖານ​ທີ່​ຈົດ​ຈຳ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ.  ທຳ​ນຽບ​ທົງ​ເຍີດ ປະ​ຈຸ​ບັນ ໄດ້​ກາຍ​ເປັນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ມີ​ລັກ​ສະ​ນະ​ສັນ​ຍາ​ລັກ​ໃຫ້​ແກ່​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ. ຜ່ານ​ບັນ​ດາ​ວັດ​ຖຸ​ພັນ ແລະ ຮູບ​ພາບ​​ທີ່​ໄດ້ຮັກ​ສາ​ໄວ້​ຢູ່​ທີ່ນີ້ ຂ້າ​ພະ​ເຈົ້າ​ຍິ່ງ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ສົງ​ຄາມ ຊື່ງ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຜ່ານ​ຜ່າໄລ​ຍະ ກວ່າ 40ປີຄືນ​ຫລັງ​”

        ເມື່ອ​ເຂົ້າ​ຢ້ຽມ​ຢາມ ທຳ​ນຽບ​ທົງ​ເຍີດ, ນັກ​ທ່ອງ​ທ່ຽວ ໄດ້​ສູບ​ອາ​ກາດ​ທີ່​ປອດ​ໂປ່ງ​ຂອງ​ຕົ້ນ​ໄມ້​ໃບ​ຫຍ້າ​ທີ່​ຂຽວ​​ສົດ​ງົດງາມ ​ຢູ່​ທີ່ນີ້, ໄດ້​ຮັບ​ຊົມ​​ສ​ະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຊອກ​ຮູ້​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ. ວັດ​ຖຸ​ພັນ​ ​, ເອ​ກະ​ສານ​ ແຕ່ລະ​ຢ່າງ ຢູ່ ທຳ​ນຽບ​ທົງ​ເຍີດ ລ້ວນ​ແຕ່​ມີ​ຄວາມ​ໝາຍ​ຕິດ​ພັນ​ກັບ​ປະ​ຫວັດ​ສາດ​ຂອງ​ນະ​ຄອນ​ທີ່ໃສ່​ຊື່​ປະ​ທານ​ໂຮ່​ຈິ​ມີນ.

ຕອບກັບ

ຂ່າວ/ບົດ​ອື່ນ