ນັກຂ່າວຍິງ Le Hang - ຜູ້ທີ່ໄດ້ຮັບລາງວັນ B ໃນການປະກວດສື່ມວນຊົນແຫ່ງຊາດປີ 2011

(vovworld) - ​ເກືອບ 20 ປີ ທີ່​​ເປັນ​ນັກ​ຂ່າວ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ນັກ​ຂ່າວ Le Hang ​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ໃນ​ອາຊີບ​ຂອງ​ຕົນ ​ແລະ ​ໄດ້​ຮັບ​ລາງວັນ​ສື່​ມວນ​ຊົນຫຼາຍ​ລາງວັນ. ​ໃນ​ນັ້ນ​ມີ​ລາງວັນ B ​ໃນ​ການ​ປະ​ກວດ​ສື່​ມວນ​ຊົນ​ແຫ່ງ​ຊາດ​ປີ 2011 ​ໂດຍ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ​ມອບ​ໃຫ້​​ ​ດ້ວຍ​ບົດ​ປະພັນ ”ການ​ສົ່ງ​ອອກ​ແຮງ​ງານ​ຢູ່​ນາມ​ດິ້ງ - ​ໃນ​ຂະນະ​ທີ່​ພະນັກງານ​ຄອບ​ງຳ​ຕະຫຼາດ”. ລາງວັນ​ນີ້​ຍິ່ງ​ມີ​ຄວາມ​ໝາຍສຳລັບ​ນັກ​ຂ່າວ​ Le Hang ​ເມື່ອ​ເອື້ອຍ​ໄດ້​ຮັບ​ລາງວັນ​ດັ່ງກ່າວກົງ​ກັບ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6).

ນັກຂ່າວຍິງ Le Hang - ຜູ້ທີ່ໄດ້ຮັບລາງວັນ B ໃນການປະກວດສື່ມວນຊົນແຫ່ງຊາດປີ 2011 - ảnh 1

( ພາບປະກອບ )

        ຄາວຍັງ​ນ້ອຍ, ​ໃຜໆ​ກໍ່​ມີ​ຄວາມ​ໄຝ່ຝັນ​ສະ​ເພາະ​ກ່ຽວ​ກັບ​ອາຊີບ​ຂອງ​ຕົນ. ບາງ​ຄົນ​ຢາກ​ເປັນ​ທ່ານໝໍ, ບາງ​ຄົນ​ຢາກ​ເປັນ​ຕຳຫຼວດ, ​ເປັນ​ນັກ​ຮ້ອງ, ຄູ​ສອນ… ​ແລະ​ຕາມ​ການ​ເວລາ, ຄວາມ​ໄຝ່ຝັນ​ນັ້ນ​ອາດ​ຈະ​ຖືກ​ປ່ຽນ​ແປງ​ໄປ​ນຳ. ​ແຕ່​ສຳ​ລັບ Le Hang ​ແລ້ວ, ນັບ​ແຕ່​ນ້ອຍ​ເອື້​ອຍ​ໄດ້​ມີ​ຄວາມ​ໄຝ່ຝັນຢາກ​​ເປັນ​ນັກ​ຂ່າວ. ​ເມື່ອ​ຫວນ​ຄືນ​​ຄວາມ​ໄຝ່ຝັນຂອງຕົນ, ນັກຂ່າວ Le Hang ແບ່ງປັນວ່າ:

        ”ນັບແຕ່ເວລາຍັງນ້ອຍ, ຂ້າພະເຈົ້າໄດ້ເປັນຜູ້ຟັງປະຈຳວັນຂອງວິທະ ຍຸກະຈາຍສຽງຫວຽດນາມ, ບັນດາ​ລາຍການຂ່າວ, ​ເລື່ອງ​ລາວ, ບົດດົນຕີ…ທາງ​ວິທະຍຸ​ໄດ້​ເຊື່ອມ​ຊືມ​ເຂົ້າ​ໃນ​ຕົວ​ຂ້າພະ​ເຈົ້າ​, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ຫວັງ​ວ່າ, ​ເມື່ອ​ເຕີບ​ໃຫຍ່​ຈະ​ກາຍ​ເປັນ​ນັກ​ຂ່າວ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ຕາມ​ການ​ເວລາ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​, ຄວາມ​ໄຝ່ຝັນ​ນັ້ນ​ໄດ້​ປະກົດ​ຜົນ​ເປັນ​ຈິງ”.

        ນັກ​ຂ່າວ​ແມ່ນ​ອາຊີບ​ທີ່​ລຳບາກ, ​ແລະ​ຫຼາຍ​ຄົນ​ກໍ່​ຖື​ວ່າ, ອາຊີບ​ນັກ​ຂ່າວ​ບໍ່​ເໝາະ​ສົມ​ກັບ​ຜູ້ຍິງ. ສຳລັບ Le Hang ​ແລ້ວ, ​ເມື່ອ​ເລືອກ​ເຟັ້ນອາຊີບ​ເປັນ​ນັກ​ຂ່າວ ກໍ່​ໝາຍ​ຄວາມ​ວ່າ​ເລືອກ​ເຟັ້ນຄວາມ​ຫຍຸ້ງຍາກ​ລຳບາກ​ໃຫ້​ແກ່​ຕົນ. ​ແຕ່​ເອື້ອຍ​ຖື​ວ່າຄວາມ​ຫຍຸ້ງຍາກ​ລຳບາກ​ເຫຼົ່າ​ນັ້ນ​ກໍ່ແມ່ນ​ການທົດ​ສອບ​ຂອງ​ອາຊີບ. ​ແລະ ​ຕໍ່ໜ້າ​ຄວາມ​ທົດ​ສອບ​ນັ້ນ, Le Hang ​ໄດ້​ຊອກ​ເຫັນ​ຄວາມ​ຈັບ​ອົກ​ຈັບ​ໃຈ​ໃນ​ວຽກ​ງານ​ຂອງ​ຕົນ, ​ເຮັດ​ໃຫ້​ເອື້​ອຍຍິ່ງ​ຮັກ​ອາຊີບ​ກວ່າ ​ແລະ ຍິ່ງ​ຕັດສິນ​ໃຈ​​ຜ່ານ​ຜ່າກວ່າ​ອີກ. ຫວນ​ຄືນ​ອະນຸສອນ​ຄັ້ງ​ທຳ​ອິດ​ທີ່​ໄປ​ຂຽນ​ບົດ​ກ່ຽວ​ກັບ​​ໂລກລະບາດ HIV ນັບ​ແຕ່​ປີ 1996, ​ເອື້ອຍ Le Hang ​ເຫລົ່າສູ່​ຟັງ​ວ່າ:

        ”​ເມື່ອ​ຂຽນ​ກ່ຽວ​ກັບ​ພະຍາດ HIV ຂ້າພະ​ເຈົ້າ​ຮູ້ສຶກ​ຢ້ານ​ກົວ​ຫຼາຍ, ຍ້ອນ​ຂາດ​ຂໍ້​ມູນ ​ແລະ ຄວາມ​ຮູ້​ກ່ຽວ​ກັບ​ພະຍາດ​ນີ້. ​ແຕ່​ເມື່ອ​ມີບົດຮຽນ ກໍ່​ຄຄວາມ​ຮູ້​ທີ່​ເປັນພື້ນຖານ​ກ່ຽວ​ກັບ​ພະຍາດ​ນີ້​ແລ້ວ, ຂ້າພະ​ເຈົ້າ​ຈຶ່ງ​ເຂົ້າ​ໃຈ​ໄດ້​ວ່າ, ພະຍາດ​ນີ້​ພຽງ​ແຕ່​ຕິດ​ແປດ​ຜ່ານການ​ສຳ​ພັດ 3 ທາງ​ເທົ່າ​ນັ້ນ. ​ເມື່ອມີຄວາມ​ເຂົ້າ​ໃຈແລ້ວ, ຂ້າພະ​ເຈົ້າ​ເຫັນ​ວ່າ​ບັນດາ​ຜູ້​ທີ່​ຕິດ​ເຊື້ອ HIV ກໍ່​ມີ​ສິດ​ພົນລະ​ເມືອງ​ຄື​ກັນ​ກັບ​ຄົນ​ທຳ​ມະ​ດາ​ອື່ນໆ. ດັ່ງ​ນັ້ນ​ຄວາມ​ຮັບຜິດຊອບ​ຂອງ​ນັກ​ຂ່າວ​ແມ່ນ​ຕ້ອງ​ໂຄສະນາ​ຄື​ແນວ​ໃດ​​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພະຍາດ​ນີ້ ​ແລະ ບໍ່​ມີ​ການຈຳ​ແນ​ກການ​ປະພຶດ​ຕໍ່​ສຳ​ຫຼັບ​ຜູ້​ທີ່​ຕິດ​ເຊື້ອ HIV ”.

        ​ເພື່ອນຮ່ວມ​ງານ​ເຄີຍ​ເອີ້ນ​ເອື້ອຍ​ວ່າ Hang ”​ໄພ​ສັງຄົມ”, ​ເພາະວ່າ​ບັນດາ​ບົດ​ປະພັນ​ທີ່​ພົ້ນ​ເດັ່ນ​ຂອງ​ເອື້ອຍ ​ແມ່ນ​ບັນດາ​ບັນຫາ​ກ່ຽວ​ກັບ​ໄພ​ສັງຄົມ​ຄື: ຢາ​ເສບ​ຕິດ, ​ໂສ​ເພນີ, HIV… ​ເອື້ອຍ​ຖືວ່າ​ຊື່​ເອີ້ນ​ພິ​ເສດ​ນີ້​ແມ່ນ​ການ​ຮັບ​ຮູ້​ຂອງ​​ເພື່ອນຮ່ວມ​ງານທີ່​ມີ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເອື້ອຍ​​ເຮັດໄດ້​, ນັ້ນ​ແມ່ນ​ຈຸດ​ພິ​ເສດ​ຂອງ Le Hang. ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມ​ເມົາ​ມົວ​ກັບ​ອາຊີບ, ຍາມ​ໃດ​ນັກ​ຂ່າວ Le Hang ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກຂຽນ​ຕົ້ນ​ຕໍຂອງ​ລະບົບ VOV2 (ລາຍການ​ວັດທະນະທຳ - ຊີ​ວີ​ດ - ວິທະຍາສາດ, ສຶກສາ) ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ທ່ານ​ນາງTran Thi Tri ຫົວໜ້າ​ອຳນວຍ​ການ ລະບົບ VOV2, ​ໃຫ້​ຮູ້​ວ່າ:

        ” Le Hang ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ຂ່າວ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຂອງ ລະບົບ VOV2, ​ແມ່ນ​ຜູ້​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ. ​ເອື້ອຍ​ທັງ​ແມ່ນ​ຮອງ​ຫົວໜ້າ​ພະ​ແນ​ກບັນດາ​ບັນຫາ​ສັງຄົມ ທັງ​ແມ່ນ​ກຳມະການ​ຄະນະ​ບໍລິຫານ​ງານ​ ສະມາຄົມ​ນັກ​ຂ່າວ ສາຂາ​ VOV2. ​ໃນ​ຖານະ​ຕຳ​ແໜ່​ງ​ໃດ, ນັກ​ຂ່າວ Le Hang ກໍ່​ມີ​ການ​ປະກອບສ່ວນ​ທີ່​ໜ້າ​ຮັບ​ຮູ້. ​ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ນັກ​ຂ່າວ, ເອື້ອຍ Hang ​ແມ່ນ​ຄົນດຸ​ໝັ່ນ​ທີ່​ສຸດ​ໃນ​ການ​ຊອກ​ຫາ​ຂໍ້​ມູນ, ພິ​ເສດ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ຮັບ​ຮູ້​ໄດ້​ບັນດາ​ບັນຫາ​ສັງຄົມ​ຢ່າງຮອບດ້ານ, ​ເລິກ​ເຊິ່ງກວ່າ​.”

ນັກຂ່າວຍິງ Le Hang - ຜູ້ທີ່ໄດ້ຮັບລາງວັນ B ໃນການປະກວດສື່ມວນຊົນແຫ່ງຊາດປີ 2011 - ảnh 2

        ປະຈຸ​ບັນ, ນັກ​ຂ່າວ​ພວມຮັບຜິດ​ຊອບ​ຫົວ​ຂໍ້​ກ່ຽວ​ກັບ​ບັນຫາ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ. ຜ່ານ​ບັນດາ​ບົດ​ຂຽນ, ບົດ​ສາລະ​ຄະດີ​ສືບສວນ​ຂອງ​ນັກ​ຂ່າວ Le Hang ກໍ່​ຄື​ບັນດາ​​ເພື່ອນ​ຮ່ວມ​ງານ​ອື່ນໆ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ໃຫ້​ແກ່​ຜູ້​ຟັງ. ທ່ານ Nguyen Trong Dinh, ນັກຮົບ​ເກົ່າ​ຢູ່ ຮ່າ​ໂນ້ຍ, ຜູ້​ຟັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເປັນ​ປະຈຳ, ​ໃຫ້​ຮູ້​ວ່າ:

        ”ນອກຈາກ​ພາກ​ຂ່າວ, ຂ້າພະ​ເຈົ້າຍັງ​ຢາກ​ຟັງ​ບັນດາ​ບົດ​ສາລະ​ຄະດີ​ສືບສວນ​ບັນດາ​ບັນຫາ​ສັງຄົມ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ຂ້າພະ​ເຈົ້າ​ເຫັນ​ວ່າ​ນັ້ນ​ແມ່ນ​ບັນດາ​ບົດ​ປະພັນ​ທີ່​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ລະອຽດ ​ແລະ ມີ​ຄຸນ​ນະພາ​ບທີ່​ສຸດ. ພິ​ເສດ​ແມ່ນ​ບັນດາ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ຍິງ, ຂ້າພະ​ເຈົ້າ​ນັບຖື​ເຂົາ​ເຈົ້າ​ຫຼາຍ​, ຍ້ອນ​ບໍ່​ໄດ້​ຫວາດ​ຫວັ່ນ​ຕໍ່ຄວາມ​ຫຍຸ້ງຍາກ ​ເພື່ອ​ມີ​ບັນດາ​ບົດຂຽນ​ທີ່​ມ່ວນຕອບ​ສະໜອງ​ຄວາມ​ຕ້ອງການ​ໃຫ້​ແກ່​ຜູ້​ຟັງ”.

        ​ເຖິງ​ວ່າ​ຈະ​ຂ້ອງຄາ​ກັບວຽກ​ງານ​ຫຼາຍ​ກໍ່ຕາມ, ​ແຕ່​ນັກ​ຂ່າວ Le Hang ຍັງ​ສະຫງວນ​ເວລາ​ເພື່ອ​ພາ​ລູກ​ໄປ​ຫຼິ້ນ ຫຼື​ເຕົ້າ​ໂຮມ​ກັບ​ຄອບຄົວ​ໃນ​ວັນ​ທ້າຍ​ສັບປະດາ, ກໍ່​ຄື​ພ້ອມ​ກັບ​ໝູ່​ເພື່ອນ​ຈັດ​ຕັ້ງ​ງານ​ລ້ຽງ​ນ້ອຍໆ ​ເມື່ອ​ໄດ້​ຮັບ​ລາງວັນ. ຄວາມ​ມ່ວນ​ຊື່ນ​ແບບ​ທຳ​ມະ​ດາ​ສາມັນ​ນີ້ ກໍ່​ແມ່ນ​ກຳລັງ​ໜູນ ​ເພື່ອ​ໃຫ້​ນັກ​ຂ່າວ Le Hang ສືບ​ຕໍ່ປະຕິບັດ​ຄວາມ​ໄຝ່ຝັນ​​ໄດ້​ໄປປະຕິບັດ​ງານ ​ແລະ ​ໄດ້​ຂຽນບົດຂອງ​​ເອື້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ