ນິງທ້ວນ - ດິນແດນເຕົ້າໂຮມບັນດາຄຸນຄ່າຕ່າງຫາກ

(VOVWORLD) -ນິງທ້ວນ ແມ່ນໜຶ່ງໃນທ້ອງຖິ່ນຈຳນວນໜ້ອຍທີ່ແຂກທ່ອງທ່ຽວເມື່ອມາແຫ່ງນີ້ ສາມາດເດີນທາງດ້ວຍທາງອາກາດ, ທາງບົກ, ທາງລົດໄຟ ແລະ ທາງທະເລ. ດ້ວຍເງື່ອນໄຂພິເສດສະເພາະທາງດ້ານດິນຟ້າອາກາດ, ມີແສງແດດທີ່ອົບອຸ່ນຕະຫຼອດປີ, ຜະລິດຕະພັນກະເສດອຸດົມສົມບູນ, ຝັ່ງທະເລຍາວກວ່າ 100 ກິໂລແມັດ ດ້ວຍບັນດາຫາດຊາຍທະເລທີ່ສວຍງາມ… ນິງທ້ວນ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກທ່ອງທ່ຽວ, ແລະ ເປັນສະຖານທີ່ລົງທຶນທີ່ດີຂອງບັນດານັກລົງທຶນສາກົນໃນຂົງເຂດ. ພະລັງງານ, ທ່າກຳປັ່ນ, ການທ່ອງທ່ຽວ...
ນິງທ້ວນ - ດິນແດນເຕົ້າໂຮມບັນດາຄຸນຄ່າຕ່າງຫາກ - ảnh 1ຫາດຊາຍທະເລ ບີງເຊີນ-ນິງຈຶ ໃນບໍລິເວນແຂວງນີງທ້ວນ

     ດ້ວຍທິດນຳ “ນຳໜ້າຍາດແຍ່ງໂອກາດ”, “ພັດທະນາຢ່າວ່ອງໄວ ແລະ ຍືນຍົງ” ແລະ “ຈິນຕະນາການພັດທະນາໃໝ່”… ປີ 2009 ນິງທ້ວນ ແມ່ນທ້ອງຖິ່ນທຳອິດຢູ່ ຫວຽດນາມ ໄດ້ຈ້າງກຸ່ມບໍລິສັດ ໂມນີເຕີ ຂອງ ອາເມລິກາ ແລະ ອາຣຸບ ຂອງ ອັງກິດ ກໍ່ສ້າງຍຸດທະສາດ ແລະ ສ້າງແຜນຜັງພັດທະນາສັງລວມເສດຖະກິດສັງຄົມເຖິງປີ 2020 ວິໄສທັດເຖິງປີ 2030, ຫັນແດດລົມຈາກບ່ອນໄຮ້ປະໂຫຍດຂອງດິນແດນແຫ່ງນີ້ ກາຍເປັນທ່າໄດ້ປຽບໃນການແກ້ງແຍ້ງ. ຈາກແຜນຜັງໂດຍນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ, ນິງທ້ວນ ໄດ້ພັດທະນາໂດຍອີງໃສ່ບັນດາກຸ່ມຂະແໜງເສດຖະກິດທີ່ເປັນເສົາຄ້ຳ ລວມມີພະລັງງານສະອາດ, ທ່ອງທ່ຽວ, ກະສິກຳ, ເຕັກໂນໂລຊີສູງ, ການຜະລິດ, ປຸງແຕ່ງ, ການສຶກສາ ແລະ ກໍ່ສ້າງ, ການດຳເນີນທຸລະກິດຄ້າຂາຍອະສັງຫາລິມະຊັບ. ຈາກນັ້ນ ນິງທ້ວນ ໄດ້ຮັບບັນດາໂອກາດໃໝ່, ຄຸນຄ່າໃໝ່, ເຕັກໂນໂລຊີໃໝ່…ໃນວິວັດການເຊື່ອມໂຍງສາກົນ ແລະ ຫັນເປັນໂລກາພິວັດ. ທ່ານ ເຈືອງວັນຕ໊ຽນ ຫົວໜ້າພະແນກແຜນການແລະ ການລົງທຶນແຂວງ ນິງທ້ວນ ໃຫ້ຮູ້ວ່າ:

      “ກ່ອນອື່ນໝົດ ນິງທ້ວນ ສຸມໃສ່ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ສ້າງເງື່ອນໄຂທີ່ສະດວກທີ່ສຸດ ໃຫ້ແກ່ຂົງເຂດເສດຖະກິດພາກເອກະຊົນໃຫ້ພັດທະນາ. ທີສອງ ທາງແຂວງກໍ່ໄດ້ສຸມໃສ່ສ້າງພື້ນຖານລະບົບໂຄງລ່າງເສດຖະກິດ ສັງຄົມ ໃຫ້ສົມບູນແບບ, ພິເສດແມ່ນລະບົບໂຄງປະກອບໂຄງລ່າງຄົມມະນາຄົມ, ຊົນລະປະທານທາງທະເລ”.

      ວັນທີ 12 ພຶດສະພາ ທີ່ຜ່ານມາ ແຂວງ ນິງທ້ວນ ໄດ້ຮັບຮອງເອົາມະຕິວ່າດ້ວຍແຜນຜັງແຂວງ ນິງທ້ວນ ໄລຍະ 2021 - 2030 ວິໄສທັດເຖິງປີ 2050ນຳ ນິງທ້ວນ ພັດທະນາຢ່າງຮອບດ້ານດຸ່ນດ່ຽງຢ່າງກົມກຽວ ມີປະສິດທິຜົນ ແລະ ຍືນຍົງ. ຕາມນັ້ນແລ້ວ ນອກຈາກການພັດທະນາໃນ 5 ຂົງເຂດຄື ພະລັງງານ ແລະ ພະລັງງານທົດແທນ, ທ່ອງທ່ຽວຄຸນນະພາບສູງ; ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ກະສິກຳເຕັກໂນໂລຊີສູງ, ການກໍ່ສ້າງ ແລະ ດຳເນີນທຸລະກິດຄ້າຂາຍ ອະ ສັງຫາລິມະຊັບ… ນິງທ້ວນ ໄດ້ສຸມໃສ່ສີ່ຂອດບຸກທະລຸລວມມີ ຍົກສູງຄວາມສາມາດແກ້ງແຍ້ງ, ສ້າງຂອບໂຄງລ່າງໃຫ້ສົມບູນແບບ; ຫັນເປັນດີຈີຕອນ; ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຄຸ້ມຄອງການຜະລິດ; ນະວັດຕະກຳ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຖືເສດຖະກິດທະເລ, ເສດຖະກິດຕົວເມືອງເປັນກຳລັງໜູນ ແລະ ຖືມະນຸດເປັນແກ່ນສານເພື່ອພັດທະນາ ນີ້ແມ່ນບັນດາທ່າແຮງຂອງ ນິງທ້ວນ ທີ່ແທດເໝາະກັບສະພາບການກຳນົດທິດ ພັດທະນາຂອງເຂດ ຂອງປະເທດຊາດ ແລະ ທ່າອ່ຽງພັດທະນາຂອງໂລກ.  ທ່ານ ເຈືອງວັນຕ໊ຽນ ໃຫ້ຮູ້ຕື່ມອີກວ່າ:

      “ເພື່ອຜັນຂະຫຍາຍປະຕິບັດໜ້າທີ່ນີ້, ທາງແຂວງພວມເລັ່ງໃສ່ຊີ້ນຳຜັນຂະຫຍາຍ ສຳຫຼວດກວດຄືນບັນດາແຜນຜັງ ກໍ່ຄືບັນດາແຜນຜັງຈັດແບ່ງເຂດ, ພິເສດແມ່ນແຜນຜັງຈັດແບ່ງເຂດແຄມທະເລໃນແຂວງ. ຜ່ານນັ້ນກໍ່ສາມາດຂຸດຄົ້ນທ່າໄດ້ປຽບ ຄວາມສາມາດບົ່ມຊ້ອນທາງດ້ານການພັດທະນາເສດຖະກິດທະເລ ຕິດພັນກັບຕົວເມືອງທ່ອງທ່ຽວໃຫ້ເປັນຢ່າງດີ. ໄລຍະທີ່ຜານມາທາງແຂວງໄດ້ຕົກລົງແຜນນະໂຍບາຍລົງທຶນໃຫ້ແກ່ 5 ໂຄງການ ໃນນັ້ນມີສາມໂຄງນານໄດ້ຈັດຕັ້ງການເລືອກເຟັ້ນເອົານັກລົງທຶນຄື ໂຄງການເຂດຕົວເມືອງໃໝ່ ບຶງກາໜາ; ເຂດຕົວເມືອງແຄມແມ່ນ້ຳຢິງ,ເຂດຕົວເມືອງໃໝ່ ຝູຮ່າ... ອັນໄດ້ປະກອບສ່ວນສ້າງໂຄງລ່າງຕົວເມືອງຢ່າງຄົບສຸດ ກໍ່ຄືສາມາດຕອບສະໜອງຄວາມຕ້ອງການເຮືອນຢູ່ໃຫ້ແກ່ປະຊາຊົນ ແລະ ການພັດທະນາເສດຖະກິດສັງຄົມຂອງແຂວງ”.

        ນິງທ້ວນ ມີເສັ້ນທາງແຄມທະເລລວມຄວາມຍາວກວ່າ 100 ກິໂລແມັດ ຈາກ ບິ່ງຕຽນ ຫາ ກາໜາ ເຊື່ອມຕໍ່ແຂວງ ແຄ໊ງຮວ່າ ກັບ ນິງທ້ວນ ແລະ ບິ່ງທ້ວນ. ພ້ອມນັ້ນກໍ່ຍັງມີປ່າສະຫງວນແຫ່ງຊາດ ໜຸຍຈົ໊ວ, ເຂດນິເວດທຳມະຊາດໂລກ ເຊິ່ງອົງການ Unesco ໄດ້ຮັບຮອງ. ພິເສດ ນິງທ້ວນ ຍັງແມ່ນແຫ່ງມີບັນດາຫາດຊາຍທະເລສວຍງາມທີ່ສຸດຂອງ ຫວຽດນາມ. ນິງທ້ວນ ກໍ່ຍັງແມ່ນດິນແດນເຕົ້າໂຮມພື້ນຖານວັດທະນະທຳທີ່ເປັນເອກະລັກທີ່ມີມາແຕ່ດົນນານ. ໃນບໍລິເວນແຂວງ ນິງທ້ວນ ກໍ່ຍັງມີບັນດາເຂດ ຣີສອດ, ເຂດຕາກອາກາດລະດັບສາກົນ…                         ດ້ວຍທ່າແຮງບົ່ມຊ້ອນ ທ່າໄດ້ປຽບທີ່ມີຄຸນຄ່າຕ່າງຫາກ, ນິງທ້ວນ ແມ່ນແຫ່ງສາມາດສ້າງບັນດາເຂດທ່ອງທ່ຽວ ເຂດຕາດອາກາດຕ່າງຫາກບັນລຸລະດັບສາກົນ ມີລັກສະນະແກ້ງແຍ້ງສູງ. ເຖິງປີ 2030 ຂະແໜງທ່ອງທ່ຽວ ນິງທ້ວນ ໝັ້ນໝາຍກາຍເປັນຂະແໜງເສດຖະກິດປາຍແຫຼມ ສາມາດຕ້ອນຮັບແຂກທ່ອງທ່ຽວ 6 ລ້ານເທື່ອຄົນຕໍ່ປີ. ທ່ານນາງ ຟ້າມທິແທ່ງເຮືຶ່ອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ນິງທ້ວນ ໃຫ້ຮູ້ວ່າ:

       “ ດ້ວຍແຜນການເຄື່ອນໄຫວທີ່ໄດ້ວາງອອກ, ພວກຂ້າພະເຈົ້າໄດ້ເປັນເສນາທິການເພື່ອກຳນົດທິດໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ກໍຄືຂັ້ນຕ່າງໆສົມທົບກັບບັນດາທ້ອງຖິ່ນ ຊຸກຍູ້ການສ້າງຕະຫຼາດທ່ອງທ່ຽວ. ທາງແຂວງພວມໃຫ້ບຸລິມະສິດພັດທະນາຕະຫລາດທ່ອງທ່ຽວພາຍໃນ ແລະ ຕະຫລາດທີ່ມີມາແຕ່ດົນນານ. ໃນນັ້ນ, ພວກເຮົາເອົາໃຈໃສ່ເຖິງການສ້າງ 4 ກຸ່ມຜະລິດຕະພັນສະເພາະ, 4 ຜະລິດຕະພັນສະໜັບສະໜູນ ແລະ 4 ຜະລິດຕະພັນຕ່າງຫາກ. ໂດຍອີງໃສ່ທ່າແຮງຂອງແຕ່ລະເຂດ, ແຕ່ລະທ້ອງຖິ່ນ, ພວກຂ້າພະເຈົ້າຈະສ້າງບັນດາຜະລິດຕະພັນທີ່ມີຄວາມສາມາດແກ່ງແຍ້ງສູງເມື່ອທຽບໃສ່ກັບທ້ອງຖິ່ນອື່ນໆ”

      ໃນໄລຍະຈະມາເຖິງ, ນິງທ້ວນ ຈະຈັດຕັ້ງເຂດພັດທະນາໃໝ່, ມີແລວເສດຖະກິດ, ການທ່ອງທ່ຽວ ແລະ ເຂດອຸດສາຫະກຳພະລັງງານ, ອຸດສາຫະກຳປຸງແຕ່ງ, ການປະດິດສ້າງ ແລະ ການບໍລິການທ່າເຮືອ Logistic . ໄລຍະທີ່ຈະມາເຖິງນີ້, ນັກທ່ອງທ່ຽວມາຢ້ຽມຢາມ ນິງທ້ວນ ຈະມີຄວາມສະດວກຫຼາຍຢ່າງ ເພາະມີບັນດາສາຍທາງບົກ, ທາງລົດໄຟທ້ອງຖິ່ນຈະເຊື່ອມຕໍ່ກັບທາງດ່ວນ ແລະ ທາງລົດໄຟຄວາມໄວສູງເໜືອ-ໃຕ້. ແຂກທ່ອງທ່ຽວຍິ່ງມີຄວາມສະດວກ ເມື່ອສະໜາມບິນແທງເຊີນ ຖືກນຳເຂົ້າເຄື່ອນໄຫວ. ດ້ວຍທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນທີ່ແຕກຕ່າງດ້ານການທ່ອງທ່ຽວ, ວັດທະນະທຳ, ເສດຖະກິດ... ນິງທ້ວນ ໄດ້ ແລະ ພວມກາຍເປັນສະຖານທີ່ທ່ອງທ່ຽວທີີ່ດູດດື່ມສຳລັບແຂກທ່ອງທ່ຽວ ແລະ ເປັນສະຖານທີ່ລົງທຶນທີ່ດີສຳລັບນັກລົງທຶນທັງພາຍໃນ ແລະ ສາກົນ.                            

ຕອບກັບ

ຂ່າວ/ບົດ​ອື່ນ