ນິງບິ່ງ-ສະຖານທີ່ທ່ອງທ່ຽວທີ່ປອດໄພໃນໄລຍະເກີດໂລກລະບາດໂຄວິດ-19

(VOVWORLD) -ຍ້ອນໂລກລະບາດ ໂຄວິດ - 19 ມີການຜັນແປຢ່າງສັບສົນ, ແຂວງ ນິງບິ່ງ ໄດ້ຮຽກຮ້ອງໃຫ້ບັນດາເມືອງ, ວິສາຫະກິດ ບໍລິການທ່ອງທ່ຽວ ສືບຕໍ່ເພີ່ມທະວີວຽກງານ ສະກັດກັ້ນໂລກລະບາດຢູ່ບັນດາເຫດການເຄື່ອນໄຫວງານບຸນ ໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2021 ເຊິ່ງໃກ້ຈະຖືກຈັດຂຶ້ນໃນບໍລິເວນແຂວງ. ຂະແໜງທ່ອງທ່ຽວແຂວງ ນິງບິ່ງ ໄດ້ເປັນເຈົ້າການຜັນຂະຫຍາຍແຜນການຮັບປະກັນສະພາບລ້ອມການທ່ອງທ່ຽວທີ່ປອດໄພ ດ້ວຍການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການໃໝ່
ນິງບິ່ງ-ສະຖານທີ່ທ່ອງທ່ຽວທີ່ປອດໄພໃນໄລຍະເກີດໂລກລະບາດໂຄວິດ-19 - ảnh 1ການວັດແທກອຸນຫະພູມສຳລັບແຂກຢູ່ຕາມສະຖານທີ່ທ່ອງທ່ຽວ

    ສະພາບການໂລກລະບາດ ໂຄວິດ - 19  ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ ອັນໄດ້ສ້າງເງື່ອນໄຂເພື່ອໃຫ້ ແຂວງ ນິງບິ່ງ ເລີ່ມຟື້ນຟູບັນດາລາຍການທ່ອງທ່ຽວໃນບໍລິເວນ. ນັບແຕ່ມານີ້ ບັນດາເຂດທ່ອງທ່ຽວໃນບໍລິເວນແຂວງ ຄືເຂດທ່ອງທ່ຽວ ຕາມກົກ,  ບິ່ງດົ້ງ, ເຂດທ່ອງທ່ຽວທຳມະຊາດ ຈ່າງອານ, ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳ ກຸງເກົ່າຮວາລື, ວັດບ໋າຍດິງ.... ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ. ຢູ່ສະຖານທີ່ຕ້ອນຮັບແຂກທຸກໆແຫ່ງ, ພະແນກທ່ອງທ່ຽວແຂວງ ນິງບິ່ງ ໄດ້ຮຽກຮ້ອງໃຫ້ບັນດາການເຄື່ອນໄຫວ ປະຕິບັດການສີດຢາຂ້າເຊື້ອ,ແຈກຢາຍນ້ຳຢາຂ້າເຊື້ອ, ໃສ່ຜ້າອັດປາກ-ດັງ ຢູ່ຕາມບໍລິເວນເຂົ້າອອກ, ສະຖານທີ່ຂາຍປີ້, ຈັດແຈງແຂກລ້າງມືດ້ວຍສະບູ. ພ້ອມກັນນັ້ນ ກໍ່ວັດແທກອຸນຫະພູມຮ່າງກາຍໃຫ້ແກ່ແຂກທ່ອງທ່ຽວ, ບັນດາພະນັກງານ ພາລະກອນໄດ້ຕັກເຕືອນ ໃຫ້ແກ່ແຂກທ່ອງທ່ຽວ, ຜູ້ຂັບເຮືອຕ້ອງໃສ່ຜ້າອັດປາກ - ດັງ ແລະ ຮັກສາໄລຍະຫ່າງທີ່ປອດໄພຕາມລະບຽບການ. ນາງ ຫວຽນທິຮວາ ຢູ່ນະຄອນ ຮ່າໂນ້ຍ ມາທ່ຽວຊົມຢູ່ເຂດທ່ອງທ່ຽວ ຈ່າງອານ ໃຫ້ຮູ້ວ່າ :

     “ພວກຂ້າພະເຈົ້າ ໄດ້ຮັບການວັດແທກອຸນຫະພູມຮ່າງກາຍ ໄດ້ໃສ່ຜ້າອັດປາກ - ດັງ, ລ້າງມືດ້ວຍນ້ຳຢາຂ້າເຊື້ອ ແລະຮັກສາໄລຍຫ່າງທີ່ປອດໄພ ໃນຕະຫຼອດໄລຍະເວລາຢ້ຽມຊົມ. ຂ້າພະເຈົ້າເຫັນວ່າ ສະຖານທີ່ທ່ອງທ່ຽວແຫ່ງນີ້ ມີຄວາມປອດໄພ ໃນຍາມເກີດໂລກລະບາດ".

      ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ ເມື່ອຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ນິງບິ່ງ ນັບມື້ນັບເພີ່ມຂຶ້ນ, ຄະນະຄຸ້ມຄອງເຂດທ່ອງທ່ຽວ ຈ່າງອານ ໄດ້ສົມທົບກັບບັນດາວິສາຫະກິດ ດຳເນີນທຸລະກິດທ່ອງທ່ຽວ, ສະຖານທີ່ພັກເຊົາ ເປັນເຈົ້າການກຳແໜ້ນສະພາບການຢູ່ຕາມ ສະຖານທີ່ເຕົ້າໂຮມຫຼາຍຄົນ ເພື່ອມີວິທີການແກ້ໄຂຢ່າງທັນການ. ທ່ານ ຟາມຊິແຄັ໊ງ ຮອງຫົວໜ້າຄະນະຄຸ້ມຄອງເຂດທ່ອງທ່ຽວ ຈ່າງອານ ໃຫ້ຮູ້ວ່າ:

     “ໂດຍໄດ້ຖອດຖອນບົດຮຽນຈາກສະຖານທີ່ທ່ອງທ່ຽວອື່ນໆຫຼາຍແຫ່ງ, ເມື່ອ ຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນ, ພວກຂ້າພະເຈົ້າກໍ່ໄດ້ມີວິທີຈັດແບ່ງທາງໄປມາ. ບົດຮຽນນີ້ກໍ່ໄດ້ຖືກຖອດຖອນມາແຕ່ 2019, ຂະນະທີ່ແຂກທ່ອງທ່ຽວມາທ່ຽວຊົມຢູ່ ຈ່າງອານ ຫຼາຍເກີນໄປ ກໍ່ຈະມີບັນດາວິທີການແກ້ໄຂໂຄສະນາຢູ່ຕາມຊ່ອງທາງຖະແຫຼງຂ່າວ ໂຄສະນາເຜີຍແຜ່ມໍລະດົກ, ການທ່ອງທ່ຽວ ຫຼື ໂຄສະນາໂດຍກົງຢູ່ຕາມບໍລິເວນທ່າເຮືອ,ຄິວລົດ ເຊິ່ງຈະສາມາດຈັດແບ່ງແຂກທ່ອງທ່ຽວເປັນຈຳນວນທີ່ເໝາະສົມ”.

      ສຳລັບບັນດາສະຖານທີ່ພັກເຊົາ, ພະແນກທ່ອງທ່ຽວແຂວງ ນິງບິ່ງ ໄດ້ໃຫ້ປະຕິບັດການແຈ້ງສຸຂະພາບ ຜ່ານລະບົບອິນເຕີເນັດ ຢ່າງເຂັ້ມງວດພ້ອມກັນນັ້ນ ກໍ່ແຈ້ງແຂກທ່ອງທ່ຽວມາພັກເຊົາໃນແຕ່ລະວັນໃຫ້ແກ່ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ເພື່ອຕິດຕາມ. ທ່ານ ດວ່ານມິງແທັ່ງ   ຮັກສາການຜູ້ອຳນວຍການບໍລິຫານໂຮງແຮມ ຮວ່າງເຊີນ ໃຫ້ຮູ້ວ່າ :

      "ທາງວິສາຫະກິດໄດ້ປະຕິບັດການສີດຢາຂ້າເຊື້ອເປັນປະຈຳໄລຍະໃນບໍລິເວນທັງໝົດ ຢູ່ໂຮງແຮມ ແລະ ສະເໜີພະນັກງານ ພາລະກອນ ຕ້ອງໃສ່ຜ້າອັດປາກ - ດັງ ແລະ ລ້າງມືຂ້າເຊື້ອກ່ອນທີ່ຈະເຂົ້າໂຮງແຮມ. ແຂກທ່ອງທ່ຽວ ຕ້ອງແຈ້ງສະຖານທີ່, ເບີໂທລະສັບຂອງຕົນ”.

      ຂະແໜງສາທາລະສຸກແຂວງ ນິງບິ່ງ ກໍ່ຍັງສົມທົບກັບຂະແໜງທ່ອງທ່ຽວ ແລະ ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການປ້ອງກັນໂລກລະບາດຢູ່ຕາມສະຖານທີ່ທ່ອງທ່ຽວ; ຕິດຕາມອາການສຸຂະພາບຂອງແຂກທ່ອງທ່ຽວ ແລະ ຜູ້ອອກແຮງງານຢ່າງເປັນປະຈຳ. ທ່ານ ຫວູແມັ້ງເຢືອງ ຫົວໜ້າພະແນກສາທາລະນະສຸກແຂວງ ນິງບິ່ງ ໃຫ້ຮູ້ວ່າ:

       “ຕ້ອງຊີ້ນຳບັນດາຂະແໜງການຕ່າງໆ ແລະ ພິເສດຢູ່ບັນດາສະຖານທີ່ທ່ອງທ່ຽວຕ້ອງປະຕິບັດການໃສ່ຜ້າອັດປາກ - ດັງ, ຂ້າເຊື້ອ, ຮັກສາໄລຍະຫ່າງ, ແຈ້ງສຸຂະພາບ ແລະ ບໍ່ເຕົ້າໂຮມກັນຫຼາຍຄົນ”.

         ນິງບິ່ງ ແມ່ນທ້ອງຖິ່ນມີປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ,ທິວທັດທຳມະຊາດທີ່ລືຊື່ຫຼາຍແຫ່ງ. ການປະຕິບັດວຽກງານການປ້ອງກັນ ຕ້ານໂລກລະບາດ ໂຄວິດ - 19 ຢູ່ຕາມສະຖານທີ່ທ່ອງທ່ຽວຢ່າງເຂັ້ມງວດ ຈະປະກອບສ່ວນກໍ່ສ້າງແຂວງ ນິງບິ່ງ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນສະກັດກັ້ນໂລກລະບາດ ທັງພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ