ນະຄອນ ຫ໋າຍເຢືອງ ບົນເສັ້ນທາງແຫ່ງການພັດທະນາໃໝ່

(VOVWORLD) -ນະຄອນ ຫ໋າຍເຢື່ອງ ໃນຊຸມວັນນີ້ແມ່ນເຕັມໄປດ້ວຍບັນຍາກາດຟົດຟຶ້ື້ນ ມ່ວນຊື່ນຂອງປະຊາຊົນ ຍ້ອນວ່າທ່ານນາຍົກລັດຖະມົນຕີ ຫາກໍ່ຕົກລົງຮັບຮອງນະຄອນ ຫ໋າຍເຢື່ອງ ເປັນປະເພດໜຶ່ງ ຂຶ້ນກັບແຂວງ ຫ໋າຍເຢືອງ. ສຳລັບຊາວ ຫ໋າຍເຢືອງ ແຕ່ລະຄົນ, ເດືອນ ຕຸລາ ຍັງປ່ຽມລົ້ນດ້ວຍບັນດາຄວາມຮູ້ສຶກພິເສດ ເພາະວ່າ ໃນລະດູໃບໄມ້ຫຼົ່ນກ່ອນນີ້ 65 ປີ, ເມື່ອເທດສະບານ ຫ໋າຍເຢືອງ ໄດ້ຮັບການປົດປ່ອຍ
 ນະຄອນ ຫ໋າຍເຢືອງ  ບົນເສັ້ນທາງແຫ່ງການພັດທະນາໃໝ່  - ảnh 1

ນະຄອນ ຫ໋າຍເຢືອງ  ບົນເສັ້ນທາງແຫ່ງການພັດທະນາໃໝ່

ປີນີ້ມີອາຍຸ 90ປີ ປາຍແລ້ວ, ແຕ່ທ່ານ ຫວຽນວັນຫ໊າຍ ອະດີດຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນເທດສະບານ ຫ໋າຍເຢືອງ ຍັງຈື່ດີກ່ຽວກັບເຫດການຂອງ 65ປີ ຄືນຫຼັງ. ວັນທີ 30 ຕຸລາ ປີ 1954 ອ້າຍບ່າວ ຫວຽນວັນຫ໋າຍ  ຄາວນັ້ນມີອາຍຸພຽງ 25 ປີ ກໍ່ໄດ້ເຂົ້າຮ່ວມຂະບວນຄົນ ພ້ອມກັບກອງທະຫານປົດປ່ອຍ ມືຈັບທຸງແດງດາວຄຳ ໃນທ່າມກາງສຽງກອງສຽງຄ້ອງ ທີ່ດັງກ້ອງກັງວານທົ່ວຖະໜົນສາຍຕ່າງໆ. ໄລຍະຕໍ່ມາທ່ານໄດ້ຮັກສາບັນດາຕຳແໜ່ງຕ່າງ ໃນຄະນະການນຳຂອງເທດສະບານ, ຜ່ານບັນດາໄລຍະທາງແຫ່ງປະຫວັດສາດ, ແຕ່ຄວາມຮູ້ສຶກກ່ຽວກັບລະດູໃບໄມ້ຫຼົ່ນໃນຄາວນັ້ນ, ສຳລັບທ່ານ ຫ໋າຍ ຍາມໃດກໍ່ເປັນບັນດາອະນຸສອນພິເສດ ບໍ່ມີວັນທີ່ຈະຫຼົງລືມໄດ້. ທ່ານ ຫວຽນວັນຫ໋າຍ ກ່າວວ່າ:

     “ຂ້າພະເຈົ້າຈື່ດີວ່າ  ເວລາ 8 ໂມງ ມີທະຫານຝະລັ່ງຄົນສຸດທ້າຍ ໄດ້ຖອນອອກຈາກຂົວ ຝູເລືອງ, ຮອດ 9 ໂມງ ແມ່ນຈັດຕັ້ງງານຊຸມນຸມມິງຕິ່ງຢູ່ສວນດອກໄມ້ ດົກເລິບ ທີ່ໃຈກາງ ແທັງດົງ. ປະກາດລັດຖະດຳລັດອະໄພຍະໂທດ, ປະຊາຊົນມີຄວາມພາກພູມໃຈ ກໍ່ພ້ອມກັນໂຮຮ້ອງ, ຮອດເວລາ 10 ກໍ່ອອກກົດໄອຍະການເສິກ. ເປັນອັນວ່າເວລາພຽງມື້ໜຶ່ງ ວຽກງານການມອບຮັບການຄຸ້ມຄອງນະຄອນ ໄດ້ສຳເລັດເປັນຢ່າງດີ”.

     ພາຍຫຼັງທີ່ເທດສະບານ ຫ໋າຍເຢືອງ ຖືກສັດຕູຢຶດຄອງເປັນເວລາຫຼາຍປີ, ບໍ່ມີນ້ຳປະປາ ບໍ່ມີໄຟຟ້າໃຊ້, ຂີ້ເຫຍື່ອຖືກຖິ້ມຊະຊາຍເຕັມຖະໜົນຫົນທາງ, ເສດຖະກິດອືດອາດຊັກຊ້າ, 80% ຈຳນວນພົນລະເມືອງຖືກກືກໜັງສື. ຄວາມຫຍຸ້ງຍາກເຫຼົ່ານັ້ນ ກໍ່ຄ່ອຍໆໄດ້ຮັບການແກ້ໄຂ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນ ແລະ ອຳນາດການປົກຄອງຊົ່ວຄາວ. ມາຮອດປັດຈຸບັນ ນະຄອນ ຫ໋າຍເຢື່ອງ ໄດ້ສູ້ຊົນບັນລຸ ລະດັບການເຕີບໂຕເສດຖະກິດເກືອບ 14%, ແຂວງ ຫ໋າຍເຢືອງ ກໍ່ໄດ້ການເປັນໜຶ່ງໃນ 17 ທ້ອງຖິ່ນໃນທົ່ວປະເທດ ສາມາດເປັນເຈົ້າຕົນເອງທາງດ້ານເສດຖະກິດ. ໃນໄລຍະທີ່ຜ່ານມາ ຈຳນວນເງິນທຶນນັບໝື່ນຕື້ດົ່ງ ໄດ້ຖືກລົງທຶນຈາກ  ຫຼາຍແຫຼ່ງທຶນ ເພື່ອກໍ່ສ້າງພື້ນຖານໂຄງລ່າງຢູ່ແຂວງ ຫ໋າຍເຢືອງ. ຖະໜົນຫົນທາງສາຍຕ່າງໆໄດ້ຮັບການເປີດກວ້າງ  ບັນດາເສັ້ນທາງຫຼວງ, ການບໍລິການສາທາລະນະປະໂຫຍດ, ທັດຊະນີຍະພາບຢູ່ໃຈກາງນະຄອນ ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕໂອໂຖງ ແລະ ສວຍງາມ,  ການຫັນປ່ຽນເຫຼົ່ານັ້ນ ໄດ້ຖືກຊ່າງພາບ ວັນກາກຽດ ຖ່າຍຄືນດ້ວຍບັນດາຮູບຖ່າຍທີ່ມີຊື່ສຽງຄື ແທັ່ງດົງ ອາຍຸ 200 ປີ ແລະ ຫ໋າຍເຢືອງຮັບຕ້ອນນາມມະຍົດ ເປັນຕົວເມືອງປະເພດສອງ. ທ່ານ ວັນກາກຽດ ເວົ້າວ່າ:

     “ນະຄອນ ຫ໋າຍເຢື່ອງ ນັບແຕ່ຄາວຂ້າພະເຈົ້າຖ່າຍຮູບ ແທັ່ງດົງ 200 ປີ (ກ່ອນນີ້ 15 ປີ) ຕະຫຼອດຮອດຮູບຖ່າຍ ຫ໋າຍເຢືອງ ຮັບຕ້ອນນາມມະຍົດ ຕົວເມືອງປະເພດສອງເມື່ອປີ 2009 ແລະ ຕໍ່ຈາກນັ້ນ 10 ປີແມ່ນ ຫ໋າຍເຢືອງ ຮັບຕ້ອນນາມມະຍົດ ເປັນຕົວເມືອງປະເພດໜຶ່ງ, ຂ້າພະເຈົ້າເຫັນວ່າມີການປ່ຽນແປງໃໝ່ຫຼາຍຢ່າງ”.

     ພາຍຫຼັງ 65 ປີ, ເຂດຕົວເມືອງ ຫ໋າຍເຢືອງ ໄດ້ມີການປ່ຽນແປງຢ່າງຫຼວງຫຼາຍ ເຊິ່ງໄດ້ມີການເປີດກ້ວາງທົບສີ່ເທົ່າ ເມື່ອທຽບໃສ່ເທດສະບານເມື່ອກ່ອນນີ້ ແຕ່ຍັງຄົງສາມາດຮັກສາສີສັນຄວາມເປັນເອກະລັກເມື່ອກ່ອນນີ້. ບັນດາແຖວເຮືອນເກົ່າທີ່ໄດ້ຮັບການປຸກສ້າງ ໃນສະໄໝຝະລັ່ງ ດ້ວຍອາຍຸນັບຮ້ອຍປີແລ້ວ ກໍ່ຍັງຄົງຖືກນຳໃຊ້ເປັນສຳນັກງານ ຫ້ອງການຂອງພະແນກຄົມມະນາຄົມຂົນສົ່ງ, ພະແນນວັດທະນະທຳ… ນັກຄົ້ນຄວ້າປະຫວັດສາດ ຟ້າມກຸຍມຸ່ຍ ໃຫ້ຮູ້ວ່າ:

       “ເມື່ອເວົ້າເຖິງຊາວ ຫ໋າຍເຢືອງ ຜູ້ຄົນທັງຫຼາຍຕ່າງກໍ່ຮູ້ວ່າ ໃນສະໄໝສົງຄາມຊາວ ຫ໋າຍເຢືອງ ມີຄວາມອົງອາດກ້າແກ່ນ, ໃນໄລຍະສັນຕິພາບ ແມ່ນມີຄວາມຫ້າວຫັນ, ດຸໝັ່ນຂະຫຍັນພຽນ. ນີ້ແມ່ນຈຸດພິເສດຂອງຊາວ ຫຼ໋າຍເຢືອງ ເປັນຕົ້ນແມ່ນມີມູນເຊື້ອມັກການຮ່ຳຮຽນ, ປັດຈຸບັນ ຫ໋າຍເຢືອງ ກໍ່ໄດ້ມີໜູ່ບ້ານປະລິນຍາເອກທີ່ ໂໝະແຈັກ ແລະ ໃນປັດຈຸບັນມີຊາວ ຫ໋າຍເຢືອງ ຫຼາຍຄົນ ໄດ້ມີການປະກອບສ່ວນໃຫ້ແກ່ປະເທດຊາດ”.

     ເພື່ອໃຫ້ນະຄອນ ຫ໋າຍເຢືອງ ສົມກັບນາມມະຍົດຕົວເມືອງປະເພດໜຶ່ງນັ້ນ, ແຂວງ ຫ໋າຍເຢື່ອງ ໄດ້ອອກມະຕິ ເປີດກວ້າງຂະຫຍາຍນະຄອນໄປສູ່ຫ້າທິດ, ກໍ່ສ້າງສາມເຂດຕົວເມືອງໃໝ່ ໄປສູ່ທິດຕາເວັນອອກ, ທິດຕາເວັນຕົກ ແລະ ທິດໃຕ້ ດ້ວຍເຂດຕົວເມືອງຂະໜາດກາງ ແລະ ນ້ອຍນັບ 10 ແຫ່ງ, ຍອດເນື້ອທີ່ໄດ້ຂຶ້ນເຖິງ 1.500 ກວ່າເຮັກຕາ ດ້ວຍເປົ້າໝາຍກໍ່ສ້າງນະຄອນຂຽວ, ສະໜິດສະໜົມ, ພັດທະນາລຽບຕາມສອງລຳແມ່ນ້ຳ ຖາຍບິ່ງ ແລະ ແມ່ນ້ຳຊັດ. ທ່ານ ເຈິ່ນໂຮ່ດັງ ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ຫ໋າຍເຢື່ອງ ໃຫ້ຮູ້ວ່າ:

    “ເປົ້າໝາຍຂອງນະຄອນ ທີ່ວາງແຜນກຳນົດ ໃນໄລຍະໃໝ່ ແມ່ນກໍ່ສ້າງຕົວເມືອງຂຽວ, ເປັນໜ້າດຳລົງຊີວິດ, ເປັນຕົວເມືອງຮັ່ງມີສວຍງາມສິວິໄລ ໃຫ້ຖືກຕາມເນື້ອໃນຈິດໃຈ ຂອງນາຍົກລັດຖະມົນຕີ. ແລະ ໃນແຜນການລະອຽດ, ນະຄອນຈະຍາດແຍ່ງບັນດາແຫຼ່ງກຳລັງ, ດຶງດູດການລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງໃຫ້ຄົບຊຸດ ແລະ ເພີ່ມທະວີການສ້າງຄວາມສີວິໄລເຂດຕົວເມືອງ”.

      ປັດຈຸບັນ ຫ໋າຍເຢືອງ ພວມຟົດຟື້ນມ່ວນຊື່ນ ໃນທ່າມກາງບັນຍາກາດ ຈັດພິທີປະກາດຕ້ອນຮັບຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ທີ່ຮັບຮອງເປັນຕົວເມືອງປະເພດໜຶ່ງ ທີ່ຂຶ້ນກັບແຂວງ. ປັດຈຸບັນຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງປະຕິບັດ ແຕ່ເປົ້າໝາຍນຳ ຫ໋າຍເຢືອງ ກາຍເປັນຕົວເມືອງທີ່ເປັນໜ້າດຳລົງຊີວິດ ແມ່ນສິ່ງທີ່ອຳນາດການປົກຄອງຂັ້ນຕ່າງໆ ແລະ ຊາວນະຄອນ ຫ໋າຍເຢື່ອງ ພວມກ້າວໄປເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ