ນ້ຳຕົກຕາດລຸ່ງຟິ່ງ- ສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວຢູ່ແຂວງລ່າວກາຍ

(VOVWORLD) -ໂດຍຖືກຕັ້ງຢູ່ບ່ອນມີຄວາມສູງ 1.800 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ຕາແສງລຸ່ງຟິ່ງເມືອງບັກຮ່າແຂວງລ່າວກາຍບໍ່ພຽງແຕ່ມີຕະຫຼາດນັດລຸ່ງຟິ່ງທີ່ເປັນເອກະລັກພ້ອມກັບບັນດາໝູ່ບ້ານທີ່ລຽບງ່າຍແບບດັ້ງເດີມເທົ່ານັ້ນຫາກຍັງມີບັນດານ້ຳຕົກຕາດສ່ວຍງາມໄຫຼມາຈາກເຂດປ່າດົງດິບ. ນ້ຳຕົກຕາດລຸ່ງຟິ່ງແມ່ນໜຶ່ງໃນບັນດາສະຖານທີ່ໃໝ່ທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ
ນ້ຳຕົກຕາດລຸ່ງຟິ່ງ- ສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວຢູ່ແຂວງລ່າວກາຍ - ảnh 1ນ້ຳຕົກຕາດລຸ່ງຟິ່ງແມ່ນທິວທັດທຳມະຊາດສວຍສົດງົດງາມ

   ລຸ່ງຟິ່ງນອນໃນເຂດຮ່ອມພູຖືກອ້ອມຮອບໄປດ້ວຍພູຜາປ່າໄມ້ສະຫຼັບສັບຊ້ອນຈົນສຸດສາຍຕາ.ຈາກນະຄອນລ່າວກາຍລົງໄປລຽບຕາມທາງຫຼວງ 4D,ແຂກທ່ອງທ່ຽວກໍ່ຈະຮອດຕາແສງຟອງນຽນເມືອງ ບ໋າວຖັງແຂວງລ່າວກາຍ. ສືບຕໍ່ລົງໄປຕາມເສັ້ນທາງແຂວງຕໍ່ແຂວງ 153 ຜ່ານເທດສະບານເມືອງບັກຮ່າປະມານ 10 ກິໂລແມັດແຂກທ່ອງທ່ຽວກໍ່ຈະຮອດຕາແສງລຸ່ງຟິ່ງ. ນ້ຳຕົກຕາດລຸ່ງຟິ່ງຂຶ້ນກັບບ້ານຕ່າຈ໋າຍຫ່າງຈາກໃຈກາງຕາແສງລຸ່ງຟິ່ງປະມານ 3 ກິໂລແມັດ. ຈາກຕະຫຼາດລຸ່ງຟິ່ງໄປຜ່ານບ້ານຕ່າຈ໋າຍພວກເພື່ອນຈະພົບເຫັນຫ້ວຍນ້ຳໃສເຢັນໄຫຼຕະຫຼອດປີ. ຢູ່ຂ້າງຫ້ວຍແມ່ນເນື້ອທີ່ນາຄັນໄດ ຕິດກັບເຂດປ່າດົງດິບຂຽວອຸ່ມທຸ່ມ. ລຽບຕາມຫ້ວຍປະມານ 500ແມັດພວກເພື່ອນຈະພົບເຫັນນ້ຳຕົກຕາດລຸ່ງຟິ່ງ. ມີນັກທ່ອງທ່ຽວຄົນໜຶ່ງ ເມື່ອມາຢ້ຽມຢາມນ້ຳຕົກຕາດລຸ່ງຟິ່ງເປີດເຜີຍວ່າ:

    “ໄປຮອດນ້ຳຕົກຕາດລຸ່ງຟິ່ງເສັ້ນທາງເດີນກໍ່ມີຄວາມສະດວກພຽງແຕ່ຍ່າງຜ່ານທົ່ງນາເທົ່ານັ້ນນ້ຳຕົກຕາດຢູ່ແຫ່ງນີ້ໃສເຢັນ. ຕ້ອງເວົ້າໄດ້ວ່າທັດຊະນີຍະພາບຢູ່ແຫ່ງນີ້ ແມ່ນງົດງາມທີ່ສຸດ”.

       ນ້ຳຕົກຕາດລຸ່ງຟິ່ງແມ່ນທິວທັດທຳມະຊາດສວຍສົດງົດງາມດ້ວຍລວງສູງພຽງ10 ແມັດແຕ່ລວງກວ້າງປະມານ 40 ແມັດນ້ຳຕົກຕາດມີຄວາມງາມທີ່ສຸດແມ່ນຍາມນ້ຳຂຶ້ນໝາຍເຖິງລະດູຮ້ອນແລະລະດູໃບໄມ້ຫຼົ່ນ,ເມື່ອມີຜົນຕົກເລີ່ມໄຫຼລົງມານ້ຳຕົກຕາດກໍ່ໄຫຼແຮງທີ່ສຸດ. ທາງລຸ່ມຂອງນ້ຳຕົກຕາດແມ່ນບັນດາໜອງນ້ຳຂຽວໃສເຢັນເລິກ.ມຸງ່ສາຕາໄປໄກກໍ່ແມ່ນທົ່ງນາຄັນໄດເຫຼືອງອາຮາມເມື່ອລະດູເຂົ້າສຸກເຫຼືອງແລະໄກກວ່ານັ້ນກໍ່ແມ່ນສາຍພູສະຫຼັບສັບຊ້ອນກັນ. ອ້າຍ ທ່າວແຊວສື ຊາວຕາແສງລຸ່ງຟິ່ງໃຫ້ຮູ້ວ່າມີເທື່ອໜຶ່ງພ້ອມກັບຄອບຄົວມາທ່ຽວແລະຖ່າຍຮູບນ້ຳຕົກຕາດລຸ່ງຟິ່ງແລ້ວກໍ່ເອົາລົງເຟດບຸກ ພາຍຫຼັງການຢ້ຽວຢາມເທື່ອນັ້ນກໍ່ມີນັກທ່ອງທ່ຽວຮູ້ຈັກເຖິງແລະໄປຫານ້ຳຕົກຕາດລຸ່ງຟິ່ງນັບມື້ນັບຫຼາຍຂຶ້ນ. ອ້າຍທ່າວແຊວສືເວົ້າວ່າ:

       “ຊຸມວັນບຸນແຂກທ່ອງທ່ຽວເຄີຍມາທ່ຽວຊົມທັດສະນະສຶກສາ.ຫຼາຍຄົນມັກມາທ່ຽວຊົມຢູ່ນ້ຳຕົກຕາດເປັນຕົ້ນແມ່ນໃນໂອກາດວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດຄືວັນທີ 30 ເມສາແລະວັນກຳມະການສາກົນຄືວັນທີ 1 ພຶດສະພາແລະວັນຊາດທີ 2 ກັນຍາ. ເມື່ອກ່ອນນີ້ ພຽງແຕ່ຊາວເມືອງບັກຮ່າຮູ້ຈັກເຖິງນ້ຳຕົກຕາດເທົ່ານັ້ນ. ນ້ຳຕົກຕາດແຫ່ງນີ້ ກໍ່ມີໜອງນ້ຳເລິກໃສຂຽວເຢັນ”.

     ມາຮອດລຸ່ງຟິ່ງ ພວກເພື່ອນຈະພົບເຫັນທັດສະນີຍະພາບທີ່ຮົກເຮື້ອດ້ວຍສຽງດັງແຮງ ຂອງນ້ຳຕົກຕາດຕະຫຼອດວັນແລະຄືນໄດ້ຍິນສຽງນົກຮ້ອງໃນທ່າມກາງບັນຍາກາດຂຽວເຢັນສະບາຍ. ນ້ຳຕົກຕາດລຸ່ງຟິ່ງປຽບເໝືອນຮູບພາບສວຍງາມດຶງດູດໃຈແຂກທ່ອງທ່ຽວ. ອ້າຍທ່າວແຊວລື໋ ຢູ່ຕາແສງລຸ່ງຟິ່ງໃຫ້ຮູ້ວ່າ:

      “ນ້ຳຕົກຕາດລຸ່ງຟິ່ງມີຄວາມສາມາດບົ່ມຊ້ອນເພື່ອພັດທະນາການທ່ອງທ່ຽວ. ໃນໄລຍະທີ່ຜ່ານມາມີແຂກທ່ອງທ່ຽວຫຼາຍຄົນຈາກສາລະທິດໄດ້ມາຢ້ຽມຊົມທັດສະນະສຶກສາ. ເຂົາເຈົ້າສັງເກດວ່ານ້ຳຕົກຕາດແຫ່ງນີ້ສວຍງາມທີ່ສຸດ ຢູ່ເມືອງບັກຮ່າບໍ່ມີນ້ຳຕົກຕາດຫຼາຍພຽງແຕ່ສອງສາມແຫ່ງເທົ່ານັ້ນ ໃນບ້ານຂອງເຮົາຍັງບໍ່ທັນຮູ້ວິທີນຳຜະລິດຕະພັນທ່ອງທ່ຽວມາວາງຂາຍ ດັ່ງນັ້ນຍັງບໍ່ທັນນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ປະຊາຊົນໃນບ້ານ. ໃນໄລຍະທີ່ຈະມາເຖິງພໍ່ແມ່ພີ່ນ້ອງ ຈະນຳເອົາໄກ່ດຳ, ໝູ, ປາໄນມາຂາຍ ແລ້ວກໍ່ເປີດຮ້ານກິນດື່ມຮັບໃຊ້ແຂກທ່ອງທ່ຽວ”.

        ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານນ້ຳຕົກຕາດລຸ່ງຟິ່ງ ໄດ້ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດມາຢ້ຽມຊົມຄົ້ນຫາ. ມາແຫ່ງນີ້ ນອກຈາກຢ້ຽມຊົມນ້ຳຕົກຕາດລຸ່ງຟິ່ງແລ້ວແຂກທ່ອງທ່ຽວອາດຈະໄປຕະຫຼາດນັດລຸ່ງຟິ່ງໄດ້ຊອກຮູ້ຮີດຄອງປະເພນີຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຫຼືໄດ້ຮັບຊົມທົງດອກບັກວິດຕາມເນີນພູຈົນສຸດສາຍຕາ.

ຕອບກັບ

ຂ່າວ/ບົດ​ອື່ນ