ນ້ຳຕົກຕາດອາໂນ- ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ທີ່ເຂດພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວ

(VOVWORLD) -     ເມືອງພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວຖືກທຳມະຊາດດົນບັນດານໃຫ້ມີທິວທັດທຳມະຊາດທີ່ງົດງາມຫຼາຍແຫ່ງເຊັ່ນ: ປ່າດົງດິບ ອາຣ່ວາງ, ນ້ຳຕົກຕາດອາໂນ, ຫ້ວຍອາລິນ, ຫ້ວຍເປີແລ…ມາຮອດແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ກ້ວາງໃຫຍ່ໄພສານຂອງພູຜາປ່າໄມ້ ເຈື່ອງເຊີນ, ໄດ້ອາບນ້ຳໃນກະແສນ້ຳໃສເຢັນຢູ່ຕາມຫ້ວຍ, ໄດ້ຮັບຊົມຄວາມງາມຂອງ ນ້ຳຕົກຕາດຂາວກະຈະ ໄຫຼລົງຈາກທີ່ສູງນັບຮ້ອຍແມັດ
ນ້ຳຕົກຕາດອາໂນ- ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ທີ່ເຂດພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວ - ảnh 1ນ້ຳຕົກຕາດອາໂນ 

ຈາກເທດສະບານ ເມືອງພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວ ໄປຕາມເສັ້ນທາງໂຮ່ຈິມິນທາງທິດເໜືອປະມານ 2 ກມ, ຕໍ່ຈາກນັ້ນ ກໍລ້ຽວຂວາ, ຍ່າງຜ່ານທາງໄລຍະໜຶ່ງໃນປ່າຂຽວເຢັນສະບາຍ, ເພື່ອນກໍຈະມາຮອດ ນ້ຳຕົກຕາດ ອາໂນ ຢູ່ຕາແສງ ຮົ່ງກິມ. ເມື່ອຢືນຢູ່ຫ່າງຈາກນີ້ນັບຮ້ອຍແມັດ, ພວກເຮົາອາດຈະຮູ້ສຶກໄດ້ເຖິງຄວາມໃຫຍ່ໂຕມະໂຫຖານຂອງ ນ້ຳຕົກຕາດ ອາໂນ ຜ່ານສຽງນ້ຳຕົກຫໄຫຼຢ່າວໆ. ເມື່ອຍ່າງເຂົ້າໃກ້, ນ້ຳຕົກຕາດ ອາໂນ ໄດ້ປະກົດມີ 3 ກະແສນ້ຳດ້ວຍ 3 ລະດັບສູງທີ່ແຕກຕ່າງກັນ, ໃນນັ້ນ ຕາດສູງກ່ວາໝູ່ ແມ່ນກ່ວາ 120 ແມັດ. ນ້ຳຕົກຕາດ 3 ຊັ້ນທີ່ຊ້ອນໂຕໃນທ່າມກາງພູຜາປ່າໄມ້ ແລະ ໄຫຼລົງສູ່ໜອງໃຫຍ່ ປຽບເໝືອເຮືອນຜົນຍາວຂອງນາງສາວເຜົ່າ ປາໂກ.

      ໜອງທີ່ ນ້ຳຕົກຕາດໄຫຼລົງມານັ້ນ ແມ່ນໃຫຍ່ພໍສົມຄວນ, ຢູ່ນີ້ ເພື່ອນອາດຈະລອຍນ້ຳ, ອາບນ້ຳໃນກະແສນ້ຳໃສເຢັນ, ບາງເວລາ ກໍໄດ້ຍິນສຽງນົກຮ້ອງເທິ່ງຕົ້ນໄມ້ທີ່ເປັນໜ້າມ່ວນຫູ. ຄວາມອິດເມື່ອຍ ກັງວົນທຸກຢ່າງຈະຖືກຫາຍໄປຕາມກະແສນ້ຳໄຫຼ. ອ້າຍ ຝ້າມມິນວຸຍ ຢູ່ເທດສະບານ ບາດົນ ແຂວງ ກວາງບີງ ແບ່ງປັນວ່າ :

   “ ຄອບຄົວຂ້າພະເຈົ້າໄດ້ມາຢ້ຽມຊົມ ທັກສະນະສຶກສາຢູ່ ເມືອງພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວ, ໄດ້ອາບນ້ຳຢູ່ ນ້ຳຕົກຕາດ ອາໂນ, ຢູ່ແຫ່ງນີ້ ນ້ຳໃສເຢັນ ເປັນໜ້າຈັບໃຈ ມານີ້, ພວກຂ້າພະເຈົ້າ ຍັງໄດ້ຮັບປະທານອາຫານພື້ນເມືອງຫຼາຍເຍື່ອງຂອງພໍ່ແມ່ພີນ້ອງບັນດາເຜົ່າ ກໍແຊບທີ່ສຸດ.  ຂ້າພະເຈົ້າຮູ້ປະທັບໃຈ, ການເດີນທາງໄປທ່ອງທ່ຽວເທື່ອນີ້ ໄດ້ເປັນອະນຸສອນ ຍາກທີ່ຈະຫຼົງລືມໄດ້ສຳລັບ ຄອບຄົວຂ້າພະເຈົ້າ ”

     ນັກທ່ອງທ່ຽວຫຼາຍຄົນເມື່ອມາ ຢ້ຽມຊົມ ນ້ຳຕົກຕາດອາໂນ ລ້ວນແຕ່ຮູ້ສຶກວ່າ ອາໂນ ບໍ່ພຽງແຕ່ມີຄວາມສວຍງາມເທົ່ານັ້ນ, ອາໂນຍັງມີຄວາມໃຫຍ່ໂຕມະໂຫຖານໃນທ່າມກາງເຂດ ພູຜາປ່າໄມ້ທີ່ກ້ວາງໃຫຍ່ໄພສານອີກດ້ວຍ. ຢູ່ອ້ອມແອ້ມ ນ້ຳຕົກຕາດ, ມີດອກໄມ້ປ່າຂາວກະຈະ ໃນທ່າມກາງຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມ. ພາຍຫຼັງໄດ້ອາບນ້ຳຢູ່ນີ້, ໄດ້ຢ້ຽມຊົມທັດສະນີຍະພາບທີ່ງົດງາມ ດັ່ງໃນຝັນນັ້ນ, ແນ່ນອນວ່າ ເພື່ອນທັງຫຼາຍຈະຮູ້ສຶກຫິວເຂົ້າ, ເວລານີ້ ເພື່ອນອາດຈະພັກເຊົ່າຢູ່ຕາມສະຖານທີ່ຂອງໜ່ວຍງານທ່ອງທ່ຽວຊຸມຊົນເພື່ອພັກຜ່ອນ ແລະ ຮັບປະທານອາຫານພື້ນເມືອງຂອງຊາວເຜົ່າຕາໂອຍ, ປາໂກ. ນາງ ໂຮ່ທິລານ, ສະມາຊິກໜ່ວຍງານທ່ອງທ່ຽວຊຸມຊົນບ້ານ ອາເຕຍ ໃຫ້ຮູ້ວ່າ :

        “ ພວກຂ້າພະເຈົ້າ ໄດ້ກະກຽມ ວັດຖຸດິບ ເພື່ອປຸງແຕ່ງອາຫານ ຮັບໃຊ້ແຂກທ່ອງທ່ຽວ. ພວກຂ້າພະເຈົ້າມີ ເຂົ້າໜຽວ, ມີປີ້ງປາ, ມີປີ້ງໄກ່, ເຂົ້າໜົມຊະນິດຕ່າງໆ, ມີຜັກປ່າ, ເຫຼົ້າເຂົ້າໜຽວ…ແຂກເຂົ້າຮ່ວມລາຍການທ່ອງທ່ຽວ ສ່ວນຫຼາຍກໍສັ່ງອາຫານໄວ້ກ່ອນ, ສ່ວນແຂກທ່ອງທ່ຽວທີ່ໄປເອງ ແມ່ນກໍເລືອກເອົາເຍື່ອງອາຫານຕາມໃຈມັກ. ຖ້າຫາກວ່າ ແຂກທ່ອງທ່ຽວ ນຳຂອງກິນໄປນຳ ແລະ ມີຄວາມຕ້ອງການຢາກປຸງແຕ່ງເອງ, ພວກຂ້າພະເຈົ້າ ກໍໃຫ້ເຊົ່າເຮືອນຄົວເພື່ອປຸງແຕ່ງອາຫານ”

   ພ້ອມກັບດ້ານອາຫານການກິນນັ້ນ, ວັດທະນະທຳພື້ນເມືອງຂອງພໍ່ແມ່ພີນ້ອງບັນດາເຜົ່າຢູ່ເມືອງພູສູງອາເລື້ອຍ ກໍມີຄວາມເປັນເອກະລັກສະເພາະຫຼາຍຢ່າງ. ຖ້າຫາກເພື່ອນຢາກຊອກຮູ້ຮີດຄອງປະເພນີ, ງານບຸນຂອງພໍ່ແມ່ພີນ້ອງບັນດາເຜົ່າຢູ່ແຫ່ງນີ້, ພວກເພື່ອນຈົ່ງມາຢ້ຽມຢາມໝູ່ບ້ານ ຫວຽດຕ້ຽນ ຖືກຕັ້ງຢູ່ຈຸດທາງເຂົ້າເຂດທ່ອງທ່ຽວ ເພື່ອຈະໄດ້ຮັບຊົມວາດຟ້ອນ, ຮັບຟັງສຽງຄ້ອງ ສຽງກອງຂອງພວກບາວສາວເຜົ່າ ຕາໂອຍ, ປາໂກ. ທ່ານຫງວຽນແມ້ງຮຸ່ງ ປະທານຄະນະກຳມະການປະຊາຊົນເມືອງພູສູງອາເລື້ອຍໃຫ້ຮູ້ວ່າ :

     “ ໃນສະເພາະໜ້າ, ເມື່ອຍັງບໍ່ທັນມີນັກລົງທຶນເຂົ້າມານັ້ນ, ທາງເມືອງໄດ້ສ້າງຕັ້ງໜ່ວຍສະຫະກອນ ເພື່ອຂຸດຄົ້ນສະຖານທີ່ທ່ອງທ່ຽວແຫ່ງນີ້. ພວກຂ້າພະເຈົ້າ ກໍໄດ້ສ້າງແຜນຜັງ, ສືບຕໍ່ຮຍກຮ້ອງບັນດານັກລົງທຶນມາກໍ່ສ້າງພື້ນຖານໂຄງລ່າງໃຫ້ເຂດທ່ອງທ່ຽວໃຫ້ສົມບູນແບບ. ສຳລັບພໍ່ແມ່ພີນ້ອງເຮັດທ່ຽວທ່ຽວນັ້ນ, ທາງເມືອງກໍໃຫ້ການຊ່ວຍໜູນໃນເບື້ອງຕົ້ນ, ພ້ອມທັງຈັດຊຸດເຝິກອົບຮົມແນະນຳໃຫ້ພໍ່ແມ່ພີນ້ອງຮູ້ຈັກວິທີເຮັດທ່ອງທ່ຽວ ”

     ນອກຈາກນ້ຳຕົກຕາດອາໂນແລ້ວ, ເມືອງພູສູງອາເລື້ອຍ ຍັງມີສະຖານທີ່ທ່ອງທ່ຽວທຳມະຊາດທີ່ດູດດື່ມອີກຫຼາຍແຫ່ງເຊັ່ນ:  ຫ້ວຍ ອາຣ່ວາງ, , ຫ້ວຍອາລິນ, ຫ້ວຍເປີແລ…ແຂກທ່ອງທ່ຽວຈົ່ງມາຢ້ຽມຢາມເມືອງພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວຢ່າງໜ້ອຍຄັ້ງໜຶ່ງ ເພື່ອຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ກ້ວາງໃຫຍ່ໄພສານຂອງພູຜາປ່າໄມ້ ເຈື່ອງເຊີນ, ໄດ້ສູບເອົາອາກາດເຢັນສະບາຍ ແລະ ໄດ້ຮັບຊົມຄວາມງາມຂອງຫ້ວຍນ້ຳໃສເຢັນ ພ້ອມກັບຈຸດວັດທະຍະທຳທີ່ເປັນເອກະລັກຂອງ ພໍ່ແມ່ພີນ້ອງບັນດາເຜົ່າຢູ່ແຫ່ງນີ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ